ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ພວກຂ້ານ້ອຍຕອນນັ້ນມີການງານບໍ່ບໍຣິບູນ ມີຄວາມກິນແໜງແຄງໃຈ ມີຄວາມເດືອດຮ້ອນຕາມໃນພາຍຫຼັງ ເຂົ້າເຖິງໝູ່ເທວະດາຊັ້ນຕ່ຳ”.

ພິກຂຸທັງຫຼາຍ ! ເທວະດາອີກພວກໜຶ່ງຈໍານວນຫຼາຍເຂົ້າມາຫາເຮົາ ແລ້ວໄດ້ກ່າວວ່າ

“ຂ້າແຕ່ພຣະອົງຜູ້ຈະເຣີນ ! ບັນພະຊິຕທັງຫຼາຍເຂົ້າມາຍັງເຮືອນຂອງພວກຂ້ານ້ອຍທັງຫຼາຍ ເມື່ອຍັງເປັນມະນຸດໃນກາລກ່ອນ ພວກຂ້ານ້ອຍຕອນນັ້ນ ລຸກຮັບ ຂາບໄຫວ້ ໃຫ້ອາ ສະນະ ແບ່ງປັນສິ່ງຂອງໃຫ້ຕາມສາມາດ ຕາມກໍາລັງ ເຂົ້າໄປນັ່ງໃກ້ເພື່ອຟັງທັມ ງ່ຽງໂສຕະລົງຟັງທັມ ຟັງແລ້ວຊົງຈໍາທັມໄວ້ ພິຈາຣະນາໃຈຄວາມແຫ່ງທັມ ທີ່ຊົງຈໍາໄວ້ ແລະ ຮູ້ທົ່ວເຖິງ ອັຕຖະ ຮູ້ທົ່ວເຖິງທັມ ແລ້ວປະຕິບັດທັມສົມຄວນແກ່ທັມ ພວກຂ້ານ້ອຍຍາມນັ້ນ ມີການງານບໍຣິບູນ ບໍ່ມີຄວາມກິນແໜງ ແຄງໃຈ ບໍ່ມີຄວາມເດືອດຮ້ອນຕາມໃນພາຍຫຼັງ ເຂົ້າເຖິງໝູ່ເທວະດາຊັ້ນປານີຕ”.

ພິກຂຸທັງຫຼາຍ !

ນັ້ນ ເຫງົ້າໄມ້ທັງຫຼາຍ ນັ້ນ ເຮືອນວ່າງທັງຫຼາຍ

ພວກເຈົ້າທັງຫຼາຍ ຈົ່ງພຽນເຜົາກິເລສ

ຢ່າໄດ້ປະມາດ

ຢ່າໄດ້ເປັນຜູ້ທີ່ຕ້ອງຮ້ອນໃຈໃນພາຍຫຼັງ

ເໝືອນເທວະດາພວກຕົ້ນໆ ເຫຼົ່ານັ້ນ.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ເຫດສໍາເລັດຄວາມປາຖນາ ໗໐

- ບາລີ ອຸປຣິ. ມ. ໑໔/໒໑໗/໓໑໘.

ພິກຂຸທັງຫຼາຍ !

ເຮົາຈະສະແດງ ເຫດສໍາເລັດຄວາມປາຖະໜາແກ່ເຈົ້າທັງຫຼາຍ ພວກເຈົ້າຈົ່ງຟັງ ເຫດສໍາເລັດຄວາມປາຖະໜານັ້ນ ຈົ່ງກໍານົດໃນໃຈໃຫ້ດີ ເຮົາຈະກ່າວ.

ພິກຂຸທັງຫຼາຍ ! ພິກຂຸໃນທັມວິນັຍນີ້ ເປັນຜູ້ປະກອບດ້ວຍສັດທາ ສີລ ສຸຕຕະ ຈາຄະ ປັນຍາ ເຂົາມີຄວາມປາຖນາເຊັ່ນນີ້ວ່າ “ໂອໜໍ ! ເຮົາເມື່ອຕາຍໄປແລ້ວ ຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງກະສັດມະຫາສານເຖີ້ນ” ດັ່ງນີ້ກໍມີ... ວ່າ “ໂອໜໍ ! ເຮົາເມື່ອຕາຍໄປແລ້ວ ຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງພຣາມມະຫາສານເຖີ້ນ” ດັ່ງນີ້ກໍມີ... ວ່າ “ໂອໜໍ ! ເຮົາເມື່ອຕາຍໄປແລ້ວ ຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງຄະຫະບໍດີມະຫາສານເຖີ້ນ” ດັ່ງນີ້ກໍມີ ເຂົາຈຶ່ງຕັ້ງຈິຕນັ້ນ ອະທິດຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫຼົ່ານັ້ນ ອັນເຂົາຈະເຣີນແລ້ວເຊັ່ນນີ້ ຝືກໃຫ້ຫຼາຍແລ້ວເຊັ່ນນີ້ ຍ່ອມເປັນໄປເພື່ອຄວາມສໍາເລັດໃນພາວະນັ້ນໆ.

ເປີດທັມທີ່ຖືກປົກປິດ : ພົບພູມ

ພິກຂຸທັງຫຼາຍ ! ປະການອື່ນຍັງມີອີກ ພິກຂຸເປັນຜູ້ປະກອບດ້ວຍສັດທາ ສີລ ສຸຕຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າເທວະດາຊັ້ນຈາຕຸມະຫາຣາຊິກາ ມີອາຍຸຍືນ ມີວັນນະ ປ່ຽມດ້ວຍຄວາມສຸຂ ເຂົາມີຄວາມປາຖນາເຊັ່ນນີ້ວ່າ “ໂອໜໍ ! ເຮົາເມື່ອຕາຍໄປແລ້ວ ຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາຊັ້ນຈາຕຸມະຫາຣາຊິກາເຖີ້ນ” ເຂົາຈຶ່ງຕັ້ງຈິຕນັ້ນ ອະທິດຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫຼົ່ານັ້ນ ອັນເຂົາຈະເຣີນແລ້ວເຊັ່ນນີ້ ຝືກໃຫ້ຫຼາຍແລ້ວເຊັ່ນນີ້ ຍ່ອມເປັນໄປເພື່ອຄວາມສໍາເລັດໃນພາວະນັ້ນໆ.

ພິກຂຸທັງຫຼາຍ ! ປະການອື່ນຍັງມີອີກ ພິກຂຸເປັນຜູ້ປະກອບດ້ວຍສັດທາ ສີລ ສຸຕຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ເທວະດາຊັ້ນດາວະດຶງ...ເທວະດາຊັ້ນຍາມາ...ເທວະດາຊັ້ນດຸສິຕ...ເທວະດາຊັ້ນນິມມານໍຣະດີ...ເທວະດາຊັ້ນປະຣະນິມມິຕະວະສະວັດດີ ມີອາຍຸຍືນ ມີວັນນະ ປ່ຽມດ້ວຍຄວາມສຸຂເຂົາມີຄວາມປາຖນາເຊັ່ນນີ້ວ່າ “ໂອໜໍ ! ເຮົາເມື່ອຕາຍໄປແລ້ວ ຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາ ຊັ້ນປະຣະນິມມິຕະວະສະວັດດີເຖີ້ນ” ເຂົາຈຶ່ງຕັ້ງຈິຕນັ້ນ ອະທິດຖານຈິຕນັ້ນ ຈະເຣີນຈິຕນັ້ນ ຄວາມປາຖນາແລະວິຫາຣະທັມເຫຼົ່ານັ້ນ ອັນເຂົາຈະເຣີນແລ້ວເຊັ່ນນີ້ ຝືກໃຫ້ຫຼາຍແລ້ວເຊັ່ນນີ້ ຍ່ອມເປັນໄປເພື່ອຄວາມສໍາເລັດໃນພາວະນັ້ນໆ.

ພຸດທະວະຈະນະ - ໝວດທັມ

ພິກຂຸທັງຫຼາຍ ! ປະການອື່ນຍັງມີອີກ ພິກຂຸເປັນຜູ້ປະກອບດ້ວຍສັດທາ ສີລ ສຸຕຕະ ຈາຄະ ປັນຍາ ເຂົາໄດ້ຟັງມາວ່າ ສະຫັດສະພຣົມ ມີອາຍຸຍືນ ມີວັນນະ ປ່ຽມດ້ວຍຄວາມສຸຂ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ