ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

(໑) ພິກຂຸທັງຫຼາຍ ! ພິກຂຸໃນທັມວິນັຍນີ້ ຍ່ອມຮໍ່າຮຽນທັມ ຄື ສຸຕຕະ ເຄີຍຢະ ເວີຍຢາກະຣະນະ ຄາຖາ ອຸທານະ ອິຕິ ວຸຕຕະກະ ຊາດົກ ອັບພູຕະທັມ ເວທັນລະ ທັມເຫຼົ່ານັ້ນ ເປັນທັມອັນພິກຂຸນັ້ນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕະຫຼອດດ້ວຍດີດ້ວຍຄວາມເຫັນ ເຂົາມີສະຕິລືມຫຼົງ ເມື່ອທໍາກາລະຍ່ອມເຂົ້າເຖິງເທບນິກາຍໝູ່ໃດໝູ່ໜຶ່ງ ບົດແຫ່ງທັມທັງຫຼາຍຍ່ອມປາກົດແກ່ເຂົາຜູ້ມີຄວາມສຸຂໃນພົບນັ້ນ ສະຕິບັງເກີດຂຶ້ນຊ້າ ແຕ່ສັຕນັ້ນຍ່ອມເປັນຜູ້ບັນລຸຄຸນວິເສດໄວຍິ່ງ.

ພິກຂຸທັງຫຼາຍ ! ນີ້ເປັນອານິສົງສ໌ປະການທີ ໑ ແຫ່ງທັມທັງຫຼາຍ ທີ່ບຸກຄົນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕະຫຼອດດ້ວຍດີດ້ວຍຄວາມເຫັນ ອັນບຸກຄົນຍ່ອມຫວັງໄດ້.

ເປີດທັມທີ່ຖືກປົກປິດ : ພົບພູມ

(໒) ພິກຂຸຍ່ອມຮໍ່າຮຽນທັມ ຄື ສຸຕຕະ ... ເວທັນລະ ທັມເຫຼົ່ານັ້ນ ເປັນທັມອັນພິກຂຸນັ້ນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕະຫຼອດດ້ວຍດີດ້ວຍຄວາມເຫັນ ເຂົາມີສະຕິລືມຫຼົງເມື່ອ ທໍາກາລະ ຍ່ອມເຂົ້າເຖິງເທບນິກາຍໝູ່ໃດໝູ່ໜຶ່ງ ບົດແຫ່ງທັມທັງຫຼາຍ ຍ່ອມບໍ່ປາກົດແກ່ເຂົາ ຜູ້ມີຄວາມສຸຂໃນພົບນັ້ນເລີຍ ແຕ່ພິກຂຸຜູ້ມີລິດ ເຖິງຄວາມຊໍານານແຫ່ງຈິຕ ສະແດງທັມແກ່ເທບບໍຣິສັດ ເຂົາມີຄວາມປະຣິວິຕົກດັ່ງນີ້ວ່າ ໃນກາລກ່ອນ ເຮົາໄດ້ປະພຶດພຣົມມະຈັນໃນທັມວິນັຍໃດ ນີ້ຄືທັມວິນັຍນັ້ນ ສະຕິ ບັງເກີດຂຶ້ນຊ້າ ແຕ່ວ່າສັຕນັ້ນຍ່ອມເປັນຜູ້ບັນລຸຄຸນວິເສດໄວຍິ່ງ.

ພິກຂຸທັງຫຼາຍ ! ບຸຣຸດຜູ້ສະຫຼາດຕໍ່ສຽງກອງ ເຂົາເດີນທາງໄກ ຍ່ອມໄດ້ຍິນສຽງກອງ ເຂົາບໍ່ໄດ້ມີຄວາມສົງໄສຫຼືລັງເລວ່າເປັນສຽງກອງຫຼືບໍ່ໜໍ ທີ່ແທ້ເຂົາຍ່ອມເຖິງຄວາມແນ່ໃຈວ່າ ສຽງກອງແທ້ໆ ເຊັ່ນໃດ ພິກຂຸກໍເຊັ່ນນັ້ນເໝືອນກັນ ຍ່ອມ ຮໍ່າຮຽນທັມ ຄື ສຸຕຕະ ... ເວທັນລະ ທັມເຫຼົ່ານັ້ນ ເປັນທັມອັນອັນພິກຂຸນັ້ນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕະຫຼອດດ້ວຍດີດ້ວຍຄວາມເຫັນ ... ສະຕິບັງເກີດຂຶ້ນຊ້າ ແຕ່ວ່າສັຕນັ້ນຍ່ອມເປັນຜູ້ບັນລຸຄຸນວິເສດໄວຍິ່ງ.

ພິກຂຸທັງຫຼາຍ ! ນີ້ເປັນອານິສົງສ໌ປະການທີ ໒ ແຫ່ງທັມທັງຫຼາຍ ທີ່ບຸກຄົນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕະຫຼອດດ້ວຍດີດ້ວຍຄວາມເຫັນ ອັນບຸກຄົນຍ່ອມຫວັງໄດ້.

ພຸດທະວະຈະນະ - ໝວດທັມ

(໓) ພິກຂຸຍ່ອມຮໍ່າຮຽນທັມ ຄື ສຸຕຕະ ... ເວທັນລະ ທັມເຫຼົ່ານັ້ນ ເປັນທັມອັນພິກຂຸນັ້ນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕະຫຼອດດ້ວຍດີດ້ວຍຄວາມເຫັນ ເຂົາມີສະຕິລືມຫຼົງ ເມື່ອທໍາກາລະ ຍ່ອມເຂົ້າເຖິງເທບນິກາຍໝູ່ໃດໝູ່ໜຶ່ງ ບົດແຫ່ງທັມທັງຫຼາຍ ຍ່ອມບໍ່ປາກົດແກ່ເຂົາ ຜູ້ມີຄວາມສຸຂໃນພົບນັ້ນເລີຍ ທັງພິກຂຸຜູ້ມີລິດ ເຖິງຄວາມຊໍານານແຫ່ງຈິຕ ກໍບໍ່ໄດ້ສະແດງທັມແກ່ເທບບໍຣິສັດ ແຕ່ເທບພະບຸຕຍ່ອມສະແດງທັມໃນເທບບໍຣິສັດ ເຂົາມີຄວາມຄິດດັ່ງນີ້ວ່າ ໃນກາລກ່ອນເຮົາໄດ້ປະພຶດພຣົມມະຈັນໃນທັມວິນັຍໃດ ນີ້ຄືທັມວິນັຍນັ້ນເອງ ສະຕິບັງເກີດຂຶ້ນຊ້າ ແຕ່ວ່າສັຕນັ້ນ ຍ່ອມເປັນຜູ້ບັນລຸຄຸນວິເສດໄວຍິ່ງ.

ພິກຂຸທັງຫຼາຍ ! ບຸຣຸດຜູ້ສະຫຼາດຕໍ່ສຽງສັງ ເຂົາເດີນທາງໄກ ຍ່ອມໄດ້ຍິນສຽງສັງ ເຂົາບໍ່ໄດ້ມີຄວາມສົງໄສຫຼືລັງເລໃຈວ່າເປັນສຽງສັງຫຼືບໍ່ໜໍ ທີ່ແທ້ເຂົາຍ່ອມເຖິງຄວາມແນ່ໃຈວ່າ ສຽງສັງແທ້ໆ ເຊັ່ນໃດ ພິກຂຸກໍເຊັ່ນນັ້ນເໝືອນກັນ ຍ່ອມຮໍ່າຮຽນທັມ ຄື ສຸຕຕະ ... ເວທັນລະ ທັມເຫຼົ່ານັ້ນເປັນທັມອັນພິກຂຸນັ້ນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕະຫຼອດດ້ວຍດີດ້ວຍຄວາມເຫັນ ... ສະຕິບັງເກີດຂຶ້ນຊ້າ ແຕ່ວ່າສັຕນັ້ນຍ່ອມເປັນຜູ້ບັນລຸຄຸນວິເສດໄວຍິ່ງ.

ເປີດທັມທີ່ຖືກປົກປິດ : ພົບພູມ

ພິກຂຸທັງຫຼາຍ ! ນີ້ເປັນອານິສົງສ໌ປະການທີ ໓ ແຫ່ງທັມທັງຫຼາຍ ທີ່ບຸກຄົນຟັງເນື່ອງໆ ຄ່ອງປາກ ຂຶ້ນໃຈ ແທງຕະຫຼອດດ້ວຍດີດ້ວຍຄວາມເຫັນ ອັນບຸກຄົນຍ່ອມຫວັງໄດ້.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ