ພົບພູມ
ໜ້າ/ 140
ເຂົາຍ່ອມພໍໃຈທັມນັ້ນ ປາຖນາທັມນັ້ນ ແລະເຖິງຄວາມຍິນດີດ້ວຍທັມນັ້ນ ເຂົາດໍາຣົງຢູ່ໃນທັມນັ້ນ ນ້ອມໃຈໄປໃນທັມນັ້ນ ຢູ່ຫຼາຍດ້ວຍທັມນັ້ນ ບໍ່ເສື່ອມຈາກທັມນັ້ນ ເມື່ອທໍາກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາ ທີ່ເຂົ້າເຖິງຊັ້ນອາກາສານັນຈາຢະຕະນະ.
ພິກຂຸທັງຫຼາຍ ! ເຫຼົ່າເທວະດາທີ່ເຂົ້າເຖິງຊັ້ນອາກາສານັນຈາຢະຕະນະ ມີອາຍຸປະມານສອງໝື່ນກັບ ປຸຖຸຊົນດໍາຣົງຢູ່ໃນຊັ້ນອາກາສານັນຈາຢະຕະນະ ຈົນເທົ່າໝົດອາຍຸ ຍັງປະມານ
ເປີດທັມທີ່ຖືກປົກປິດ : ພົບພູມ
ອາຍຸຂອງເທວະດາເຫຼົ່ານັ້ນໃຫ້ສ້ຽງໄປແລ້ວ ຍ່ອມເຂົ້າເຖິງນະຣົກແດ່ ກໍາເນີດເດຣັດສານແດ່ ເປຕວິສັຍແດ່ ສ່ວນສາວົກຂອງພຣະຜູ້ມີພຣະພາຄ ດໍາຣົງຢູ່ໃນຊັ້ນອາກາສານັນຈາຢະຕະນະນັ້ນຈົນເທົ່າໝົດອາຍຸ ຍັງປະມານອາຍຸຂອງເທວະດາເຫຼົ່ານັ້ນໃຫ້ສ້ຽງໄປແລ້ວ ຍ່ອມປະຣິນິບພານໃນພົບນັ້ນເອງ.
ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແປກແຕກຕ່າງກັນ ເປັນຄວາມມຸ່ງໝາຍທີ່ແຕກຕ່າງກັນ ເປັນເຄື່ອງເຮັດໃຫ້ແຕກຕ່າງກັນ ລະຫວ່າງອະຣິຍະສາວົກຜູ້ໄດ້ສະດັບ ກັບປຸຖຸຊົນຜູ້ບໍ່ໄດ້ສະດັບໃນເມື່ອຄະຕິອຸບັດຍັງມີຢູ່.
(໒) ອີກປະການໜຶ່ງ ! ບຸກຄົນບາງຄົນໃນໂລກນີ້ ເພາະກ້າວຜ່ານອາກາສານັນຈາຢະຕະນະເສຍໄດ້ ໂດຍປະການທັງປວງ ຈຶ່ງເຂົ້າເຖິງວິນຍານັນຈາຢະຕະນະ ອັນມີການເຮັດໃນໃຈວ່າ “ວິນຍານບໍ່ມີທີ່ສຸດ” ດັ່ງນີ້ ແລ້ວແລຢູ່.
ເຂົາຍ່ອມພໍໃຈທັມນັ້ນ ປາຖນາທັມນັ້ນ ແລະເຖິງຄວາມຍິນດີດ້ວຍທັມນັ້ນ ເຂົາດໍາຣົງຢູ່ໃນທັມນັ້ນ ນ້ອມໃຈໄປໃນທັມນັ້ນ ຢູ່ຫຼາຍດ້ວຍທັມນັ້ນ ບໍ່ເສື່ອມຈາກທັມນັ້ນ ເມື່ອທໍາກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາ ທີ່ເຂົ້າເຖິງຊັ້ນວິນຍານັນຈາຢະຕະນະ.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ເຫຼົ່າເທວະດາທີ່ເຂົ້າເຖິງຊັ້ນວິນຍານັນຈາ ຢະຕະນະ ມີອາຍຸປະມານສີ່ໝື່ນກັບ ປຸຖຸຊົນດໍາຣົງຢູ່ໃນຊັ້ນວິນຍານັນຈາຢະຕະນະ ຈົນເທົ່າໝົດອາຍຸ ຍັງປະມານອາຍຸຂອງເທວະດາເຫຼົ່ານັ້ນໃຫ້ສ້ຽງໄປແລ້ວ ຍ່ອມເຂົ້າເຖິງນະຣົກແດ່ ກໍາເນີດເດຣັດສານແດ່ ເປຕວິສັຍແດ່ ສ່ວນສາວົກຂອງພຣະຜູ້ມີພຣະພາຄ ດໍາຣົງຢູ່ໃນຊັ້ນວິນຍານັນຈາຢະຕະນະນັ້ນຈົນເທົ່າໝົດອາຍຸ ຍັງປະມານອາຍຸຂອງເທວະດາເຫຼົ່ານັ້ນໃຫ້ສ້ຽງໄປແລ້ວ ຍ່ອມປະຣິນິບພານໃນພົບນັ້ນເອງ.
ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແປກແຕກຕ່າງກັນ ເປັນຄວາມມຸ່ງໝາຍທີ່ແຕກຕ່າງກັນ ເປັນເຄື່ອງເຮັດໃຫ້ແຕກຕ່າງກັນ ລະຫວ່າງອະຣິຍະສາວົກຜູ້ໄດ້ສະດັບ ກັບປຸຖຸຊົນຜູ້ບໍ່ໄດ້ສະດັບ ໃນເມື່ອຄະຕິອຸບັດຍັງມີຢູ່.
(໓) ອີກປະການໜຶ່ງ ! ບຸກຄົນບາງຄົນໃນໂລກນີ້ ເພາະກ້າວຜ່ານວິນຍານັນຈາຢະຕະນະເສຍໄດ້ໂດຍປະການທັງປວງ ຈຶ່ງເຂົ້າ ເຖິງອາກິນຈັນຍາຢະຕະນະ ອັນມີການເຮັດໃນໃຈວ່າ “ອັນໃດໆບໍ່ມີ”
ເຂົາຍ່ອມພໍໃຈທັມນັ້ນ ປາຖນາທັມນັ້ນ ແລະເຖິງຄວາມຍິນດີດ້ວຍທັມນັ້ນ ເຂົາດໍາຣົງຢູ່ໃນທັມນັ້ນ ນ້ອມໃຈໄປໃນທັມນັ້ນ ຢູ່ຫຼາຍດ້ວຍທັມນັ້ນ ບໍ່ເສື່ອມຈາກທັມນັ້ນ ເມື່ອທໍາກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາ ທີ່ເຂົ້າເຖິງຊັ້ນອາກິນຈັນຍາຢະຕະນະ.
ເປີດທັມທີ່ຖືກປົກປິດ : ພົບພູມ
ພິກຂຸທັງຫຼາຍ ! ເຫຼົ່າເທວະດາທີ່ເຂົ້າເຖິງຊັ້ນອາກິນຈັນຍາ ຢະຕະນະ ມີອາຍຸປະມານຫົກໝື່ນກັບ ປຸຖຸຊົນດໍາຣົງຢູ່ໃນຊັ້ນອາກິນຈັນຍາຢະຕະນະ ຈົນເທົ່າໝົດອາຍຸ ຍັງປະມານອາຍຸຂອງ ເທວະດາເຫຼົ່ານັ້ນໃຫ້ສ້ຽງໄປແລ້ວ ຍ່ອມເຂົ້າເຖິງນະຣົກແດ່ ກໍາເນີດເດຣັດສານແດ່ ເປຕວິສັຍແດ່ ສ່ວນສາວົກຂອງພຣະຜູ້ມີ ພຣະພາຄ ດໍາຣົງຢູ່ໃນຊັ້ນອາກິນຈັນຍາຢະຕະນະນັ້ນຈົນເທົ່າໝົດອາຍຸ ຍັງປະມານອາຍຸຂອງເທວະດາເຫຼົ່ານັ້ນໃຫ້ສ້ຽງໄປແລ້ວ ຍ່ອມປະຣິນິບພານໃນພົບນັ້ນເອງ.
ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແປກແຕກຕ່າງກັນ ເປັນຄວາມມຸ່ງໝາຍທີ່ແຕກຕ່າງກັນ ເປັນເຄື່ອງເຮັດໃຫ້ແຕກຕ່າງກັນ ລະຫວ່າງອະຣິຍະສາວົກຜູ້ໄດ້ສະດັບ ກັບປຸຖຸຊົນຜູ້ບໍ່ໄດ້ສະດັບ ໃນເມື່ອຄະຕິອຸບັດຍັງມີຢູ່.
ພິກຂຸທັງຫຼາຍ !
ບຸກຄົນ ໓ ຈໍາພວກນີ້ແລ ມີຢູ່ໃນໂລກ ຫາໄດ້ໃນໂລກ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ຜົລຂອງການຈະເຣີນອະຣູປະສັນຍາ
ແລ້ວເຫັນຄວາມບໍ່ທ່ຽງ ໙໒








