ສັມມັປປະທານ ໔
ໜ້າ/ 49
ຂໍ້ທີ່ອະຣິຍະສາວົກມອງເຫັນໝູ່ສັຕທີ່ກຳລັງຈຸຕິ ກຳລັງອຸບັຕ ຕ່ຳຊາມ ປະນີຕ ມີຜິວພັນດີ ມີຜິວພັນຊາມ ໄດ້ດີ ຕົກຍາກດ້ວຍທິພພະຈັກຂຸອັນບໍຣິສຸທ ລ່ວງຈັກຂຸຂອງມະນຸສ ຍ່ອມຮູ້ຊັດເຊິ່ງໝູ່ສັຕຜູ້ເປັນໄປຕາມກັມວ່າ ສັຕເຫລົ່ານີ້ປະກອບດ້ວຍກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຕິຕຽນພຣະອະຣິຍະເຈົ້າ ເປັນມິຈສາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈມິຈສາທິຕຖິ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ. ສ່ວນສັຕເຫລົ່ານີ້ປະກອບດ້ວຍກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ບໍ່ຕິຕຽນພຣະອະຣິຍະເຈົ້າ ເປັນສັມມາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈສັມມາທິຕຖິ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງສຸຄະຕິໂລກ ສວັນ ດັ່ງນີ້. ເຂົາຍ່ອມມອງເຫັນໝູ່ສັຕທີ່ກຳລັງຈຸຕິ ກຳລັງອຸບັຕ ຕ່ຳຊາມ ປະນີຕ ມີຜິວພັນດີ ມີຜິວພັນຊາມ ໄດ້ດີ ຕົກຍາກດ້ວຍທິພພະຈັກຂຸອັນບໍຣິສຸທ ລ່ວງຈັກຂຸຂອງມະນຸສ ຍ່ອມຮູ້ຊັດເຊິ່ງໝູ່ສັຕທີ່ເປັນໄປຕາມກັມ ດ້ວຍປະກາຣຢ່າງນີ້ ນີ້ກໍເປັນວິຊຊາຂອງເຂົາປະກາຣໜຶ່ງ,
ຂໍ້ທີ່ອະຣິຍະສາວົກກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸຕ ປັນຍາວິມຸຕ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫລາຍສິ້ນໄປດ້ວຍປັນຍາອັນຍິ່ງເອງໃນປັຈຈຸບັນເຂົ້າເຖິງຢູ່ ນີ້ກໍເປັນວິຊຊາຂອງເຂົາປະກາຣໜຶ່ງ.
ມະຫານາມະ! ອະຣິຍະສາວົກນີ້ ບັນດິຕສັນລະເສີນວ່າ ເປັນຜູ້ເຖິງພ້ອມດ້ວຍວິຊຊາເພາະເຫຕນີ້, ເປັນຜູ້ເຖິງພ້ອມດ້ວຍຈະຣະນະເພາະເຫຕນີ້, ເປັນຜູ້ເຖິງພ້ອມດ້ວຍວິຊຊາແລະຈະຣະນະເພາະເຫຕນີ້ ແມ່ນແຕ່ສະນັງກຸມາຣພຣົມກໍໄດ້ກ່າວຄາຖາໄວ້ວ່າ:
“ໃນໝູ່ຊົນທີ່ຖືຕະກຸລເປັນໃຫຍ່ ກະສັຕເປັນຜູ້ປະເສີດສຸດ, ສ່ວນທ່ານຜູ້ເຖິງພ້ອມດ້ວຍວິຊຊາແລະຈະຣະນະເປັນຜູ້ປະເສີດສຸດໃນໝູ່ເທວະດາແລະມະນຸສ.”
ມະຫານາມະ! ຄາຖານັ້ນ ສະນັງກຸມາຣພຣົມຂັບດີແລ້ວ ບໍ່ແມ່ນຂັບບໍ່ດີ ກ່າວດີແລ້ວບໍ່ແມ່ນກ່າວຊົ່ວ ປະກອບດ້ວຍປະໂຍຊນ໌ ບໍ່ແມ່ນບໍ່ປະກອບດ້ວຍປະໂຍຊນ໌ ພຣະຜູ້ມີພຣະພາຄຊົງຮັບຮອງແລ້ວ.
ລຳດັບນັ້ນ ພຣະຜູ້ມີພຣະພາຄສະເດັຈລຸກຂຶ້ນແລ້ວ ຕຣັສກັບທ່ານພຣະອານົນທ໌ວ່າ:
ສາທຸ ສາທຸ ອານົນທ໌! ເຈົ້າໄດ້ກ່າວເສຂະປະຕິປະທາແກ່ພວກເຈົ້າສັກກະຍະເມືອງກະບິລພັສດີແລ.
ທ່ານພຣະອານົນທ໌ໄດ້ກ່າວພາສິຕນີ້ຈົບລົງແລ້ວ ພຣະສາສດາຊົງຍິນດີ ພວກເຈົ້າສັກກະຍະເມືອງກະບິລພັສກໍຊື່ນຊົມຍິນດີພາສິຕຂອງທ່ານພຣະອານົນທ໌ ດັ່ງນີ້ແລ.
ມັຊຊິມະນິກາຍ ມັຊຊິມະປັນນາສກ໌ ໑໓/໒໒-໒໙/໒໔-໓໕
ຄວາມພຽນເປັນໜຶ່ງໃນກຳລັງຂອງເສຂະບຸຄຄົລ
ພິກຂຸທັງຫລາຍ! ກຳລັງຂອງເສຂະບຸຄຄົລ ໕ ປະກາຣນີ້ ໕ ປະກາຣເປັນຢ່າງໃດ? ຄື:
ກຳລັງຄື ສັທທາ
ກຳລັງຄື ຫິຣິ
ກຳລັງຄື ໂອຕຕັປປະ
ກຳລັງຄື ວິຣິຍະ
ກຳລັງຄື ປັນຍາ
ພິກຂຸທັງຫລາຍ! ກຳລັງຄືສັທທາເປັນຢ່າງໃດ?
ພິກຂຸທັງຫລາຍ! ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີສັທທາ ເຊື່ອໃນພຣະປັນຍາເຄື່ອງຕຣັສຮູ້ຂອງຕະຖາຄົຕວ່າ ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄພຣະອົງຄ໌ນັ້ນ ເປັນພຣະອະຣະຫັນຕ໌ ຕຣັສຮູ້ເອງໂດຍຊອບ ເຖິງພ້ອມດ້ວຍວິຊຊາແລະຈະຣະນະ ສະເດັຈໄປດີແລ້ວ ຊົງຮູ້ແຈ້ງໂລກ ເປັນສາຣະຖີຝຶກບຸຣຸສທີ່ຄວນຝຶກບໍ່ມີຜູ້ອື່ນຍິ່ງກວ່າ ເປັນສາສດາຂອງເທວະດາແລະມະນຸສທັງຫລາຍ ເປັນຜູ້ເບີກບານແລ້ວ ເປັນຜູ້ຈຳແນກທັມ. ພິກຂຸທັງຫລາຍ ນີ້ຮຽກວ່າ ສັທທາພະລະ.
ພິກຂຸທັງຫລາຍ! ກໍກຳລັງຄືຫິຣິເປັນຢ່າງໃດ?
ພິກຂຸທັງຫລາຍ ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີຫິຣິ ຍ່ອມລະອາຍຕໍ່ກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຍ່ອມລະອາຍຕໍ່ກາຣປະກອບທັມອັນເປັນບາບອະກຸສົລທັງຫລາຍ. ພິກຂຸທັງຫລາຍ ນີ້ຮຽກວ່າ ຫິຣິພະລະ.
ພິກຂຸທັງຫລາຍ! ກໍກຳລັງຄືໂອຕຕັປປະເປັນຢ່າງໃດ?
ພິກຂຸທັງຫລາຍ ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ມີໂອຕຕັປປະ ຍ່ອມຢ້ານກົວຕໍ່ກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຍ່ອມຢ້ານກົວຕໍ່ກາຣປະກອບທັມອັນເປັນບາບອະກຸສົລທັງຫລາຍ. ພິກຂຸທັງຫລາຍ ນີ້ຮຽກວ່າ ໂອຕຕັປປະພະລະ.
ພິກຂຸທັງຫລາຍ! ກໍກຳລັງຄືວິຣິຍະເປັນຢ່າງໃດ?








