ພົບພູມ
ໜ້າ/ 140
(໕) ພິກຂຸທັງຫຼາຍ ! ປະການອື່ນຍັງມີອີກ ພຣະເຈົ້າຈັກກະພັດຍ່ອມປາກົດນາງແກ້ວຮູບງາມ ໜ້າເບິ່ງ ໜ້າເຫຼື້ອມໃສ ປະກອບດ້ວຍຄວາມງົດງາມ ແຫ່ງຜິວພັນຢ່າງຍິ່ງ ບໍ່ສູງຫຼາຍ ບໍ່ຕໍ່າຫຼາຍ ບໍ່ຈ່ອຍຫຼາຍ ບໍ່ພີຫຼາຍ ບໍ່ດໍາຫຼາຍ ບໍ່ຂາວຫຼາຍ ເກີນຜິວພັນຂອງມະນຸດ ແຕ່ຍັງບໍ່ເຖິງຜິວພັນທິບ ມີສັມຜັສທາງກາຍປານວ່າສັມຜັສຍອງງິ້ວຫຼືຍອງຝ້າຍ ນາງແກ້ວນັ້ນມີຄີງອຸ່ນໃນຍາມໜາວ ມີຄີງເຢັນໃນຍາມຮ້ອນ ມີກິ່ນດັ່ງກິ່ນຈັນແຜ່ໄປແຕ່ກາຍ ມີກິ່ນດັ່ງກິ່ນບົວຂຽວແຜ່ໄປແຕ່ປາກ ນາງແກ້ວນັ້ນມີປົກກະຕິຕື່ນກ່ອນນອນພາຍຫຼັງ ຄອຍຟັງບັນຊາໃຊ້ (ຕຣັດສັ່ງ) ປະພຶດຖືກພຣະທັຍ ທູນປາໄສເປັນທີ່ຊື່ນຊົມຕໍ່ພຣະເຈົ້າຈັກກະພັດ ແລະບໍ່ປະພຶດລ່ວງເກີນພຣະເຈົ້າຈັກກະພັດແມ່ນແຕ່ທາງໃຈ ຈັ່ງໃດຈະມີການປະພຶດລ່ວງເກີນທາງກາຍໄດ້.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ຍ່ອມປາກົດນາງແກ້ວເຫັນປານນີ້ແກ່ພຣະເຈົ້າຈັກກະພັດ.
(໖) ພິກຂຸທັງຫຼາຍ ! ປະການອື່ນຍັງມີອີກ ພຣະເຈົ້າຈັກກະພັດ ຍ່ອມປາກົດຄະຫະບໍດີແກ້ວ ຜູ້ມີຈັກຂຸອັນເປັນທິບ ເກີດແຕ່ວິບາກຂອງກັມປາກົດ ຊຶ່ງເປັນເຫດໃຫ້ມອງເຫັນຊັບທັງທີ່ມີເຈົ້າຂອງ ທັງທີ່ບໍ່ມີເຈົ້າຂອງໄດ້.
ເຂົາເຂົ້າເຝົ້າພຣະເຈົ້າຈັກກະພັດແລ້ວ ຂາບທູນດັ່ງນີ້ວ່າ “ຂໍໂອກາດ ! ພຣະອົງຈົ່ງທົງເປັນຜູ້ຂົນຂວາຍໜ້ອຍເຖີ້ນ ຂ້ານ້ອຍຈະເຮັດໜ້າທີ່ການຄັງໃຫ້ພຣະອົງ”
ພິກຂຸທັງຫຼາຍ ! ເລື່ອງເຄີຍມີມາແລ້ວ ພຣະເຈົ້າຈັກກະພັດ ເມື່ອຈະທົງທົດລອງຄະຫະບໍດີແກ້ວນັ້ນ ຈຶ່ງສະເດັດລົງເຮືອສ່ວນພຣະອົງ ໃຫ້ລອຍລ່ອງຕາມກະແສນ້ຳ ກາງແມ່ນ້ຳຄົງຄາ ແລ້ວຕຣັດສັ່ງຄະຫະບໍດີແກ້ວດັ່ງນີ້ວ່າ “ຄະຫະບໍດີ ! ເຮົາຕ້ອງການເງິນແລະຄໍາ”
ຄະຫະບໍດີແກ້ວຂາບທູນວ່າ “ຂ້າແຕ່ມະຫາຣາຊະ ! ຖ້າເຊັ່ນນັ້ນ ຈົ່ງຈອດເຮືອເຂົ້າຝັ່ງຝ່າຍໜຶ່ງເຖີ້ນ”
ພຣະເຈົ້າຈັກກະພັດຕຣັດວ່າ “ຄະຫະບໍດີ ! ເຮົາຕ້ອງການເງິນແລະຄໍາບ່ອນນີ້ແຫຼະ”
ເປີດທັມທີ່ຖືກປົກປິດ : ພົບພູມ
ທັນໃດນັ້ນ ຄະຫະບໍດີແກ້ວຈຶ່ງເອົາມືທັງ ໒ ຈົກຈຸ່ມລົງໃນນໍ້າ ຍົກໝໍ້ເຕັມດ້ວຍເງິນແລະຄໍາຂຶ້ນມາ ແລະຂາບທູນພຣະເຈົ້າຈັກກະພັດດັ່ງນີ້ວ່າ “ຂ້າແຕ່ມະຫາຣາຊະ ! ພໍຫຼືຍັງພຽງສໍ່ານີ້ ໃຊ້ໄດ້ຫຼືບໍ່ພຽງສໍ່ານີ້ ບູຊາໄດ້ຫຼືບໍ່ພຽງສໍ່ານີ້”
ພຣະເຈົ້າຈັກກະພັດ ຈຶ່ງໄດ້ສັ່ງດັ່ງນີ້ວ່າ “ຄະຫະບໍດີ ! ພໍລະ ໃຊ້ໄດ້ແລ້ວ ບູຊາໄດ້ແລ້ວພຽງສໍ່ານີ້”
ພິກຂຸທັງຫຼາຍ ! ຍ່ອມປາກົດຄະຫະບໍດີແກ້ວ ເຫັນປານນີ້ແກ່ພຣະເຈົ້າຈັກກະພັດ.
(໗) ພິກຂຸທັງຫຼາຍ ! ປະການອື່ນຍັງມີອີກ ພຣະເຈົ້າຈັກກະພັດຍ່ອມປາກົດປະຣິນາຍົກແກ້ວ ປະຣິນາຍົກແກ້ວນັ້ນເປັນບັນດິຕ ສະຫຼາດ ມີປັນຍາ ສາມາດຖວາຍຂໍ້ແນະນໍາໃຫ້ພຣະອົງທົງບໍາລຸງຜູ້ທີ່ຄວນບໍາລຸງ ທົງຖອດຖອນຜູ້ທີ່ຄວນຖອດຖອນ ແຕ່ງຕັ້ງຜູ້ທີ່ຄວນແຕ່ງຕັ້ງ
ເຂົາເຂົ້າໄປເຝົ້າພຣະເຈົ້າຈັກກະພັດແລ້ວ ຂາບທູນດັ່ງນີ້ວ່າ “ຂໍໂອກາດ ! ຂໍພຣະອົງຈົ່ງເປັນຜູ້ຂົນຂວາຍໜ້ອຍເຖີ້ນ ຂ້ານ້ອຍຈະສັ່ງການຖວາຍແທນ”
ພິກຂຸທັງຫຼາຍ ! ຍ່ອມປາກົດປະຣິນາຍົກແກ້ວເຫັນປານນີ້ແກ່ພຣະເຈົ້າຈັກກະພັດ.
ພິກຂຸທັງຫຼາຍ ! ພຣະເຈົ້າຈັກກະພັດ ຍ່ອມທົງປະກອບດ້ວຍແກ້ວເຈັດປະການນີ້.
ພຸດທະວະຈະນະ - ໝວດທັມ
ພຣະເຈົ້າຈັກກະພັດທົງປະກອບດ້ວຍຄວາມສໍາເລັດຜົນ ໔ ຢ່າງ ເປັນແນວໃດໜໍ ?
(໑) ພິກຂຸທັງຫຼາຍ ! ພຣະເຈົ້າຈັກກະພັດໃນໂລກນີ້ ຍ່ອມທົງມີພຣະສິຣິຮູບໂສມງົດງາມ ໜ້າເບິ່ງໜ້າເຫຼື້ອມໃສ ປະກອບດ້ວຍພຣະສະວີວັນອັນງົດງາມຢ່າງຍິ່ງ ເກີນກວ່າມະນຸດອື່ນໆ.
ພິກຂຸທັງຫຼາຍ ! ພຣະເຈົ້າຈັກກະພັດທົງປະກອບດ້ວຍສໍາເລັດຜົນຂໍ້ທີ ໑ ດັ່ງນີ້.
(໒) ພິກຂຸທັງຫຼາຍ ! ປະການອື່ນຍັງມີອີກ ພຣະເຈົ້າຈັກກະພັດຍ່ອມທົງມີພຣະຊົນມາຍຸຍືນ ທົງດໍາຣົງຢູ່ດົນເກີນກວ່າມະນຸດອື່ນໆ
ພິກຂຸທັງຫຼາຍ ! ພຣະເຈົ້າຈັກກະພັດທົງປະກອບດ້ວຍຄວາມສໍາເລັດຜົນຂໍ້ທີ ໒ ດັ່ງນີ້.
(໓) ພິກຂຸທັງຫຼາຍ ! ປະການອື່ນຍັງມີອີກ ພຣະເຈົ້າຈັກກະພັດຍ່ອມເປັນຜູ້ມີອາພາດໜ້ອຍ ບໍ່ທົງລໍາບາກ ທົງປະກອບດ້ວຍພຣະເຕໂຊທາດ ຍ່ອຍພຣະກາຍາຫານສະໝໍ່າສະເໝີ ບໍ່ເຢັນຫຼາຍ ບໍ່ຮ້ອນໂພດ ເກີນກວ່າມະນຸດອື່ນໆ








