ພົບພູມ
ໜ້າ/ 140
ອັນທັມຮັກສາ ເປັນຍິງມີສາມີ ຍິງຕ້ອງໂທດ ໂດຍທີສຸດແມ່ນແຕ່ຍິງອັນເຂົາໝັ້ນໄວ້ (ດ້ວຍການຄ້ອງພວງມາໄລ) ບໍ່ເປັນຜູ້ປະພຶດຜິດຈາຮີດໃນຮູບແບບເຫຼົ່ານັ້ນ
ຈຸນທະ ! ເຊັ່ນນີ້ແລ ເປັນຄວາມສະອາດທາງກາຍ ໓ ຢ່າງ.
ຈຸນທະ ! ຄວາມສະອາດທາງວາຈາມີ ໔ ຢ່າງ ນັ້ນເປັນແນວໃດໜໍ ?
ຈຸນທະ ! ບຸກຄົນໃນກໍລະນີນີ້ :-
(໑) ລະມຸສາວາດ ເວັ້ນຂາດຈາກມຸສາວາດ ໄປສູ່ສະພາກໍດີ ໄປສູ່ບໍຣິສັດກໍດີ ໄປສູ່ທ່າມກາງຍາດກໍດີ ໄປສູ່ທ່າມກາງສາລາປະຊາຄົມກໍດີ ໄປສູ່ທ່າມກາງຣາຊະຕະກຸນກໍດີ ອັນເຂົາເອົາໄປເປັນພະຍານ ຖາມວ່າ “ບຸຣຸດຜູ້ຈະເຣີນ ! ທ່ານຮູ້ແນວໃດ ທ່ານຈົ່ງກ່າວໄປຕາມນັ້ນ” ດັ່ງນີ້ ບຸຣຸດນັ້ນເມື່ອບໍ່ຮູ້ກໍກ່າວວ່າບໍ່ຮູ້ ເມື່ອຮູ້ກໍກ່າວວ່າຮູ້ ເມື່ອບໍ່ເຫັນກໍກ່າວວ່າບໍ່ເຫັນ ເມື່ອເຫັນກໍກ່າວວ່າເຫັນ ເພາະເຫດຕົນເອງ ເພາະເຫດຜູ້ອື່ນ ຫຼືເພາະເຫດເຫັນແກ່ອາມິດໃດໆ ກໍບໍ່ເປັນຜູ້ກ່າວຄໍາບໍ່ຈິງທັງທີ່ຮູ້ຢູ່
(໒) ລະຄໍາສໍ່ສຽດ ເວັ້ນຂາດຈາກຄໍາສໍ່ສຽດ ໄດ້ຟັງຈາກຝ່າຍນີ້ແລ້ວບໍ່ເກັບໄປບອກຝ່າຍນັ້ນ ເພື່ອໃຫ້ແຕກຈາກຝ່າຍນີ້ ຫຼືໄດ້ຟັງຈາກຝ່າຍນັ້ນແລ້ວບໍ່ເກັບມາບອກຝ່າຍນີ້ ເພື່ອໃຫ້ແຕກຈາກຝ່າຍນັ້ນ ແຕ່ຈະສະໝານຄົນທີ່ແຕກກັນແລ້ວ ໃຫ້ກັບມາພ້ອມ ພຽງກັນ ອຸດໜູນຄົນທີ່ພ້ອມພຽງກັນຢູ່ໃຫ້ພ້ອມພຽງກັນຍິ່ງຂຶ້ນ
ພຸດທະວະຈະນະ - ໝວດທັມ
ເປັນຄົນມັກໃນການພ້ອມພຽງ ເປັນຄົນຍິນດີໃນການພ້ອມພຽງ ເປັນຄົນພໍໃຈໃນການພ້ອມພຽງ ກ່າວແຕ່ວາຈາທີ່ເຮັດໃຫ້ພ້ອມພຽງກັນ
(໓) ລະການເວົ້າຄໍາຫຍາບເສຍ ເວັ້ນຂາດຈາກຄໍາເວົ້າຫຍາບ ເວົ້າແຕ່ວາຈາທີ່ບໍ່ມີໂທດມ່ວນຫູໃຫ້ເກີດຄວາມຮັກ ເປັນຄໍາຊູໃຈ ເປັນຄໍາສຸພາບທີ່ຊາວເມືອງເຂົາເວົ້າກັນ ເປັນທີ່ຍິນດີທີ່ພໍໃຈຂອງມະຫາຊົນ ກ່າວແຕ່ວາຈາເຊັ່ນນັ້ນຢູ່
(໔) ລະຄໍາເວົ້າໂລເລ ເວັ້ນຂາດຈາກຄໍາເວົ້າທີ່ໂລເລ ກ່າວແຕ່ໃນເວລາອັນສົມຄວນ ກ່າວແຕ່ຄໍາຈິງ ເປັນປະໂຫຍດ ເປັນທັມ ເປັນວິນັຍ ກ່າວແຕ່ວາຈາມີທີ່ຕັ້ງ ມີຫຼັກຖານທີ່ອ້າງອີງ ມີເວລາຈົບ ປະກອບດ້ວຍປະໂຫຍດ ສົມຄວນແກ່ເວລາ
ຈຸນທະ ! ເຊັ່ນນີ້ແລ ເປັນຄວາມສະອາດທາງວາຈາ ໔ ຢ່າງ.
ຈຸນທະ ! ຄວາມສະອາດທາງໃຈມີ ໓ ຢ່າງ ນັ້ນເປັນແນວໃດໜໍ ?
ຈຸນທະ ! ບຸກຄົນບາງຄົນໃນກໍລະນີນີ້ :-
(໑) ເປັນຜູ້ບໍ່ອັ່ງດ້ວຍອະພິຊຊາ ຄືເປັນຜູ້ບໍ່ໂລບ ເພັ່ງເລັງວັດຖຸອຸປະກອນແຫ່ງຊັບຂອງຜູ້ອື່ນ ວ່າ “ສິ່ງໃດເປັນຂອງຜູ້ອື່ນ ສິ່ງນັ້ນຈົ່ງເປັນຂອງເຮົາ” ດັ່ງນີ້
ເປີດທັມທີ່ຖືກປົກປິດ : ພົບພູມ
(໒) ເປັນຜູ້ບໍ່ມີຈິຕພະຍາບາດ ມີຄວາມດໍາຣິແຫ່ງໃຈອັນບໍ່ມຸ່ງຮ້າຍວ່າ “ສັຕທັງຫຼາຍເຫຼົ່ານີິ້ ຈົ່ງເປັນຜູ້ບໍ່ມີເວຣ ບໍ່ມີຄວາມບຽດບຽນ ບໍ່ມີທຸກຂ໌ ມີສຸຂ ບໍຣິຫານຕົນຢູ່ເຖີ້ນ” ດັ່ງນີ້ເປັນຕົ້ນ
(໓) ເປັນຜູ້ມີຄວາມເຫັນຖືກຕ້ອງ ມີທັດສະນະບໍ່ວິປະຣິດວ່າ “ທານທີ່ໃຫ້ແລ້ວມີ (ຜົນ) ຍັນທີ່ບູຊາແລ້ວມີ (ຜົນ) ການບູຊາ ທີ່ບູຊາແລ້ວມີ (ຜົນ) ຜົນວິບາກແຫ່ງກັມທີ່ສັຕ ເຮັດດີ ເຮັດຊົ່ວມີ ໂລກນີ້ມີ ໂລກອື່ນມີ ມານດາມີ ບິດາມີ ໂອປະປາຕິກະສັຕມີ ສະມະນະພຣາມຜູ້ດຳເນີນໄປໂດຍຖືກ ປະຕິບັດໂດຍຖືກ ເຖິງກັບເຮັດໃຫ້ແຈ້ງໂລກນີ້ ແລະໂລກອື່ນ ດ້ວຍປັນຍາໂດຍຖືກຕ້ອງເອງແລ້ວ ປະກາດໃຫ້ຜູ້ອື່ນຮູ້ ກໍມີ” ດັ່ງນີ້
ຈຸນທະ ! ເຊັ່ນນີ້ແລ ເປັນຄວາມສະອາດທາງໃຈ ໓ ຢ່າງ.
ຈຸນທະ ! ເຫຼົ່ານີ້ແລ ເອີ້ນວ່າ ກຸສົລກັມມະບົດສິບ.
ຈຸນທະ ! ອັນໜຶ່ງ ເພາະມີການປະກອບດ້ວຍກຸສົລກັມມະບົດທັງສິບເຫຼົ່ານີ້ ເປັນເຫດ ພວກເທບຈຶ່ງປາກົດ ພວກມະນຸດຈຶ່ງປາກົດ ຫຼືວ່າສຸຄະຕິໃດໆ ແມ່ນອື່ນອີກ ຍ່ອມມີ.
ພິກຂຸທັງຫຼາຍ ! ບຸກຄົນຜູ້ປະກອບດ້ວຍທັມ ໑໐ ປະການເຫຼົ່ານີ້ແລ ຍ່ອມເປັນເໝືອນບຸກຄົນ ຜູ້ຖືກນໍາໂຕໄປເກັບໄວ້ເທິງສະຫວັນ.
ພຸດທະວະຈະນະ - ໝວດທັມ








