ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ມະຫາປະຖະພີນັ້ນແຫຼະ ເປັນດິນທີ່ຫຼາຍກວ່າ ຝຸ່ນໜ້ອຍໜຶ່ງເທົ່າທີ່ຊົງຕັກຂຶ້ນດ້ວຍປາຍພຣະນະຂານີ້ ເປັນຂອງມີປະມານໜ້ອຍ ຝຸ່ນນັ້ນເມື່ອນໍາເຂົ້າໄປທຽບກັບມະຫາປະຖະພີ ຍ່ອມ ບໍ່ເຖິງຊຶ່ງການຄໍານວນໄດ້ ປຽບທຽບໄດ້ ບໍ່ເຂົ້າເຖິງແມ່ນແຕ່ສ່ວນສ້ຽວ.

ພິກຂຸທັງຫຼາຍ ! ອຸປະມານີ້ເຊັ່ນໃດ ອຸປະໄມກໍເຊັ່ນນັ້ນ ສັຕທີ່ຈຸຕິຈາກມະນຸດໄປແລ້ວ ຈະກັບໄປເກີດໃນໝູ່ມະນຸດມີ ໜ້ອຍ ໂດຍທີ່ແທ້ ສັຕທີ່ຈຸຕິຈາກມະນຸດໄປແລ້ວ ກັບໄປເກີດໃນນະຣົກ ກໍາເນີດເດຣັດສານ ເປຕວິສັຍ ມີຫຼາຍກວ່າໂດຍແທ້.

ຂໍ້ນັ້ນເພາະເຫດໃດໜໍ ?

ພິກຂຸທັງຫຼາຍ !

ຂໍ້ນັ້ນເພາະຄວາມທີ່ສັຕເຫຼົ່ານັ້ນ ບໍ່ເຫັນອະຣິຍະສັຈທັງສີ່.

ພຸດທະວະຈະນະ - ໝວດທັມ

ອະຣິຍະສັຈສີ່ ແນວໃດໜໍ ? ສີ່ຢ່າງຄື

ອະຣິຍະສັຈຄືທຸກຂ໌

ອະຣິຍະສັຈຄືເຫດໃຫ້ເກີດຂຶ້ນແຫ່ງທຸກຂ໌

ອະຣິຍະສັຈຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌

ອະຣິຍະສັຈຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

ພິກຂຸທັງຫຼາຍ ! ເພາະເຫດນັ້ນ ໃນເລື່ອງນີ້ ເຈົ້າຕ້ອງປະກອບໂຢຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ

ທຸກຂ໌ ເປັນເຊັ່ນນີ້

ເຫດໃຫ້ເກີດຂຶ້ນແຫ່ງທຸກຂ໌ ເປັນເຊັ່ນນີ້

ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້

ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້ ດັ່ງນີ້.

ພິກຂຸທັງຫຼາຍ ! ເຈົ້າທັງຫຼາຍຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ຝຸ່ນໜ້ອຍໜຶ່ງທີ່ເຮົາຕັກຂຶ້ນດ້ວຍປາຍເລັບມືນີ້ ກັບມະຫາປະຖະພີນັ້ນ ຝ່າຍໃດຈະຫຼາຍກວ່າກັນ ?

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ມະຫາປະຖະພີນັ້ນແຫຼະ ເປັນດິນທີ່ຫຼາຍກວ່າ ຝຸ່ນໜ້ອຍໜຶ່ງ ທີ່ຊົງຕັກຂຶ້ນດ້ວຍປາຍພຣະນະຂານີ້ ເປັນຂອງມີປະມານໜ້ອຍ ຝຸ່ນນັ້ນເມື່ອນໍາເຂົ້າໄປທຽບກັບມະຫາປະຖະພີ ຍ່ອມບໍ່ເຖິງຊຶ່ງການຄໍານວນໄດ້ ປຽບທຽບໄດ້ ບໍ່ເຂົ້າເຖິງແມ່ນແຕ່ສ່ວນສ້ຽວ.

ເປີດທັມທີ່ຖືກປົກປິດ : ພົບພູມ

ພິກຂຸທັງຫຼາຍ ! ອຸປະມານີ້ເຊັ່ນໃດ ອຸປະໄມກໍເຊັ່ນນັ້ນ ສັຕທີ່ຈຸຕິຈາກມະນຸດໄປແລ້ວ ຈະກັບໄປເກີດໃນໝູ່ເທວະດາມີໜ້ອຍ ໂດຍທີ່ແທ້ ສັຕທີ່ຈຸຕິຈາກມະນຸດໄປແລ້ວ ກັບໄປເກີດໃນນະຣົກ ກໍາເນີດເດຣັດສານ ເປຕວິສັຍ ມີຫຼາຍກວ່າໂດຍແທ້.

ຂໍ້ນັ້ນເພາະເຫດໃດ ?

ພິກຂຸທັງຫຼາຍ !

ຂໍ້ນັ້ນເພາະຄວາມທີ່ສັຕເຫຼົ່ານັ້ນ ບໍ່ເຫັນອະຣິຍະສັຈທັງສີ່.

ອະຣິຍະສັຈສີ່ ແນວໃດໜໍ ? ສີ່ຢ່າງຄື

ອະຣິຍະສັຈຄືທຸກຂ໌

ອະຣິຍະສັຈຄືເຫດໃຫ້ເກີດຂຶ້ນແຫ່ງທຸກຂ໌

ອະຣິຍະສັຈຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌

ອະຣິຍະສັຈຄືທາງດຳເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

ພິກຂຸທັງຫຼາຍ ! ເພາະເຫດນັ້ນ ໃນເລື່ອງນີ້ເຈົ້າຕ້ອງປະກອບໂຢຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ

ທຸກຂ໌ ເປັນເຊັ່ນນີ້

ເຫດເກີດຂຶ້ນແຫ່ງທຸກຂ໌ ເປັນເຊັ່ນນີ້

ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້

ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້ ດັ່ງນີ້.

ເທວະດາ

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ຂໍ້ດີຂອງເທວະດາທຽບກັບມະນຸດ ໖໖

- ບາລີ ສັຕຕ. ອັງ. ໒໓/໔໐໘/໒໒໕.

ພິກຂຸທັງຫຼາຍ ! ເທວະດາຊັ້ນດາວະດຶງ ປະເສີດກວ່າພວກມະນຸດ ຊາວອຸຕຕະຣະກຸຣຸທະວີບ ແລະພວກມະນຸດຊາວຊົມພູທະວີບ ດ້ວຍຖານະ ໓ ປະການ.

໓ ປະການ ແນວໃດໜໍ ? ຄື :

(໑) ອາຍຸທິບ

(໒) ວັນນະທິບ

(໓) ສຸຂທິບ

ພິກຂຸທັງຫຼາຍ ! ເທວະດາຊັ້ນດາວະດຶງປະເສີດກວ່າພວກມະນຸດ ຊາວອຸຕຕະຣະກຸຣຸທະວີບ ແລະພວກມະນຸດຊາວຊົມພູທະວີບດ້ວຍຖານະ ໓ ປະການ ນີ້ແລ.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ຜົນແຫ່ງການປະພຶດຮຽບຮ້ອຍ ໖໗

- ບາລີ ມູ. ມ. ໑໒/໕໑໗/໔໘໓.

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ອັນໃດເປັນເຫດ ເປັນປັດຈັຍໃຫ້ສັຕບາງພວກໃນໂລກນີ້ ເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ແລະນະຣົກ ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ?

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ອັນໃດເປັນເຫດ ເປັນປັດຈັຍໃຫ້ສັຕບາງພວກໃນໂລກນີ້ ເຂົ້າເຖິງສຸຄະຕິໂລກສະຫວັນ ພາຍຫຼັງແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ?

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ