ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ພິກຂຸທັງຫຼາຍ ! ສະຫັດສະພຣົມຍ່ອມນ້ອມຈິຕແຜ່ໄປຕະຫຼອດໂລກະທາດພັນໜຶ່ງຢູ່ ແມ່ນວ່າສັຕທັງຫຼາຍທີ່ເກີດແລ້ວ ໃນສະຫັດສະພຣົມນັ້ນ ກໍນ້ອມຈິຕແຜ່ໄປຢູ່ໄດ້ ປຽບເໝືອນບຸຣຸດມີດວງຕາດີ ວາງໝາກຂາມປ້ອມໜ່ວຍໜຶ່ງໄວ້ໃນມືແລ້ວພິຈາຣະນາເບິ່ງໄດ້ ເຊັ່ນໃດ.

ພິກຂຸທັງຫຼາຍ ! ສະຫັດສະພຣົມກໍເຊັ່ນນັ້ນເໝືອນກັນແລ ຍ່ອມນ້ອມຈິຕແຜ່ໄປຕະຫຼອດໂລກະທາດພັນໜຶ່ງຢູ່ ແມ່ນວ່າສັຕທັງຫຼາຍທີ່ເກີດແລ້ວໃນສະຫັດສະພຣົມນັ້ນ ກໍນ້ອມຈິຕແຜ່ໄປໄດ້ ເຂົາມີຄວາມປາຖນາເຊັ່ນນີ້ວ່າ “ໂອໜໍ ! ເຮົາເມື່ອຕາຍໄປແລ້ວ ຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງສະຫັດສະພຣົມເຖີ້ນ” ເຂົາຈຶ່ງຕັ້ງຈິຕນັ້ນ ອະທິດຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫຼົ່ານັ້ນ ອັນເຂົາຈະເຣີນແລ້ວເຊັ່ນນີ້ ຝືກໃຫ້ຫຼາຍແລ້ວເຊັ່ນນີ້ ຍ່ອມເປັນໄປເພື່ອຄວາມສໍາເລັດໃນພາວະນັ້ນໆ.

ພິກຂຸທັງຫຼາຍ ! ປະການອື່ນຍັງມີອີກ ພິກຂຸເປັນຜູ້ປະກອບດ້ວຍສັດທາ ສີລ ສຸຕຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ

ເປີດທັມທີ່ຖືກປົກປິດ : ພົບພູມ

ທະວິສະຫັດສະພຣົມ...ຕິສະຫັດສະພຣົມ...ຈະຕຸສະຫັດສະພຣົມ...ປັນຈະສະຫັດສະພຣົມ ມີອາຍຸຍືນ ມີວັນນະ ປ່ຽມດ້ວຍຄວາມສຸຂ.

ພິກຂຸທັງຫຼາຍ ! ປັນຈະສະຫັດສະພຣົມຍ່ອມນ້ອມຈິຕແຜ່ໄປຕະຫຼອດໂລກະທາດຫ້າພັນຢູ່ ແມ່ນວ່າສັຕທັງຫຼາຍທີິ່ເກີດແລ້ວໃນປັນຈະສະຫັດສະພຣົມນັ້ນ ກໍນ້ອມຈິຕແຜ່ໄປຢູ່ໄດ້ ປຽບເໝືອນບຸຣຸດຜູ້ມີດວງຕາດີ ວາງໝາກຂາມປ້ອມ ໕ ໜ່ວຍ ໃນມື ແລ້ວພິຈາຣະນາເບິ່ງໄດ້ ເຊັ່ນໃດ.

ພິກຂຸທັງຫຼາຍ ! ປັນຈະສະຫັດສະພຣົມ ກໍເຊັ່ນນັ້ນເໝືອນກັນແລ ຍ່ອມນ້ອມຈິຕແຜ່ໄປສູ່ໂລກະທາດຫ້າພັນຢູ່ ແມ່ນວ່າສັຕທັງຫຼາຍທີ່ເກີດແລ້ວໃນປັນຈະສະຫັດສະພຣົມ ກໍນ້ອມຈິຕແຜ່ໄປຢູ່ໄດ້ ເຂົາມີຄວາມປາຖນາເຊັ່ນນີ້ວ່າ “ໂອໜໍ ! ເຮົາເມື່ອຕາຍໄປແລ້ວ ຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງປັນຈະສະຫັດສະພຣົມເຖີ້ນ” ເຂົາຈຶ່ງຕັ້ງຈິຕນັ້ນ ອະທິດຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫຼົ່ານັ້ນ ອັນເຂົາຈະເຣີນແລ້ວເຊັ່ນນີ້ ຝືກໃຫ້ຫຼາຍແລ້ວເຊັ່ນນີ້ ຍ່ອມເປັນໄປເພື່ອຄວາມສໍາເລັດໃນພາວະນັ້ນໆ.

ພິກຂຸທັງຫຼາຍ ! ປະການອື່ນຍັງມີອີກ ພິກຂຸເປັນຜູ້ປະກອບດ້ວຍສັດທາ ສີລ ສຸຕຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ທະສະສະຫັດສະພຣົມມີອາຍຸຍືນ ມີວັນນະ ປ່ຽມດ້ວຍຄວາມສຸຂ.

ພຸດທະວະຈະນະ - ໝວດທັມ

ພິກຂຸທັງຫຼາຍ ! ທະສະສະຫັດສະພຣົມຍ່ອມນ້ອມຈິຕແຜ່ໄປຕະຫຼອດໂລກະທາດໝື່ນໜຶ່ງຢູ່ ແມ່ນວ່າສັຕທັງຫຼາຍທີ່ເກີດແລ້ວໃນທະສະສະຫັດສະພຣົມນັ້ນ ກໍນ້ອມຈິຕແຜ່ໄປຢູ່ໄດ້ ປຽບເໝືອນແກ້ວໄພທູນ ງາມເຮືອງເຫຼື້ອມ ແປດຫຼ່ຽມ ອັນເຂົາເຈຍລະໄນດີແລ້ວ ວາງໄວ້ເທິງຜ້າກໍາພົນເຫຼືອງ ຍ່ອມສ່ອງແສງເຮືອງໃສ ເຊັ່ນໃດ.

ພິກຂຸທັງຫຼາຍ ! ທະສະສະຫັດສະພຣົມກໍເຊັ່ນນັ້ນເໝືອນກັນແລ ຍ່ອມນ້ອມຈິຕແຜ່ໄປສູ່ໂລກະທາດໝື່ນໜຶ່ງຢູ່ ແມ່ນວ່າສັຕທັງຫຼາຍທີ່ເກີດແລ້ວໃນທະສະສະຫັດສະພຣົມ ກໍນ້ອມຈິຕແຜ່ໄປຢູ່ໄດ້ ເຂົາມີຄວາມປາຖນາເຊັ່ນນີ້ວ່າ “ໂອໜໍ ! ເຮົາເມື່ອຕາຍໄປແລ້ວ ຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງທະສະສະຫັດສະພຣົມເຖີ້ນ” ເຂົາຈຶ່ງຕັ້ງຈິຕນັ້ນ ອະທິດຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫຼົ່ານັ້ນ ອັນເຂົາຈະເຣີນແລ້ວເຊັ່ນນີ້ ຝຶກໃຫ້ຫຼາຍແລ້ວເຊັ່ນນີ້ ຍ່ອມເປັນໄປເພື່ອຄວາມສໍາເລັດໃນພາວະນັ້ນໆ.

ພິກຂຸທັງຫຼາຍ ! ປະການອື່ນຍັງມີອີກ ພິກຂຸເປັນຜູ້ປະກອບດ້ວຍສັດທາ ສີລ ສຸຕຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ສະຕະສະຫັດສະພຣົມ ມີອາຍຸຍືນ ມີວັນນະ ປ່ຽມດ້ວຍຄວາມສຸຂ.

ເປີດທັມທີ່ຖືກປົກປິດ : ພົບພູມ

ພິກຂຸທັງຫຼາຍ ! ສະຕະສະຫັດສະພຣົມຍ່ອມນ້ອມຈິຕແຜ່ໄປຕະຫຼອດໂລກະທາດແສນໜຶ່ງຢູ່ ແມ່ນວ່າສັຕທັງຫຼາຍທີ່ເກີດແລ້ວໃນສະຕະສະຫັດສະພຣົມນັ້ນ ກໍນ້ອມຈິຕ ແຜ່ໄປຢູ່ໄດ້ ປຽບເໝືອນກ້ອນຄໍາຊົມພູນຸດ ທີ່ເຂົາຫຼໍ່ດ້ວຍຄວາມຊໍານານດີ ໃນເບົ້າຂອງຊ່າງຄໍາຜູ້ສະຫຼາດແລ້ວ ວາງໄວ້ເທິງຜ້າກໍາພົນສີເຫຼືອງ ຍ່ອມສ່ອງແສງເຮືອງໃສ ເຊັ່ນໃດ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ