ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ພິກຂຸທັງຫຼາຍ ! ຄວາມປາຖນາແຫ່ງໃຈຂອງບຸກຄົນຜູ້ມີສີລ ຍ່ອມສໍາເລັດໄດ້ ເພາະຈິຕບໍຣິສຸດ.

ເປີດທັມທີ່ຖືກປົກປິດ : ພົບພູມ

ພິກຂຸທັງຫຼາຍ ! ສ່ວນບຸກຄົນບາງຄົນໃນໂລກນີ້ ຍ່ອມໃຫ້ທານ ຄື ເຂົ້າ ນໍ້າ... ເຄື່ອງເຕີມປະທີບແກ່ສະມະນະຫຼືພຣາມ ເຂົາໃຫ້ສິ່ງໃດ ຍ່ອມຫວັງສິ່ງນັ້ນ ເຂົາໄດ້ຟັງມາວ່າ ເທວະດາຊັ້ນຈາຕຸມະຫາຣາຊິກາ ມີອາຍຸຍືນ ມີວັນນະ ປ່ຽມດ້ວຍຄວາມສຸຂ ເຂົາຈຶ່ງມີຄວາມປາຖນາດັ່ງນີ້ວ່າ “ໂອໜໍ ! ເມື່ອຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນຈາຕຸມະຫາຣາຊິກາ” ເຂົາຕັ້ງຈິຕນັ້ນ ອະທິດຖານຈິຕນັ້ນ ຈະເຣີນຈິຕນັ້ນ ຈິຕຂອງເຂົານຶກນ້ອມໄປໃນທາງທີ່ຕໍ່າ ບໍ່ຈະເຣີນຍິ່ງຂຶ້ນ ພາຍຫຼັງ ແຕ່ການຕາຍເພາະການທໍາລາຍແຫ່ງກາຍ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນຈາຕຸມະຫາຣາຊິກາ ແຕ່ຂໍ້ນັ້ນເຮົາກ່າວວ່າ ເປັນຂອງຜູ້ມີສີລ ບໍ່ແມ່ນຂອງຜູ້ທຸສີລ.

ພິກຂຸທັງຫຼາຍ ! ຄວາມປາຖນາແຫ່ງໃຈຂອງບຸກຄົນຜູ້ມີສີລ ຍ່ອມສໍາເລັດໄດ້ ເພາະຈິຕບໍຣິສຸດ.

ພິກຂຸທັງຫຼາຍ ! ສ່ວນບຸກຄົນບາງຄົນໃນໂລກນີ້ ຍ່ອມໃຫ້ທານ ຄື ເຂົ້າ ນໍ້າ... ເຄື່ອງເຕີມປະທີບແກ່ສະມະນະຫຼືພຣາມ ເຂົາໃຫ້ສິ່ງໃດ ຍ່ອມຫວັງສິ່ງນັ້ນ ເຂົາໄດ້ຟັງມາວ່າ ເທວະດາຊັ້ນດາວະດຶງ...ເທວະດາຊັ້ນຍາມາ...ເທວະດາຊັ້ນດຸສິຕ...ເທວະດາຊັ້ນ ນິມມານໍຣະດີ...ເທວະດາຊັ້ນປະຣະນິມມິຕະວະສະວັຕຕີ ມີອາຍຸຍືນ ມີວັນນະ ປ່ຽມດ້ວຍຄວາມສຸຂ ເຂົາຈຶ່ງມີຄວາມປາຖນາດັ່ງນີ້ວ່າ “ໂອໜໍ ! ເມື່ອຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາ ຊັ້ນປະຣະນິມມິຕະວະສະວັຕຕີ” ເຂົາຕັ້ງຈິຕນັ້ນ ອະທິດຖານຈິຕນັ້ນ

ພຸດທະວະຈະນະ - ໝວດທັມ

ຈະເຣີນຈິຕນັ້ນ ຈິຕຂອງເຂົານຶກນ້ອມໄປໃນທາງທີ່ຕ່ຳ ບໍ່ຈະເຣີນຍິ່ງຂຶ້ນ ພາຍຫຼັງແຕ່ການຕາຍເພາະການທໍາລາຍແຫ່ງກາຍ ເຂົາຍ່ອມ ເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນປະຣະນິມມິຕະວະສະ ວັຕຕີ ແຕ່ຂໍ້ນັ້ນເຮົາກ່າວວ່າເປັນຂອງຜູ້ມີສີລ ບໍ່ແມ່ນຂອງຜູ້ທຸສີລ.

ພິກຂຸທັງຫຼາຍ ! ຄວາມປາຖນາແຫ່ງໃຈຂອງບຸກຄົນຜູ້ມີສີລ ຍ່ອມສໍາເລັດໄດ້ ເພາະຈິຕບໍຣິສຸດ.

ພິກຂຸທັງຫຼາຍ ! ສ່ວນບຸກຄົນບາງຄົນໃນໂລກນີ້ ຍ່ອມໃຫ້ທານ ຄື ເຂົ້າ ນໍ້າ...ເຄື່ອງເຕີມປະທີບແກ່ສະມະນະຫຼືພຣາມ ເຂົາໃຫ້ສິ່ງໃດ ຍ່ອມຫວັງສິ່ງນັ້ນ ເຂົາໄດ້ຟັງມາວ່າເທວະດາຊັ້ນພຣົມມະ ກາຢິກາ ມີອາຍຸຍືນ ມີວັນນະ ປ່ຽມດ້ວຍຄວາມສຸຂ ເຂົາຈຶ່ງມີຄວາມປາຖນາດັ່ງນີ້ວ່າ “ໂອໜໍ ! ເມື່ອຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນພຣົມມະກາຢິກາ” ເຂົາຕັ້ງຈິຕນັ້ນ ອະທິດຖານຈິຕນັ້ນ ຈະເຣີນຈິຕນັ້ນ ຈິຕຂອງເຂົານຶກນ້ອມໄປໃນທາງຕໍ່າ ບໍ່ຈະເຣີນຍິ່ງຂຶ້ນ ພາຍຫຼັງແຕ່ການຕາຍເພາະການທໍາລາຍແຫ່ງກາຍ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນພຣົມມະກາຢິກາ ແຕ່ຂໍ້ນັ້ນເຮົາກ່າວວ່າເປັນຂອງຜູ້ມີສີລ ບໍ່ແມ່ນຂອງຜູ້ທຸສີລ.

ພິກຂຸທັງຫຼາຍ ! ຄວາມປາຖນາແຫ່ງໃຈຂອງບຸກຄົນຜູ້ມີສີລ ຍ່ອມສຳເລັດໄດ້ ເພາະຈິຕປາສະຈາກຣາຄະ.

ພິກຂຸທັງຫຼາຍ ! ເຫດເກີດຂຶ້ນແຫ່ງທານ ໘ ປະການນີ້ແລ.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ສັດສ່ວນຂອງ ທານ ສີລ ພາວະນາ ໗໒

- ບາລີ ສັຕຕກ. ອັງ. ໒໓/໒໔໕/໑໒໖.

ພິກຂຸທັງຫຼາຍ ! ປຸນຍະກິຣິຢາວັດຖຸ ໓ ປະການນີ້ ມີຢູ່ ໓ ປະການເປັນແນວໃດໜໍ ? ຄື

(໑) ບຸນຍ໌ກິຣິຍາວັດຖຸສໍາເລັດດ້ວຍທານ

(໒) ບຸນຍ໌ກິຣິຍາວັດຖຸສໍາເລັດດ້ວຍສີລ

(໓) ບຸນຍ໌ກິຣິຍາວັດຖຸສໍາເລັດດ້ວຍພາວະນາ

ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນໂລກນີ້ ເຮັດາບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍທານໜ້ອຍໜຶ່ງ ເຮັດບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍສີລໜ້ອຍໜຶ່ງ ບໍ່ຈະເຣີນບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍພາວະນາເລີຍ ເມື່ອຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນຜູ້ມີສ່ວນຕໍ່າໃນມະນຸດ.

ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນໂລກນີ້ ເຮັດາບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍທານພໍປະມານ ເຮັດບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍສີລພໍປະມານ ບໍ່ຈະເຣີນບຸນຍ໌ກິຣິຍາວັດຖຸທີ່ສໍາເລັດດ້ວຍພາວະນາເລີຍ ເມື່ອຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນຜູ້ມີສ່ວນດີໃນມະນຸດ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ