ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ດໍາຣົງຢູ່ຊົ່ວສິ້ນກາລະດົນນານ ຜິວພັນກໍປາກົດວ່າແຕກຕ່າງກັນອອກໄປ ດ້ວຍເພາະມີການຖືໂຕດູໝິ່ນກັນ ເພາະທະນົງຕົນປາຣົບຜິວພັນເປັນປັດຈັຍ ເຄືອດິນຈຶ່ງຫາຍໄປ ເມື່ອເຄືອດິນຫາຍໄປແລ້ວ ກໍໄດ້ເກີດມີເຂົ້າສາລີເກີດຂຶ້ນ ໃນບ່ອນທີ່ບໍ່ຕ້ອງໄຖ ເປັນເຂົ້າບໍ່ມີຮໍາ ບໍ່ມີແກບ ຂາວສະອາດ ມີກິ່ນຫອມ ມີເມັດເປັນເຂົ້າສານ ຕອນແລງສັຕເຫຼົ່ານັ້ນ ເກັບເອົາເຂົ້າສາລີໃດມາເພື່ອບໍລິໂພກໃນເວລາແລງ ຕອນເຊົ້າເຂົ້າສາລີນັ້ນ ກໍມີເມັດສຸກແລ້ວປົ່ງຂຶ້ນແທນທີ່ ຕອນເຊົ້າສັຕເຫຼົ່ານັ້ນເກັບເອົາເຂົ້າສາລີ ໃດມາເພື່ອບໍລິໂພກໃນເວລາເຊົ້າ ຕອນແລງເຂົ້າສາລີນັ້ນ ກໍມີເມັດສຸກແລ້ວປົ່ງຂຶ້ນແທນທີ່ ບໍ່ປາກົດວ່າບົກພ່ອງໄປເລີຍ ສັຕເຫຼົ່ານັ້ນຈຶ່ງໄດ້ບໍລິໂພກເຂົ້າສາລີນັ້ນເປັນອາຫານ ດໍາຣົງຢູ່ຊົ່ວສິ້ນກາລະດົນນານ ດ້ວຍປະການທີ່ສັຕເຫຼົ່ານັ້ນ ມີເຂົ້າສາລີເປັນອາຫານ ດໍາຣົງຢູ່ຊົ່ວສິ້ນກາລະດົນນານ ສັຕເຫຼົ່ານັ້ນຈຶ່ງມີຮ່າງກາຍແຂງແຮງຂຶ້ນທຸກຍາມ ທັງມີຜິວພັນກໍປາກົດວ່າແຕກຕ່າງກັນອອກໄປ ສະຕຣີກໍມີເພດຍິງປາກົດ ແລະບຸຣຸດກໍມີເພດຊາຍປາກົດ ດ້ວຍວ່າສະຕຣີກໍຈ້ອງເບິ່ງບຸຣຸດຢູ່ສະເໝີ ແລະບຸຣຸດກໍຈ້ອງເບິ່ງສະຕຣີຢູ່ສະເໝີ ເມື່ອຄົນທັງສອງເພດ ຕ່າງກໍຈ້ອງເບິ່ງກັນແລະກັນຢູ່ສະເໝີ ກໍເກີດຄວາມກໍາໜັດ ເກີດຄວາມອັ່ງຮ້ອນຂຶ້ນໃນກາຍ ເພາະຄວາມອັ່ງຮ້ອນເຫຼົ່ານັ້ນເປັນປັດຈັຍ ເຂົາທັງສອງຈຶ່ງເສບເມຖຸນທັມກັນ

ເປີດທັມທີ່ຖືກປົກປິດ : ພົບພູມ

ໃນສະໄໝນັ້ນ ສັຕພວກໃດເຫັນສັຕພວກອື່ນ ເສບເມຖຸນທັມກັນຢູ່ ຍ່ອມໂຮຍຝຸ່ນໃສ່ແດ່ ໂຮຍຂີ້ເຖົ່າໃສ່ແດ່ ໂຍນຂີ້ງົວໃສ່ແດ່ ພ້ອມກັບເວົ້າໃຫ້ວ່າ “ຄົນຊາດຊົ່ວຈົ່ງຈິບຫາຍ ຄົນຊາດຊົ່ວຈົ່ງຈິບຫາຍ” ດັ່ງນີ້ ແລ້ວເວົ້າຕໍ່ໄປວ່າ “ກໍເປັນຫຍັງຂຶ້ນຊື່ວ່າສັຕຈຶ່ງເຮັດແກ່ສັຕເຊັ່ນນີ້ໜໍ” ຂໍ້ທີ່ວ່າມານັ້ນ ຈຶ່ງເປັນທໍານຽມມາຈົນເຖິງເທົ່າທຸກວັນນີ້ວ່າ ໃນຊົນນະບົດ ບ້ານແຫ່ງຄົນທັງຫຼາຍ ໂຮຍຝຸ່ນໃສ່ແດ່ ໂຮຍຂີ້ເຖົ່າໃສ່ແດ່ ໂຍນຂີ້ງົວໃສ່ແດ່ ໃນລະ ຫວ່າງທີ່ເຂົາຈະນໍາສັຕ ຜູ້ປະພຶດຊົ່ວຮ້າຍ ໄປສູ່ເດີ່ນປະຫານ ພວກພຣາມມາລະນຶກເຖິງອັກຂະຣະ ທີ່ຮູ້ກັນວ່າເປັນຂອງດີ ອັນເປັນຂອງບູຮານນັ້ນ ເທົ່ານັ້ນ ແຕ່ພວກເຂົາບໍ່ຮູ້ຄັກເຖິງເນື້ອໃນໃຈຄວາມແຫ່ງອັກຂະຣະນັ້ນເລີຍ

ໃນສະໄໝນັ້ນ ການໂຮຍຝຸ່ນໃສ່ກັນເປັນຕົ້ນນັ້ນ ສົມມຸດກັນວ່າບໍ່ເປັນທັມ ມາໃນບັດນີ້ ກັບສົມມຸດກັນວ່າເປັນທັມ ກໍສະໄໝນັ້ນ ສັຕພວກໃດເສບເມຖຸນທັມກັນ ສັຕພວກນັ້ນເຂົ້າບ້ານຫຼືເມືອງບໍ່ໄດ້ ຈົນສອງເດືອນແດ່ ສາມເດືອນແດ່ ເມື່ອໃດສັຕທັງຫຼາຍ ພາກັນເສບອະສັດທັມນັ້ນຢູ່ສະເໝີ ເມື່ອນັ້ນຈຶ່ງພະຍາຍາມສ້າງບ້ານເຮືອນກັນຂຶ້ນ ເພື່ອເປັນບ່ອນກັ້ນບັງ ອະສັດທັມນັ້ນ

ຄັ້ງນັ້ນ ສັຕຜູ້ໜຶ່ງເກີດຄວາມກຽດຄ້ານ ຈຶ່ງໄດ້ເກັບເຂົ້າສາລີ ມາໄວ້ເພື່ອບໍລິໂພກເສຍບາດດຽວທັງເວລາເຊົ້າແລະເວລາແລງ

ພຸດທະວະຈະນະ - ໝວດທັມ

ຕໍ່ມາສັຕພວກອື່ນກໍຖືເອົາແບບຢ່າງຂອງສັຕຜູ້ນັ້ນ ໂດຍເກັບເຂົ້າສາລີມາໄວ້ເພື່ອບໍລິໂພກເສຍບາດດຽວທັງເວລາເຊົ້າ ແລະເວລາແລງແດ່ ເກັບໄວ້ເພື່ອບໍລິໂພກກຸ້ມ ໒ ວັນແດ່ ເກັບໄວ້ເພື່ອບໍລິໂພກກຸ້ມ ໔ ວັນແດ່ ເກັບໄວ້ເພື່ອບໍລິໂພກກຸ້ມ ໘ ວັນແດ່

ເມື່ອໃດ ສັຕທັງຫຼາຍເຫຼົ່ານັ້ນ ພະຍາຍາມເກັບສະສົມເຂົ້າສາລີໄວ້ບໍລິໂພກ ເມື່ອນັ້ນເຂົ້າສາລີນັ້ນຈຶ່ງກາຍເປັນເຂົ້າທີ່ມີຮໍາຫໍ່ເມັດແດ່ ມີແກບຫຸ້ມເມັດແດ່ ຕົ້ນທີ່ຖືກກຽ່ວແລ້ວ ກໍບໍ່ກັບປົ່ງຂຶ້ນແທນທີ່ ປາກົດຄວາມບົກພ່ອງໃຫ້ເຫັນ ຈຶ່ງໄດ້ມີເຂົ້າສາລີເປັນຈຸ້ມໆ

(ຕໍ່ມາສັຕເຫຼົ່ານັ້ນພາກັນຈັບກຸ່ມແລະປັບທຸກຂ໌ແກ່ກັນແລະກັນ ເຖິງເລື່ອງທີ່ມີການປາກົດຂອງອະກຸສົລທັມອັນເປັນບາບ ເຮັດໃຫ້ສັຕເຫຼົ່ານັ້ນຈາກທີ່ເຄີຍເປັນຜູ້ສໍາເລັດທາງໃຈ ມີປີຕິເປັນອາຫານ ມີລັດສະໝີຮຸ່ງອອກຈາກກາຍຕົນ ແລ້ວກໍໄດ້ມີການປ່ຽນແປງມາເລື້ອຍໆ ຈົນວ່າມາເຖິງໃນສະໄໝທີ່ດໍາຣົງຢູ່ດ້ວຍການບໍລິໂພກເຂົ້າສາລີທີ່ມີຮໍາຫໍ່ເມັດ ມີແກບຫຸ້ມເມັດ ຕົ້ນທີ່ຖືກຕັດແລ້ວ ກໍບໍ່ກັບປົ່ງຂຶ້ນແທນທີ່ ປາກົດຄວາມບົກພ່ອງໃຫ້ເຫັນ ຈາກນັ້ນຈຶ່ງໄດ້ມີການແບ່ງສ່ວນເຂົ້າສາລີ ແລະແບ່ງປັນເຂດແດນກັນ)

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ