ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ພຣາມ ! ອີກແນວໜຶ່ງ ທຸກວັນນີ້ ມະນຸດກໍາໜັດແລ້ວດ້ວຍຄວາມກໍາໜັດຜິດທັມ ຖືກຄວາມໂລບຢ່າງຮຸນແຮງຄອບງໍາ ປະກອບດ້ວຍມິດສາທັມ ເມື່ອມະນຸດເຫຼົ່ານັ້ນກໍາໜັດແລ້ວດ້ວຍຄວາມກໍາໜັດຜິດທັມ ຖືກຄວາມໂລບຢ່າງຮຸນແຮງຄອບງໍາ ປະກອບດ້ວຍມິດສາທັມ ພວກຍັກໄດ້ປ່ອຍອະມະນຸດທີ່ໂຫດຮ້າຍລົງໄວ້ ເພາະສະນັ້ນມະນຸດຈຶ່ງລົ້ມຕາຍເສຍຢ່າງຫຼວງຫຼາຍ.

ພຣາມ ! ແມ່ນວ່າຂໍ້ນີ້ກໍເປັນເຫດ ເປັນປັດຈັຍ ເຄື່ອງເຮັດໃຫ້ມະນຸດທຸກວັນນີ້ໝົດໄປ ປາກົດວ່າມີໜ້ອຍ ແມ່ນບ້ານກໍບໍ່ເປັນບ້ານ ແມ່ນເມືອງກໍບໍ່ເປັນເມືອງ ແມ່ນນະຄອນກໍບໍ່ເປັນນະຄອນ ແມ່ນຊົນນະບົດກໍບໍ່ເປັນຊົນນະບົດ.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ເຄື່ອງຜູກພັນສັຕ ໖໒

- ບາລີ ມຫາ. ທີ. ໑໐/໓໑໐/໒໕໕.

ຂ້າແຕ່ພຣະອົງຜູ້ນິຣະທຸກຂ໌ ! ອັນໃດເປັນເຄື່ອງຜູກພັນເທວະດາ ມະນຸດ ອະສູຣະ ນາຄະ ຄົນທັນທັງຫຼາຍ ອັນມີຢູ່ເປັນໝູ່ໆ (ຊຶ່ງແຕ່ລະໝູ່) ປາຖນາຢູ່ວ່າເຮົາຈະເປັນຄົນບໍ່ມີເວຣ ບໍ່ມີອາຊະຍາ ບໍ່ມີຂ້າເສິກ ບໍ່ມີການບຽດບຽນແກ່ກັນແລະກັນ ແຕ່ແລ້ວກໍບໍ່ສາມາດຈະເປັນຜູ້ຢູ່ຢ່າງບໍ່ມີເວຣ ບໍ່ມີອາຊະຍາ ບໍ່ມີຂ້າເສິກ ບໍ່ບຽດບຽນແກ່ກັນແລະກັນໜໍ ຂ້ານ້ອຍ ?

ຈອມເທບ ! ຄວາມອິດສາ (ອິສສາ) ແລະຄວາມຂີ້ຖີ່ (ມັຈສະຣິຢະ) ນັ້ນແລ ເປັນເຄື່ອງຜູກພັນເທວະດາ ມະນຸດ ອະສູຣະ ນາຄະ ຄົນທັນທັງຫຼາຍ ອັນມີຢູ່ເປັນໝູ່ໆ (ຊຶ່ງແຕ່ລະໝູ່) ປາຖນາຢູ່ວ່າ ເຮົາຈະເປັນຄົນບໍ່ມີເວຣ ບໍ່ມີອາຊະຍາ ບໍ່ມີຂ້າເສິກ ບໍ່ມີການບຽດບຽນແກ່ກັນແລະກັນ ແຕ່ແລ້ວກໍບໍ່ສາມາດຈະເປັນຜູ້ຢູ່ຢ່າງຜູ້ບໍ່ມີເວຣ ບໍ່ມີອາຊະຍາ ບໍ່ມີຂ້າເສິກ ບໍ່ມີການບຽດບຽນແກ່ກັນແລະກັນໄດ້.

ຂ້າແຕ່ພຣະອົງຜູ້ນິຣະທຸກຂ໌ ! ກໍຄວາມອິດສາແລະຄວາມຂີ້ຖີ່ນັ້ນ ມີອັນໃດເປັນຕົ້ນເຫດ (ນິດານະ) ມີອັນໃດເປັນເຄື່ອງກໍ່ຂຶ້ນ (ສະມຸທະຢະ) ມີອັນໃດເປັນເຄື່ອງເຮັດໃຫ້ເກີດ (ຊາຕະກະ) ມີອັນໃດເປັນແດນເກີດ (ປະພະວະ) ?

ພຸດທະວະຈະນະ - ໝວດທັມ

ເມື່ອອັນໃດມີຢູ່ ຄວາມອິດສາແລະຄວາມຂີ້ຖີ່ຈຶ່ງມີ ? ເມື່ອອັນໃດບໍ່ມີຢູ່ຄວາມອິດສາແລະຄວາມຂີ້ຖີ່ຈຶ່ງບໍ່ມີ ຂ້ານ້ອຍ !

ຈອມເທບ ! ຄວາມອິດສາແລະຄວາມຂີ້ຖີ່ນັ້ນ ມີສິ່ງອັນເປັນທີ່ຮັກແລະສິ່ງອັນບໍ່ເປັນທີ່ຮັກ (ປິຢາບປິຢະ) ນັ້ນແລເປັນຕົ້ນເຫດ... ເມື່ອສິ່ງເປັນທີ່ຮັກແລະສິ່ງບໍ່ເປັນທີ່ຮັກບໍ່ມີຢູ່ ຄວາມອິດສາແລະຄວາມຂີ້ຖີ່ກໍບໍ່ມີ.

ຂ້າແຕ່ພຣະອົງຜູ້ນິຣະທຸກຂ໌ ! ກໍສິ່ງເປັນທີ່ຮັກແລະສິ່ງບໍ່ເປັນທີ່ຮັກນັ້ນໜໍ ມີອັນໃດເປັນຕົ້ນເຫດ...? ເມື່ອອັນໃດມີຢູ່ ສິ່ງເປັນທີ່ຮັກແລະສິ່ງບໍ່ເປັນທີ່ຮັກຈຶ່ງມີ ? ເມື່ອອັນໃດບໍ່ມີຢູ່ ສິ່ງເປັນທີ່ຮັກແລະສິ່ງບໍ່ເປັນທີ່ຮັກຈຶ່ງບໍ່ມີ ຂ້ານ້ອຍ !

ຈອມເທບ ! ສິ່ງເປັນທີ່ຮັກແລະສິ່ງບໍ່ເປັນທີ່ຮັກນັ້ນ ມີສັນທະ (ຄວາມພໍໃຈ) ເປັນຕົ້ນເຫດ... ເມື່ອສັນທະບໍ່ມີຢູ່ ສິ່ງເປັນທີ່ຮັກແລະສິ່ງບໍ່ເປັນທີ່ຮັກກໍບໍ່ມີ.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ເຫດທີ່ສັຕບາງພວກຢ້ານຕາຍ

ບາງພວກບໍ່ຢ້ານຕາຍ ໖໓

- ບາລີ ຈຕຸກກ. ອັງ. ໒໑/໒໓໕/໑໘໔.

ພຣາມ ! ສັຕຜູ້ມີຄວາມຕາຍເປັນທໍາມະດາ ຍ່ອມຢ້ານ ເຖິງຄວາມຫວັ່ນກົວຕໍ່ຄວາມຕາຍ ມີຢູ່ ສັຕຜູ້ມີຄວາມຕາຍເປັນທໍາມະດາ ບໍ່ຢ້ານ ບໍ່ເຖິງຄວາມຫວັ່ນກົວຕໍ່ຄວາມຕາຍມີຢູ່.

ພຣາມ ! ກໍສັຕຜູ້ມີຄວາມຕາຍເປັນທໍາມະດາ ຍ່ອມຢ້ານ ຍ່ອມເຖິງຄວາມຫວັ່ນກົວຕໍ່ຄວາມຕາຍ ເປັນແນວໃດໜໍ ?

(໑) ບຸກຄົນບາງຄົນໃນໂລກນີ້ ເປັນຜູ້ຍັງບໍ່ປາສະຈາກຄວາມກໍາໜັດ ຍັງບໍ່ປາສະຈາກຄວາມພໍໃຈ ຍັງບໍ່ປາສະຈາກຄວາມຮັກ ຍັງບໍ່ປາສະຈາກຄວາມຫິວ ຍັງບໍ່ປາສະຈາກຄວາມອັ່ງຮ້ອນ ຍັງບໍ່ປາສະຈາກຄວາມທະຍານຢາກໃນກາມທັງຫຼາຍ ມີິໂຣຄາຮ້າຍເຍື່ອງໃດເຍື່ອງໜຶ່ງຖືກຕ້ອງເຂົາ ເມື່ອເຂົາມີໂຣຄາຮ້າຍເຍື່ອງໃດເຍື່ອງໜຶ່ງຖືກຕ້ອງແລ້ວ ຍ່ອມມີຄວາມປະຣິວິຕົກດັ່ງນີ້ວ່າ ກາມອັນເປັນທີ່ຮັກ ຈະຈາກເຮົາໄປເສຍແລ້ວໜໍແລະເຮົາກໍຈະຕ້ອງຈາກກາມອັນເປັນທີ່ຮັກໄປ ເຂົາຍ່ອມເສົ້າໂສກ ລະທົມໃຈ ຄໍ່າຄວນ ຕີເອິກຮ້ອງໄຫ້ ເຖິງຄວາມຫຼົງໄຫຼ.

ພຸດທະວະຈະນະ - ໝວດທັມ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ