ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ພຣາມແລະຄະຫະບໍດີ ! ສັຕບາງພວກໃນໂລກນີ້ເຂົ້າເຖິງ ອະບາຍ ທຸຄະຕິ ວິນິບາຕ ແລະນະຣົກ໑ ພາຍຫຼັງແຕ່ການຕາຍເພາະການທໍາລາຍແຫ່ງກາຍ ເພາະເຫດປະພຶດບໍ່ຮຽບຮ້ອຍ ຄື ບໍ່ປະພຶດທັມ.

ພຣາມແລະຄະຫະບໍດີ ! ສັຕບາງພວກໃນໂລກນີ້ ເຂົ້າເຖິງສຸຄະຕິໂລກສະຫວັນ ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ເພາະເຫດປະພຶດຮຽບຮ້ອຍ ຄື ປະພຶດທັມ.

ພວກຂ້ານ້ອຍບໍ່ຮູ້ໃຈຄວາມຢ່າງພິສະດານ ແຫ່ງທັມທີ່ພຣະໂຄດົມຕຣັດໄວ້ໂດຍຫຍໍ້ ບໍ່ໄດ້ຈໍາແນກຄວາມໃຫ້ພິສະດານ ຂໍພຣະໂຄດົມຜູ້ຈະເຣີນ ຈົ່ງສະແດງທັມແກ່ພວກຂ້ານ້ອຍ ໂດຍອາການທີ່ພວກຂ້ານ້ອຍ ຈະພໍຮູ້ໃຈຄວາມຢ່າງພິສະດານ ແຫ່ງທັມທີ່ພຣະໂຄດົມຜູ້ຈະເຣີນຕຣັດໄວ້ໂດຍຫຍໍ້ ບໍ່ໄດ້ທົງຈໍາແນກຄວາມໃຫ້ພິສະດານເຖີ້ນ.

໑. ອະບາຍ ທຸຄະຕິ ວິນິບາຕ ນະຣົກ = ພົບທີ່ຕໍ່າກວ່າມະນຸດ.

ເປີດທັມທີ່ຖືກປົກປິດ : ພົບພູມ

ພຣາມແລະຄະຫະບໍດີ ! ຖ້າເຊັ່ນນັ້ນພວກທ່ານຈົ່ງຟັງ ຈົ່ງຕັ້ງໄວ້ໃນໃຈໃຫ້ດີ ເຮົາຈະກ່າວ.

ພຣາມແລະຄະຫະບໍດີ ! ຄວາມປະພຶດບໍ່ຮຽບຮ້ອຍ ຄື ຄວາມບໍ່ປະພຶດທັມ ທາງກາຍມີ ໓ ຢ່າງ ທາງວາຈາມີ ໔ ຢ່າງ ທາງໃຈມີ ໓ ຢ່າງ.

ພຣາມແລະຄະຫະບໍດີິ ! ຄວາມປະພຶດຮຽບຮ້ອຍ ຄື ຄວາມປະພຶດທັມ ທາງກາຍມີ ໓ ຢ່າງ ທາງວາຈາມີ ໔ ຢ່າງ ທາງໃຈມີ ໓ ຢ່າງ.

(ລາຍລະອຽດອະກຸສົລກັມມະບົດ ໑໐ ແລະກຸສົລກັມມະບົດ ໑໐ ສາມາດອ່ານເພີ່ມຕື່ມໄດ້ໃນໜ້າ ໔໒-໔໖ ແລະ ໑໖໐-໑໖໔ ຂອງປຶ້ມຫົວນີ້)

ພຣາມແລະຄະຫະບໍດີ ! ຖ້າບຸກຄົນຜູ້ປະພຶດຮຽບຮ້ອຍ ຄື ປະພຶດທັມ ຍ່ອມຫວັງວ່າ

“ໂອໜໍ ! ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງກະສັດມະຫາສານເຖີ້ນ”

ຂໍ້ນີ້ເປັນຖານະທີ່ຈະມີໄດ້

ຄື ພາຍຫຼັງແຕ່ການຕາຍເພາະການທຳລາຍແຫ່ງກາຍ ບຸກຄົນນັ້ນຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງກະສັດມະຫາສານ.

ພຸດທະວະຈະນະ - ໝວດທັມ

ຂໍ້ນັ້ນເພາະເຫດໃດໜໍ ?

ເພາະວ່າບຸກຄົນນັ້ນ ເປັນຜູ້ປະພຶດຮຽບຮ້ອຍ ຄື ເປັນຜູ້ປະພຶດທັມ ເຊັ່ນນັ້ນແລ.

ພຣາມແລະຄະຫະບໍດີ ! ຖ້າບຸກຄົນປະພຶດຮຽບຮ້ອຍຄືປະພຶດທັມ ຍ່ອມຫວັງວ່າ

“ໂອໜໍ ! ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ເຮົາຈົ່ງເຂົ້າເຖິງຄວາມເປັນສະຫາຍແຫ່ງພຣາມມະຫາສານ...ຄະຫະບໍດີມະຫາສານ...ເທວະດາເຫຼົ່າຈາຕຸມະຫາຣາຊິກາ...ເທວະດາເຫຼົ່າດາວະດຶງ...ເທວະດາເຫຼົ່າຍາມາ...ເທວະດາເຫຼົ່າດຸສິດ...ເທວະດາເຫຼົ່ານິມມານໍຣະດີ...ເທວະດາເຫຼົ່າປະຣະນິມມິຕະວະສະວັດຕີ...ເທວະດາທີ່ນັບເນື່ອງໃນໝູ່ພຣົມ...ເທວະດາເຫຼົ່າອາພາ...ເທວະດາເຫຼົ່າປະຣິດຕາພາ...ເທວະດາເຫຼົ່າອັບປະມານາພາ...ເທວະດາເຫຼົ່າອາພັດສະຣາ...ເທວະດາເຫຼົ່າປະຣິດຕະສຸພາ...ເທວະດາເຫຼົ່າອັບປະມານະສຸພາ...ເທວະດາເຫຼົ່າສຸພະກິນຫະກະ...ເທວະດາເຫຼົ່າເວຫັບຜະລະ...ເທວະດາເຫຼົ່າອະວິຫາ...ເທວະດາເຫຼົ່າອະຕັບປາ...ເທວະດາເຫຼົ່າສຸທັດສາ...ເທວະດາເຫຼົ່າສຸທັດສີ...ເທວະດາເຫຼົ່າອະກະນິດຖະ...ເທວະດາຜູ້ເຂົ້າເຖິງອາກາສານັນຈາຢະຕະນະພົບ...ເທວະດາຜູ້ເຂົ້າເຖິງວິນຍານັນຈາຢະຕະນະພົບ...ເທວະດາຜູ້ເຂົ້າເຖິງອາກິນຈັນຍາຢະຕະນະພົບ...ເທວະດາຜູ້ເຂົ້າເຖິງເນວະສັນຍານາສັນຍາຢະຕະນະພົບ... .

ເປີດທັມທີ່ຖືກປົກປິດ : ພົບພູມ

ພຣາມແລະຄະຫະບໍດີ ! ຖ້າບຸກຄົນຜູ້ປະພຶດຮຽບຮ້ອຍ ຄື ປະພຶດທັມ ຍ່ອມຫວັງວ່າ

“ເຮົາຈົ່ງເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນຫາອາສາວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງໃນປັດຈຸບັນ ເຂົ້າເຖິງແລ້ວແລຢູ່ເຖີ້ນ”

ຂໍ້ນີ້ເປັນຖານະທິີ່ຈະເປັນໄດ້.

ບຸກຄົນນັ້ນຍ່ອມເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນຫາອາສາວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສາວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງໃນປັດຈຸບັນ ເຂົ້າເຖິງແລ້ວແລຢູ່.

ຂໍ້ນັ້ນເພາະເຫດໃດ ?

ເພາະວ່າບຸກຄົນນັ້ນ ເປັນຜູ້ປະພຶດຮຽບຮ້ອຍ ຄືເປັນຜູ້ປະພຶດທັມ ດັ່ງນີ້ແລ.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ຜົນຈາກການວາງຈິຕເມື່ອໃຫ້ທານ ໖໘

- ບາລີ ສັຕຕ. ອັງ. ໒໓/໖໐/໔໙.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ