ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ຄັ້ງນັ້ນແລ ສັຕບາງຈໍາພວກ ໄດ້ມີຄວາມຄິດຂຶ້ນເຊັ່ນນີ້ວ່າ “ທ່ານຜູ້ຈະເລີນເອີຍ ການຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ຈະປາກົດ ການຕິຕຽນຈະປາກົດ ການກ່າວຄວາມບໍ່ຈິງຈະປາກົດ ການຖືທ່ອນໄມ້ຈະປາກົດ ການຂັບໄລ່ຈະປາກົດ ໃນເພາະ ອະກຸສົລທັມອັນເປັນບາບເຫຼົ່າໃດ ອະກຸສົລທັມອັນເປັນບາບເຫຼົ່ານັ້ນ ເກີດຂຶ້ນແລ້ວໃນສັຕທັງຫຼາຍ ພວກເຮົາຢ່ານິ້ງດູດາຍ ພວກເຮົາຄວນໄປ ລ່ອງອະກຸສົລທັມ ອັນເປັນບາບນີ້ເຖີ້ນ” ດັ່ງນີ້ ຄັນແລ້ວ ສັຕເຫຼົ່ານັ້ນຈຶ່ງໄດ້ພາກັນ ລ່ອງອະກຸສົລທັມ ອັນເປັນບາບຖິ້ມໄປ ເພາະເຫດທີ່ສັຕເຫຼົ່ານັ້ນ ພາກັນລ່ອງ ອະກຸສົລທັມອັນເປັນບາບຢູ່ ດັ່ງນີ້ ອັກຂະຣະວ່າ ພວກພຣາມ ພວກພຣາມ (ພຣາມມະນະ) ຈຶ່ງເກີດຂຶ້ນເປັນອັນດັບທໍາອິດ

ພຣາມເຫຼົ່ານັ້ນ ພາກັນປຸກຕູບ ຊຶ່ງມຸງແລະບັງດ້ວຍໃບໄມ້ໃນເຂດປ່າ ເພັ່ງຢູ່ໃນຕູບຊຶ່ງມຸງແລະບັງດ້ວຍໃບໄມ້ນັ້ນ

ພຸດທະວະຈະນະ - ໝວດທັມ

ພວກເຂົາບໍ່ມີການຫຸງຕົ້ມ ບໍ່ມີການຕໍາເຂົ້າ ທັງໃນເວລາແລງແລະເວລາເຊົ້າ ຈຶ່ງໄດ້ພາກັນສະແຫວງຫາອາຫານ ຕາມຄາມະນິຄົມແລະຣາຊະທານີ ເພື່ອບໍລິໂພກໃນເວລາແລງແລະເຊົ້າ ເຂົາເຫຼົ່ານັ້ນຄັນໄດ້ອາຫານແລ້ວ ຈຶ່ງພາກັນກັບໄປເພັ່ງຢູ່ໃນຕູບ ຊຶ່ງມຸງແລະບັງດ້ວຍໃບໄມ້ໃນເຂດປ່າອີກ ຄົນທັງຫຼາຍເຫັນການປະພຶດຂອງພວກພຣາມເຫຼົ່ານັ້ນແລ້ວ ຈຶ່ງພາກັນເວົ້າດັ່ງນີ້ວ່າ “ທ່ານຜູ້ຈະເລີນເອີຍ ສັຕພວກນີ້ພາກັນມາປຸກຕູບຊຶ່ງມຸງແລະບັງດ້ວຍໃບໄມ້ໃນເຂດປ່າ ແລ້ວເພັ່ງຢູ່ໃນຕູບຊຶ່ງມຸງແລະບັງດ້ວຍໃບໄມ້ນັ້ນ ບໍ່ມີການຫຸງຕົ້ມ ບໍ່ມີການຕໍາເຂົ້າ ທັງໃນເວລາແລງແລະເວລາເຊົ້າ ຈຶ່ງພາກັນທ່ຽວສະແຫວງຫາອາຫານ ຕາມຄາມະນິຄົມແລະຣາຊະທານີ ເພື່ອບໍລິໂພກໃນເວລາແລງແລະເວລາເຊົ້າ ເຂົາເຫຼົ່ານັ້ນຄັນໄດ້ອາຫານແລ້ວ ຈຶ່ງພາກັນກັບໄປເພັ່ງຢູ່ໃນຕູບຊຶ່ງມຸງແລະບັງດ້ວຍໃບໄມ້ໃນເຂດປ່າອີກ” ດັ່ງນີ້ ເພາະເຫດນັ້ນ ອັກຂະຣະວ່າ ພວກຈະເຣີນຊານ ພວກຈະເຣີນຊານ (ຊາຢິກາ) ຈຶ່ງເກີດຂຶ້ນເປັນອັນດັບທີ ໒

ບັນດາສັຕເຫຼົ່ານັ້ນ ສັຕບາງພວກ ເມື່ອບໍ່ອາດສໍາເລັດຊານໄດ້ ທີ່ຕູບຊຶ່ງມຸງແລະບັງດ້ວຍໃບໄມ້ໃນເຂດປ່າ ຈຶ່ງທ່ຽວໄປຍັງບ້ານແລະເຂດທີ່ໃກ້ຄຽງ ແລ້ວກໍຈັດເຮັດຄໍາພີຢູ່ ຊົນທັງຫຼາຍເຫັນການປະພຶດຂອງພວກພຣາມນີ້ນັ້ນແລ້ວ

ເປີດທັມທີ່ຖືກປົກປິດ : ພົບພູມ

ຈຶ່ງເວົ້າດັ່ງນີ້ວ່າ “ທ່ານຜູ້ຈະເລີນເອີຍ ກໍສັຕເຫຼົ່ານີ້ບໍ່ອາດສໍາເລັດຊານໄດ້ທີ່ຕູບ ຊຶ່ງມຸງແລະບັງດ້ວຍໃບໄມ້ໃນເຂດປ່າ ທ່ຽວໄປຍັງບ້ານແລະເຂດທີ່ໃກ້ຄຽງ ຈັດເຮັດຄໍາພີຢູ່ ບັດນີ້ພວກຊົນເຫຼົ່ານີ້ບໍ່ເພັ່ງຢູ່ ບັດນີ້ພວກຊົນເຫຼົ່ານີ້ບໍ່ເພັ່ງຢູ່” ດັ່ງນີ້ ເພາະເຫດນັ້ນ ອັກຂະຣະວ່າ ອັຊຊາຍິກາ ອັຊຊາຍິກາ (ອັຊຊາຢິກາ) ຈຶ່ງເກີດຂຶ້ນເປັນອັນດັບທີ ໓

ກໍສະໄໝນັ້ນການຊົງຈໍາ ການສອນ ການບອກມົນ ຖືກສົມມຸດ ວ່າຕ່ຳຊາມ ມາໃນບັດນີ້ ສົມມຸດກັນວ່າປະເສີດ ດ້ວຍເຫດດັ່ງກ່າວມານີ້ ການເກີດຂຶ້ນແຫ່ງພວກພຣາມນັ້ນຈຶ່ງມີຂຶ້ນໄດ້

ບັນດາສັຕເຫຼົ່ານັ້ນ ສັຕບາງຈໍາພວກ ຢຶດໝັ້ນເມຖຸນທັມແລ້ວ ປະກອບການງານເປັນຜະແນກໆ ເພາະສັຕເຫຼົ່ານັ້ນຢຶດໝັ້ນເມຖຸນທັມ ແລ້ວປະກອບການງານ ເປັນຜະແນກໆ ນັ້ນແລ ອັກຂະຣະວ່າ ເວດສາ ເວດສາ (ເວສສາ) ຈຶ່ງເກີດຂຶ້ນ ດ້ວຍເຫດດັ່ງກ່າວມານີ້ ການເກີດຂຶ້ນຂອງແພດນັ້ນ ຈຶ່ງມີຂຶ້ນໄດ້.

ບັນດາສັຕເຫຼົ່ານັ້ນ ສັຕບາງຈໍາພວກ ປະພຶດຕົນໂຫດຮ້າຍ ເຮັດງານຕໍ່າຕ້ອຍ ເພາະເຫດທີ່ສັຕເຫຼົ່ານັ້ນປະພຶດຕົນໂຫດຮ້າຍ ເຮັດງານຕໍ່າຕ້ອຍນັ້ນແລ ອັກຂະຣະວ່າ ສຸດທາ ສຸດທາ (ສຸດດາ) ຈຶ່ງເກີດຂຶ້ນ ດ້ວຍເຫດດັ່ງທີ່ກ່າວມານີ້ ການເກີດຂຶ້ນແຫ່ງສູດນັ້ນ ຈຶ່ງມີຂຶ້ນໄດ້.

ພຸດທະວະຈະນະ - ໝວດທັມ

ມີສະໄໝທີ່ກະສັດແດ່ ພຣາມແດ່ ແພດແດ່ ສູດແດ່ ຕໍານິທັມຂອງຕົນ ຈຶ່ງໄດ້ອອກຈາກເຮືອນບວດເປັນບັນພະຊິຕ ດ້ວຍຄວາມປະສົງວ່າ ເຮົາຈະເປັນສະມະນະ ດ້ວຍປະການດັ່ງກ່າວມານີ້ ພວກສະມະນະຈຶ່ງເກີດມີຂຶ້ນໄດ້ ຈາກວັນນະທັງສີ່ເຫຼົ່ານີ້.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ