ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແປກແຕກຕ່າງກັນ ເປັນຄວາມມຸ່ງໝາຍທີ່ແຕກຕ່າງກັນ ເປັນເຄື່ອງເຮັດໃຫ້ແຕກຕ່າງກັນ ລະຫວ່າງອະຣິຍະສາວົກຜູ້ໄດ້ສະດັບ ກັບປຸຖຸຊົນຜູ້ບໍ່ໄດ້ສະດັບ ໃນເມື່ອຄະຕິອຸບັດຍັງມີຢູ່.

(໒) ອີກປະການໜຶ່ງ ! ບຸກຄົນບາງຄົນໃນໂລກນີ້ ມີຈິຕປະກອບດ້ວຍກະຣຸນາ ແຜ່ໄປສູ່ທິດທີໜຶ່ງ ທິດທີສອງ ທີສາມ ທີສີ່ ກໍເໝືອນກັນເຊັ່ນນັ້ນ ທັງເບືື້ອງເທິງ ເບື້ອງລຸ່ມແລະເບື້ອງຂວາງ ເຂົາແຜ່ໄປຕະຫຼອດໂລກທັງມວນ ໃນທີ່ທັງປວງ ແກ່ສັຕທັງຫຼາຍທົ່ວໜ້າສະເໝີກັນ ດ້ວຍຈິຕອັນປະກອບດ້ວຍກະຣຸນາເປັນຈິຕໄພບູນ ໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາບາດແລ້ວແລຢູ່

ເປີດທັມທີ່ຖືກປົກປິດ : ພົບພູມ

ເຂົາຍ່ອມພໍໃຈທັມນັ້ນ ປາຖນາທັມນັ້ນ ແລະເຖິງຄວາມຍິນດີດ້ວຍທັມນັ້ນ ເຂົາດໍາຣົງຢູ່ໃນທັມນັ້ນ ນ້ອມໃຈໄປໃນທັມນັ້ນ ຢູ່ຫຼາຍດ້ວຍທັມນັ້ນ ບໍ່ເສື່ອມຈາກທັມນັ້ນ ເມື່ອທໍາກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫຼົ່າອາພັສສະຣະ.

ພິກຂຸທັງຫຼາຍ ! ໒ ກັບເປັນປະມານອາຍຸຂອງເທວະດາເຫຼົ່າອາພັສສະຣະ ປຸຖຸຊົນດໍາຣົງຢູ່ໃນຊັ້ນອາພັສສະຣະນັ້ນ ຈົນເທົ່າໝົດອາຍຸ ຍັງປະມານອາຍຸຂອງເຫຼົ່າເທວະດານັ້ນໃຫ້ສ້ຽງໄປແລ້ວ ຍ່ອມເຂົ້າເຖິງນະຣົກແດ່ ກໍາເນີດເດຣັດສານແດ່ ເປຕວິສັຍແດ່ ສ່ວນສາວົກຂອງພຣະຜູ້ມີພຣະພາຄ ດໍາຣົງຢູ່ໃນຊັ້ນອາພັສສະຣະນັ້ນ ຈົນເທົ່າໝົດອາຍຸ ຍັງປະມານອາຍຸຂອງເທວະດາເຫຼົ່ານັ້ນໃຫ້ສ້ຽງໄປແລ້ວ ຍ່ອມປະຣິນິບພານໃນພົບນັ້ນເອງ.

ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແປກແຕກຕ່າງກັນ ເປັນຄວາມມຸ່ງໝາຍທີ່ແຕກຕ່າງກັນ ເປັນເຄື່ອງເຮັດໃຫ້ແຕກຕ່າງກັນ ລະຫວ່າງອະຣິຍະສາວົກຜູ້ໄດ້ສະດັບ ກັບປຸຖຸຊົນຜູ້ບໍ່ໄດ້ສະດັບ ໃນເມື່ອຄະຕິອຸບັດຍັງມີຢູ່.

(໓) ອີກປະການໜຶ່ງ ບຸກຄົນບາງຄົນໃນໂລກນີ້ ມີຈິຕປະກອບດ້ວຍມຸທິຕາ ແຜ່ໄປສູ່ທິດທີໜຶ່ງ ທິດທີສອງ ທີສາມ ທີສີ່ ກໍເໝືອນກັນເຊັ່ນນັ້ນ ທັງເບື້ອງເທິງ ເບື້ອງລຸ່ມແລະ

ພຸດທະວະຈະນະ - ໝວດທັມ

ເບື້ອງຂວາງ ເຂົາແຜ່ໄປຕະຫຼອດໂລກທັງມວນ ໃນທີ່ທັງປວງ ແກ່ສັຕທັງຫຼາຍທົ່ວໜ້າສະເໝີກັນ ດ້ວຍຈິຕອັນປະກອບດ້ວຍມຸທິຕາ ເປັນຈິຕໄພບູນ ໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາດແລ້ວແລຢູ່

ເຂົາຍ່ອມພໍໃຈທັມນັ້ນ ປາຖນາທັມນັ້ນ ແລະເຖິງຄວາມຍິນດີດ້ວຍທັມນັ້ນ ເຂົາດໍາຣົງຢູ່ໃນທັມນັ້ນ ນ້ອມໃຈໄປໃນທັມນັ້ນ ຢູ່ຫຼາຍດ້ວຍທັມນັ້ນ ບໍ່ເສື່ອມຈາກທັມນັ້ນ ເມື່ອທໍາກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫຼົ່າສຸພະກິນຫະ.

ພິກຂຸທັງຫຼາຍ ! ໔ ກັບເປັນປະມານອາຍຸຂອງເທວະດາເຫຼົ່າສຸພະກິນຫະ ປຸຖຸຊົນດໍາຣົງຢູ່ໃນຊັ້ນສຸພະກິນຫະນັ້ນຈົນເທົ່າໝົດອາຍຸ ຍັງປະມານອາຍຸຂອງເທວະດາເຫຼົ່ານັ້ນໃຫ້ສ້ຽງໄປແລ້ວ ຍ່ອມເຂົ້າເຖິງນະຣົກແດ່ ກໍາເນີດເດຣັດສານແດ່ ເປຕວິສັຍແດ່ ສ່ວນສາວົກຂອງພຣະຜູ້ມີພຣະພາຄ ດໍາຣົງຢູ່ໃນຊັ້ນສຸພະກິນຫະນັ້ນຈົນເທົ່າໝົດອາຍຸ ຍັງປະມານອາຍຸຂອງເທວະດາເຫຼົ່ານັ້ນໃຫ້ສ້ຽງໄປແລ້ວ ຍ່ອມປະຣິນິບພານໃນພົບນັ້ນເອງ.

ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແປກແຕກຕ່າງກັນ ເປັນຄວາມມຸ່ງໝາຍທີ່ແຕກຕ່າງກັນ ເປັນເຄື່ອງເຮັດໃຫ້ແຕກຕ່າງກັນ ລະຫວ່າງອະຣິຍະສາວົກຜູ້ໄດ້ສະດັບ ກັບປຸຖຸຊົນຜູ້ບໍ່ໄດ້ສະດັບ ໃນເມື່ອຄະຕິອຸບັດຍັງມີຢູ່

ເປີດທັມທີ່ຖືກປົກປິດ : ພົບພູມ

(໔) ອີກປະການໜຶ່ງ ບຸກຄົນບາງຄົນໃນໂລກນີ້ ມີຈິຕປະກອບດ້ວຍອຸເປກຂາ ແຜ່ໄປສູ່ທິດທີໜຶ່ງ ທິດທີສອງ ທີສາມ ທີສີ່ ກໍເໝືອນກັນເຊັ່ນນັ້ນ ທັງເບື້ອງເທິງ ເບື້ອງລຸ່ມແລະເບື້ອງຂວາງ ເຂົາແຜ່ໄປຕະຫຼອດໂລກທັງມວນ ໃນທີ່ທັງປວງ ແກ່ສັຕທັງຫຼາຍທົ່ວໜ້າສະເໝີກັນ ດ້ວຍຈິຕອັນປະກອບດ້ວຍອຸເປກຂາ ເປັນຈິຕໄພບູນ ໃຫຍ່ຫຼວງ ບໍ່ມີປະມານ ບໍ່ມີເວຣ ບໍ່ມີພະຍາດແລ້ວແລຢູ່

ເຂົາຍ່ອມພໍໃຈທັມນັ້ນ ປາຖນາທັມນັ້ນ ແລະເຖິງຄວາມຍິນດີດ້ວຍທັມນັ້ນ ເຂົາດໍາຣົງຢູ່ໃນທັມນັ້ນ ນ້ອມໃຈໄປໃນທັມນັ້ນ ຢູ່ຫຼາຍດ້ວຍທັມນັ້ນ ບໍ່ເສື່ອມຈາກທັມນັ້ນ ເມື່ອທໍາກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫຼົ່າເວຫັບຜະລະ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ