ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ພິກຂຸທັງຫຼາຍ ! ສະຕະສະຫັດສະພຣົມກໍເຊັ່ນນັ້ນເໝືອນກັນແລ ຍ່ອມນ້ອມຈິຕແຜ່ໄປຕະຫຼອດໂລກະທາດແສນໜຶ່ງຢູ່ ແມ່ນວ່າສັຕທັງຫຼາຍທີ່ເກີດແລ້ວໃນສະຕະສະຫັດສະພຣົມນັ້ນ ກໍນ້ອມຈິຕແຜ່ໄປຢູ່ໄດ້ ເຂົາມີຄວາມປາຖນາເຊັ່ນນີ້ “ໂອໜໍ ! ເຮົາເມື່ອຕາຍໄປແລ້ວ ຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງສະຕະສະຫັດສະພຣົມເຖີ້ນ” ເຂົາຈຶ່ງຕັ້ງຈິຕນັ້ນ ອະທິດຖານຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫຼົ່ານັ້ນ ອັນເຂົາຈະເຣີນແລ້ວເຊັ່ນນີ້ ຝຶກໃຫ້ຫຼາຍແລ້ວເຊັ່ນນີ້ ຍ່ອມເປັນໄປເພື່ອຄວາມສໍາເລັດໃນພາວະນັ້ນໆ.

ພິກຂຸທັງຫຼາຍ ! ປະການອື່ນຍັງມີອີກ ພິກຂຸເປັນຜູ້ປະກອບດ້ວຍສັດທາ ສີລ ສຸຕຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ເທວະດາຊັ້ນອາພາ...ເທວະດາຊັ້ນປະຣິດຕາພາ...ເທວະດາຊັ້ນ

ພຸດທະວະຈະນະ - ໝວດທັມ

ອັບປະມານາພາ...ເທວະດາຊັ້ນອາພັດສະຣາ...ເທວະດາຊັ້ນສຸພາ...ເທວະດາຊັ້ນປະຣິດຕະສຸພາ...ເທວະດາຊັ້ນອັບປະມານະສຸພາ...ເທວະດາຊັ້ນສຸພະກິນຫາ...ເທວະດາຊັ້ນເວຫັບຜະລາ...ເທວະດາຊັ້ນອະວິຫາ...ເທວະດາຊັ້ານອະຕັບປາ...ເທວະດາຊັ້ນສຸທັດສາ...ເທວະດາຊັ້ນສຸທັດສີ...ເທວະດາຊັ້ນອະກະນິດຖາ ມີອາຍຸຍືນ ມີວັນນະ ປ່ຽມດ້ວຍຄວາມສຸຂ ເຂົາມີຄວາມປາຖນາເຊັ່ນນີ້ວ່າ “ໂອໜໍ ! ເມື່ອເຮົາຕາຍໄປແລ້ວ ຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນອະກະນິດຖາເຖີ້ນ” ເຂົາຈຶ່ງຕັ້ງຈິຕນັ້ນ ອະທິດຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫຼົ່ານັ້ນ ອັນເຂົາຈະເຣີນແລ້ວເຊັ່ນນີ້ ຝຶກໃຫ້ຫຼາຍແລ້ວເຊັ່ນນີ້ ຍ່ອມເປັນໄປເພື່ອຄວາມສໍາເລັດໃນພາວະນັ້ນໆ.

ພິກຂຸທັງຫຼາຍ ! ປະການອື່ນຍັງມີອີກ ພິກຂຸເປັນຜູ້ປະກອບດ້ວຍສັດທາ ສີລ ສຸຕຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ເທວະດາຜູ້ເຂົ້າເຖິງອາກາສານັນຈາຢະຕະນະພົບ...ເທວະດາຜູ້ເຂົ້າເຖິງວິນຍານັນຈາຢະຕະນະພົບ...ເທວະດາຜູ້ເຂົ້າເຖິງອາກິນຈັນຍາຢະຕະນະພົບ...ເທວະດາຜູ້ເຂົ້າເຖິງເນວະສັນຍານາສັນຍາຢະຕະນະພົບ ມີອາຍຸຍືນ ດໍາລົງຢູ່ເຫິງນານ ປ່ຽມດ້ວຍຄວາມສຸຂ ເຂົາມີຄວາມປາຖນາເຊັ່ນນີ້ວ່າ “ໂອໜໍ ! ເຮົາເມື່ອຕາຍໄປແລ້ວ ຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາ

ເປີດທັມທີ່ຖືກປົກປິດ : ພົບພູມ

ຜູ້ເຂົ້າເຖິງເນວະສັນຍານາສັນຍາຢະຕະນະພົບເຖີ້ນ” ເຂົາຈຶ່ງຕັ້ງຈິຕນັ້ນ ອະທິດຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫຼົ່ານັ້ນ ອັນເຂົາຈະເຣີນແລ້ວເຊັ່ນນີ້ ຝຶກໃຫ້ຫຼາຍ ແລ້ວເຊັ່ນນີ້ ຍ່ອມເປັນໄປເພື່ອຄວາມສໍາເລັດໃນພາວະນັ້ນໆ.

ພິກຂຸທັງຫຼາຍ ! ປະການອື່ນຍັງມີອີກ ພິກຂຸເປັນຜູ້ປະກອບດ້ວຍສັດທາ ສີລ ສຸຕຕະ ຈາຄະ ປັນຍາ ເຂົາມີຄວາມປາຖນາເຊັ່ນນີ້ວ່າ “ໂອໜໍ ! ເຮົາຈົ່ງເຂົ້າເຖິງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງໃນປັດຈຸບັນ ເຂົ້າເຖິງແລ້ວແລຢູ່.

ພິກຂຸທັງຫຼາຍ ! ພິກຂຸນີ້ ຍ່ອມບໍ່ເກີດໃນບ່ອນໃດໆ.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ເຫດເກີດຂຶ້ນແຫ່ງທານ ໗໑

- ບາລີ ສັຕຕກ. ອັງ. ໒໓/໒໔໓/໑໒໕.

ພິກຂຸທັງຫຼາຍ ! ເຫດເກີດຂຶ້ນແຫ່ງທານ ໘ ປະການນີ້

໘ ປະການເປັນແນວໃດໜໍ ?

ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນໂລກນີ້ ໃຫ້ທານ ຄື ເຂົ້າ ນ້ຳ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ແລະເຄື່ອງເຕີມປະທີບແກ່ສະມະນະຫຼືພຣາມ ເຂົາໃຫ້ສິ່ງໃດ ຍ່ອມຫວັງສິ່ງນັ້ນ ເຂົາເຫັນກະສັດມະຫາສານ ພຣາມ ມະຫາສານ ຫຼືຄະຫະບໍດີມະຫາສານ ຜູ້ເອີບອີ່ມພຽບພ້ອມ ຖືກບໍາເລີຢູ່ດ້ວຍກາມະຄຸນ ໕ ເຂົາຈຶ່ງມີຄວາມປາຖນາດັ່ງນີ້ວ່າ “ໂອໜໍ ! ເມື່ອຕາຍໄປ ຂໍເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງກະສັດມະຫາສານ ພຣາມມະຫາສານ ຫຼືຄະຫະບໍດີມະຫາສານ” ເຂົາຕັ້ງຈິຕນັ້ນ ອະທິດຖານຈິຕນັ້ນ ຈະເຣີນຈິຕນັ້ນ ຈິຕຂອງເຂົານຶກນ້ອມໄປໃນທາງຕໍ່າ ບໍ່ຈະເຣີນຍິ່ງຂຶ້ນ ພາຍຫຼັງແຕ່ການຕາຍເພາະການທໍາລາຍແຫ່ງກາຍ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງກະສັດມະຫາສານ ພຣາມມະຫາສານ ຫຼືຄະຫະບໍດີມະຫາສານ ແຕ່ຂໍ້ນັ້ນເຮົາກ່າວວ່າ ເປັນຂອງຜູ້ມີສີລ ບໍ່ແມ່ນຂອງຜູ້ທຸສີລ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ