ພົບພູມ
ໜ້າ/ 140
ພິກຂຸທັງຫຼາຍ ! ຄວາມມືດເຍື່ອງອື່ນທີ່ຫຼາຍກວ່າ ແລະເປັນຕາຢ້ານກວ່າຄວາມມືດນີ້ ມີຢູ່.
ຂ້າແຕ່ພຣະອົງຜູ້ຈະເຣີນ ! ຄວາມມືດເຍື່ອງອື່ນທີ່ຫຼາຍກວ່າ ແລະເປັນຕາຢ້ານກວ່າຄວາມມືດນີ້ ເປັນແນວໃດໜໍ ?
ພິກຂຸທັງຫຼາຍ ! ກໍສະມະນະຫຼືພຣາມພວກໃດພວກໜຶ່ງ ຍ່ອມບໍ່ຮູ້ແຈ້ງຕາມຄວາມເປັນຈິງ ວ່າ ນີ້ທຸກຂ໌ ນີ້ທຸກຂະສະມຸທັຍ ນີ້ທຸກຂະນິໂຣດ ນີ້ທຸກຂະນິໂຣດະຄາມິນີປະຕິປະທາ ສະມະນະຫຼືພຣາມພວກນັ້ນ ຍ່ອມຍິນດີໃນສັງຂາຣທັງຫຼາຍ ຊຶ່ງເປັນໄປເພື່ອຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ
ເປີດທັມທີ່ຖືກປົກປິດ : ພົບພູມ
ຄວາມຮໍ່າໄຮ ຄວາມທຸກຂ໌ ຄວາມໂທມະນັດສະແລະຄວາມຄັບແຄ້ນໃຈ ຄັນຍິນດີແລ້ວ ຍ່ອມປຸງແຕ່ງ ຄັນປຸງແຕ່່ງແລ້ວ ຍ່ອມຕົກໄປສູ່ຄວາມມືດ ຄື ຄວາມເກີດແດ່ ... ເຮົາກ່າວວ່າ ສະມະນະຫຼືພຣາມພວກນັ້ນ ຍ່ອມບໍ່ພົ້ນໄປຈາກຄວາມເກີດ ... ຍ່ອມບໍ່ພົ້ນໄປຈາກທຸກຂ໌.
ພິກຂຸທັງຫຼາຍ ! ສ່ວນສະມະນະຫຼືພຣາມພວກໃດພວກໜຶ່ງ ຍ່ອມຮູ້ແຈ້ງຕາມຄວາມເປັນຈິງວ່າ ນີ້ທຸກຂ໌ ນີ້ທຸກຂະສະມຸທັຍ ນີ້ທຸກຂະນິໂຣດ ນີ້ທຸກຂະນິໂຣດະຄາມິນີປະຕິປະທາ ສະມະນະ ຫຼືພຣາມພວກນັ້ນ ຍ່ອມບໍ່ຍິນດີໃນສັງຂາຣທັງຫຼາຍ ຊຶ່ງເປັນໄປເພື່ອຄວາມເກີດ ... ຄັນບໍ່ຍິນດີແລ້ວ ຍ່ອມບໍ່ປຸງແຕ່ງ ຄັນບໍ່ປຸງແຕ່່ງແລ້ວ ຍ່ອມບໍ່ຕົກໄປສູ່ຄວາມມືດ ຄື ຄວາມເກີດແດ່ ... ເຮົາກ່າວວ່າ ສະມະນະຫຼືພຣາມພວກນັ້ນ ຍ່ອມພົ້ນໄປຈາກຄວາມເກີດ ... ຍ່ອມພົ້ນໄປຈາກທຸກຂ໌.
ກໍາເນີດເດຣັດສານ
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ເຫດໃຫ້ເກີດເປັນສັຕເດຣັດສານ ໓໐
- ບາລີ ອຸປຣິ. ມ. ໑໔/໓໑໗-໓໑໙/໔໗໖-໔໘໐.
ພິກຂຸທັງຫຼາຍ ! ມີກຸ່ມສັຕເດຣັດສານຈໍາພວກມີຫຍ້າເປັນພັກສາ ສັຕເດຣັດສານພວກນັ້ນ ຍ່ອມໃຊ້ແຂ້ວແຫ້ນເລັມກິນຫຍ້າຂຽວສົດ ກໍກຸ່ມສັຕເດຣັດສານຈໍາພວກມີຫຍ້າເປັນພັກສາ ຄືຈັ່ງໃດ ? ຄື ມ້າ ງົວ ລາ ແກະ ຄະນາເນື້ອ ຫຼືແມ່ນແຕ່ຈໍາພວກອື່ນໆ ບໍ່ວ່າຊະນິດໃດໆ ທີ່ມີຫຍ້າເປັນພັກສາ.
ພິກຂຸທັງຫຼາຍ ! ໃນເບື້ອງຕົ້ນຄົນພານນັ້ນແລ ເປັນຜູ້ກິນອາຫານດ້ວຍຄວາມຕິດໃຈໃນລົດຊາດ ແລະເຮັດກັມອັນເປັນບາບໄວ້ໃນໂລກນີ້ ເມື່ອຕາຍໄປແລ້ວ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງສັຕ ຈໍາພວກທີ່ມີຫຍ້າເປັນພັກສາເຫຼົ່ານັ້ນ.
ພິກຂຸທັງຫຼາຍ ! ມີກຸ່ມສັຕເດຣັດສານຈໍາພວກມີຄູດເປັນພັກສາ ສັຕເດຣັດສານພວກນັ້ນ ໄດ້ກິ່ນຄູດແຕ່ໄກໆ ແລ້ວຍ່ອມແລ່ນໄປດ້ວຍຫວັງວ່າ ຈະກິນບ່ອນນີ້ ຈະກິນບ່ອນນີ້ ປຽບເໝືອນພວກພຣາມກ້າວຍ່າງໄປຕາມກິ່ນເຄື່ອງບູຊາດ້ວຍຕັ້ງໃຈວ່າ ຈະກິນບ່ອນນີ້ ຈະກິນບ່ອນນີ້ ເຊັ່ນໃດ.
ພິກຂຸທັງຫຼາຍ ! ເຊັ່ນນັ້ນເໝືອນກັນແລ ທີ່ກຸ່ມສັຕເດຣັດສານຈໍາພວກມີຄູດເປັນພັກສາ ສັຕເດຣັດສານພວກນັ້ນ ໄດ້ກິ່ນຄູດແຕ່ໄກໆ ແລ້ວຍ່ອມແລ່ນໄປດ້ວຍຫວັງວ່າ ຈະກິນບ່ອນນີ້
ເປີດທັມທີ່ຖືກປົກປິດ : ພົບພູມ
ຈະກິນບ່ອນນີ້ ກໍກຸ່ມສັຕເດຣັດສານຈໍາພວກມີຄູດເປັນພັັກສາ ຄືຈັ່ງໃດ ? ຄື ໄກ່ ໝູ ໝາບ້ານ ໝາປ່າ ຫຼືແມ່ນແຕ່ຈໍາພວກອື່ນໆ ບໍ່ວ່າຊະນິດໃດໆ ທີ່ມີຄູດເປັນພັກສາ.
ພິກຂຸທັງຫຼາຍ ! ໃນເບື້ອງຕົ້ນຄົນພານນັ້ນແລ ເປັນຜູ້ກິນອາຫານດ້ວຍຄວາມຕິດໃຈໃນລົດຊາດ ແລະເຮັດກັມອັນເປັນບາບໄວ້ໃນໂລກນີ້ ເມື່ອຕາຍໄປແລ້ວ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງສັຕ ຈໍາພວກທີ່ມີຄູດເປັນພັກສາເຫຼົ່ານັ້ນ.
ພິກຂຸທັງຫຼາຍ ! ມີກຸ່ມສັຕເດຣັດສານຈໍາພວກເກີດແກ່ຕາຍໃນບ່ອນມືດ ກໍກຸ່ມສັຕເດຣັດສານຈໍາພວກເກີດແກ່ຕາຍໃນບ່ອນມືດ ຄືຈັ່ງໃດ ? ຄື ຕັກແຕນ ມອດ ຂີ້ກະເດືອນ ຫຼືແມ່ນແຕ່ຈໍາພວກອື່ນໆ ບໍ່ວ່າຊະນິດໃດໆ ເກີດແກ່ຕາຍໃນບ່ອນມືດ.
ພິກຂຸທັງຫຼາຍ ! ໃນເບື້ອງຕົ້ນຄົນພານນັ້ນແລ ເປັນຜູ້ກິນອາຫານດ້ວຍຄວາມຕິດໃຈໃນລົດຊາດ ແລະເຮັດກັມອັນເປັນບາບໄວ້ໃນໂລກນີ້ ເມື່ອຕາຍໄປແລ້ວ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງສັຕ ຈໍາພວກເກີດແກ່ຕາຍໃນບ່ອນມືດ.
ພິກຂຸທັງຫຼາຍ ! ມີກຸ່ມສັຕເດຣັດສານຈໍາພວກເກີດແກ່ຕາຍໃນນໍ້າ ກໍກຸ່ມສັຕເດຣັດສານຈໍາພວກເກີດແກ່ຕາຍໃນນໍ້າ ຄືຈັ່ງໃດ ? ຄື ປາ ເຕົ່າ ແຂ້ ຫຼືແມ່ນແຕ່ຈໍາພວກອື່ນໆ ບໍ່ວ່າຊະນິດໃດໆ ເກີດແກ່ຕາຍໃນນໍ້າ.
ພຸດທະວະຈະນະ - ໝວດທັມ








