ສາທະຍາຍ
ໜ້າ/ 54
ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ເຮັດຈິຕຕະສັງຂາຣໃຫ້ລະງັບ ຫາຍໃຈເຂົ້າ”
ວ່າ “ເປັນຜູ້ເຮັດຈິຕຕະສັງຂາຣໃຫ້ລະງັບ ຫາຍໃຈອອກ”
ພິກຂຸທັງຫຼາຍ ! ສະໄໝນັ້ນ ພິກຂຸນັ້ນຊື່ວ່າ, ເປັນຜູ້ເຫັນເວທະນາໃນເວທະນາຢູ່ເປັນປະຈຳ, ມີຄວາມພຽນເຜົາກະເລສ ມີສັມປະຊັນຍະ ມີສະຕິ, ນຳອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້.
ພິກຂຸທັງຫຼາຍ ! ເຮົາຍ່ອມກ່າວ ການເຮັດໃນໃຈເປັນຢ່າງດີຕໍ່ລົມຫາຍໃຈເຂົ້າ ແລະ ລົມຫາຍໃຈອອກທັງຫຼາຍ, ວ່າເປັນເວທະນາອັນນຶ່ງໆ ໃນເວທະນາທັງຫຼາຍ.
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ພິກຂຸນັ້ນຊື່ວ່າ, ເປັນຜູ້ເຫັນເວທະນາໃນເວທະນາຢູ່ເປັນປະຈຳ, ມີຄວາມພຽນເຜົາກະເລສ ມີສັມປະຊັນຍະ ມີສະຕິ, ນຳອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້ ໃນສະໄໝນັ້ນ.
[ໝວດຈິຕຕານຸປັດສະນາ]
ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸ
ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕ ຫາຍໃຈເຂົ້າ”
ວ່າ “ເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິຕ ຫາຍໃຈອອກ”
ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ເຮັດຈິຕໃຫ້ປາໂມດຍິ່ງ ຫາຍໃຈເຂົ້າ”
ວ່າ “ເປັນຜູ້ເຮັດຈິຕໃຫ້ປາໂມດຍິ່ງ ຫາຍໃຈອອກ”
ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ເຮັດຈິຕໃຫ້ຕັ້ງໝັ້ນ ຫາຍໃຈເຂົ້າ”
ວ່າ “ເປັນຜູ້ເຮັດຈິຕໃຫ້ຕັ້ງໝັ້ນ ຫາຍໃຈອອກ”
ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ເຮັດຈິຕໃຫ້ປ່ອຍຢູ່ ຫາຍໃຈເຂົ້າ”
ວ່າ “ເປັນຜູ້ເຮັດຈິຕໃຫ້ປ່ອຍຢູ່ ຫາຍໃຈອອກ”
ພິກຂຸທັງຫຼາຍ ! ສະໄໝນັ້ນ ພິກຂຸນັ້ນຊື່ວ່າ, ເປັນຜູ້ເຫັນຈິຕໃນຈິຕຢູ່ເປັນປະຈຳ, ມີຄວາມພຽນເຜົາກະເລສ ມີສັມປະຊັນຍະ ມີສະຕິ, ນຳອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້.
ພິກຂຸທັງຫຼາຍ ! ເຮົາບໍ່ກ່າວອານາປານະສະຕິ ວ່າເປັນສິ່ງທີ່ມີໄດ້ແກ່ບຸກຄົນຜູ້ມີສະຕິອັນລືມຫຼົງແລ້ວ, ບໍ່ມີສັມປະຊັນຍະ.
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ພິກຂຸນັ້ນຊື່ວ່າ, ເປັນຜູ້ເຫັນຈິຕໃນຈິຕຢູ່ເປັນປະຈຳ, ມີຄວາມພຽນເຜົາກະເລສ ມີສັມປະຊັນຍະ ມີສະຕິ, ນຳອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້ ໃນສະໄໝນັ້ນ.
[ໝວດທັມນຸປັດສະນາ]
ພິກຂຸທັງຫຼາຍ ! ສະໄໝໃດ ພິກຂຸ
ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈຳ ຫາຍໃຈເຂົ້າ”
ວ່າ “ເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈຳ ຫາຍໃຈອອກ”
ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈຳ ຫາຍໃຈເຂົ້າ”
ວ່າ “ເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈຳ ຫາຍໃຈອອກ”
ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈຳ ຫາຍໃຈເຂົ້າ”
ວ່າ “ເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈຳ ຫາຍໃຈອອກ”
ຍ່ອມເຮັດການຝຶກຫັດສຶກສາວ່າ “ເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈຳ ຫາຍໃຈເຂົ້າ”
ວ່າ “ເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈຳ ຫາຍໃຈອອກ”
ພິກຂຸທັງຫຼາຍ ! ສະໄໝນັ້ນ ພິກຂຸນັ້ນຊື່ວ່າ, ເປັນຜູ້ເຫັນທັມໃນທັມຢູ່ເປັນປະຈຳ, ມີຄວາມພຽນເຜົາກະເລສ ມີສັມປະຊັນຍະ ມີສະຕິ, ນຳອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້.
ພິກຂຸທັງຫຼາຍ ! ພິກຂຸນັ້ນ ເປັນຜູ້ເຂົ້າໄປເພັ່ງສະເພາະເປັນຢ່າງດີແລ້ວ, ເພາະເຂົາເຫັນການລະອະພິຊຊາແລະໂທມະນັສທັງຫຼາຍຂອງເຂົາດ້ວຍປັນຍາ.
ພິກຂຸທັງຫຼາຍ ! ເພາະເຫດນັ້ນໃນເລື່ອງນີ້ ພິກຂຸນັ້ນຊື່ວ່າ, ເປັນຜູ້ເຫັນທັມໃນທັມຢູ່ເປັນປະຈຳ, ມີຄວາມພຽນເຜົາກະເລສ ມີສັມປະຊັນຍະ ມີສະຕິ, ນຳອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້ ໃນສະໄໝນັ້ນ.
ພິກຂຸທັງຫຼາຍ ! ອານາປານະສະຕິອັນບຸກຄົນຈະເລີນແລ້ວເຊັ່ນນີ້, ເຮັດໃຫ້ຫຼາຍແລ້ວເຊັ່ນນີ້ ຈຶ່ງເຮັດສະຕິປັຕຖານທັງ 4 ໃຫ້ບໍຣິບູນໄດ້.
ໂພຊຊົງຄ໌ບໍຣິບູນ ເພາະສະຕິປັຕຖານບໍຣິບູນ
ພິກຂຸທັງຫຼາຍ ! ສະຕິປັຕຖານທັງ 4 ອັນບຸກຄົນຈະເລີນແລ້ວແນວໃດ, ເຮັດໃຫ້ຫຼາຍແລ້ວແນວໃດ ຈຶ່ງເຮັດໂພຊຊົງຄ໌ 7 ໃຫ້ບໍຣິບູນໄດ້ ?
[ໂພຊຊົງຄ໌ 7 ໝວດກາຢານຸປັດສະນາ]








