ພົບພູມ
ໜ້າ/ 140
(ໃນສະໄໝນີ້ ມະນຸດມີອາຍຸຂັຍຫຼຸດລົງມາເຫຼືອພຽງ ໔ ພັນປີ)
ເພາະຜະຣຸສະວາດແລະສັມຜັປປະລາປະເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ ອະພິຊຊາແລະພະຍາບາດ (ແຜນການໂກບໂກຍແລະທໍາລາຍລ້າງ) ກໍເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ
(ໃນສະໄໝນີ້ ມະນຸດມີອາຍຸຂັຍຫຼຸດລົງມາເຫຼືອພຽງ ໒໕໐໐-໒໐໐໐ ປີ)
ເປີດທັມທີ່ຖືກປົກປິດ : ພົບພູມ
ເພາະອະພິຊຊາແລະພະຍາບາດເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ ມິດສາທິດຖິ (ຄວາມເຫັນຜິດຊະນິດເຫັນກົງຈັກເປັນດອກບົວ ນິຍົມຄວາມຊົ່ວ) ກໍເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ
(ໃນສະໄໝນີ້ ມະນຸດມີອາຍຸຂັຍຫຼຸດລົງມາເຫຼືອພຽງ ໑໐໐໐ ປີ)
ເພາະມິດສາທິດຖິເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ (ອະກຸສົລ) ທັມທັງສາມຄື ອະທັມມະຣາຄະ (ຄວາມຍິນດີທີ່ບໍ່ເປັນທັມ) ວິສະມະໂລພະ (ຄວາມໂລບບໍ່ສິ້ນສຸດ) ມິດສາທັມ (ການປະພຶດຜິດຕາມອໍານາດກິເລສ) ກໍເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ (ຢ່າງບໍ່ແຍກກັນ)
(ໃນສະໄໝນີ້ ມະນຸດມີອາຍຸຂັຍຫຼຸດລົງມາເຫຼືອພຽງ ໕໐໐ ປີ)
ເພາະ (ອະກຸສົລ) ທັມທັງສາມ... ນັ້ນເປັນໄປຢ່າງກວ້າງຂວາງ ຮ້າຍແຮງເຖິງທີ່ສຸດ (ອະກຸສົລ) ທັມທັງຫຼາຍຄື ບໍ່ປະພຶດຢ່າງຖືກຕ້ອງໃນມານດາ ບິດາ ສະມະນະ ພຣາມ ບໍ່ມີກຸລະເຊດຖາປະຈາຢະນະທັມ (ທັມອ່ອນນ້ອມຕາມຖານະສູງຕໍ່າ) ກໍເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ
(ໃນສະໄໝນີ້ ມະນຸດມີອາຍຸຂັຍຫຼຸດລົງມາເຫຼືອພຽງ ໒໕໐-໒໐໐-໑໐໐ ປີ)
ພຸດທະວະຈະນະ - ໝວດທັມ
ສະໄໝນັ້ນ ຈະມີສະໄໝທີ່ມະນຸດມີອາຍຸຂັຍຫຼຸດລົງມາ ເຫຼືອພຽງ ໑໐ ປີ (ຈະມີລັກສະນະແຫ່ງຄວາມເສື່ອມເສຍມີປະການຕ່າງໆ ດັ່ງທີ່ທ່ານກ່າວໄວ້ວ່າ) ຍິງອາຍຸ ໕ ປີກໍມີບຸດ ຣົສຊາດທັງຫ້າ ເນີຍໃສ ເນີຍຂຸ້ນ ນ້ຳມັນ ນ້ຳເຜິ້ງ ນ້ຳອ້ອຍ ແລະຣົສເຄັມ ກໍບໍ່ປາກົດ ມະນຸດທັງຫຼາຍ ກິນຫຍ້າທີ່ຮຽກວ່າ ກຸດະຣູສະກະ ແທນການກິນເຂົ້າ ກຸສົລກັມມະບົດຫາຍໄປ ບໍ່ມີຮ່ອງຮອຍ ອະກຸສົລກັມມະບົດ ຮຸ່ງເຮືອງເຖິງທີ່ສຸດ ໃນໝູ່ມະນຸດ ບໍ່ມີຄໍາເວົ້າວ່າກຸສົລ ຈຶ່ງບໍ່ມີການເຮັດກຸສົລ ມະນຸດສະໄໝນັ້ນ ຈະບໍ່ຍົກຍ້ອງສັນລະເສີນ ຄວາມເຄົາລົບເກື້ອກູນແກ່ມານດາ (ມັຕເຕີຍຢະທັມ) ຄວາມເຄົາລົບເກື້ອກູນຕໍ່ບິດາ (ເປຕເຕີຍຢະທັມ) ຄວາມເຄົາລົບເກື້ອກູນແກ່ສະມະນະ (ສາມັນຍະທັມ) ຄວາມເຄົາລົບເກື້ອກູນຕໍ່ພຣາມ (ພຣັມມັນຍະທັມ) ແລະຄວາມປະພຶດອ່ອນນ້ອມຕໍ່ຜູ້ໃຫຍ່ໃນຕະກູນ (ກຸລະເຊດຖາປະຈາຢະນະທັມ) ເໝືອນດັ່ງທີ່ມະນຸດຍົກຍ້ອງກັນຢູ່ໃນສະໄໝນີ້ ບໍ່ມີຄໍາເວົ້າວ່າ ແມ່ ນ້າບ່າວ ນ້າສາວ ພໍ່ ອາວ ອາ ລຸງ ປ້າ ພັນຣະຍາຂອງອາຈາຣຍ໌ ແລະຄໍາເວົ້າວ່າເມຍຂອງຄຣູ ສັຕໂລກຈະປະພຶດການສັມເພດ (ສົມສູ່ຕະພຶດ) ເຊັ່ນດຽວກັນກັບແບ້ ແກະ ໄກ່ ໝູ ໝາ ໝາຈອກ ຄວາມອາຄາດ ຄວາມພະຍາບາດ ຄວາມຄິດຮ້າຍ ຄວາມຄິດຂ້າ ເປັນໄປຢ່າງຮ້າຍແຮງ ແມ່ນແຕ່ໃນລະຫວ່າງມານດາກັບບຸຕ ບຸຕກັບມານດາ ບິດາກັບບຸຕ ບຸຕກັບບິດາ
ເປີດທັມທີ່ຖືກປົກປິດ : ພົບພູມ
ອ້າຍກັບນ້ອງ ນ້ອງກັບອ້າຍ ທັງຊາຍແລະຍິງ ເໝືອນກັບທີ່ນາຍພານມີຄວາມຮູ້ສຶກຕໍ່ຄະນາເນື້ອທັງຫຼາຍ.
ໃນສະໄໝນັ້ນ ຈະມີ ສັຕຖັນຕະຣະກັບ (ການໃຊ້ສັດຕຣາວຸດຕິດຕໍ່ກັນບໍ່ຫຼຸດຜ່ອນ) ຕະຫຼອດເວລາ ໗ ວັນ : ສັຕທັງຫຼາຍເຫຼົ່ານັ້ນຈະມີຄວາມສໍາຄັນແກ່ກັນແລະກັນ ຄືກັບວ່າຄະນາເນື້ອ ແຕ່ລະຄົນມີສັດຕຣາອາວຸດໃນມື ຫໍ່າຫັ່ນຊີວິດຊຶ່ງກັນແລະກັນ ສໍ່າກັບວ່າຂ້າປາ ຂ້າຄະນາເນື້ອ.
(ມີມະນຸດຫຼາຍຄົນ ບໍ່ເຂົ້າຮ່ວມສັຕຖັນຕະຣະກັບ ດ້ວຍຄວາມຢ້ານໜີໄປລີ້ເຊື່ອງໂຕຢູ່ໃນບ່ອນທີ່ພໍຈະເຊື່ອງໂຕໄດ້ຕະຫຼອດ ໗ ວັນ ແລ້ວກັບອອກມາພົບພໍ້ກັນແລະກັນ ຍິນດີໂອບກອດກັນ ກ່າວແກ່ກັນແລະກັນໃນບ່ອນນັ້ນວ່າ ມີໂຊກດີທີ່ລອດມາໄດ້ ແລ້ວກໍຕົກລົງກັນໃນການຕັ້ງຕົ້ນປະພຶດທັມກັນໃໝ່ຕໍ່ໄປ ຊີວິດມະນຸດກໍຄ່ອຍຈະເຣີນຂຶ້ນຈາກ ໑໐ ປີຕາມ ລໍາດັບ ຈົນເຖິງສະໄໝແປດໝື່ນປີອີກຄັ້ງໜຶ່ງ ຈົນວ່າຮອດສະໄໝແຫ່ງສະສນາຂອງພຣະພຸດທະເຈົ້ານາມວ່າ ເມຕເຕີຍຢະສັມມາສັມພຸດທະ)
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ຜົນຈາກການບໍ່ມີທັມຂອງມະນຸດ ໖໐
- ບາລີ ຈຕຸກກ. ອັງ. ໒໑/໙໗/໗໐.
ພິກຂຸທັງຫຼາຍ !








