ອະບາຍມຸຂ
ໜ້າ/ 66
ທ່ານທັງຫລາຍ! ໄປເຖີດ ພວກທ່ານຈົ່ງເອົາຫອກຮ້ອຍເຫລັ້ມແທງບຸຣຸສນັ້ນໃນເວລາແລງ ພວກຣາຊະບຸຣຸສຈຶ່ງເອົາຫອກຮ້ອຍເຫລັ້ມແທງບຸຣຸສນັ້ນໃນເວລາແລງ.
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ບຸຣຸສນັ້ນຖືກແທງດ້ວຍຫອກ ໓໐໐ ເຫລັ້ມ ຍ່ອມ ສເວີຍທຸກຂ໌ໂທມະນັສເພາະກາຣຖືກແທງນັ້ນຫລືໜໍ?
ພິກຂຸເຫລົ່ານັ້ນກຣາບທູລວ່າ: ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ບຸຣຸສນັ້ນຖືກແທງດ້ວຍຫອກພຽງເຫລັ້ມດຽວ ກໍຍ່ອມສເວີຍທຸກຂ໌ໂທມະນັສເພາະກາຣແທງນັ້ນເປັນເຫຕ ຈະກ່າວເຖິງຫຍັງເຊິ່ງກາຣຖືກແທງດ້ວຍຫອກ ໓໐໐ ເຫລັ້ມໜໍ.
ຄັ້ງນັ້ນແລ ພຣະຜູ້ມີພຣະພາຄຊົງຢິບແຜ່ນຫີນຂະນາດເທົ່າຝາມື ແລ້ວຕຣັສຖາມພິກຂຸທັງຫລາຍວ່າ:
ພິກຂຸທັງຫລາຍ! ພວກເຈົ້າທັງຫລາຍຈະສຳຄັນຄວາມຂໍ້ນັ້ນວ່າຢ່າງໃດ ແຜ່ນຫີນຂະນາດເທົ່າຝາມືທີ່ເຮົາຖືນີ້ກັບພູເຂົາຫລວງຫິມະພານອັນໃດໜໍໃຫຍ່ກວ່າກັນ?
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ແຜ່ນຫີນຂະນາດເທົ່າຝາພຣະຫັຕຖ໌ທີ່ພຣະອົງຄ໌ຊົງຖືຢູ່ນັ້ນ ມີປະມານນ້ອຍຫລາຍ ເມື່ອປຽບທຽບກັບພູເຂົາຫລວງຫິມະພານແລ້ວ ຍ່ອມບໍ່ເຖິງແມ່ນແຕ່ກາຣນັບ ຍ່ອມບໍ່ເຖິງແມ່ນພຽງສ່ວນສ້ຽວ ຍ່ອມບໍ່ເຖິງເຊິ່ງກາຣທຽບກັນໄດ້.
ພິກຂຸທັງຫລາຍ! ສັນນັ້ນເໝືອນກັນ ທຸກຂ໌ໂທມະນັສທີ່ບຸຣຸສຖືກແທງດ້ວຍຫອກ ໓໐໐ ເຫລັ້ມເປັນເຫຕ ກຳລັງສເວີຍຢູ່ນັ້ນ ເມື່ອປຽບທຽບກັບຄວາມທຸກຂ໌ຂອງນະຣົກແລ້ວ ຍ່ອມບໍ່ເຖິງແມ່ນແຕ່ກາຣນັບ ຍ່ອມບໍ່ເຖິງແມ່ນພຽງສ່ວນສ້ຽວ ຍ່ອມບໍ່ເຖິງເຊິ່ງກາຣທຽບກັນໄດ້.
ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບາລຈະທຳກາຣລົງໂທສຊື່ກາຣຈອງຈຳ ໕ ປະກາຣ ຄື ຕອກຕະປູເຫລັກແດງທີ່ມື ໒ຂ້າງ, ທີ່ເທົ້າ ໒ ຂ້າງ ແລະທີ່ກາງເອິກ ຄົນພາລນັ້ນຈະສເວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບ ຢູ່ໃນນະຣົກນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.
ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບາລຈະຈັບຄົນພາລນັ້ນຂຶງພືດ(ຈັບໃຫ້ນອນຢຽດຍາວກາງແຂນຂາອອກ) ແລ້ວເອົາຂວານຖາກ ຄົນພາລນັ້ນຈະສເວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບ ຢູ່ໃນນະຣົກນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.
ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບາລຈະຈັບຄົນພາລນັ້ນເອົາເທົ້າຂຶ້ນຂ້າງເທິງ ເອົາຫົວລົງຂ້າງລຸ່ມ ແລ້ວຖາກດ້ວຍພ້າ ຄົນພາລນັ້ນຈະສເວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບ ຢູ່ໃນນະຣົກນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.
ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບາລຈະຈັບຄົນພາລນັ້ນທຽມຣົຖແລ້ວ ໃຫ້ແລ່ນກັບໄປກັບມາບົນແຜ່ນດິນທີ່ມີໄຟຕິດທົ່ວ ລຸກເປັນແປວ ຄົນພາລນັ້ນຈະສເວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບ ຢູ່ໃນນະຣົກນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.
ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບາລຈະຈັບຄົນພາລນັ້ນປີນຂຶ້ນປີນລົງເຊິ່ງພູເຂົາຖ່ານໄຟໜ່ວຍໃຫຍ່ ທີ່ມີໄຟຕິດທົ່ວ ລຸກເປັນແປວ ຄົນພາລນັ້ນຈະສເວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບ ຢູ່ໃນພູເຂົາຖ່ານໄຟນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.
ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບາລຈະຈັບຄົນພາລນັ້ນເອົາເທົ້າຂຶ້ນຂ້າງເທິງ ເອົາຫົວລົງຂ້າງລຸ່ມ ແລ້ວພຸ່ງລົງໃນໝໍ້ທອງແດງທີ່ຮ້ອນມີໄຟຕິດທົ່ວ ລຸກເປັນແປວ ຄົນພາລນັ້ນຈະເດືອດເປັນຟອງຢູ່ໃນໝໍ້ທອງແດງນັ້ນ ເມື່ອເຂົາເດືອດເປັນຟອງຢູ່ ບາງຄັ້ງຟູຂຶ້ນ ບາງຄັ້ງຈົມລົງ ບາງຄັ້ງລອຍໄປທາງຂວາງ ຄົນພາລນັ້ນຈະສເວີຍເວທະນາອັນເປັນທຸກຂ໌ກ້າ ເຈັບແສບ ຢູ່ໃນໝໍ້ທອງແດງນັ້ນ ແຕ່ຍັງບໍ່ຕາຍຕາບເທົ່າທີ່ບາບກັມຍັງບໍ່ສິ້ນສຸດ.
ພິກຂຸທັງຫລາຍ! ເຫລົ່ານາຍນິຣະຍະບາລຈະໂຍນຄົນພາລນັ້ນລົງໃນມະຫານະຣົກ ກໍມະຫານະຣົກນັ້ນ ມີ ໔ ມູມ ໔ ປະຕູ ແບ່ງໄວ້ເປັນສ່ວນເທົ່າກັນ ມີກຳແພງເຫລັກອ້ອມຮອບ ຄອບໄວ້ດ້ວຍແຜ່ນເຫລັກ ມະຫານະຣົກນັ້ນມີພື້ນເປັນເຫລັກລຸກເປັນແປວ ແຜ່ໄປໄກດ້ານລະ ໑໐໐ ໂຍຊນ໌ ປະດິສຖານຢູ່ທຸກເມື່ອ.
ພິກຂຸທັງຫລາຍ! ເຮົາກ່າວເຣື່ອງນະຣົກໂດຍອະເນກປະຣິຍາຍພຽງເທົ່ານີ້ ກາຣກ່າວເຖິງຄວາມທຸກຂ໌ໃນນະຣົກບໍ່ໄດ້ກະທຳໄດ້ງ່າຍ.








