ຄຳສອນພຸດທະ - ໜ້າຈໍໂຫລດ

ອະບາຍມຸຂ

ໜ້າ/ 66

ຄວາມເສື່ອມເພາະໂຣຄ (ໂຣຄັພຍະສະນັງ),

ຄວາມເສື່ອມສີລ (ສີລັພຍະສະນັງ),

ຄວາມເສື່ອມທິຕຖິ (ທິຕຖິພຍະສະນັງ),

ພິກຂຸທັງຫລາຍ! ສັຕທັງຫລາຍເມື່ອແຕກກາຍຕາຍໄປ ຍ່ອມບໍ່ເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ເພາະເຫຕແຫ່ງຄວາມເສື່ອມຍາຕ ເພາະເຫຕແຫ່ງຄວາມເສື່ອມໂພຄະຊັພຍ໌ ຫລືເພາະເຫຕແຫ່ງຄວາມເສື່ອມເພາະໂຣຄ ແຕ່ສັຕທັງຫລາຍເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ເພາະເຫຕແຫ່ງຄວາມເສື່ອມສີລ ຫລືເພາະເຫຕແຫ່ງຄວາມເສື່ອມທິຕຖິ.

ພິກຂຸທັງຫລາຍ! ຄວາມເສື່ອມ ໕ ປະກາຣນີ້ແລ.

ພິກຂຸທັງຫລາຍ! ຄວາມເຖິງພ້ອມ ໕ ປະກາຣນີ້; ໕ ປະກາຣເປັນຢ່າງໃດ? ຄື:

ຄວາມເຖິງພ້ອມດ້ວຍຍາຕ (ຍາຕິສັມປະທາ),

ຄວາມເຖິງພ້ອມດ້ວຍໂພຄະຊັພຍ໌ (ໂພຄະສັມປະທາ),

ຄວາມເຖິງພ້ອມດ້ວຍຄວາມບໍ່ມີໂຣຄ (ອາໂຣຄຍະສັມປະທາ),

ຄວາມເຖິງພ້ອມດ້ວຍສີລ (ສີລະສັມປະທາ),

ຄວາມເຖິງພ້ອມດ້ວຍທິຕຖິ (ທິຕຖິສັມປະທາ),

ພິກຂຸທັງຫລາຍ! ສັຕທັງຫລາຍເມື່ອແຕກກາຍຕາຍໄປ ຍ່ອມບໍ່ເຂົ້າເຖິງສຸຄະຕິໂລກສວັນ ເພາະເຫຕແຫ່ງຄວາມເຖິງພ້ອມດ້ວຍຍາຕ ເພາະເຫຕແຫ່ງຄວາມເຖິງພ້ອມດ້ວຍໂພຄະຊັພຍ໌ ຫລືເພາະເຫຕແຫ່ງຄວາມເຖິງພ້ອມດ້ວຍຄວາມບໍ່ມີໂຣຄ, ແຕ່ສັຕທັງຫລາຍເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສວັນ ເພາະເຫຕແຫ່ງຄວາມເຖິງພ້ອມດ້ວຍສີລ ຫລືເພາະເຫຕແຫ່ງຄວາມເຖິງພ້ອມດ້ວຍທິຕຖິ.

ພິກຂຸທັງຫລາຍ! ຄວາມເຖິງພ້ອມ ໕ ປະກາຣນີ້ແລ.

ອັງຄຸຕຕະຣະນິກາຍ ປັນຈະກະ-ສັກກະນິບາຕ ໒໒/໑໓໓/໑໓໐

ວິບັຕ ໓ ຢ່າງ

ພິກຂຸທັງຫລາຍ! ວິບັຕ ໓ ຢ່າງນີ້, ໓ ຢ່າງເປັນຢ່າງໃດ? ຄື:

ສີລວິບັຕ,

ຈິຕຕະວິບັຕ,

ທິຕຖິວິບັຕ,

ພິກຂຸທັງຫລາຍ! ກໍສີລວິບັຕເປັນຢ່າງໃດ?

ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ຂ້າສັຕ, ລັກຊັພຍ໌, ປະພຶຕຜິດໃນກາມທັງຫລາຍ, ເວົ້າຕົວະ, ເວົ້າສຽດສີ, ເວົ້າຄຳຫຍາບ, ເວົ້າຄຳທີ່ບໍ່ປະກອບດ້ວຍປະໂຍຊນ໌. ພິກຂຸທັງຫລາຍ ນີ້ຮຽກວ່າ: ສີລວິບັຕ.

ພິກຂຸທັງຫລາຍ! ກໍຈິຕຕະວິບັຕເປັນຢ່າງໃດ?

ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ເປັນຄົນມັກໂລພ, ມີຈິຕພະຍາບາທ. ພິກຂຸທັງຫລາຍ ນີ້ຮຽກວ່າ: ຈິຕຕະວິບັຕ.

ພິກຂຸທັງຫລາຍ! ກໍທິຕຖິວິບັຕເປັນຢ່າງໃດ?

ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ເປັນຜູ້ມີຄວາມເຫັນຜິດ ມີຄວາມເຫັນວິປະຣິຕວ່າ: ທານທີ່ໃຫ້ແລ້ວບໍ່ມີ(ນັຕຖິ ທິນນັງ), ກາຣບູຊາແລ້ວບໍ່ມີ(ນັຕຖິ ຍິຕຖັງ), ກາຣບວງສວງແລ້ວບໍ່ມີ(ນັຕຖິ ຫຸຕັງ), ຜົລວິບາກຂອງກັມທີ່ກະທຳດີກະທຳຊົ່ວແລ້ວບໍ່ມີ(ນັຕຖິ ສຸກະຕະທຸກກະຕານັງ ກັມມານັງ ຜະລັງ ວິປາໂກ), ໂລກນີ້ບໍ່ມີ(ນັຕຖິ ອະຍັງ ໂລໂກ), ໂລກໜ້າບໍ່ມີ(ນັຕຖິ ປະຣະ ໂລໂກ), ມາຣດາບໍ່ມີ(ນັຕຖິ ມາຕາ), ບິດາບໍ່ມີ(ນັຕຖິ ປິຕາ), ໂອປປາຕິກະສັຕບໍ່ມີ(ນັຕຖິ ສັຕຕາ ໂອປປາຕິກາ), ສະມະນະພຣາມທັງຫລາຍຜູ້ດຳເນີນຊອບ ປະຕິບັຕຊອບ ກະທຳໃຫ້ແຈ້ງເຊິ່ງໂລກນີ້ແລະໂລກໜ້າດ້ວຍປັນຍາອັນຍິ່ງເອງແລ້ວ ສອນຜູ້ອື່ນໃຫ້ຮູ້ແຈ້ງຕາມດັ່ງນີ້, ບໍ່ມີ(ນັຕຖິ ໂລໂກ ສະມະນະພຣາມມະນາ ສັມມັຄຄະຕາ ສັມມາປະຕິປັນນາ ເຍ ອິມັນຈະ ໂລກັງ ປະຣັນຈະ ໂລກັງ ສະຍັງ ອະພິນຍາ ສັຈສິກັຕ໌ວາ ປະເວເທນະຕີຕິ). ພິກຂຸທັງຫລາຍ ນີ້ຮຽກວ່າ: ທິຕຖິວິບັຕ.

ພິກຂຸທັງຫລາຍ! ເພາະສີລວິບັຕເປັນເຫຕ ສັຕທັງຫລາຍເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ຫລືວ່າເພາະຈິຕຕະວິບັຕເປັນເຫຕ ສັຕທັງຫລາຍເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ຫລືວ່າເພາະທິຕຖິວິບັຕເປັນເຫຕ ສັຕທັງຫລາຍເມື່ອແຕກກາຍຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ.

ພິກຂຸທັງຫລາຍ! ວິບັຕ ໓ ຢ່າງນີ້ແລ.

ພິກຂຸທັງຫລາຍ! ສັມປະທາ ໓ ຢ່າງນີ້, ໓ ຢ່າງເປັນຢ່າງໃດ? ຄື:

ສີລສັມປະທາ,

ຈິຕຕະສັມປະທາ,

ທິຕຖິສັມປະທາ,

ພິກຂຸທັງຫລາຍ! ກໍສີລສັມປະທາເປັນຢ່າງໃດ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ