ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນໂລກນີ້ ເຮັດບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍທານມີປະມານຍິ່ງ ເຮັດບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍສີລມີປະມານຍິ່ງ ບໍ່ຈະເຣີນບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍພາວະນາເລີຍ ເມື່ອຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່າປະຣະນິມມິຕະວະສະວັຕຕີ.

ພິກຂຸທັງຫຼາຍ ! ທ້າວປະຣະນິມມິຕະວະສະວັຕຕີເທວະບຸຕໃນປະຣະນິມມິຕະວະສະວັຕຕີນັ້ນ ເຮັດບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍທານເປັນອະດິເຣກ ເຮັດບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍສີລເປັນອະດິເຣກ ຍ່ອມກ້າວຂ້າມພວກເທວະດາເຫຼົ່າປະຣະນິມມິຕະວະສະວັຕຕີໂດຍຖານະ ໑໐ ປະການ ຄື ອາຍຸທິບ ວັນນະທິບ ສຸຂທິບ ຍົດທິບ ອະທິປະໄຕທິບ ຮູບທິບ ສຽງທິບ ກິ່ນທິບ ຣົສທິບ ໂຜຕຖັບພະທິບ.

ພິກຂຸທັງຫຼາຍ ! ນີ້ແລ ບຸນຍ໌ກິຣິຍາວັດຖຸ ໓ ປະການ.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ຄວາມແຕກຕ່າງຂອງຜູ້ໃຫ້ກັບຜູ້ບໍ່ໃຫ້ ໗໓

- ບາລີ ປັນຈກ. ອັງ. ໒໒/໓໔/໓໑.

ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂໍປະທານພຣະວະໂຣກາດ ສາວົກຂອງພຣະຜູ້ມີພຣະພາຄ ໒ ຄົນ ມີສັດທາ ມີສີລ ມີປັນຍາເທົ່າໆກັນ ຄົນໜຶ່ງເປັນຜູ້ໃຫ້ ຄົນໜຶ່ງເປັນຜູ້ບໍ່ໃຫ້ ຄົນທັງສອງນັ້ນ ເມື່ອຕາຍໄປ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ ແຕ່ຄົນທັງສອງນັ້ນ ທັງທີ່ເປັນເທວະດາຄືກັນ ຈະມີຄວາມພິເສດແຕກຕ່າງກັນຫຼືບໍ່ ?

ສຸມະນາ ! ຄົນທັງສອງນັ້ນ ຈະມີຄວາມພິເສດແຕກຕ່າງກັນຄື ຜູ້ໃຫ້ທີ່ເປັນເທວະດາ ຍ່ອມຂົ່ມເທວະດາຜູ້ບໍ່ໃຫ້ດ້ວຍເຫດ ໕ ປະການຄື ອາຍຸ ວັນນະ ສຸຂ ຍົດ ແລະອະທິປະໄຕທີ່ເປັນທິບ.

ສຸມະນາ ! ຜູ້ໃຫ້ທີ່ເປັນເທວະດາ ຍ່ອມຂົ່ມເທວະດາຜູ້ບໍ່ໃຫ້ດ້ວຍເຫດ ໕ ປະການນີ້.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກໍຖ້າເທວະດາທັງສອງນັ້ນ ຈຸຕິຈາກເທວະໂລກນັ້ນແລ້ວ ມາສູ່ຄວາມເປັນມະນຸດ ແຕ່ຄົນທັງສອງນັ້ນ ທັງທີ່ເປັນມະນຸດຄືກັນ ຍ່ອມມີຄວາມພິເສດແຕກຕ່າງກັນຫຼືບໍ່ ?

ສຸມະນາ ! ຄົນທັງສອງນັ້ນ ຍ່ອມມີຄວາມພິເສດແຕກຕ່າງກັນ ຄື ຜູ້ໃຫ້ທີ່ເປັນມະນຸດ ຍ່ອມຂົ່ມມະນຸດຜູ້ບໍ່ໃຫ້ດ້ວຍເຫດ ໕ ປະການ ຄື ອາຍຸ ວັນນະ ສຸຂ ຍົດ ແລະອະທິປະໄຕທີ່ເປັນຂອງມະນຸດ.

ສຸມະນາ ! ຜູ້ໃຫ້ທີ່ເປັນມະນຸດ ຍ່ອມຂົົ່ມມະນຸດຜູ້ບໍ່ໃຫ້ດ້ວຍເຫດ ໕ ປະການນີ້.

ພຸດທະວະຈະນະ - ໝວດທັມ

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກໍຖ້າຄົນທັງສອງນັ້ນອອກບວດ ແຕ່ຄົນທັງສອງນັ້ນ ທັງທີ່ເປັນບັັນພະຊິຕຄືກັນ ຍ່ອມມີຄວາມພິເສດແຕກຕ່າງກັນຫຼືບໍ່ ?

ສຸມະນາ ! ຄົນທັງສອງນັ້ນ ຍ່ອມມີຄວາມພິເສດແຕກຕ່າງກັນຄື ຜູ້ໃຫ້ທີ່ເປັນບັນພະຊິຕ ຍ່ອມຂົ່ມບັນພະຊິຕຜູ້ບໍ່ໃຫ້ດ້ວຍເຫດ ໕ ປະການ ຄື

(໑) ເຂົາໃຊ້ສອຍຈີວອນ ສ່ວນຫຼາຍເພາະຖືກຄົນອ້ອນ ວອນ ທີ່ບໍ່ຖືກໃຜອ້ອນວອນໃຫ້ໃຊ້ສອຍນັ້ນ ມີເປັນສ່ວນໜ້ອຍ

(໒) ເຂົາສັນບິນດະບາຕ ສ່ວນຫຼາຍເພາະຖືກຄົນອ້ອນວອນ ທີ່ບໍ່ຖືກໃຜອ້ອນວອນໃຫ້ສັນນັ້ນ ມີເປັນສ່ວນໜ້ອຍ

(໓) ເຂົາໃຊ້ສອຍເສນາສະນະ ສ່ວນຫຼາຍເພາະຖືກຄົນອ້ອນ ວອນ ທີ່ບໍ່ຖືກໃຜອ້ອນວອນໃຫ້ໃຊ້ສອຍນັ້ນ ມີເປັນສ່ວນໜ້ອຍ

(໔) ເຂົາບໍລິໂພກຢາ ກັບເຄື່ອງໃຊ້ໃນການປິ່ນປົວພະຍາດ ສ່ວນຫຼາຍເພາະຖືກຄົນອ້ອນວອນ ທີ່ບໍ່ຖືກໃຜອ້ອນວອນໃຫ້ ບໍລິໂພກນັ້ນ ມີເປັນສ່ວນໜ້ອຍ

(໕) ເມື່ອຢູ່ຮ່ວມກັບເພື່ອນພຣົມມະຈັນເຫຼົ່າໃດ ເພື່ອນ ພຣົມມະຈັນເຫຼົ່ານັ້ນ ກໍປະພຶດຕໍ່ເຂົາດ້ວຍ ກາຍະກັມ ວະຈີກັມ ມະໂນກັມ ເປັນທີ່ພໍໃຈເປັນສ່ວນຫຼາຍ ບໍ່ເປັນທີ່ພໍໃຈມີເປັນສ່ວນໜ້ອຍ ຍ່ອມນໍາສິ່ງເປັນທີ່ພໍໃຈມາເປັນສ່ວນຫຼາຍ ຍ່ອມນໍາສິ່ງບໍ່ເປັນທີ່ພໍໃຈມາເປັນສ່ວນໜ້ອຍ

ສຸມະນາ ! ຜູ້ໃຫ້ທີ່ເປັນບັນພະຊິຕ ຍ່ອມຂົ່ມບັນພະຊິຕຜູ້ບໍ່ໃຫ້ດ້ວຍເຫດ ໕ ປະການນີ້.

ເປີດທັມທີ່ຖືກປົກປິດ : ພົບພູມ

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກໍຖ້າຄົນທັງສອງນັ້ນບັນລຸເປັນພຣະອໍຣະຫັນຕ໌ ແຕ່ຄົນທັງສອງນັ້ນ ທັງທິີ່ໄດ້ບັນລຸເປັນພຣະອໍຣະຫັນຕ໌ຄືກັນ ຍ່ອມມີຄວາມພິເສດແຕກຕ່າງກັນຫຼືບໍ່ ?

ສຸມະນາ ! ຂໍ້ນີ້ ເຮົາບໍ່ກ່າວວ່າ ມີຄວາມພິເສດແຕກຕ່າງກັນໃດໆ ໃນວິມຸດຕິກັບວິມຸດຕິ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ