ອະບາຍມຸຂ
ໜ້າ/ 66
ຄະຫະບໍດີແລະຄະຫະປະຕານີທັງຫລາຍ! ສາມີໃນໂລກນີ້ ເປັນຜູ້ງົດເວັ້ນຈາກກາຣຂ້າສັຕ, ງົດເວັ້ນຈາກກາຣລັກຊັພຍ໌, ງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍ, ງົດເວັ້ນຈາກກາຣເວົ້າຕົວະ, ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ, ເປັນຄົນມີສີລ, ມີກັລຍານະທັມ ມີໃຈປາສະຈາກມັສສະຣິຍະອັນເປັນມົລທິນ ບໍ່ດ່າ ບໍ່ບໍຣິພາສສະມະນະພຣາມ ຢູ່ຄອງເຮືອນ. ສ່ວນພະຣິຍາຂອງເຂົາເປັນຜູ້ຂ້າສັຕ, ລັກຊັພຍ໌, ປະພຶຕຜິດໃນກາມທັງຫລາຍ, ເວົ້າຕົວະ, ເສພສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ, ເປັນຄົນທຸສີລ, ມີທັມອັນເປັນບາບ ມີໃຈອັນມົລທິນຄືມັສສະຣິຍະຄອບງຳ ດ່າແລະບໍຣິພາສສະມະນະພຣາມ ຢູ່ຄອງເຮືອນ. ຄະຫະບໍດີແລະຄະຫະປະຕານີທັງຫລາຍ ຊາຍເທວະດາຢູ່ຮ່ວມກັບຍິງຜີເປັນຢ່າງນີ້ແລ.
ຄະຫະບໍດີແລະຄະຫະປະຕານີທັງຫລາຍ! ກໍຊາຍເທວະດາຢູ່ຮ່ວມກັບຍິງເທວະດາເປັນຢ່າງໃດ?
ຄະຫະບໍດີແລະຄະຫະປະຕານີທັງຫລາຍ! ສາມີໃນໂລກນີ້ ເປັນຜູ້ງົດເວັ້ນຈາກກາຣຂ້າສັຕ, ງົດເວັ້ນຈາກກາຣລັກຊັພຍ໌, ງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍ, ງົດເວັ້ນຈາກກາຣເວົ້າຕົວະ, ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ, ເປັນຄົນມີສີລ, ມີກັລຍານະທັມ ມີໃຈປາສະຈາກມັສສະຣິຍະອັນເປັນມົລທິນ ບໍ່ດ່າ ບໍ່ບໍຣິພາສສະມະນະພຣາມ ຢູ່ຄອງເຮືອນ ແລະພະຣິຍາຂອງເຂົາກໍເປັນຜູ້ງົດເວັ້ນຈາກກາຣຂ້າສັຕ, ງົດເວັ້ນຈາກກາຣລັກຊັພຍ໌, ງົດເວັ້ນຈາກກາຣປະພຶຕຜິດໃນກາມທັງຫລາຍ, ງົດເວັ້ນຈາກກາຣເວົ້າຕົວະ, ງົດເວັ້ນຈາກສຸຣາເມຣັຍແລະສິ່ງມຶນເມົາ ອັນເປັນທີ່ຕັ້ງແຫ່ງຄວາມປະມາທ, ເປັນຄົນມີສີລ, ມີກັລຍານະທັມ ມີໃຈປາສະຈາກມັສສະຣິຍະອັນເປັນມົລທິນ ບໍ່ດ່າ ບໍ່ບໍຣິພາສສະມະນະພຣາມ ຢູ່ຄອງເຮືອນ. ຄະຫະບໍດີແລະຄະຫະປະຕານີທັງຫລາຍ ຊາຍເທວະດາຢູ່ຮ່ວມກັບຍິງເທວະດາເປັນຢ່າງນີ້ແລ.
ຄະຫະບໍດີແລະຄະຫະປະຕານີທັງຫລາຍ! ກາຣຢູ່ຮ່ວມ ໔ ປະກາຣນີ້ແລ.
ພະຣິຍາແລະສາມີທັງສອງເປັນຜູ້ທຸສີລ ເປັນຄົນຂີ້ຖີ່ ມັກດ່າວ່າສະມະນະພຣາມ ຊື່ວ່າຜີມາຢູ່ຮ່ວມກັນ.
ສາມີເປັນຜູ້ທຸສີລ ມີມັສສະຣິຍະ ມັກດ່າວ່າສະມະນະພຣາມ ສ່ວນພະຣິຍາຂອງເຂົາເປັນຜູ້ມີສີລ ຮູ້ຄວາມປະສົງຂອງຜູ້ຂໍ ປາສະຈາກມັສສະຣິຍະ ຊື່ວ່າ ພະຣິຍາເທວະດາຢູ່ຮ່ວມກັບສາມີຜີ.
ສາມີເປັນຜູ້ມີສີລ ຮູ້ຄວາມປະສົງຂອງຜູ້ຂໍ ປາສະຈາກມັສສະຣິຍະ ສ່ວນພະຣິຍາຂອງເຂົາເປັນຜູ້ທຸສີລ ມີມັສສະຣິຍະ ມັກດ່າວ່າສະມະນະພຣາມ ຊື່ວ່າ ຍິງຜີຢູ່ຮ່ວມກັບສາມີເທວະດາ.
ທັງສອງເປັນຜູ້ມີສັທທາ ຮູ້ຄວາມປະສົງຂອງຜູ້ຂໍ ມີຄວາມສັງຣວມ ເປັນຢູ່ໂດຍທັມ ພະຣິຍາແລະສາມີທັງສອງນັ້ນເຈຣະຈາຖ້ອຍຄຳທີ່ໜ້າຮັກແກ່ກັນແລະກັນ ຍ່ອມມີຄວາມຈະເຣີນຮຸ່ງເຮືອງຫລາຍ ມີຄວາມຜາສຸກ ທັງສອງຝ່າຍມີສີລສະເໝີກັນ ຮັກໃຄ່ກັນຫລາຍ ບໍ່ມີໃຈຮ້າຍຕໍ່ກັນ ຄັນປະພຶຕທັມໃນໂລກນີ້ແລ້ວ ເປັນຜູ້ມີສີລແລະວັຕສະເໝີກັນ ຍ່ອມເປັນຜູ້ສເວີຍກາມາຣົມນ໌ ເພີດເພີນບັນເທີງໃຈຢູ່ໃນເທວະໂລກ.
ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໕໖/໕໓
ຄວາມອິ່ມໃນກາຣເສພຂອງ ໓ ຢ່າງບໍ່ມີ
ພິກຂຸທັງຫລາຍ! ຄວາມອິ່ມໃນກາຣເສພຂອງ ໓ ຢ່າງນີ້ບໍ່ມີ, ໓ ຢ່າງເປັນຢ່າງໃດ?
ພິກຂຸທັງຫລາຍ! ຄວາມອິ່ມໃນກາຣເສພຄວາມຫລັບບໍ່ມີ (ສຸປປັສສະ ພິກຂະເວ ປະຕິເສວະນາຍະ ນັຕຖິ ຕິຕຕິ).
ພິກຂຸທັງຫລາຍ! ຄວາມອິ່ມໃນກາຣດື່ມສຸຣາເມຣັຍບໍ່ມີ (ສຸຣາເມຣະຍະປານັສສະ ພິກຂະເວ ປະຕິເສວະນາຍະ ນັຕຖິ ຕິຕຕິ).
ພິກຂຸທັງຫລາຍ! ຄວາມອິ່ມໃນກາຣເສພເມຖຸນທັມບໍ່ມີ (ເມຖຸນທັມມະສະມາປັຕຕິຍາ ພິກຂະເວ ປະຕິເສວະນາຍະ ນັຕຖິ ຕິຕຕິ).
ພິກຂຸທັງຫລາຍ! ຄວາມອິ່ມໃນກາຣເສພຂອງ ໓ ຢ່າງນີ້ແລ ບໍ່ມີ.
ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໒໔໗/໕໔໘
ໂທສໃນປ່າຊ້າ ໕ ປະກາຣ
ພິກຂຸທັງຫລາຍ! ໂທສໃນປ່າຊ້າ ໕ ປະກາຣນີ້; ໕ ປະກາຣເປັນຢ່າງໃດ? ຄື:
ເປັນບ່ອນທີ່ບໍ່ສະອາດ ໑
ມີກິ່ນເໝັນ ໑
ມີພັຍສະເພາະໜ້າ ໑
ເປັນທີ່ຢູ່ຂອງພວກອະມະນຸສຮ້າຍ ໑
ເປັນທີ່ຣຳພັນທຸກຂ໌ຂອງຊົນທັງຫລາຍ ໑
ພິກຂຸທັງຫລາຍ ໂທສໃນປ່າຊ້າ ໕ ປະກາຣນີ້ແລ.








