ພົບພູມ
ໜ້າ/ 140
ພຣາມ ! ບຸກຄົນນີ້ແລ ຜູ້ມີຄວາມຕາຍເປັນທໍາມະດາ ຍ່ອມຢ້ານ ຍ່ອມເຖິງຄວາມຫວັ່ນກົວຕໍ່ຄວາມຕາຍ.
(໒) ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ຍັງບໍ່ປາສະຈາກຄວາມກໍາໜັດ ຍັງບໍ່ປາສະຈາກຄວາມພໍໃຈ ຍັງບໍ່ປາສະຈາກຄວາມຮັກ ຍັງບໍ່ປາສະຈາກຄວາມຫິວ ຍັງບໍ່ປາສະຈາກຄວາມອັ່ງຮ້ອນ ຍັງບໍ່ປາສະຈາກຄວາມທະຍານຢາກໃນກາຍ ມີໂຣຄາຮ້າຍເຍື່ອງໃດເຍື່ອງໜຶ່ງຖືກຕ້ອງເຂົາ ເມື່ອເຂົາມີໂຣຄາຮ້າຍເຍື່ອງໃດເຍື່ອງໜຶ່ງຖືກຕ້ອງແລ້ວ ຍ່ອມມີຄວາມປະຣິວິຕົກດັ່ງນີ້ວ່າ ກາຍອັນເປັນທີ່ຮັກຈະຈາກເຮົາໄປແລ້ວໜໍ ແລະເຮົາກໍຈະຈາກກາຍອັນເປັນທີ່ຮັກໄປ ເຂົາຍ່ອມເສົ້າໂສກ... .
ພຣາມ ! ແມ່ນວ່າບຸກຄົນນີ້ແລ ຜູ້ມີຄວາມຕາຍເປັນ ທໍາມະດາ ຍ່ອມຢ້ານ ຍ່ອມເຖິງຄວາມຫວັ່ນກົວຕໍ່ຄວາມຕາຍ.
(໓) ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ບໍ່ໄດ້ເຮັດຄວາມດີໄວ້ ບໍ່ໄດ້ເຮັດກຸສົລໄວ້ ບໍ່ໄດ້ສ້າງແນວປ້ອງກັນຄວາມຢ້ານໄວ້ ເຮັດແຕ່ບາບ ເຮັດແຕ່ກັມອັນຊົ່ວຮ້າຍ ເຮັດແຕ່ກັມອັນເສົ້າໝອງ ມີໂຣຄາຮ້າຍເຍື່ອງໃດເຍື່ອງໜຶ່ງຖືກຕ້ອງເຂົາ ເມື່ອເຂົາມີໂຣຄາຮ້າຍເຍື່ອງໃດເຍື່ອງໜຶ່ງຖືກຕ້ອງແລ້ວ ຍ່ອມມີຄວາມປະຣິວິຕົກດັ່ງນີ້ວ່າ ເຮົາບໍ່ໄດ້ເຮັດຄວາມດີໄວ້ ບໍ່ໄດ້ເຮັດກຸສົລໄວ້ ບໍ່ໄດ້ສ້າງແນວປ້ອງກັນຄວາມຢ້ານໄວ້
ເປີດທັມທີ່ຖືກປົກປິດ : ພົບພູມ
ເຮັດແຕ່ບາບ ເຮັດແຕ່ກັມທີ່ຊົ່ວຮ້າຍ ເຮັດແຕ່ກັມອັນເສົ້າໝອງ ຄະຕິຂອງຄົນບໍ່ໄດ້ເຮັດຄວາມດີ ບໍ່ໄດ້ເຮັດກຸສົລ ບໍ່ໄດ້ສ້າງແນວປ້ອງກັນຄວາມຢ້ານ ເຮັດແຕ່ບາບ ເຮັດແຕ່ກັມທີ່ຊົ່ວຮ້າຍ ເຮັດແຕ່ກັມທີ່ເສົ້າໝອງ ມີປະມານເທົ່າໃດ ເຮົາຈາກໄປແລ້ວຍ່ອມໄປສູ່ຄະຕິນັ້ນ ເຂົາຍ່ອມເສົ້າໂສກ... .
ພຣາມ ! ແມ່ນວ່າບຸກຄົນນີ້ແລ ຜູ້ມີຄວາມຕາຍເປັນ ທໍາມະດາ ຍ່ອມຢ້ານ ຍ່ອມເຖິງຄວາມຫວັ່ນກົວຕໍ່ຄວາມຕາຍ.
(໔) ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ມີຄວາມສົງໄສລະແວງ ບໍ່ເຖິງຄວາມແນ່ໃຈໃນພຣະສັດທັມ ມີໂຣຄາຮ້າຍເຍື່ອງໃດເຍື່ອງໜຶ່ງຖືກຕ້ອງເຂົາ ເມື່ອເຂົາມີໂຣຄາຮ້າຍເຍື່ອງໃດເຍື່ອງໜຶ່ງຖືກຕ້ອງແລ້ວ ຍ່ອມມີຄວາມປະຣິວິຕົກດັ່ງນີ້ວ່າ ເຮົາມີຄວາມລະແວງສົງໄສ ບໍ່ເຖິງຄວາມແນ່ໃຈໃນພຣະສັດທັມ ເຂົາຍ່ອມເສົ້າໂສກ... .
ພຣາມ ! ແມ່ນວ່າບຸກຄົນນີ້ແລ ຜູ້ມີຄວາມຕາຍເປັນ ທໍາມະດາ ຍ່ອມຢ້ານ ຍ່ອມເຖິງຄວາມຫວັ່ນກົວຕໍ່ຄວາມຕາຍ.
ພຣາມ ! ບຸກຄົນສີ່ຈໍາພວກນີ້ ມີຄວາມຕາຍເປັນທໍາມະດາ ຍ່ອມຢ້ານ ຍ່ອມເຖິງຄວາມຫວັ່ນກົວຕໍ່ຄວາມຕາຍ.
ພຣາມ ! ບຸກຄົນມີຄວາມຕາຍເປັນທໍາມະດາ ຍ່ອມບໍ່ຢ້ານ ບໍ່ເຖິງຄວາມຫວັ່ນກົວຕໍ່ຄວາມຕາຍ ເປັນແນວໃດໜໍ ?
ພຸດທະວະຈະນະ - ໝວດທັມ
(໑) ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ປາສະຈາກຄວາມກໍາໜັດ ປາສະຈາກຄວາມພໍໃຈ ປາສະຈາກຄວາມຮັກ ປາສະ ຈາກຄວາມກະຫາຍ ປາສະຈາກຄວາມອັ່ງຮ້ອນປາສະຈາກຄວາມທະຍານຢາກໃນກາມທັງຫຼາຍ ມີິໂຣຄາຮ້າຍເຍື່ອງໃດເຍື່ອງໜຶ່ງຖືກຕ້ອງເຂົາ ເມື່ອເຂົາມີໂຣຄາຮ້າຍເຍື່ອງໃດເຍື່ອງໜຶ່ງຖືກຕ້ອງແລ້ວ ຍ່ອມບໍ່ມີຄວາມປະຣິວິຕົກດັ່ງນີ້ວ່າ ກາມທັງຫຼາຍອັນເປັນທີ່ຮັກ ຈະຈາກເຮົາໄປເສຍແລ້ວໜໍ ແລະເຮົາກໍຈະຈາກກາມອັນເປັນທີ່ຮັກໄປ ເຂົາຍ່ອມບໍ່ເສົ້າໂສກ ບໍ່ລະທົມໃຈ ບໍ່ຄ່ຳຄວນ ບໍ່ຕີເອິກຮ້ອງໄຫ້ ບໍ່ເຖິງຄວາມຫຼົງໄຫຼ.
ພຣາມ ! ບຸກຄົນນີ້ແລ ຜູ້ມີຄວາມຕາຍເປັນທໍາມະດາ ຍ່ອມບໍ່ຢ້ານ ຍ່ອມບໍ່ເຖິງຄວາມຫວັ່ນກົວຕໍ່ຄວາມຕາຍ.
(໒) ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ປາສະຈາກຄວາມກໍາໜັດ ປາສະຈາກຄວາມພໍໃຈ ປາສະຈາກຄວາມຮັກ ປາສະ ຈາກຄວາມກະຫາຍ ປາສະຈາກຄວາມອັ່ງຮ້ອນ ປາສະຈາກຄວາມທະຍານຢາກໃນກາຍ ມີໂຣຄາຮ້າຍເຍື່ອງໃດເຍື່ອງໜຶ່ງຖືກຕ້ອງເຂົາ ເມື່ອເຂົາມີໂຣຄາຮ້າຍເຍື່ອງໃດເຍື່ອງໜຶ່ງຖືກຕ້ອງ ແລ້ວ ຍ່ອມບໍ່ປະຣິວິຕົກດັ່ງນີ້ວ່າ ກາຍອັນເປັນທີ່ຮັກຈະຈາກເຮົາໄປແລ້ວໜໍ ແລະເຮົາກໍຈະຈາກກາຍອັນເປັນທີ່ຮັກນີ້ໄປ ເຂົາຍ່ອມບໍ່ເສົ້າໂສກ... .
ເປີດທັມທີ່ຖືກປົກປິດ : ພົບພູມ
ພຣາມ ! ແມ່ນວ່າບຸກຄົນນີ້ແລ ຜູ້ມີຄວາມຕາຍເປັນທໍາມະດາ ຍ່ອມບໍ່ຢ້ານ ຍ່ອມບໍ່ເຖິງຄວາມຫວັ່ນກົວຕໍ່ຄວາມຕາຍ.








