ຄຳສອນພຸດທະ - ໜ້າຈໍໂຫລດ

ສາທະຍາຍ

ໜ້າ/ 54

ບຸພພະກິຈອັນໃດໆ ຂອງສົງຄ໌ກໍເຮັດແລ້ວແລ້ວ. ທ່ານທັງຫຼາຍຈົ່ງບອກຄວາມບໍຣິສຸທ, ຂ້ານ້ອຍຈະສະແດງເຊິ່ງປາຕິໂມກຂ໌, ພວກເຮົາບັນດາທີ່ມີຢູ່ທັງໝົດຈົ່ງຟັງຈົ່ງໃສ່ໃຈເຊິ່ງປາຕິໂມກຂ໌ນັ້ນ ໃຫ້ໄດ້ປະໂຫຍດ. ຜູ້ໃດຫາກມີອາບັຕຜູ້ນັ້ນກໍຈົ່ງເປີດເຜີຍເສຍ, ເມື່ອອາບັຕບໍ່ມີ ກໍຄວນນິ່ງຢູ່. ກໍເພາະຄວາມເປັນຜູ້ນິ່ງແລ, ຂ້ານ້ອຍຈະຮູ້ທ່ານທັງຫຼາຍວ່າເປັນຜູ້ບໍຣິສຸທ, ກໍ່ການສູດປະກາດໃຫ້ໄດ້ຍິນມີກໍານົດ 3 ຄັ້ງ ໃນບໍຣິສັທເຫັນປານນີ້, ຢ່າງນີ້ເປັນດັ່ງຖືກຖາມຕອບສະເພາະອົງຄ໌ໆ, ກໍ່ພິກຂຸໃດເມື່ອສູດປະກາດຈົບຄັ້ງທີ 3 ຣະລຶກ (ອາບັຕ) ໄດ້ຢູ່, ບໍ່ເປີດເຜີຍອາບັຕເຊິ່ງມີຢູ່ສັມປະຊານະມຸສາວາທທຸກກົຕຍ່ອມມີແກ່ທ່ານນັ້ນ. ທ່ານທັງຫຼາຍກໍສັມປະຊານະມຸສາວາທແລ. ພຣະຜູ້ມີພຣະພາຄເຈົ້າຕຣັສວ່າ, ເປັນທັມທໍາອັນຕະລາຍ ເພາະສະນັ້ນ ເມື່ອພິກຂຸຕ້ອງອາບັຕແລ້ວຣະລຶກໄດ້ ຫວັງຄວາມບໍຣິສຸທ, ຈົ່ງເປີດເຜີຍອາບັຕເຊິ່ງມີຢູ່ . ເພາະເປີດເຜີຍອາບັຕແລ້ວ ຄວາມສະບາຍຍ່ອມມີແກ່ທ່ານ.

ຂໍ້ຄວາມເບື້ອງຕົ້ນ ຈົບ.

ທັມ ຊື່ ປາຣາຊິກ 4 ເຫຼົ່ານີ້ ຍ່ອມມາສູ່ອຸທເທສ ໃນປາຕິໂມກຂ໌ນັ້ນ.

1. ອັນໜຶ່ງ, ພິກຂຸໃດເຖິງພ້ອມດ້ວຍສິກຂາ ແລະ ທັມນຽມລ້ຽງຊີບຮ່ວມກັນຂອງພິກຂຸທັງຫຼາຍແລ້ວ. ບໍ່ກ່າວຄືນສິກຂາ ບໍ່ໄດ້ເຮັດໃຫ້ແຈ້ງຄວາມເປັນຜູ້ຖອຍກໍາລັງ, ເມື່ອເສບເມຖຸນທັມໂດຍທີ່ສຸດແມ່ນໃນດິຣັຈສານຕົວເມຍ, ພິກຂຸນີ້ເປັນປາຣາຊິກ ຫາສັງວາສບໍ່ໄດ້.

(ຄືບໍ່ມີຄວາມຊອບທັມທີ່ຈະຢູ່ຮ່ວມກັບພິກຂຸອື່ນ).

2. ອັນໜຶ່ງ, ພິກຂຸໃດຖືເອົາຊັບອັນເຈົ້າຂອງບໍ່ໄດ້ໃຫ້ ເປັນສ່ວນໂຈຣະກັມ. ຈາກບ້ານກໍດີ ຈາກປ່າກໍດີ, ພຣະຣາຊາຈັບໂຈນໄດ້ແລ້ວ ຂ້າເສຍແດ່ ຈັບຂັງໄວ້ແດ່ ເນຣະເທສເສຍແດ່. ດ້ວຍປັບໂທດວ່າ ເຈົ້າເປັນໂຈນ ເຈົ້າເປັນຄົນພາລ ເຈົ້າເປັນຄົນຫຼົງ ເຈົ້າເປັນຄົນຂະໂມຍ ດັ່ງນີ້. ເພາະຖືເອົາຊັບ ອັນເຈົ້າຂອງບໍ່ໄດ້ໃຫ້ເຫັນປານໃດ ພິກຂຸຖືເອົາຊັບອັນເຈົ້າຂອງບໍ່ໄດ້ໃຫ້ເຫັນປານນັ້ນ, ແມ່ນພິກຂຸນີ້ ກໍເປັນປາຣາຊິກ ຫາສັງວາສບໍ່ໄດ້.

3. ອັນໜຶ່ງ, ພິກຂຸໃດແກ້ງພາຄກາຍມະນຸສຈາກຊີວິຕ ຫຼື ສະແຫວງຫາອາວຸຈ ອັນຈະຂ້າຊີວິຕເສຍ ໃຫ້ແກ່ກາຍມະນຸສນັ້ນ. ຫຼື ພັນຣະນາຄຸນແຫ່ງຄວາມຕາຍ ຫຼື ຊັກຊວນເພື່ອການຕາຍ ດ້ວຍຄໍາວ່າ. “ແນະທ່ານຜູ້ເປັນຊາຍ ມີປະໂຫຍດອັນໃດແກ່ທ່ານດ້ວຍຊີວີຕອັນ ຊົ່ວນີ້. ທ່ານຕາຍເສຍດີກວ່າເປັນຢູ່” ດັ່ງນີ້, ທ່ານມີຈິຕໃຈ ມີຈິຕດໍາຣິ (ຄິດ) ຢ່າງນີ້. ພັນຣະນາຄຸນແຫ່ງຄວາມຕາຍກໍດີ ຊັກຊວນເພື່ອການຕາຍກໍດີ ໂດຍຫຼາຍນັຍ, ແມ່ນພິກຂຸນີ້ ກໍເປັນປາຣາຊິກ ຫາສັງວາສບໍ່ໄດ້.

4. ອັນໜຶ່ງ, ພິກຂຸໃດບໍ່ຮູ້ສະເພາະ (ບໍ່ຮູ້ຈິງ) ກ່າວອວດອຸຕຕະຣິມະນຸສສະທັມ . ອັນເປັນຄວາມເຫັນຢ່າງປະເສີດ ແບບສາມາດນ້ອມເຂົ້າໃນຕົວວ່າ. ຂ້າພະເຈົ້າຮູ້ຢ່າງນີ້ ຂ້າພະເຈົ້າເຫັນຢ່າງນີ້ . ຄັນເມື່ອສະມັຍອື່ນ ແຕ່ນັ້ນ ອັນຜູ້ໃດຜູ້ໜຶ່ງ ຖືເອົາຕາມກໍຕາມ ບໍ່ຖືເອົາຕາມກໍ່ຕາມ. ເປັນອັນວ່າຕ້ອງອາບັຕແລ້ວ ຫວັງຄວາມໝົດຈົດ (ພົ້ນໂທດ) ຈະຕ້ອງກ່າວຢ່າງນີ້ວ່າ. ແນະທ່ານ ຂ້າພະເຈົ້າບໍ່ຮູ້ ໄດ້ກ່າວວ່າຮູ້ ບໍ່ເຫັນ ໄດ້ກ່າວວ່າເຫັນ ໄດ້ເວົ້າໂລເລເປັນຂີ້ຕົວະຊື່ໆ. ເວັ້ນໄວ້ແຕ່ຫຼົງຄິດວ່າໄດ້ບັນລຸ ແມ່ນພິກຂຸນີ້ ກໍເປັນປາຣາຊິກ ຫາສັງວາສບໍ່ໄດ້.

ທ່ານທັງຫຼາຍ ທັມ ຊື່ປາຣາຊິກ 4. ອັນຂ້າພະເຈົ້າໄດ້ສະແດງຂຶ້ນແລ້ວແລ. ພິກຂຸຕ້ອງອາບັຕເຫຼົ່າໃດ ອັນໃດອັນໜຶ່ງແລ້ວ. ຍ່ອມບໍ່ໄດ້ສັງວາສກັບດ້ວຍພິກຂຸທັງຫຼາຍ ເໝືອນຢ່າງແຕ່ກ່ອນ, ເປັນປາຣາຊິກ ຫາສັງວາສບໍ່ໄດ້.

ຂະນ້ອຍຖາມທ່ານທັງຫຼາຍ ໃນຂໍ້ເຫຼົ່ານັ້ນ ທ່ານທັງຫຼາຍເປັນຜູ້ບໍຣິສຸທແລ້ວບໍ?

ຂະນ້ອຍຖາມແມ່ນເທື່ອທີ 2 ທ່ານທັງຫຼາຍເປັນຜູ້ບໍຣິສຸທແລ້ວບໍ?

ຂະນ້ອຍຖາມແມ່ນເທື່ອທີ 3 ທ່ານທັງຫຼາຍເປັນຜູ້ບໍຣິສຸທແລ້ວບໍ?

ທ່ານທັງຫຼາຍເປັນຜູ້ບໍຣິສຸທໃນຂໍ້ເຫຼົ່ານີ້ແລ້ວ ເຫຕນັ້ນ ຈຶ່ງເປັນຜູ້ນິ້ງຂະນ້ອຍຊົງຄວາມນີ້ໄວ້ດ້ວຍຢ່າງນີ້.

ປາຣາຊິກຸທເທສ ຈົບ.

ສັງຄາທິເສສ 13

ທ່ານທັງຫຼາຍ ທັມ ຊື່ສັງຄາທິເສສ 13 ເຫຼົ່ານີ້ແລ ຍ່ອມມາສູ່ອຸທເທສ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ