ສາທະຍາຍ
ໜ້າ/ 54
ທ່ານທັງຫຼາຍ ທັມຊື່ອະທິກະຣະນະສະມະຖະ 7 ເຫຼົ່ານີ້ແລ ຍ່ອມມາສູ່ອຸທເທສ.
ເພື່ອຄວາມສະຫງົບ ເພື່ອຄວາມຣະງັບ ຊຶ່ງອະທິກອນທັງຫຼາຍ ທີ່ເກີດຂຶ້ນແລ້ວ ແລະ ທີ່ເກີດຂຶ້ນແລ້ວ.
1. ສັມມຸຂາວິນະໂຍ ທາຕັພໂພ, ຄວນໃຫ້ຣະບຽບອັນຈະຕ້ອງທໍາໃຫ້ເຖິງພ້ອມໜ້າ.
2. ສະຕິວິນະໂຍ ທາຕັພໂພ, ຄວນໃຫ້ຣະບຽບຍົກເອົາສະຕິຂຶ້ນເປັນຫຼັກ.
3. ອະມູລ໌ຫະວິນະໂຍ ທາຕັພໂພ, ຄວນໃຫ້ຣະບຽບທີ່ໃຫ້ແກ່ພິກຂຸຜູ້ຫາຍເປັນບ້າແລ້ວ.
4. ປະຕິນຍາຕະກະຣະນັງ, (ຄວນໃຫ້) ທໍາຕາມຮັບ.
5. ເຍພຸຍຍະສິກາ, (ຄວນໃຫ້) ຕັດສິນເອົາຕາມຄໍາຂອງຄົນຈໍານວນຫຼາຍເປັນປະມານ.
6. ຕັສສະ ປາປິຍະສິກາ, (ຄວນໃຫ້) ກິຣິຍາທີ່ລົງໂທດແກ່ຜູ້ຜິດ.
7. ຕິນະວັຕຖາຣະໂກຕິ, (ຄວນໃຫ້) ຣະບຽບດັ່ງປົກໄວ້ດ້ວຍຫຍ້າ.
ທ່ານທັງຫຼາຍ ທັມຊື່ອະທິກະຣະນະສະມະຖະ 7 ອັນຂ້າພະເຈົ້າສະແດງຂຶ້ນແລ້ວແລ.
ຂະນ້ອຍຖາມທ່ານທັງຫຼາຍໃນເລື່ອງນັ້ນ ທ່ານທັງຫຼາຍເປັນຜູ້ບໍຣິສຸທແລ້ວບໍ?
ຂະນ້ອຍຖາມແມ່ນເທື່ອທີ 2 ທ່ານທັງຫຼາຍເປັນຜູ້ບໍຣິສຸທແລ້ວບໍ?
ຂະນ້ອຍຖາມແມ່ນເທື່ອທີ 3 ທ່ານທັງຫຼາຍເປັນຜູ້ບໍຣິສຸທແລ້ວບໍ?
ທ່ານທັງຫຼາຍເປັນຜູ້ບໍຣິສຸທແລ້ວໃນເລື່ອງນັ້ນ ເພາະສະນັ້ນຈຶ່ງນິ່ງ, ຂ້າພະເຈົ້າຊົງຄວາມນີ້ໄວ້ດ້ວຍຢ່າງນີ້.
ອະທິກະຣະນະສະມະຖະ 7 ຈົບ.
ທ່ານທັງຫຼາຍ ຄໍານິທານ ຂ້າພະເຈົ້າສະແດງຂຶ້ນແລ້ວແລ.
ທັມທັງຫຼາຍຊື່ປາຣາຊິກ 4 ຂ້າພະເຈົ້າສະແດງຂຶ້ນແລ້ວ.
ທັມທັງຫຼາຍຊື່ສັງຄາທິເສສ 13 ຂ້າພະເຈົ້າສະແດງຂຶ້ນແລ້ວ.
ທັມທັງຫຼາຍຊື່ນິສສັຄຄິຍະປາຈິຕຕີຍ໌ 30 ຂ້າພະເຈົ້າສະແດງຂຶ້ນແລ້ວ.
ທັມທັງຫຼາຍຊື່ປາຈິຕຕີຍ໌ 92 ຂ້າພະເຈົ້າສະແດງຂຶ້ນແລ້ວ.
ທັມທັງຫຼາຍຊື່ປາຕິເທສະນີຍະ 4 ຂ້າພະເຈົ້າສະແດງຂຶ້ນແລ້ວ.
ທັມທັງຫຼາຍຊື່ອະທິກະຣະນະສະມະຖະ 7 ຂ້າພະເຈົ້າສະແດງຂຶ້ນແລ້ວ.
ຄໍາເຫຼົ່ານີ້ ຂອງພຣະຜູ້ມີພຣະພາຄເຈົ້ານັ້ນ ນັບເນື່ອງໃນສູຕຣແລ້ວ ມາໃນສູຕຣແລ້ວ ຍ່ອມມາສູ່ອຸທເທສທຸກໆ ເຄິ່ງເດືອນ.
ອັນພິກຂຸທັງຫຼາຍທັງປວງນັ້ນແລ ຄວນເປັນຜູ້ພ້ອມພຽງກັນ ເປັນຜູ້ຊື່ນຊົມດ້ວຍດີຢູ່ ເປັນຜູ້ບໍ່ວິວາທຢູ່ ສຶກສາໃນພຣະປາຕິໂມກຂ໌ນັ້ນ, ດັ່ງນີ້.
ພິກຂຸປາຕິໂມກຂ໌ ຈົບ.








