ຄຳສອນພຸດທະ - ໜ້າຈໍໂຫລດ

ສາທະຍາຍ

ໜ້າ/ 54

13. ອັນໜຶ່ງ, ພິກຂຸເຂົ້າໄປອາສັຍບ້ານກໍດີ, ອາສັຍນິຄົມກໍດີ, ໃນທີ່ແຫ່ງໃດແຫ່ງໜຶ່ງເປັນຜູ້ປະທຸສຮ້າຍຕະກຸລ, ປະຈົບປະແຈງ ຕະກຸລ, ມີຄວາມປະພຶດຊົ່ວຊາມ, ຄວາມປະພຶດຂອງທ່ານມີຜູ້ເຫັນດ້ວຍ, ມີຜູ້ໄດ້ຍິນດ້ວຍ. ພິກຂຸນັ້ນ ອັນພິກຂຸທັງຫຼາຍ ກ່າວຢູ່ຢ່າງນີ້ວ່າ ທ່ານເປັນຜູ້ປະທຸສຮ້າຍຕະກຸລ, ປະພຶດຊົ່ວຊາມ, ຄວາມປະພຶດຂອງທ່ານ ເຂົາໄດ້ເຫັນດ້ວຍ, ເຂົາໄດ້ຍິນດ້ວຍ. ອັນຕະກຸລທັງຫຼາຍ ທີ່ທ່ານປະທຸສຮ້າຍແລ້ວ ເຂົາໄດ້ເຫັນດ້ວຍ, ເຂົາໄດ້ຍິນດ້ວຍ. ທ່ານຈົ່ງຫຼີກໄປເສຍຈາກອາວາສນີ້, ຈົ່ງກ່າວກັບພິກຂຸເຫຼົ່ານັ້ນຢ່າງນີ້ວ່າ ພວກພິກຂຸທີ່ມີຄວາມພໍໃຈດ້ວຍ, ມີຊຶ່ງຄວາມຂັດເຄືອງດ້ວຍ, ມີຄວາມຫຼົງດ້ວຍ, ມີຄວາມຢ້ານກົວດ້ວຍ ຍ່ອມຂັບໄລ່ພິກຂຸບາງຮູບ ແລະ ບໍ່ຂັບໄລ່ບາງຮູບ ເພາະອາບັຕດຽວກັນ. ພິກຂຸນັ້ນ ອັນພິກຂຸທັງຫຼາຍ ຈົ່ງກ່າວຢ່າງນີ້ວ່າ ທ່ານຢ່າໄດ້ກ່າວຢ່າງນັ້ນ. ພິກຂຸທັງຫຼາຍບໍ່ມີຄວາມພໍໃຈ, ບໍ່ມີຄວາມຂັດເຄືອງ, ບໍ່ມີຄວາມຫຼົງ. ທ່ານເອງແລ ເປັນຜູ້ປະທຸສຮ້າຍຕະກຸລ, ມີຄວາມປະພຶດຊົ່ວຊາມ. ຄວາມປະພຶດຂອງທ່ານ ເຂົາເຫັນຢູ່ດ້ວຍ, ເຂົາໄດ້ຍິນຢູ່ດ້ວຍ ທ່ານຈົ່ງຫຼີກໜີໄປຈາກອາວາສນີ້ ທ່ານຢ່າຢູ່ໃນອາວາສນີ້ ແລະ ພິກຂຸນັ້ນ ອັນພິກຂຸທັງຫຼາຍ ກ່າວຢູ່ຢ່າງນີ້ຍັງຂືນຍົກຍ້ອງຢູ່. ພິກຂຸນັ້ນ ອັນພິກຂຸທັງຫຼາຍ ຈົ່ງສູດສະມະນຸພາສ ກວ່າຈະຈົບລົງ 3 ຫົນ ເພື່ອໃຫ້ສະຫຼະກັມນັ້ນ. ຫາກທ່ານຖືກສູດກໍາລັງຈົບ 3 ຫົນ ສະຫຼະກັມນັ້ນໄດ້ເສຍ ເປັນການດີ, ຖ້າທ່ານສະຫຼະບໍ່ໄດ້ ເປັນສັງຄາທິເສສ.

ທ່ານທັງຫຼາຍ ທັມຊື່ສັງຄາທິເສສ 13 ເປັນປະຖະມາປັຕຕິກະ (ຕ້ອງອາບັຕທັນທີເມື່ອທໍາ) 9, ເປັນຍາວະຕະຕິຍະກະ (ໃຫ້ຕ້ອງອາບັຕ ຕໍ່ເມື່ອສົງສູດປະກາດຫ້າມຄົບ 3 ເທື່ອ) ພິກຂຸຕ້ອງທັມເຫຼົ່າໃດ ອັນໃດອັນໜຶ່ງແລ້ວ ຮູ້ຢູ່ ປົກປິດໄວ້ສິ້ນວັນພຽງເທົ່າໃດ ພິກຂຸນັ້ນ ເຖິງຈະບໍ່ປາຖະໜາ ກໍຕ້ອງຢູ່ຈຳປະຣິວາສ ສິ້ນວັນເທົ່າທີ່ປົກປິດໄວ້ນັ້ນ, ພິກຂຸຢູ່ປະຣິວາສຄົບຕາມວັນທີ່ປິດແລ້ວ ຈົ່ງປະຕິບັດເພື່ອພິກຂຸມານັຕເກີນຂຶ້ນໄປ 6 ຣາຕີ ພິກຂຸໄດ້ປະພຶດມານັຕ 6 ຣາຕີແລ້ວ ໝູ່ພິກຂຸຄະນະ 20 ຈະຕ້ອງມີໃນສີມາໃດ ພິກຂຸນັ້ນ ສົງຄ໌ຈົ່ງອັພພານທ່ານໃນສີມານັ້ນ ຖ້າພິກຂຸສົງຄ໌ຄະນະ 20 ຫຼຸດດ້ວຍພິກຂຸແມ່ນແຕ່ອົງໜຶ່ງບໍ່ຄົບ 20 ຫາກອັພພານພິກຂຸນັ້ນແລ້ວ ພິກຂຸນັ້ນກໍເປັນອັນບໍ່ໄດ້ອັພພານ.

ພິກຂຸທັງຫຼາຍທີ່ເປັນການກັບສົງຄ໌ ຄວນຖືກຕິຕຽນ ນີ້ເປັນສາມີຈິກັມໃນເລື່ອງນັ້ນ.

ຂະນ້ອຍຖາມທ່ານທັງຫຼາຍໃນເລື່ອງນັ້ນ ທ່ານທັງຫຼາຍເປັນຜູ້ບໍຣິສຸທແລ້ວບໍ?

ຂະນ້ອຍຖາມແມ່ນເທື່ອທີ 2 ທ່ານທັງຫຼາຍເປັນຜູ້ບໍຣິສຸທແລ້ວບໍ ?

ຂະນ້ອຍຖາມແມ່ນເທື່ອທີ 3 ທ່ານທັງຫຼາຍເປັນຜູ້ບໍຣິສຸທແລ້ວບໍ ?

ທ່ານທັງຫຼາຍເປັນຜູ້ບໍຣິສຸທແລ້ວ ໃນເລື່ອງນັ້ນ ເພາະສະນັ້ນ ຈຶ່ງເປັນຜູ້ນິ້ງ ຂ້ານ້ອຍຊົງຖືເອົາຄວາມນິ້ງ ຂອງທ່ານວ່າເປັນຜູ້ບໍລິສຸດແລ້ວ ນີ້ໄວ້ຢ່າງນີ້.

ສັງຄາທິເສສຸທເທສ ຈົບ.

ນິສສັຄຄິຍະປາຈິຕຕີຍ໌ 30

ທ່ານທັງຫຼາຍ ທັມຊື່ ນິສສັຄຄິຍະປາຈິຕຕີຍ໌ 30 ສິກຂາບົທ ເຫຼົ່ານີ້ແລ ຍ່ອມມາສູ່ອຸທເທສ.

1. ຈີວອນ ສໍາເຣັຈແລ້ວ, ກະຖິນ ອັນພິກຂຸ ເດາະເສຍແລ້ວ, ຄວນຊົງອະຕິເຣກຈີວອນໄວ້ໄດ້ 10 ວັນເປັນຢ່າງຍິ່ງ, ພິກຂຸຊົງໄວ້ຊຶ່ງອະຕິເຣກຈີວອນ ລ່ວງເກີນກໍານົດນັ້ນໄປ ເປັນນິສສັຄຄີປາຈິຕຕີຍ໌.

2. ຈີວອນ ຂອງພິກຂຸ ສໍາເຣັຈແລ້ວ ກະຖິນອັນພິກຂຸເດາະເສຍແລ້ວ, ຖ້າພິກຂຸຢູ່ປາສະຈາກໄຕຣຈີວອນ ແມ່ນແຕ່ສິ້ນຣາຕີດຽວ. ເວັ້ນເສຍແຕ່ພິກຂຸໄດ້ຮັບສົມມຸຕ ເປັນນິສສັຄຄີຍ໌ ປາຈິຕຕີຍ໌.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ