ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ພຸດທະວະຈະນະ - ໝວດທັມ

ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນໂລກນີ້ ເຮັດບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍທານມີປະມານຍິ່ງ ເຮັດບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍສີລມີປະມານຍິ່ງ ບໍ່ຈະເຣີນບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍພາວະນາເລີຍ ເມື່ອຕາຍໄປເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່າຈາຕຸມະຫາຣາຊິກາ.

ພິກຂຸທັງຫຼາຍ ! ມະຫາຣາຊະທັງ ໔ ນັ້ນ ເພາະເຮັດບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍທານເປັນອະດິເຣກ ເຮັດບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍສີລເປັນອະດິເຣກ ຍ່ອມກ້າວຂ້າມພວກເທວະດາເຫຼົ່າຈາຕຸມະຫາຣາຊິກາໂດຍຖານະ ໑໐ ປະການ ຄື ອາຍຸທິບ ວັນນະທິບ ສຸຂທິບ ຍົດທິບ ອະທິປະໄຕທິບ ຮູບທິບ ສຽງທິບ ກິ່ນທິບ ຣົສທິບ ໂຜຕຖັບພະທິບ.

ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນໂລກນີ້ ເຮັດບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍທານມີປະມານຍິ່ງ ເຮັດບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍສີລມີປະມານຍິ່ງ ບໍ່ຈະເຣີນບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍພາວະນາເລີຍ ເມື່ອຕາຍໄປເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່າດາວະດຶງ.

ພິກຂຸທັງຫຼາຍ ! ທ້າວສັກກະຈອມເທບໃນດາວະດຶງນັ້ນ ເຮັດ ບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍທານເປັນອະດິເຣກ ເຮັດບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍສີລເປັນອະດິເຣກ ຍ່ອມກ້າວຂ້າມ

ເປີດທັມທີ່ຖືກປົກປິດ : ພົບພູມ

ພວກເທວະດາເຫຼົ່າດາວະດຶງໂດຍຖານະ ໑໐ ປະການ ຄື ອາຍຸທິບ ວັນນະທິບ ສຸຂທິບ ຍົດທິບ ອະທິປະໄຕທິບ ຮູບທິບ ສຽງທິບ ກິ່ນທິບ ຣົສທິບ ໂຜຕຖັບພະທິບ.

ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນໂລກນີ້ ເຮັດບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍທານມີປະມານຍິ່ງ ເຮັດບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍສີລມີປະມານຍິ່ງ ບໍ່ຈະເຣີນບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍພາວະນາເລີຍ ເມື່ອຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່າຍາມາ.

ພິກຂຸທັງຫຼາຍ ! ທ້າວສຸຢາມະເທວະບຸຕໃນຍາມານັ້ນເຮັດບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍທານເປັນອະດິເຣກ ເຮັດບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍສີລເປັນອະດິເຣກ ຍ່ອມກ້າວຂ້າມພວກເທວະດາເຫຼົ່າຍາມາ ໂດຍຖານະ ໑໐ ປະການ ຄື ອາຍຸທິບ ວັນນະທິບ ສຸຂທິບ ຍົດທິບ ອະທິປະໄຕທິບ ຮູບທິບ ສຽງທິບ ກິ່ນທິບ ຣົສທິບ ໂຜຕຖັບພະທິບ.

ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນໂລກນີ້ ເຮັດບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍທານມີປະມານຍິ່ງ ເຮັດບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍສີລມີປະມານຍິ່ງ ບໍ່ຈະເຣີນບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍພາວະນາເລີຍ ເມື່ອຕາຍໄປເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່າດຸສິຕ.

ພຸດທະວະຈະນະ - ໝວດທັມ

ພິກຂຸທັງຫຼາຍ ! ທ້າວສັນດຸສິຕະເທວະບຸຕໃນດຸສິຕນັ້ນເຮັດບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍທານເປັນອະດິເຣກ ເຮັດ ບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍສີລເປັນອະດິເຣກ ຍ່ອມກ້າວຂ້າມພວກເທວະດາເຫຼົ່າດຸສິຕ ໂດຍຖານະ ໑໐ ປະການ ຄື ອາຍຸທິບ ວັນນະທິບ ສຸຂທິບ ຍົດທິບ ອະທິປະໄຕທິບ ຮູບທິບ ສຽງທິບ ກິ່ນທິບ ຣົສທິບ ໂຜຕຖັບພະທິບ.

ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນໂລກນີ້ ເຮັດບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍທານມີປະມານຍິ່ງ ເຮັດບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍສີລມີປະມານຍິ່ງ ບໍ່ຈະເຣີນບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍພາວະນາເລີຍ ເມື່ອຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່ານິມມານໍຣະດີ.

ພິກຂຸທັງຫຼາຍ ! ທ້າວສຸນິມມິຕະເທວະບຸຕໃນນິມມານໍຣະດີນັ້ນ ເຮັດບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍທານເປັນອະດິເຣກ ເຮັດບຸນຍ໌ກິຣິຍາວັດຖຸທິີ່ສໍາເລັດດ້ວຍສີລເປັນອະດິເຣກ ຍ່ອມກ້າວຂ້າມພວກເທວະດາເຫຼົ່ານິມມານໍຣະດີ ໂດຍຖານະ ໑໐ ປະການ ຄື ອາຍຸທິບ ວັນນະທິບ ສຸຂທິບ ຍົດທິບ ອະທິປະໄຕທິບ ຮູບທິບ ສຽງທິບ ກິ່ນທິບ ຣົສທິບ ໂຜຕຖັບພະທິບ.

ເປີດທັມທີ່ຖືກປົກປິດ : ພົບພູມ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ