ອະບາຍມຸຂ
ໜ້າ/ 66
ອຸປັທທະວະ ບໍ່ວ່າຊະນິດໃດໆທີ່ເກີດຂຶ້ນທັງໝົດນັ້ນ ເກີດຈາກຄົນພາລ ບໍ່ໄດ້ເກີດຈາກບັນດິຕ,
ອຸປະສັກ ບໍ່ວ່າຊະນິດໃດໆທີ່ເກີດຂຶ້ນທັງໝົດນັ້ນ ເກີດຈາກຄົນພາລ ບໍ່ໄດ້ເກີດຈາກບັນດິຕ;
ພິກຂຸທັງຫລາຍ! ປຽບເໝືອນໄຟທີ່ລຸກລາມຈາກເຮືອນຫຍ້າ ຍ່ອມໄໝ້ໄດ້ກະທັ້ງເຮືອນຍອດທີ່ໂບກດ້ວຍປູນ ທີ່ມີບານປະຕູອັດແຈບສນິດ ສັນໃດ,
ພິກຂຸທັງຫລາຍ! ສັນນັ້ນເໝືອນກັນແລ, ພັຍ ບໍ່ວ່າຊະນິດໃດໆທີ່ເກີດຂຶ້ນທັງໝົດນັ້ນ ເກີດຈາກຄົນພາລ ບໍ່ໄດ້ເກີດຈາກບັນດິຕ.
ອຸປັທທະວະ ບໍ່ວ່າຊະນິດໃດໆທີ່ເກີດຂຶ້ນທັງໝົດນັ້ນ ເກີດຈາກຄົນພາລ ບໍ່ໄດ້ເກີດຈາກບັນດິຕ.
ອຸປະສັກ ບໍ່ວ່າຊະນິດໃດໆທີ່ເກີດຂຶ້ນທັງໝົດນັ້ນ ເກີດຈາກຄົນພາລ ບໍ່ໄດ້ເກີດຈາກບັນດິຕ.
ພິກຂຸທັງຫລາຍ! ເພາະເຫຕນັ້ນແລ, ຄົນພາລຈຶ່ງມີພັຍສະເພາະໜ້າ ບັນດິຕບໍ່ມີພັຍສະເພາະໜ້າ; ຄົນພາລຈຶ່ງມີອຸປັທທະວະ ບັນດິຕບໍ່ມີອຸປັທທະວະ; ຄົນພາລຈຶ່ງມີອຸປະສັກ ບັນດິຕບໍ່ມີອຸປະສັກ. ພັຍ, ອຸປັທທະວະ, ອຸປະສັກ ບໍ່ໄດ້ມາຈາກບັນດິຕ.
ພິກຂຸທັງຫລາຍ! ເພາະເຫຕນັ້ນແລ, ພວກເຈົ້າທັງຫລາຍຄວນສຶກສາຢ່າງນີ້ວ່າ ເຮົາຈັກເປັນບັນດິຕ.
ມັຊຊິມະນິກາຍ ອຸປາຣິປັນນາສ ໑໔/໑໓໓/໒໓໕
ຄົນພາລສເວີຍທຸກຂ໌
ບັນດິຕສເວີຍສຸຂ
ສມັຍໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອຣສາວັຕຖີ ສມັຍນັ້ນແລ ພຣະຜູ້ມີພຣະພາຄຕຣັສຮຽກພິກຂຸທັງຫລາຍວ່າ:
ພິກຂຸທັງຫລາຍ!
ພິກຂຸເຫລົ່ານັ້ນທູລຮັບພຣະດຳຣັສແລ້ວ
ພິກຂຸທັງຫລາຍ! ລັກສະນະເຄື່ອງໝາຍ ເຄື່ອງອ້າງວ່າ ເປັນພາລຂອງຄົນພາລນີ້ມີ ໓ ຢ່າງ; ໓ ຢ່າງເປັນຢ່າງໃດ?
ພິກຂຸທັງຫລາຍ! ຄົນພາລໃນໂລກນີ້ ມັກຄິດຄວາມຄິດທີ່ຊົ່ວ ມັກເວົ້າຄຳເວົ້າທີ່ຊົ່ວ ມັກກະທຳກາຣກະທຳທີ່ຊົ່ວ ຖ້າຄົນພາລບໍ່ເປັນຜູ້ມັກຄິດຄວາມຄິດທີ່ຊົ່ວ ມັກເວົ້າຄຳເວົ້າທີ່ຊົ່ວ ມັກກະທຳກາຣກະທຳທີ່ຊົ່ວ ບັນດິຕພວກໃດຈະຮູ້ຈັກເຂົາໄດ້ວ່າ ຜູ້ນີ້ເປັນຄົນພາລ ເປັນອະສັປບຸຣຸສ ແຕ່ເພາະຄົນພາລມັກຄິດຄວາມຄິດທີ່ຊົ່ວ ມັກເວົ້າຄຳເວົ້າທີ່ຊົ່ວ ມັກກະທຳກາຣກະທຳທີ່ຊົ່ວ ສະນັ້ນ ບັນດິຕທັງຫລາຍຈຶ່ງຮູ້ໄດ້ວ່າ ຜູ້ນີ້ເປັນຄົນພາລ ເປັນອະສັປບຸຣຸສ.
ພິກຂຸທັງຫລາຍ! ຄົນພາລນັ້ນແລ ຍ່ອມສເວີຍທຸກຂ໌ໂທມະນັສ ໓ ຢ່າງໃນປັຈຈຸບັນ.
ພິກຂຸທັງຫລາຍ! ຖ້າຄົນພາລນັ່ງໃນສະພາກໍດີ ແຄມທາງຣົຖກໍດີ ແຄມທາງສາມແຍກກໍດີ ຊົນໃນທີ່ນັ້ນໆຈະເວົ້າຖ້ອຍຄຳທີ່ພໍ ເໝາະພໍສົມແກ່ເຂົາ, ຖ້າຄົນພາລມັກຂ້າສັຕ ມັກຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ມັກປະພຶຕຜິດໃນກາມທັງຫລາຍ ມັກເວົ້າຕົວະ ມີປົກກະຕິຕັ້ງຢູ່ໃນຄວາມປະມາທເພາະເສພສຸຣາເມຣັຍແລະສິ່ງມຶນເມົາ ໃນເຣື່ອງທີ່ຊົນເວົ້າຖ້ອຍຄຳທີ່ພໍເໝາະພໍສົມແກ່ເຂົານັ້ນແລ ຄົນພາລຈະມີຄວາມຮູ້ສຶກຢ່າງນີ້ວ່າ ສິ່ງເຫລົ່ານັ້ນມີຢູ່ໃນເຮົາ ແລະເຮົາກໍປາກົຕຢູ່ໃນສິ່ງເຫລົ່ານັ້ນດ້ວຍ (ເປັນຢ່າງທີ່ເຂົາກ່າວ) ພິກຂຸທັງຫລາຍ ຄົນພາລຍ່ອມສເວີຍທຸກຂ໌ ໂທມະນັສຂໍ້ທີ ໑ ດັ່ງນີ້ ໃນປັຈຈຸບັນ.
ພິກຂຸທັງຫລາຍ! ອີກປະກາຣໜຶ່ງ ຄົນພາລເຫັນຣາຊາທັງຫລາຍຈັບໂຈຣຜູ້ປະພຶຕຜິດມາແລ້ວ ສັ່ງລົງໂທສຕ່າງຊະນິດຄື:
ຕີດ້ວຍແສ້ແດ່,
ຕີດ້ວຍຫວາຍແດ່,
ຕີດ້ວຍກະບອງສັ້ນແດ່,
ມັດມືແດ່,
ມັດຕີນແດ່,
ມັດທັງມືທັງຕີນແດ່,
ຕັດຫູແດ່,
ຕັດດັງແດ່,
ຕັດທັງຫູທັງດັງແດ່,
ລົງໂທສດ້ວຍວິທີ ໝໍ້ຄ້ຽວນ້ຳມັນແດ່,
ລົງໂທສດ້ວຍວິທີ ຂອດສັງຂ໌ແດ່,
ລົງໂທສດ້ວຍວິທີ ປາກຣາຫູແດ່,
ລົງໂທສດ້ວຍວິທີ ມາລັຍໄຟແດ່,
ລົງໂທສດ້ວຍວິທີ ຄົບມືແດ່,
ລົງໂທສດ້ວຍວິທີ ລິ້ວສ່າຍແດ່,
ລົງໂທສດ້ວຍວິທີ ນຸ່ງເປືອກໄມ້ແດ່,
ລົງໂທສດ້ວຍວິທີ ຢືນກວາງແດ່,
ລົງໂທສດ້ວຍວິທີ ກ່ຽວເຫຍື່ອເບັດແດ່,
ລົງໂທສດ້ວຍວິທີ ຫລຽນກະຫາປະນະແດ່,
ລົງໂທສດ້ວຍວິທີ ແປງແສບແດ່,
ລົງໂທສດ້ວຍວິທີ ກາງວຽນແດ່,
ລົງໂທສດ້ວຍວິທີ ຕັ່ງຟາງແດ່,
ລາດດ້ວຍນ້ຳມັນຮ້ອນໆແດ່,
ໃຫ້ໝາກັດ-ຊິດແດ່,
ໃຫ້ນອນຫງາຍເທິງຫລາວທັງເປັນໆແດ່,
ຕັດຫົວດ້ວຍດາບແດ່,








