ສາທະຍາຍ
ໜ້າ/ 54
ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ຈະເຂົ້າເຖິງສັງຂາຣໃດໆໂດຍຄວາມເປັນຂອງທ່ຽງ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື, ປຸຖຸຊົນຈະເຂົ້າເຖິງສັງຂາຣໃດໆໂດຍຄວາມເປັນຂອງທ່ຽງ ນັ້ນແມ່ນຖານະທີ່ມີໄດ້.
ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ຈະເຂົ້າເຖິງສັງຂາຣໃດໆໂດຍຄວາມເປັນສຸກ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື, ປຸຖຸຊົນຈະເຂົ້າເຖິງສັງຂາຣໃດໆໂດຍຄວາມເປັນສຸກນັ້ນແມ່ນຖານະທີ່ມີໄດ້.
ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ຈະເຂົ້າເຖິງສັງຂາຣໃດໆໂດຍຄວາມເປັນອັຕຕາ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື, ປຸຖຸຊົນຈະເຂົ້າເຖິງສັງຂາຣໃດໆໂດຍຄວາມເປັນອັຕຕານັ້ນແມ່ນຖານະທີ່ມີໄດ້.
ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ຈະປົງຊີວິຕມາຣດາ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື, ປຸຖຸຊົນຈະປົງຊີວິຕມາຣດານັ້ນແມ່ນຖານະທີ່ມີໄດ້.
ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ຈະປົງຊີວິຕບິດາ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື ປຸຖຸຊົນຈະປົງຊີວິຕບິດານັ້ນແມ່ນຖານະທີ່ມີໄດ້.
ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ຈະປົງຊີວິຕພຣະອະຣະຫັນຕ໌ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື, ປຸຖຸຊົນຈະປົງຊີວິຕພຣະອະຣະຫັນຕ໌ນັ້ນແມ່ນຖານະທີ່ມີໄດ້.
ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ມີຈິຕຄິດປະທຸສະຮ້າຍ, ຈະກະທຳໂລຫິຕແຫ່ງຕະຖາຄົຕໃຫ້ຫໍຂຶ້ນ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື, ປຸຖຸຊົນມີຈິຕຄິດປະທຸສະຮ້າຍ ຈະກະທຳໂລຫິຕແຫ່ງຕະຖາຄົຕໃຫ້ຫໍຂຶ້ນ ນັ້ນແມ່ນຖານະທີ່ມີໄດ້.
ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ຈະທຳລາຍສົງຄ໌ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື, ປຸຖຸຊົນຈະທຳລາຍສົງຄ໌ນັ້ນແມ່ນຖານະທີ່ມີໄດ້.
ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ບຸກຄົນຜູ້ເຖິງພ້ອມດ້ວຍທິຕຖິ ຍ່ອມຈະມຸ້ງໝາຍສາສະດາອື່ນ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື, ປຸຖຸຊົນຍ່ອມຈະມຸ້ງໝາຍສາສະດາອື່ນໄດ້ ນັ້ນແມ່ນຖານະທີ່ມີໄດ້.
ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ພຣະອະຣະຫັນຕະສັມມາສັມພຸດທະ 2 ອົງຄ໌, ສະເດັດອຸບັດໃນໂລກດຽວກັນ ບໍ່ກ່ອນບໍ່ຫຼັງກັນ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື, ພຣະອະຣະຫັນຕະສັມມາສັມພຸດທະອົງຄ໌ດຽວ, ຍ່ອມສະເດັດອຸບັດເກີດຂຶ້ນໃນໂລກກະທາຕດຽວ ນັ້ນແມ່ນຖານະທີ່ມີໄດ້.
ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ພຣະເຈົ້າຈັກກະພັດ 2 ອົງຄ໌ສະເດັດອຸບັດໃນໂລກດຽວກັນ, ບໍ່ກ່ອນບໍ່ຫຼັງກັນ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື, ພຣະເຈົ້າຈັກກະພັດອົງດຽວ ຍ່ອມສະເດັດອຸບັດໃນໂລກກະທາຕດຽວ ນັ້ນແມ່ນຖານະທີ່ມີໄດ້.
ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ສະຕຣີຈະເປັນພຣະອະຣະຫັນຕະສັມມາສັມພຸດທະ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື, ບຸຣຸສຈະເປັນພຣະອະຣະຫັນຕະສັມມາສັມພຸດທະ ນັ້ນແມ່ນຖານະທີ່ມີໄດ້.
ຍ່ອມຮູ້ແຈ້ງວ່າ ຂໍ້ນີ້ບໍ່ແມ່ນຖານະ ບໍ່ແມ່ນໂອກາດ ຄື, ສະຕຣີຈະເປັນພຣະເຈົ້າຈັກກະພັດ ນັ້ນບໍ່ແມ່ນຖານະທີ່ມີໄດ້, ແລະ ຮູ້ແຈ້ງວ່າ ຂໍ້ນີ້ແມ່ນຖານະແລ ຄື, ບຸຣຸສຈະເປັນພຣະເຈົ້າຈັກກະພັດ ນັ້ນແມ່ນຖານະທີ່ມີໄດ້.








