ພົບພູມ
ໜ້າ/ 140
(໓) ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ບໍ່ໄດ້ເຮັດບາບ ບໍ່ໄດ້ເຮັດກັມອັນຊົ່ວຮ້າຍ ບໍ່ໄດ້ເຮັດກັມອັນເສົ້າໝອງ ເປັນຜູ້ເຮັດຄວາມດີໄວ້ ເຮັດກຸສົລໄວ້ ເຮັດກັມເຄື່ອງປ້ອງກັນຄວາມຢ້ານໄວ້ ມີໂຣຄາຮ້າຍເຍື່ອງໃດເຍື່ອງໜຶ່ງຖືກຕ້ອງເຂົາ ເມື່ອເຂົາມີໂຣຄາຮ້າຍເຍື່ອງໃດເຍື່ອງໜຶ່ງຖືກຕ້ອງແລ້ວ ຍ່ອມມີຄວາມປະຣິວິຕົກດັ່ງນີ້ວ່າ ເຮົາບໍ່ໄດ້ເຮັດກັມອັນເປັນບາບ ບໍ່ໄດ້ເຮັດກັມທີ່ຊົ່ວຮ້າຍ ບໍ່ໄດ້ເຮັດກັມອັນເສົ້າໝອງ ເປັນຜູ້ເຮັດກັມດີໄວ້ ເຮັດກຸສົລໄວ້ ເຮັດກັມເຄື່ອງປ້ອງກັນຄວາມຢ້ານໄວ້ ຄະຕິຂອງຄົນຜູ້ບໍ່ໄດ້ເຮັດບາບໄວ້ ບໍ່ໄດ້ເຮັດກັມຊົ່ວຮ້າຍ ບໍ່ໄດ້ເຮັດກັມທີ່ເສົ້າໝອງ ເຮັດກັມດີໄວ້ ເຮັດກຸສົລໄວ້ ເຮັດກັມເຄື່ອງປ້ອງກັນຄວາມຢ້ານໄວ້ສໍ່າໃດ ເຮົາໄປແລ້ວຈະໄປສູ່ຄະຕິນັ້ນ ເຂົາຍ່ອມບໍ່ເສົ້າໂສກ... .
ພຣາມ ! ແມ່ນວ່າບຸກຄົນນີ້ແລ ຜູ້ມີຄວາມຕາຍເປັນທໍາມະດາ ຍ່ອມບໍ່ຢ້ານ ຍ່ອມບໍ່ເຖິງຄວາມຫວັ່ນກົວຕໍ່ຄວາມຕາຍ.
(໔) ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ບໍ່ມີຄວາມສົງໄສ ບໍ່ມີຄວາມລະແວງ ເຖິງຄວາມແນ່ໃຈໃນພຣະສັດທັມ
ພຸດທະວະຈະນະ - ໝວດທັມ
ມີໂຣຄາຮ້າຍເຍື່ອງໃດເຍື່ອງໜຶ່ງຖືກຕ້ອງເຂົາ ເມື່ອເຂົາມີໂຣຄາຮ້າຍເຍື່ອງໃດເຍື່ອງໜຶ່ງຖືກຕ້ອງແລ້ວ ຍ່ອມມີຄວາມປະຣິວິຕົກດັ່ງນີ້ວ່າ ເຮົາບໍ່ມີຄວາມສົງໄສ ບໍ່ມີຄວາມລະແວງ ເຖິງຄວາມແນ່ໃຈໃນພຣະສັດທັມ ເຂົາຍ່ອມບໍ່ເສົ້າໂສກ ບໍ່ລະທົມໃຈ ບໍ່ຄໍ່າຄວນ ບໍ່ຕີເອິກຮ້ອງໄຫ້ ບໍ່ເຖິງຄວາມຫຼົງໄຫຼ.
ພຣາມ ! ແມ່ນວ່າບຸກຄົນນີ້ແລ ມີຄວາມຕາຍເປັນທໍາມະດາ ຍ່ອມບໍ່ຢ້ານ ຍ່ອມບໍ່ເຖິງຄວາມຫວັ່ນກົວຕໍ່ຄວາມຕາຍ.
ພຣາມ ! ບຸກຄົນສີ່ຈໍາພວກນີ້ ມີຄວາມຕາຍເປັນທໍາມະດາ ຍ່ອມບໍ່ຢ້ານ ຍ່ອມບໍ່ເຖິງຄວາມຫວັ່ນກົວຕໍ່ຄວາມຕາຍ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ໂອກາດໃນການເກີດເປັນມະນຸດນັ້ນຍາກ ໖໔
- ບາລີ ມຫາວາຣ. ສັງ. ໑໙/໕໖໘/໑໗໔໔.
ພິກຂຸທັງຫຼາຍ ! ຖ້າສົມມຸດວ່າ ມະຫາປະຖະພີອັນໃຫຍ່ຫຼວງນີ້ ມີນໍ້າຖ້ວມເປັນອັນດຽວກັນທັງໝົດ ບຸຣຸດຄົນໜຶ່ງຖິ້ມບັ້ງຊຶ່ງມີຮູເຈາະພຽງຮູດຽວລົງໄປໃນນໍ້ານັ້ນ ລົມຕາເວັນອອກພັດໃຫ້ລອຍໄປທາງທິດຕາເວັນຕົກ ລົມຕາເວັນຕົກພັດໃຫ້ລອຍໄປທາງທິດຕາເວັນອອກ ລົມທິດເໜືອພັດໃຫ້ລອຍໄປທາງທິດໃຕ້ ລົມທິດໃຕ້ພັດໃຫ້ລອຍໄປທາງທິດເໜືອ ຢູ່ດັ່ງນີ້ ໃນນໍ້ານັ້ນ ມີເຕົ່າໂຕໜຶ່ງຕາບອດ ຜ່ານໄປຮ້ອຍໆປີ ມັນຈະໂຜ່ພົ້ນຫົວຂຶ້ນມາເທື່ອໜຶ່ງໆ.
ພິກຂຸທັງຫຼາຍ ! ເຈົ້າທັງຫຼາຍ ຈະສໍາຄັນຄວາມຂໍ້ນີ້ວ່າຈັ່ງໃດ ຈະເປັນໄປໄດ້ບໍ່ ທີ່ເຕົ່າຕາບອດ ຮ້ອຍປີຈຶ່ງໂຜ່ພົ້ນຫົວຂຶ້ນມາຈັກເທື່ອໜຶ່ງ ຈະຍ່ອມປ່ອນຄໍສຸບເຂົ້າໄປໃນຮູ ຊຶ່ງມີຢູ່ພຽງຮູດຽວໃນບັ້ງນັ້ນ ?
ຂໍ້ນີ້ຍາກທີ່ຈະເປັນໄປໄດ້ ຂ້ານ້ອຍ ! ທີ່ເຕົ່າຕາບອດນັ້ນ ຮ້ອຍປີໂຜ່ພົ້ນຫົວຂຶ້ນພຽງຄັ້ງດຽວ ຈະຍ່ອມປ່ອນຄໍສຸບເຂົ້າໄປໃນຮູ ຊຶ່ງມີຢູ່ພຽງຮູດຽວໃນບັ້ງນັ້ນ.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ຍາກທີ່ຈະເປັນໄປໄດ້ ເຊັ່ນດຽວກັນທີ່ໃຜໆຈະຍ່ອມໄດ້ຄວາມເປັນມະນຸດ ຍາກທີ່ຈະເປັນໄປໄດ້ເຊັ່ນດຽວກັນ ທີ່ຕະຖາຄົຕອະຣະຫັນຕະສັມມາສັມພຸດທະ ຈະເກີດຂຶ້ນໃນໂລກ ຍາກທີ່ຈະເປັນໄປໄດ້ເຊັ່ນດຽວກັນ ທີ່ທັມວິນັຍອັນຕະຖາຄົຕປະກາດໄວ້ແລ້ວ ຈະຮຸ່ງເຮືອງໄປທົ່ວໂລກ.
ພິກຂຸທັງຫຼາຍ ! ແຕ່ວ່າ ບັດນີ້ ຄວາມເປັນມະນຸດກໍໄດ້ແລ້ວ ຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະ ກໍບັງເກີດຂຶ້ນໃນໂລກແລ້ວ ແລະທັມວິນັຍອັນຕະຖາຄົຕປະກາດແລ້ວ ກໍຮຸ່ງເຮືອງໄປທົ່ວໂລກແລ້ວ.
ພິກຂຸທັງຫຼາຍ ! ເພາະເຫດນັ້ນ ໃນກໍລະນີນີ້ :-
ພວກເຈົ້າຕ້ອງປະກອບໂຢຄະກັມ ເພື່ອໃຫ້ຮູ້ວ່າ
ນີ້ ທຸກຂ໌
ນີ້ ເຫດໃຫ້ເກີດທຸກຂ໌
ນີ້ ຄວາມດັບແຫ່ງທຸກຂ໌
ນີ້ ຫົນທາງໃຫ້ເຖິງຄວາມດັບແຫ່ງທຸກຂ໌ ດັ່ງນີ້ເຖີ້ນ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ຄວາມເປັນໄປໄດ້ຍາກ ໖໕
- ບາລີ ມຫາວາຣ. ສັງ. ໑໙/໕໗໖/໑໗໙໒-໙໓.
ພິກຂຸທັງຫຼາຍ ! ເຈົ້າທັງຫຼາຍຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ຝຸ່ນໜ້ອຍໜຶ່ງ ທີ່ເຮົາຕັກຂຶ້ນດ້ວຍປາຍເລັບມືນີ້ ກັບມະຫາປະຖະພີນັ້ນ ຝ່າຍໃດຈະຫຼາຍກວ່າກັນ ?








