ພົບພູມ
ໜ້າ/ 140
ພະຍາຍົມຖາມດັ່ງນີ້ວ່າ “ທ້າວຜູ້ຈະເຣີນ ! ທ່ານບໍ່ໄດ້ເຫັນພຣະຣາຊາທັງຫຼາຍ ໃນໝູ່ມະນຸດຈັບໂຈຣ ຜູ້ປະພຶດຜິດມາແລ້ວ ສັ່ງລົງໂທດຕ່າງຊະນິດແດ່ຫຼື ?
ຄື :
(໑) ຕີດ້ວຍແສ້ແດ່ ...
(ໃຈຄວາມເຕັມສາມາດສຶກສາໄດ້ຈາກໜ້າ ໖໔ - ໖໕)
ສັຕນັ້ນທູນຕອບດັ່ງນີ້ວ່າ “ເຫັນ ຂ້ານ້ອຍ !”
ພະຍາຍົມຖາມດັ່ງນີ້ວ່າ “ທ້າວຜູ້ຈະເຣີນ ! ທ່ານນັ້ນເມື່ອຮູ້ຄວາມ ມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມຄິດດັ່ງນີ້ແດ່ບໍ່ວ່າ ຈະເຣີນລະ ເປັນອັນວ່າສັຕທີ່ເຮັດກັມອັນເປັນບາບໄວ້ນັ້ນ ຍ່ອມ ຖືກລົງໂທດຕ່າງຊະນິດ ເຫັນປານນີ້ໃນປັດຈຸບັນ ຊິເມຶ່ອຍກ່າວ ອິຫຍັງເຖິງຊາດໜ້າ ຄວນທີ່ເຮົາຈະເຮັດຄວາມດີ ທາງກາຍ ທາງວາຈາ ແລະທາງໃຈ”
ສັຕນັ້ນທູນຕອບດັ່ງນີ້ວ່າ “ຜູ້ຂ້າບໍ່ສາມາດ ຂ້ານ້ອຍ ! ມົວປະມາດເສຍເເລ້ວ ຂ້ານ້ອຍ !”
ພະຍາຍົມກ່າວດັ່ງນີ້ວ່າ “ທ້າວຜູ້ຈະເຣີນ ! ທ່ານບໍ່ໄດ້ເຮັດຄວາມດີທາງກາຍ ທາງວາຈາ ແລະທາງໃຈໄວ້ ເພາະມົວປະມາດເສຍ ດັ່ງນັ້ນ ເຫຼົ່ານາຍນິຣະຢະບາລຈະລົງໂທດໂດຍ
ພຸດທະວະຈະນະ - ໝວດທັມ
ອາການທີ່ທ່ານປະມາດແລ້ວ ກໍບາບກັມນີ້ນັ້ນແລ ບໍ່ແມ່ນມານດາ ເຮັດໃຫ້ທ່ານ ບໍ່ແມ່ນບິດາເຮັດໃຫ້ທ່ານ ບໍ່ແມ່ນອ້າຍນ້ອງຊາຍເຮັດໃຫ້ທ່ານ ບໍ່ແມ່ນເອື້ອຍນ້ອງສາວເຮັດໃຫ້ທ່ານ ບໍ່ແມ່ນມິຕອາມາດເຮັດໃຫ້ທ່ານ ບໍ່ແມ່ນຍາດສາຍໂລຫິດເຮັດໃຫ້ທ່ານ ບໍ່ແມ່ນສະມະນະ ພຣາມເຮັດໃຫ້ທ່ານ ບໍ່ແມ່ນເທວະດາເຮັດໃຫ້ທ່ານ ໂຕທ່ານເອງເຮັດເອົາໄວ້ ທ່ານເທົ່ານັ້ນ ຈະສະເຫວີຍວິບາກຂອງບາບກັມນີ້”
ພິກຂຸທັງຫຼາຍ ! ພະຍາຍົມຄັນປອບໂຍນ ເອົາອົກເອົາໃຈສອບຖາມເຖິງເທວະທູດທີ ໔ ກັບສັຕນັ້ນແລ້ວ ຈຶ່ງປອບໂຍນເອົາອົກເອົາໃຈ ສອບຖາມເຖິງເທວະທູດທີ ໕ ວ່າ “ທ້າວຜູ້ຈະເຣີນ ! ທ່ານບໍ່ໄດ້ເຫັນເທວະທູດທີ ໕ ປາກົດໃນໝູ່ມະນຸດແດ່ຫຼື ?”
ສັຕນັ້ນທູນຕອບດັ່ງນີ້ວ່າ “ຜູ້ຂ້າບໍ່ເຫັນເລີຍ ຂ້ານ້ອຍ !”
ພະຍາຍົມຖາມດັ່ງນີ້ວ່າ “ທ້າວຜູ້ຈະເຣີນ ! ທ່ານບໍ່ໄດ້ເຫັນຍິງຫຼືຊາຍ ທີ່ຕາຍແລ້ວມື້ໜຶ່ງ ສອງມື້ ຫຼືສາມມື້ ຂຶ້ນອືດ ຂຽວຊໍ້າ ມີນໍ້າເຫຼືອງຍ້ອຍ ຢູ່ໃນໝູ່ມະນຸດແດ່ຫຼື ?
ສັຕນັ້ນທູນຕອບດັ່ງນີ້ວ່າ “ເຫັນ ຂ້ານ້ອຍ !”
ພະຍາຍົມຖາມດັ່ງນີ້ວ່າ “ທ້າວຜູ້ຈະເຣີນ ! ທ່ານນັ້ນເມື່ອຮູ້ຄວາມ ມີສະຕິ ເປັນຜູ້ໃຫຍ່ແລ້ວ ໄດ້ມີຄວາມຄິດດັ່ງນີ້ແດ່ບໍ່ວ່າເຖິງແມ່ນໂຕເຮົາແລ ກໍມີຄວາມຕາຍເປັນທໍາມະດາ ບໍ່ຫຼຸດພົ້ນຄວາມຕາຍໄປໄດ້ ຄວນທີ່ເຮົາຈະເຮັດຄວາມດີທາງກາຍ ທາງວາຈາແລະທາງໃຈ”
ເປີດທັມທີ່ຖືກປົກປິດ : ພົບພູມ
ສັຕນັ້ນທູນຕອບດັ່ງນີ້ວ່າ “ຜູ້ຂ້າບໍ່ສາມາດ ຂ້ານ້ອຍ ! ມົວປະມາດເສຍແລ້ວ ຂ້ານ້ອຍ !”
ພະຍາຍົມກ່າວດັ່ງນີ້ວ່າ “ທ້າວຜູ້ຈະເຣີນ ! ທ່ານບໍ່ໄດ້ເຮັດຄວາມດີ ທາງກາຍ ທາງວາຈາ ແລະທາງໃຈໄວ້ ເພາະມົວປະມາດເສຍ ດັ່ງນັ້ນ ເຫຼົ່ານາຍນິຣະຢະບາລຈະລົງໂທດ ໂດຍອາການທີ່ທ່ານປະມາດແລ້ວ ກໍບາບກັມນີ້ນັ້ນແລ ບໍ່ແມ່ນມານດາເຮັດໃຫ້ທ່ານ ບໍ່ແມ່ນບິດາເຮັດໃຫ້ທ່ານ ບໍ່ແມ່ນອ້າຍນ້ອງຊາຍເຮັດໃຫ້ທ່ານ ບໍ່ແມ່ນເອື້ອຍນ້ອງສາວເຮັດໃຫ້ທ່ານ ບໍ່ແມ່ນມິຕ ອາມາດເຮັດໃຫ້ທ່ານ ບໍ່ແມ່ນຍາດສາຍໂລຫິດເຮັດໃຫ້ທ່ານ ບໍ່ແມ່ນສະມະນະ ພຣາມເຮັດໃຫ້ທ່ານ ບໍ່ແມ່ນເທວະດາເຮັດໃຫ້ທ່ານ ໂຕທ່ານເອງເຮັດເອົາໄວ້ ທ່ານເທົ່ານັ້ນຈະສະເຫວີຍວິບາກຂອງບາບກັມນີ້”
ພິກຂຸທັງຫຼາຍ ! ພະຍາຍົມຄັນປອບໂຍນ ເອົາອົກເອົາໃຈສອບຖາມເຖິງເທວະທູຕທີ ໕ ກັບສັຕນັ້ນແລ້ວ ກໍຊົງນິ້ງຢູ່.
ພິກຂຸທັງຫຼາຍ ! ເຫຼົ່ານິຣະຢະບາລຈະໃຫ້ສັຕນັ້ນ ເຮັດເຫດ ຊື່ການຈໍາ ໕ ປະການ ຄື ຕອກຂຶງຕະປູເຫຼັກແດງທີ່ມືກໍ້າທີ ໑ ກໍ້າທີ ໒ ທີ່ບາທາກໍ້າທີ ໑ ກໍ້າທີ ໒ ແລະທີ່ເຄິ່ງກາງເອິກ ສັຕນັ້ນຈະສະເຫວີຍເວທະນາອັນເປັນທຸກຂ໌ແຮງ ເຈັບປວດຢູ່ໃນນະຣົກນັ້ນ ແລະຍັງບໍ່ຕາຍຕາບເທົ່າບາບກັມຍັງບໍ່ໝົດ
ພິກຂຸທັງຫຼາຍ ! ເຫຼົ່ານິຣະຢະບາລ ຈະຈັບສັຕນັ້ນຂຶງແລ້ວ ເອົາຕາກແພ່ ສັຕນັ້ນຈະສະເຫວີຍເວທະນາ ອັນເປັນທຸກຂ໌ແຮງເຈັບປວດ ຢູ່ໃນນະຣົກນັ້ນ ແລະຍັງບໍ່ຕາຍຕາບເທົ່າບາບກັມຍັງບໍ່ໝົດ.
ພຸດທະວະຈະນະ - ໝວດທັມ
ພິກຂຸທັງຫຼາຍ ! ເຫຼົ່ານິຣະຢະບາລ ຈະຈັບສັຕນັ້ນ ເອົາຕີນຂຶ້ນທາງເທິງ ເອົາຫົວຢ່ອນລົງລຸ່ມແລ້ວເຊາະຖາກດ້ວຍພ້າ... .








