ສາທະຍາຍ
ໜ້າ/ 54
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາຄົມ [ຕິກຂະະປັນຍະຕາຢະ]
ຍ່ອມເປັນໄປເພື່ອຄວາມເປັນຜູ້ມີປັນຍາເຈາະແທງກິເລສ [ນິພເພດິກະປັນຍະຕາຢະ]
ທັມຂໍ້ນຶ່ງ ຄື ອັນໃດ ຄື ກາຢະຄະຕາສະຕິ.
ພິກຂຸທັງຫຼາຍ !
ຊົນເຫຼົ່າໃດ ບໍ່ບໍຣິໂພກກາຢະຄະຕາສະຕິ ຊົນເຫຼົ່ານັ້ນຊື່ວ່າ ຍ່ອມບໍ່ບໍຣິໂພກອະມະຕະ.
ຊົນເຫຼົ່າໃດ ບໍຣິໂພກກາຢະຄະຕາສະຕິ ຊົນເຫຼົ່ານັ້ນຊື່ວ່າ ຍ່ອມບໍຣິໂພກອະມະຕະ.
ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍ່ບໍຣິໂພກແລ້ວ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນບໍ່ບໍຣິໂພກແລ້ວ.
ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍຣິໂພກແລ້ວ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນບໍຣິໂພກແລ້ວ.
ກາຢະຄະຕາສະຕິ ອັນຊົນເຫຼົ່າໃດເສື່ອມແລ້ວ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນເສື່ອມແລ້ວ.
ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍ່ເສື່ອມແລ້ວ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນບໍ່ເສື່ອມແລ້ວ.
ກາຢະຄະຕາສະຕິ ອັນຊົນເຫຼົ່າໃດເບື່ອແລ້ວ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນເບື່ອແລ້ວ.
ກາຢະຄະຕາສະຕິ ອັນຊົນເຫຼົ່າໃດພໍໃຈແລ້ວ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນພໍໃຈແລ້ວ.
ຊົນເຫຼົ່າໃດ ປະມາດກາຢະຄະຕາສະຕິ ຊົນເຫຼົ່ານັ້ນຊື່ວ່າ ປະມາດອະມະຕະ.
ຊົນເຫຼົ່າໃດ ບໍ່ປະມາດກາຢະຄະຕາສະຕິ ຊົນເຫຼົ່ານັ້ນຊື່ວ່າ ບໍ່ປະມາດອະມະຕະ.
ກາຢະຄະຕາສະຕິ ອັນຊົນເຫຼົ່າໃດຫຼົງລືມ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນຫຼົງລືມ.
ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍ່ຫຼົງລືມ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນບໍ່ຫຼົງລືມ.
ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍ່ສຸມເສບແລ້ວ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນບໍ່ສຸມເສບແລ້ວ.
ກາຢະຄະຕາສະຕິ ອັນຊົນເຫຼົ່າໃດສຸມເສບແລ້ວ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນສຸມເສບແລ້ວ.
ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍ່ຈະເລີນແລ້ວ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນບໍ່ຈະເລີນແລ້ວ.
ກາຢະຄະຕາສະຕິ ອັນຊົນເຫຼົ່າໃດຈະເລີນແລ້ວ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນຈະເລີນແລ້ວ.
ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍ່ເຮັດໃຫ້ຫຼາຍແລ້ວ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນບໍ່ເຮັດໃຫ້ຫຼາຍແລ້ວ.
ກາຢະຄະຕາສະຕິ ອັນຊົນເຫຼົ່າໃດເຮັດໃຫ້ຫຼາຍແລ້ວ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນເຮັດໃຫ້ຫຼາຍແລ້ວ.
ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍ່ຮູ້ດ້ວຍປັນຍາອັນຍິ່ງ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນບໍ່ຮູ້ດ້ວຍປັນຍາອັນຍິ່ງ.
ກາຢະຄະຕາສະຕິ ອັນຊົນເຫຼົ່າໃດຮູ້ດ້ວຍປັນຍາອັນຍິ່ງ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນຮູ້ດ້ວຍປັນຍາອັນຍິ່ງ.
ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍ່ກຳນົດຮູ້ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນບໍ່ກຳນົດຮູ້.
ກາຢະຄະຕາສະຕິ ອັນຊົນເຫຼົ່າໃດກຳນົດຮູ້ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນກຳນົດຮູ້.
ກາຢະຄະຕາສະຕິ ອັນຊົນເຫຼົ່າໃດບໍ່ເຮັດໃຫ້ແຈ້ງ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນບໍ່ເຮັດໃຫ້ແຈ້ງ.
ກາຢະຄະຕາສະຕິ ອັນຊົນເຫຼົ່າໃດເຮັດໃຫ້ແຈ້ງ ອະມະຕະຊື່ວ່າອັນຊົນເຫຼົ່ານັ້ນເຮັດໃຫ້ແຈ້ງ ດັ່ງນີ້.
20.ຈຸລະສີລ
ພຣະໄຕຣປິດົກ ສະບັບຫຼວງ 9.59.103
ດູຣາມະຫາບໍພິຕ ! ແນວໃດ ພິກຂຸຈຶ່ງຊື່ວ່າ ເປັນຜູ້ເຖິງພ້ອມດ້ວຍສີລ.
ພິກຂຸໃນທັມວິນັຍນີ້ ລະການຂ້າສັຕ ເວັ້ນຂາດຈາກການຂ້າສັຕ ວ່າງທ່ອນໄມ້ ວ່າງສາຕຣາມີຄວາມລະອາຍ ມີຄວາມເອັນດູ ມີຄວາມກາລຸນາ ຫວັງປະໂຫຍດແກ່ສັຕທັງປວງຢູ່ ຂໍ້ນີ້ເປັນສີລຂອງເຈົ້າປະການນຶ່ງ.
ເຈົ້າລະການລັກຊັພ ເວັ້ນຂາດຈາການລັກຊັພ ຮັບແຕ່ຂອງທີ່ເຂົາໃຫ້ ຕ້ອງການແຕ່ຂອງທີ່ເຂົາໃຫ້ ບໍ່ປະພຶຕຕົນເປັນຄົນຂີ້ລັກຂະໂມຍ ເປັນຜູ້ສະອາດຢູ່ ແມ່ນຂໍ້ນີ້ເປັນສີລຂອງເຈົ້າປະການນຶ່ງ.
ເຈົ້າລະກັມທີ່ເປັນຂ້າເສິກແກ່ພຣົມມະຈັນ ປະພຶດພຣົມມະຈັນ ປະພຶດຫ່າງໄກ ເວັ້ນຂາດຈາກເມຖຸນທັມອັນເປັນກິດຂອງຊາວບ້ານ ແມ່ນຂໍ້ນີ້ເປັນສີລຂອງເຈົ້າປະການນຶ່ງ.
ເຈົ້າລະການເວົ້າຕົວະ ເວັ້ນຂາດຈາກການເວົ້າຕົວະ ເວົ້າແຕ່ຄວາມຈິງ ຮັກສາຄຳສັຈ ຄຳເວົ້າມີຫຼັກຖານ ຄວນເຊື່ອຖືໄດ້ ບໍ່ເວົ້າລວງໂລກ ແມ່ນຂໍ້ນີ້ເປັນສີລຂອງເຈົ້າປະການນຶ່ງ.








