ຄຳສອນພຸດທະ - ໜ້າຈໍໂຫລດ

ສັມມັປປະທານ ໔

ໜ້າ/ 49

ມະຫານາມະ! ອະຣິຍະສາວົກນັ້ນ ອາສັຍຈະຕຸຕຖະຊານ ມີອຸເປກຂາເປັນເຫຕໃຫ້ສະຕິບໍຣິສຸທຢູ່ ອັນບໍ່ມີສິ່ງອື່ນຍິ່ງກວ່າ ເຂົາຍ່ອມມອງເຫັນໝູ່ສັຕທີ່ກຳລັງຈຸຕິ ກຳລັງອຸບັຕ ຕ່ຳຊາມ ປະນີຕ ມີຜິວພັນດີ ມີຜິວພັນຊາມ ໄດ້ດີ ຕົກຍາກດ້ວຍທິພພະຈັກຂຸອັນບໍຣິສຸທ ລ່ວງຈັກຂຸຂອງມະນຸສ ຍ່ອມຮູ້ຊັດເຊິ່ງໝູ່ສັຕຜູ້ເປັນໄປຕາມກັມວ່າ ສັຕເຫລົ່ານີ້ປະກອບດ້ວຍກາຍທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຕິຕຽນພຣະອະຣິຍະເຈົ້າ ເປັນມິຈສາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈມິຈສາທິຕຖິ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ. ສ່ວນສັຕເຫລົ່ານີ້ປະກອບດ້ວຍກາຍສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ບໍ່ຕິຕຽນພຣະອະຣິຍະເຈົ້າ ເປັນສັມມາທິຕຖິ ຢຶດຖືກາຣກະທຳດ້ວຍອຳນາຈສັມມາທິຕຖິ ເມື່ອແຕກກາຍຕາຍໄປ ເຂົາຍ່ອມເຂົ້າເຖິງສຸຄະຕິໂລກສວັນ ດັ່ງນີ້. ເຂົາຍ່ອມມອງເຫັນໝູ່ສັຕທີ່ກຳລັງຈຸຕິ ກຳລັງອຸບັຕ ຕ່ຳຊາມ ປະນີຕ ມີຜິວພັນດີ ມີຜິວພັນຊາມ ໄດ້ດີ ຕົກຍາກດ້ວຍທິພພະຈັກຂຸອັນບໍຣິສຸທ ລ່ວງຈັກຂຸຂອງມະນຸສ ຍ່ອມຮູ້ຊັດເຊິ່ງໝູ່ສັຕທີ່ເປັນໄປຕາມກັມ ດ້ວຍປະກາຣຢ່າງນີ້. ມະຫານາມະ ຂໍ້ນີ້ເປັນຄວາມແຕກສານແຫ່ງຊານຂໍ້ທີ ໒ ຂອງອະຣິຍະສາວົກນັ້ນ ປຽບ ເໝືອນລູກໄກ່ເຈາະເປືອກໄຂ່ອອກ ສັນນັ້ນ.

ມະຫານາມະ! ອະຣິຍະສາວົກນັ້ນ ອາສັຍຈະຕຸຕຖະຊານ ມີອຸເປກຂາເປັນເຫຕໃຫ້ສະຕິບໍຣິສຸທຢູ່ ອັນບໍ່ມີສິ່ງອື່ນຍິ່ງກວ່າ ຍ່ອມກະທຳໃຫ້ແຈ້ງເຊິ່ງເຈໂຕວິມຸຕ ປັນຍາວິມຸຕ ອັນຫາອາສະວະບໍ່ໄດ້ ເພາະອາສະວະທັງຫລາຍສິ້ນໄປດ້ວຍປັນຍາອັນຍິ່ງເອງໃນປັຈຈຸບັນເຂົ້າເຖິງຢູ່. ມະຫານາມະ ຂໍ້ນີ້ເປັນຄວາມແຕກສານແຫ່ງຊານຂໍ້ທີ ໓ ຂອງອະຣິຍະສາວົກນັ້ນ ປຽບເໝືອນລູກໄກ່ເຈາະເປືອກໄຂ່ອອກ ສັນນັ້ນ.

ມະຫານາມະ! ຂໍ້ທີ່ອະຣິຍະສາວົກເປັນຜູ້ເຖິງພ້ອມດ້ວຍສີລນີ້ ກໍເປັນຈະຣະນະຂອງເຂົາປະກາຣໜຶ່ງ,

ຂໍ້ທີ່ອະຣິຍະສາວົກເປັນຜູ້ຄຸ້ມຄອງທະວາຣໃນອິນຊີທັງຫລາຍນີ້ ກໍເປັນຈະຣະນະຂອງເຂົາປະກາຣໜຶ່ງ,

ຂໍ້ທີ່ອະຣິຍະສາວົກເປັນຜູ້ຮູ້ປະມານໃນໂພຊະນະນີ້ ກໍເປັນຈະຣະນະຂອງເຂົາປະກາຣໜຶ່ງ,

ຂໍ້ທີ່ອະຣິຍະສາວົກເປັນຜູ້ປະກອບຄວາມພຽນເຄື່ອງຕື່ນຢູ່ນີ້ ກໍເປັນຈະຣະນະຂອງເຂົາປະກາຣໜຶ່ງ,

ຂໍ້ທີ່ອະຣິຍະສາວົກເປັນຜູ້ປະກອບດ້ວຍສັປປຸຣິສະທັມ ໗ ປະກາຣນີ້ ກໍເປັນຈະຣະນະຂອງເຂົາປະກາຣໜຶ່ງ,

ຂໍ້ທີ່ອະຣິຍະສາວົກເປັນຜູ້ໄດ້ຕາມຄວາມປາຖນາ ໄດ້ໂດຍບໍ່ຍາກ ໂດຍບໍ່ລຳບາກເຊິ່ງຊານທັງ ໔ ທີ່ມີໃນຈິຕອັນຍິ່ງ ອັນເປັນເຄື່ອງຢູ່ເປັນສຸຂໃນທິຕຖະທັມນີ້ ກໍເປັນຈະຣະນະຂອງເຂົາປະກາຣໜຶ່ງ,

ຂໍ້ທີ່ອະຣິຍະສາວົກຣະນຶກຊາຕກ່ອນໄດ້ເປັນອັນມາກຄື ຣະນຶກໄດ້ຊາຕໜຶ່ງແດ່ ສອງຊາຕແດ່ ສາມຊາຕແດ່ ສີ່ຊາຕແດ່ ຫ້າຊາຕແດ່ ສິບຊາຕແດ່ ຊາວຊາຕແດ່ ສາມສິບຊາຕແດ່ ສີ່ສິບຊາຕແດ່ ຫ້າສິບຊາຕແດ່ ຮ້ອຍຊາຕແດ່ ພັນຊາຕແດ່ ແສນຊາຕແດ່ ຫລາຍສັງວັຕຕະກັປ ຫລາຍວິວັຕຕະກັປແດ່ ຫລາຍສັງວັຕຕະວິວັຕຕະກັປແດ່ ວ່າໃນພົພນັ້ນ ເຮົາມີຊື່ຢ່າງນັ້ນ ມີໂຄຕຢ່າງນັ້ນ ມີຜິວພັນຢ່າງນັ້ນ ມີອາຫາຣຢ່າງນັ້ນ ສເວີຍສຸຂສເວີຍທຸກຂ໌ຢ່າງນັ້ນ ມີກຳນົດອາຍຸເທົ່ານັ້ນ. ເຮົານັ້ນຄັນຈຸຕິຈາກພົພນັ້ນແລ້ວ ໄດ້ໄປບັງເກີດໃນພົພນັ້ນ ແມ່ນແຕ່ໃນພົພນັ້ນ ເຮົາກໍມີຊື່ຢ່າງນັ້ນ ມີໂຄຕຢ່າງນັ້ນ ມີຜິວພັນຢ່າງນັ້ນ ມີອາຫາຣຢ່າງນັ້ນ ສເວີຍສຸຂສເວີຍທຸກຂ໌ຢ່າງນັ້ນ ມີກຳນົດອາຍຸເທົ່ານັ້ນ ເຮົານັ້ນຄັນຈຸຕິຈາກພົພນັ້ນແລ້ວ ໄດ້ມາບັງເກີດໃນພົພນີ້ ຍ່ອມຣະນຶກເຖິງຊາຕກ່ອນໄດ້ເປັນອັນມາກ ພ້ອມທັງອາກາຣ ພ້ອມທັງອຸເທສ ດ້ວຍປະກາຣຢ່າງນີ້ ນີ້ກໍເປັນວິຊຊາຂອງເຂົາປະກາຣໜຶ່ງ,

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ