ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ກະສັດກໍດີ ພຣາມກໍດີ ແພດກໍດີ ສູດກໍດີ ສະມະນະກໍດີ ປະພຶດກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ເປັນມິດສາທິດຖິ ຍ່ອມຢຶດຖືກັມດ້ວຍອໍານາດມິດສາທິດຖິ ເພາະຢຶດຖືກັມດ້ວຍອໍານາດມິດສາທິດຖິເປັນເຫດ ເບື້ອງໜ້າແຕ່ການຕາຍເພາະກາຍແຕກ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ ທັງມວນ

ກະສັດກໍດີ ພຣາມກໍດີ ແພດກໍດີ ສູດກໍດີ ສະມະນະກໍດີ ປະພຶດກາຢະສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ເປັນສັມມາທິດຖິ ຍ່ອມຢຶດຖືກັມດ້ວຍອໍານາດສັມມາທິດຖິ ເພາະຢຶດຖືກັມດ້ວຍອໍານາດສັມມາທິດຖິ ເປັນເຫດ ເບື້ອງໜ້າແຕ່ການຕາຍເພາະກາຍແຕກ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ

ກະສັດກໍດີ ພຣາມກໍດີ ແພດກໍດີ ສູດກໍດີ ສະມະນະກໍດີ ມີປົກກະຕິເຮັດກັມທັງສອງ (ຄືສຸຈະຣິຕແລະທຸຈະຣິຕ) ດ້ວຍກາຍ ມີປົກກະຕິເຮັດກັມທັງສອງດ້ວຍວາຈາ ມີປົກກະຕິເຮັດກັມທັງສອງດ້ວຍໃຈ ມີຄວາມເຫັນປົນກັນ ຢຶດຖືການກະທໍາດ້ວຍ

ເປີດທັມທີ່ຖືກປົກປິດ : ພົບພູມ

ອໍານາດຄວາມເຫັນປົນກັນ ເພາະຢຶດຖືການກະທໍາດ້ວຍອໍານາດຄວາມເຫັນປົນກັນເປັນເຫດ ເບື້ອງໜ້າແຕ່ການຕາຍເພາະກາຍແຕກ ຍ່ອມສະເຫວີຍສຸຂແດ່ ທຸກຂ໌ແດ່

ກະສັດກໍດີ ພຣາມກໍດີ ແພດກໍດີ ສູດກໍດີ ສັງລວມກາຍ ສັງລວມວາຈາ ສັງລວມໃຈ ອາໄສການຈະເລີນໂພທິປັກຂິຢະທັມທັງ ໗ ແລ້ວ ຍ່ອມປະຣິນິບພານໃນປັດຈຸບັນນີ້ນັ້ນແລ

ກໍບັນດາວັນນະທັງສີ່ນີ້ ວັນນະໃດ ເປັນພິກຂຸ ດັບສິ້ນອາສະວະແລ້ວ ມີພຣົມມະຈັນຢູ່ຈົບແລ້ວ ມີກິດທີ່ຄວນເຮັດເຮັດສໍາເລັດແລ້ວ ວາງພາຣະເສຍໄດ້ແລ້ວ ບັນລຸເຖິງປະໂຍຊນ໌ຂອງຕົນແລ້ວ ໝົດເຄື່ອງເກາະກ່ຽວໃນພົບແລ້ວ ຫຼຸດພົ້ນແລ້ວເພາະຮູ້ໂດຍຖືກຕ້ອງ ວັນນະນັ້ນປາກົດວ່າ ເປັນຜູ້ເລີດກວ່າຄົນທັງຫຼາຍໂດຍທັມ ແທ້ຈິງ ບໍ່ນອກໄປຈາກທັມເລີຍ ຄວາມຈິງທັມເທົ່ານັ້ນ ເປັນຂອງປະເສີດທີ່ສຸດໃນໝູ່ມະຫາຊົນ ທັງໃນປັດຈຸບັນແລະພາຍໜ້າ

ກະສັດເປັນຜູ້ປະເສີດທີ່ສຸດ ໃນໝູ່ຊົນຜູ້ລັງກຽດດ້ວຍໂຄດ ທ່ານຜູ້ເຖິງພ້ອມດ້ວຍວິຊຊາແລະຈະຣະນະ ເປັນຜູ້ປະເສີດສຸດໃນໝູ່ເທວະດາແລະມະນຸດ.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ປັດຈັຍເຖິງອາຍຸຂັຍຂອງມະນຸດ ໕໙

- ບາລີ ປາ. ທີ. ໑໑/໗໐-໘໐/໓໙-໔໗.

ພິກຂຸທັງຫຼາຍ ! ເມື່ອພຣະຣາຊາ ມີການປະພຶດຊະນິດທີ່ເປັນໄປແຕ່ພຽງເພື່ອການຄຸ້ມຄອງ ອາຣັກຂາ ແຕ່ບໍ່ໄດ້ເປັນໄປເພື່ອການເຮັດໃຫ້ເກີດຊັບ ແກ່ບຸກຄົນຜູ້ບໍ່ມີຊັບທັງຫຼາຍດັ່ງນັ້ນແລ້ວ ຄວາມຍາກຈົນຂາດເຂີນ ກໍເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ

ເພາະຄວາມຍາກຈົນຂາດເຂີນເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ ອະທິນນາທານ (ລັກຊັບ) ກໍເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ

ເພາະອະທິນນາທານເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ ການໃຊ້ສັດຕຣາວຸດໂດຍວິທີການຕ່າງໆ ກໍເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ

ເພາະການໃຊ້ສັດຕຣາວຸດໂດຍວິທີການຕ່າງໆເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ ປານາຕິບາຕ (ການຂ້າມະນຸດດ້ວຍກັນ) ກໍເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ

ເພາະປານາຕິບາຕເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ ມຸສາວາດ (ການຫຼອກລວງຄົດໂກງ) ກໍເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ

(ໃນສະໄໝນີ້ມະນຸດມີອາຍຸຂັຍຫຼຸດລົງມາຈາກ ໘ ໝື່ນປີເຫຼືອພຽງ ໔ ໝື່ນປີ)

ພຸດທະວະຈະນະ - ໝວດທັມ

ເພາະມຸສາວາດເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ ປິສຸນາວາດ (ການເວົ້າຍຸແຍ່ເພື່ອການແຕກກັນເປັນພວກ ເປັນໝູ່ ທໍາລາຍ ຄວາມສາມັກຄີ) ກໍເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ

(ໃນສະໄໝນີ້ ມະນຸດມີອາຍຸຂັຍຫຼຸດລົງມາເຫຼືອພຽງ ໒ ໝື່ນປີ)

ເພາະປິສຸນາວາດເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ ກາເມສຸມິດສາຈາຣ (ການຫຼິ້ນຊູ້ ການລະເມີດຂອງຮັກຂອງບຸກຄົນອື່ນ) ກໍເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ

(ໃນສະໄໝນີ້ ມະນຸດມີອາຍຸຂັຍຫຼຸດລົງມາເຫຼືອພຽງ ໑ ໝື່ນປີ)

ເພາະກາເມສຸມິດສາຈາຣເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ ຜະຣຸສະວາດແລະສັມຜັປປະລາປະ (ການໃຊ້ຄໍາຫຍາບແລະຄໍາໂລເລເພື່ອຄວາມສໍາລານ) ກໍເປັນໄປຢ່າງກວ້າງຂວາງຮ້າຍແຮງເຖິງທີ່ສຸດ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ