ສາທະຍາຍ
ໜ້າ/ 54
ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ສະຕຣີຈະສຳເຣັດເປັນທ້າວສັກກະ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື, ບຸຣຸສຈະສຳເຣັດເປັນທ້າວສັກກະ ນັ້ນແມ່ນຖານະທີ່ມີໄດ້.
ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ສະຕຣີຈະສຳເຣັດເປັນມາຣ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື, ບຸຣຸສຈະສຳເຣັດເປັນມາຣ ນັ້ນແມ່ນຖານະທີ່ມີໄດ້.
ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ສະຕຣີຈະສຳເຣັດເປັນພຣົມ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື, ບຸຣຸສຈະສຳເຣັດເປັນພຣົມ ນັ້ນແມ່ນຖານະທີ່ມີໄດ້.
ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ວິບາກແຫ່ງກາຍະທຸຈະຣິຕ ຍ່ອມເກິດໃນທີ່ທີ່ໜ້າປາຖະນາ, ໜ້າຮັກໃຄ່ ໜ້າພໍໃຈ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື, ວິບາກແຫ່ງກາຍະທຸຈະຣິຕ ຍ່ອມເກິດໃນທີ່ທີ່ບໍ່ໜ້າປາຖະນາ, ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ນັ້ນແມ່ນຖານະທີ່ມີໄດ້.
ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ວິບາກແຫ່ງວະຈີທຸຈະຣິຕ ຍ່ອມເກິດໃນທີ່ທີ່ໜ້າປາຖະນາ, ໜ້າຮັກໃຄ່ ໜ້າພໍໃຈ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື, ວິບາກແຫ່ງວະຈີທຸຈະຣິຕ ຍ່ອມເກິດໃນທີ່ທີ່ບໍ່ໜ້າປາຖະນາ, ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ນັ້ນແມ່ນຖານະທີ່ມີໄດ້.
ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ວິບາກແຫ່ງມະໂນທຸຈະຣິຕ ຍ່ອມເກິດໃນທີ່ທີ່ໜ້າປາຖະນາ, ໜ້າຮັກໃຄ່ ໜ້າພໍໃຈ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ທີ່ແມ່ນຖານະແລ ຄື, ວິບາກແຫ່ງມະໂນທຸຈະຣິຕ ຍ່ອມເກິດໃນທີ່ທີ່ບໍ່ໜ້າປາຖະນາ, ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ນັ້ນແມ່ນຖານະທີ່ມີໄດ້.
ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ວິບາກແຫ່ງກາຍະສຸຈະຣິຕ ຍ່ອມເກິດໃນທີ່ທີ່ບໍ່ໜ້າປາຖະນາ, ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື, ວິບາກແຫ່ງກາຍະສຸຈະຣິຕ ຍ່ອມເກິດໃນທີ່ທີ່ໜ້າປາຖະນາ, ໜ້າຮັກໃຄ່ ໜ້າພໍໃຈ ນັ້ນແມ່ນຖານະທີ່ມີໄດ້.
ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ວິບາກແຫ່ງວະຈີສຸຈະຣິຕ ຍ່ອມເກິດໃນທີ່ທີ່ບໍ່ໜ້າປາຖະນາ, ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື, ວິບາກແຫ່ງວະຈີສຸຈະຣິຕ ຍ່ອມເກິດໃນທີ່ທີ່ໜ້າປາຖະນາ, ໜ້າຮັກໃຄ່ ໜ້າພໍໃຈ ນັ້ນແມ່ນຖານະທີ່ມີໄດ້.
ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ວິບາກແຫ່ງມະໂນສຸຈະຣິຕ ຍ່ອມເກິດໃນທີ່ທີ່ບໍ່ໜ້າປາຖະນາ, ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື, ວິບາກແຫ່ງມະໂນສຸຈະຣິຕ ຍ່ອມເກິດໃນທີ່ທີ່ໜ້າປາຖະນາ, ໜ້າຮັກໃຄ່ ໜ້າພໍໃຈ ນັ້ນແມ່ນຖານະທີ່ມີໄດ້.
ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ບຸກຄົນຜູ້ເຖິງພ້ອມດ້ວຍກາຍະທຸຈະຣິຕເມື່ອຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສັນຫວັນ, ເພາະກາຍະທຸຈະຣິຕນັ້ນເປັນເຫດເປັນປັຈຈັຍ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື, ບຸກຄົນຜູ້ເຖິງພ້ອມດ້ວຍກາຍະທຸຈະຣິຕເມື່ອຕາຍໄປ, ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕນະຣົກ, ເພາະກາຍະທຸຈະຣິຕນັ້ນເປັນເຫດເປັນປັຈຈັຍ ນັ້ນແມ່ນຖານະທີ່ມີໄດ້.
ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ບຸກຄົນຜູ້ເຖິງພ້ອມດ້ວຍວະຈີທຸຈະຣິຕເມື່ອຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສັນຫວັນ, ເພາະວະຈີທຸຈະຣິຕນັ້ນເປັນເຫດເປັນປັຈຈັຍ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື, ບຸກຄົນຜູ້ເຖິງພ້ອມດ້ວຍວະຈີທຸຈະຣິຕເມື່ອຕາຍໄປ, ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕນະຣົກ, ເພາະວະຈີທຸຈະຣິຕນັ້ນເປັນເຫດເປັນປັຈຈັຍ ນັ້ນແມ່ນຖານະທີ່ມີໄດ້.








