ພົບພູມ
ໜ້າ/ 140
ປຸນນະ ! ບຸກຄົນບາງຄົນໃນໂລກນີ້ ບໍາເພັນກຸກກຸຣະວັຕ ບໍາເພັນປົກກະຕິຂອງໝາ ບໍາເພັນກິລິຍາການຂອງໝາໃຫ້ບໍລິບູນ ບໍ່ຂາດສາຍ ຄັນແລ້ວເມື່ອຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງໝາ ອັນໜຶ່ງ ຖ້າເຂົາມີຄວາມເຫັນເຊັ່ນນີ້ວ່າ ເຮົາຈະເປັນເທວະດາຫຼືເທບອົງໃດອົງໜຶ່ງ ດ້ວຍສີລ ວັຕ ຕະບະ ຫຼືພຣົມມະຈັນນີ້ ຄວາມເຫັນຂອງເຂົານັ້ນເປັນຄວາມເຫັນຜິດ.
ປຸນນະ ! ເຮົາກ່າວຄະຕິຂອງຜູ້ເຫັນຜິດວ່າມີ ໒ ຢ່າງ ຢ່າງໃດຢ່າງໜຶ່ງຄື ນະຣົກຫຼືກໍາເນີດເດຣັດສານ.
ພຸດທະວະຈະນະ - ໝວດທັມ
ປຸນນະ ! ກຸກກຸຣະວັຕເມື່ອເຖິງພ້ອມ ຍ່ອມນໍາສົ່ງເຖິງຄວາມເປັນສະຫາຍຂອງໝາ ເມື່ອວິບັດຍ່ອມນໍາສົ່ງເຖິງນະຣົກ ດ້ວຍປະການສະນີ້.
ເມື່ອພຣະຜູ້ມີພຣະພາກຕຣັດດັ່ງນີ້ແລ້ວ ເສນິຢະອະເຈລະ ຜູ້ປະພຶດວັຕດັ່ງໝາ ຮ້ອງໄຫ້ນໍ້າຕາໄຫຼ.
.... .... .... ....
ຂ້າແຕ່ພຣະອົງຜູ້ຈະເຣີນ ! ປຸນນະໂກລິຢະບຸດ ປະພຶດວັຕດັ່ງງົວ ລາວສະມາທານໂຄວັຕນັ້ນຢ່າງບໍລິບູນມາດົນນານ ຄະຕິຂອງລາວຈະເປັນແນວໃດ ພົບໜ້າຂອງລາວຈະເປັນແນວໃດ ?
ຢ່າເລີຍເສນິຢະ ! ຈົ່ງເຊົາຂໍ້ນີ້ເສຍເຖີ້ນ ຢ່າຖາມເຮົາເຖິງຂໍ້ນີ້ເລີຍ.
ເສນິຢະອະເຈລະ ຜູ້ປະພຶດວັຕດັ່ງໝາ ໄດ້ທູນຖາມພຣະຜູູ້ມີພຣະພາກເປັນຄັ້ງທີ ໒ ແລະພຣະຜູູ້ມີພຣະພາກໄດ້ຕຣັດຫ້າມ
ເສນິຢະອະເຈລະ ຜູ້ປະພຶດວັຕດັ່ງໝາ ໄດ້ທູນຖາມພຣະຜູູ້ມີພຣະພາກເປັນຄັ້ງທີ ໓ ພຣະຜູູ້ມີພຣະພາກຈຶ່ງຕຣັດຕອບວ່າ
ເສນິຢະ ! ບຸກຄົນບາງຄົນໃນໂລກນີ້ ບໍາເພັນໂຄວັຕ ບໍາເພັນປົກກະຕິຂອງງົວ ບໍາເພັນກິລິຍາການຂອງງົວໃຫ້ບໍລິບູນ ບໍ່ຂາດສາຍ ຄັນແລ້ວເມື່ອຕາຍໄປ ເຂົາຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງງົວ ອັນໜຶ່ງ ຖ້າເຂົາມີຄວາມເຫັນເຊັ່ນນີ້ວ່າ ເຮົາຈະເປັນເທວະດາຫຼືເທບອົງໃດອົງໜຶ່ງ
ເປີດທັມທີ່ຖືກປົກປິດ : ພົບພູມ
ດ້ວຍສີລ ວັຕ ຕະບະ ຫຼືພຣົມມະຈັນນີ້ ຄວາມເຫັນຂອງເຂົານັ້ນເປັນຄວາມເຫັນຜິດ.
ເສນິຢະ ! ເຮົາກ່າວຄະຕິຂອງຜູ້ເຫັນຜິດວ່າມີ ໒ ຢ່າງ ຢ່າງໃດຢ່າງໜຶ່ງຄື ນະຣົກຫຼືກໍາເນີດເດຣັດສານ..
ເສນິຢະ ! ໂຄວັຕ ເມື່ອເຖິງພ້ອມ ຍ່ອມນໍາສົ່ງເຖິງຄວາມເປັນສະຫາຍຂອງງົວ ເມື່ອວິບັດຍ່ອມນໍາສົ່ງເຖິງນະຣົກ ດ້ວຍປະການສະນີ້.
ເມື່ອພຣະຜູ້ມີພຣະພາກຕຣັດດັ່ງນີ້ແລ້ວ ປຸນນະໂກລິຢະບຸດຜູ້ປະພຶດວັຕດັ່ງງົວ ຮ້ອງໄຫ້ນໍ້າຕາໄຫຼ.
ລໍາດັບນັ້ນ ພຣະຜູ້ມີພຣະພາກໄດ້ຕຣັດກັບເສນິຢະອະເຈລະ ຜູ້ປະພຶດວັຕດັ່ງໝາ
ເສນິຢະ ! ເຮົາບໍ່ໄດ້ຄໍານີ້ຈາກທ່ານວ່າ ຢ່າເລີຍເສນິຢະ ຈົ່ງເຊົາຂໍ້ນັ້ນເສຍເຖີ້ນ ຢ່າຖາມເຮົາເຖິງຂໍ້ນັ້ນເລີຍ ດັ່ງນີ້.
ປຸນນະໂກລິຢະບຸດຂາບທູນວ່າ
ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂ້າພະເຈົ້າບໍ່ໄດ້ຮ້ອງໄຫ້ເຖິງການພະຍາກອນນັ້ນ ທີ່ພຣະຜູ້ມີພຣະພາກຕຣັດກັບຂ້າພະເຈົ້າ ແມ່ນວ່າຂ້າພະເຈົ້າສະມາທານໂຄວັຕນີ້ຢ່າງບໍລິບູນມາດົນນານ.
ຂ້າແຕ່ພຣະອົງຜູ້ຈະເຣີນ ! ຂ້າພະເຈົ້າເຫຼື້ອມໃສໃນພຣະຜູ້ມີພຣະພາກດັ່ງນີ້ວ່າ ພຣະຜູ້ມີພຣະພາກຊົງສາມາດສະແດງທັມ ໂດຍປະການທີ່ໃຫ້ຂ້າພະເຈົ້າຍ່ອມຢຸດໂຄວັຕນີ້ໄດ້ ແລະເສນິຢະອະເຈລະຜູ້ປະພຶດວັຕດັ່ງໝາ ຍ່ອມຢຸດກຸກກຸຣະວັຕນັ້ນໄດ້.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ສັຕຢູ່ໃນອະບາຍມີຫລາຍ ໔໐
- ບາລີ ມຫາວາຣ. ສັງ. ໑໙/໕໕໑/໑໗໑໙.
ພິກຂຸທັງຫຼາຍ ! ປຽບເໝືອນບຸຣຸດຕັດຫຍ້າ ຕົ້ນໄມ້ ກິ່ງໄມ້ ແລະໃບໄມ້ ໃນຊົມພູທະວີບນີ້ ນໍາເອົາມາລວມໄວ້ໃນບ່ອນດຽວກັນ ຄັນເອົາມາລວມໄວ້ໃນບ່ອນດຽວກັນແລ້ວ ເຮັດໃຫ້ເປັນເຄື່ອງສຽບຮ້ອຍ ຄັນເຮັດໃຫ້ເປັນເຄື່ອງສຽບຮ້ອຍແລ້ວ ກໍສຽບສັຕໃຫຍ່ໆ ໃນມະຫາສະມຸດ ໂດຍເຄື່ອງສຽບຂະໜາດໃຫຍ່ ສຽບສັຕຂະໜາດກາງໆ ໃນມະຫາສະມຸດ ໂດຍເຄື່ອງສຽບ ຂະໜາດກາງ ສຽບສັຕຂະໜາດນ້ອຍໆ ໃນມະຫາສະມຸດ ໂດຍເຄື່ອງສຽບຂະໜາດນ້ອຍ.
ພິກຂຸທັງຫຼາຍ ! ສັຕໃຫຍ່ໆ ໃນມະຫາສະມຸດຍັງບໍ່ທັນໝົດ ແຕ່ຫຍ້າ ຕົ້ນໄມ້ ກິ່ງໄມ້ແລະໃບໄມ້ ໃນຊົມພູທະວີບນີ້ ກໍໝົດເສຍແລ້ວ.
ພິກຂຸທັງຫຼາຍ ! ສັຕໂຕນ້ອຍ ໃນມະຫາສະມຸດຂະໜາດທີ່ສຽບດ້ວຍເຄື່ອງສຽບໄດ້ໂດຍຍາກນັ້ນ ມີຫຼາຍກວ່ານັ້ນໂດຍແທ້.
ຂໍ້ນີ້ເພາະເຫດໃດໜໍ ?
ພິກຂຸທັງຫຼາຍ ! ເພາະມັນຫຼາຍ ໂດຍໂຕມັນນ້ອຍ ຂໍ້ນີ້ເຊັ່ນໃດ
ເປີດທັມທີ່ຖືກປົກປິດ : ພົບພູມ








