ພົບພູມ
ໜ້າ/ 140
ຂ້າແຕ່ພຣະອົງຜູ້ຈະເຣີນ ! ອັນໃດໜໍເປັນເຫດ ເປັນປັດຈັຍເຄື່ອງໃຫ້ທານເຊັ່ນນັ້ນໆແລ ທີ່ບຸກຄົນບາງຄົນໃນໂລກນີ້ ໃຫ້ແລ້ວມີຜົນຫຼາຍ ບໍ່ມີອານິສົງຫຼາຍ ? ອັນໃດໜໍເປັນເຫດ ເປັນປັດຈັຍເຄື່ອງໃຫ້ທານເຊັ່ນນັ້ນໆແລ ທີ່ບຸກຄົນບາງຄົນໃນໂລກນີ້ ໃຫ້ແລ້ວມີຜົນຫຼາຍ ມີອານິສົງຫຼາຍ ?
ສາຣີບຸດ ! ບຸກຄົນບາງຄົນໃນໂລກນີ້ ໃຫ້ທານໂດຍມີຄວາມຫວັງຜົນ ໃຫ້ທານໂດຍມີຈິຕຜູກພັນໃນຜົນ ໃຫ້ທານໂດຍມຸ່ງການສັ່ງສົມ (ບຸນຍ໌) ໃຫ້ທານໂດຍຄິດວ່າ “ເຮົາຕາຍໄປຈະໄດ້ສະເຫວີຍຜົນຂອງທານນີ້” ເຂົາຈຶ່ງໃຫ້ທານ ຄື ເຂົ້າ ນໍ້າ ຜ້າ ຍານ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ແລະເຄື່ອງເຕີມປະທີບ ແກ່ສະມະນະຫຼືພຣາມ... ເຂົາໃຫ້ທານນັ້ນແລ້ວ ເມື່ອຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່າຈາຕຸມະຫາຣາຊິກາ ເຂົາສິ້ນກັມ ສິ້ນຣິດ ສິ້ນຍົດ ໝົດຄວາມເປັນໃຫຍ່ແລ້ວ ຍັງເປັນຜູ້ກັບມາ ຄືມາສູ່ຄວາມເປັນເຊັ່ນນີ້.
ສາຣີບຸດ ! ບຸກຄົນບາງຄົນໃນໂລກນີ້ ໃຫ້ທານໂດຍບໍ່ມີຄວາມຫວັງຜົນ ໃຫ້ທານໂດຍບໍ່ມີຈິຕຜູກພັນໃນຜົນ ໃຫ້ທານໂດຍບໍ່ມຸ່ງການສັ່ງສົມ (ບຸນຍ໌) ໃຫ້ທານໂດຍບໍ່ຄິດວ່າ “ເຮົາຕາຍໄປຈະໄດ້ສະເຫວີຍຜົນຂອງທານນີ້”
ເປີດທັມທີ່ຖືກປົກປິດ : ພົບພູມ
ແຕ່ເຂົາໃຫ້ທານດ້ວຍຄິດວ່າ “ການໃຫ້ທານເປັນການດີ” ເຂົາຈຶ່ງໃຫ້ທານ ຄື ເຂົ້າ ນໍ້າ ... ແກ່ສະມະນະຫຼືພຣາມ ...ເຂົາໃຫ້ທານນັ້ນແລ້ວ ເມື່ອຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່າດາວະດຶງ ເຂົາສິ້ນກັມ ສິ້ນລິດ ສິ້ນຍົດ ໝົດຄວາມເປັນໃຫຍ່ແລ້ວ ຍັງເປັນຜູ້ກັບມາ ຄື ມາສູ່ຄວາມເປັນ ເຊັ່ນນີ້.
ສາຣີບຸດ ! ບຸກຄົນບາງຄົນໃນໂລກນີ້ ໃຫ້ທານໂດຍບໍ່ມີຄວາມຫວັງຜົນ ... ບໍ່ໄດ້ໃຫ້ທານດ້ວຍຄິດວ່າ “ການໃຫ້ທານເປັນການດີ” ແຕ່ໃຫ້ທານດ້ວຍຄິດວ່າບິດາມານດາ ປູ່ຍາ ຕານາຍ ເຄີຍໃຫ້ເຄີຍເຮັດມາ ເຮົາບໍ່ຄວນເຮັດໃຫ້ເສຍປະເພນີ ເຂົາໃຫ້ທານ ຄື ເຂົ້າ ນ້ຳ ... ແກ່ສະມະນະຫຼືພຣາມ ... ເຂົາໃຫ້ທານນັ້ນແລ້ວ ເມື່ອຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່າຍາມາ ເຂົາສິ້ນກັມ ສິ້ນລິດ ສິ້ນຍົດ ໝົດຄວາມເປັນໃຫຍ່ແລ້ວ ຍັງເປັນຜູ້ກັບມາ ຄື ມາສູ່ຄວາມເປັນເຊັ່ນນີ້.
ສາຣີບຸດ ! ບຸກຄົນບາງຄົນໃນໂລກນີ້ ໃຫ້ທານໂດຍບໍ່ມີຄວາມຫວັງຜົນ ... ບໍ່ໄດ້ໃຫ້ທານດ້ວຍຄິດວ່າ ບິດາມານດາ ປູ່ຍ່າ ຕານາຍ ເຄີຍໃຫ້ເຄີຍເຮັດມາ ເຮົາບໍ່ຄວນເຮັດໃຫ້ເສຍປະເພນີ ແຕ່ໃຫ້ທານດ້ວຍຄິດວ່າເຮົາຫຸງຫາກິນ ສະມະນະຫຼື
ພຸດທະວະຈະນະ - ໝວດທັມ
ພຣາມເຫຼົ່ານີ້ ບໍ່ຫຸງຫາກິນ ເຮົາຫຸງຫາກິນໄດ້ ຈະບໍ່ໃຫ້ທານແກ່ສະມະນະຫຼືພຣາມຜູ້ບໍ່ຫຸງຫາກິນ ບໍ່ສົມຄວນ ເຂົາໃຫ້ທານ ຄື ເຂົ້າ ນໍ້າ ... ແກ່ສະມະນະຫຼືພຣາມ ... ເຂົາໃຫ້ທານນັ້ນແລ້ວ ເມື່ອຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່າດຸສິຕ ເຂົາສິ້ນກັມ ສິ້ນລິດ ສິ້ນຍົດ ໝົດຄວາມເປັນໃຫຍ່ແລ້ວ ຍັງເປັນຜູ້ກັມມາ ຄື ມາສູ່ຄວາມເປັນເຊັ່ນນີ້.
ສາຣິບຸດ ! ບຸກຄົນບາງຄົນໃນໂລກນີ້ ໃຫ້ທານໂດຍບໍ່ມີຄວາມຫວັງຜົນ ... ບໍ່ໄດ້ໃຫ້ທານດ້ວຍຄິດວ່າ ເຮົາຫຸງຫາກິນໄດ້ ສະມະນະຫຼືພຣາມເຫຼົ່ານີ້ ຫຸງຫາກິນບໍ່ໄດ້ ເຮົາຫຸງຫາກິນໄດ້ ຈະບໍ່ໃຫ້ທານແກ່ສະມະນະຫຼືພຣາມຜູ້ຫຸງຫາກິນບໍ່ໄດ້ ບໍ່ສົມຄວນ ແຕ່ໃຫ້ທານດ້ວຍຄິດວ່າ ເຮົາຈະເປັນຜູ້ຈໍາແນກແຈກທານ ເໝືອນ ດັ່ງຣືສີແຕ່ຄາວກ່ອນກີ້ ຄື ອັຕຖະກະຣືສີ ວາມະກະຣືສີ ວາມະເທວະຣືສີ ເວດສາມິຕະຣະຣືສີ ຢະມະທັກຄິຣືສີ ອັງຄີຣະສະຣືສີ ພາຣະທະວາຊະຣືສີ ວາເສຕຖະຣືສີ ກັດສະປະຣືສີ ແລະພະຄຸ ຣືສີ ບູຊາມະຫາຍັນ ເຂົາໃຫ້ທານ ຄື ເຂົ້າ ນໍ້າ ... ແກ່ສະມະນະ ຫຼືພຣາມ ... ເຂົາໃຫ້ທານນັ້ນແລ້ວ ເມື່ອຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາ ເຫຼົ່ານິມມານໍຣະດີ ເຂົາສິ້ນກັມ ສິ້ນລິດ ສິ້ນຍົດ ໝົດຄວາມເປັນໃຫຍ່ແລ້ວ ຍັງເປັນຜູ້ກັບມາ ຄື ມາສູ່ຄວາມເປັນເຊັ່ນນີ້.
ສາຣີບຸດ ! ບຸກຄົນບາງຄົນໃນໂລກນີ້ ໃຫ້ທານໂດຍບໍ່ມີຄວາມຫວັງຜົນ ... ບໍ່ໄດ້ໃຫ້ທານດ້ວຍຄິດວ່າ ເຮົາຈະເປັນ
ເປີດທັມທີ່ຖືກປົກປິດ : ພົບພູມ








