ພົບພູມ
ໜ້າ/ 140
ຂ້າແຕ່ພຣະອົງຜູ້ຈະເຣີນ ! ບຸຣຸດນັ້ນຖືກແທງດ້ວຍຫອກແມ່ນແຕ່ເຫຼັ້ມດຽວ ກໍສະເຫວີຍທຸກຂະໂທມະນັດສະ ເພາະເຫດທີ່ຖືກແທງນັ້ນໄດ້ ຊິເມື່ອຍກ່າວຫຍັງ ເຖິງຫອກຕັ້ງສາມຮ້ອຍເຫຼັ້ມ.
ຄັ້ງນັ້ນແລ ພຣະຜູ້ມີພຣະພາກຊົງຢິບແຜ່ນຫີນແປໆ ຂະໜາດສໍ່າຝ່າມື ແລ້ວຕຣັດຖາມພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ພວກເຈົ້າຈະສໍາຄັນຄວາມຂໍ້ນັ້ນ ເປັນແນວໃດໜໍ ? ແຜ່ນຫີນນ້ອຍແປໆ ສໍ່າຝ່າມື ທີ່ເຮົາຖືນີ້ ກັບພູຫຼວງຫິມະພານເຍື່ອງໃດໜໍ ໃຫຍ່ກວ່າກັນ?
ຂ້າແຕ່ພຣະອົງຜູ້ຈະເຣີນ ! ແຜ່ນຫິນນ້ອຍແປໆ ຂະໜາດສໍ່າຝ່າມື ທີຊົງຖືນີ້ ມີປະມານນ້ອຍຫຼາຍ ປຽບທຽບກັບພູຫຼວງຫິມະພານແລ້ວ ຍ່ອມບໍ່ເຖິງແມ່ນແຕ່ຄວາມນັບ ຍ່ອມບໍ່ເຖິງແມ່ນແຕ່ສ່ວນແຫ່ງສ້ຽວ ຍ່ອມບໍ່ເຖິງ ແມ່ນແຕ່ການທຽບກັນໄດ້.
ພິກຂຸທັງຫຼາຍ ! ເຊັ່ນນັ້ນເໝືອນກັນແລ ທຸກຂະໂທມະນັດສະທີ່ບຸຣຸດກໍາລັງສະເຫວີຍ ເພາະການຖືກແທງດ້ວຍຫອກສາມ ຮ້ອຍເຫຼັ້ມເປັນເຫດ ປຽບທຽບກັບທຸກຂ໌ ຂອງນະຣົກ ຍັງບໍ່ເຖິງແມ່ນແຕ່ການນັບ ຍັງບໍ່ເຖິງແມ່ນແຕ່ສ່ວນແຫ່ງສ້ຽວ ຍັງບໍ່ເຖິງແມ່ນແຕ່ການທຽບກັນໄດ້.
ພຸດທະວະຈະນະ - ໝວດທັມ
໑. ໝໍ້ຂ້ຽວນໍ້າສົ້ມ ຄື ທຸບຫົວສະໝອງແຍກອອກແລ້ວ ໃຊ້ຄີມຄີບກ້ອນເຫຼັກທີ່ໄໝ້ແດງໃຫຍ່ໃສ່ລົງໄປ ໃຫ້ສະໝອງ (ອອກປອງ) ຟົດຟົ້ງຂຶ້ນ ເໝືອນນໍ້າສົ້ມຟົດປູມລົ້ນໝໍ້.
໒. ຂອດສັງຂ໌ ຄື ຕັດໜັງ ຄວັ່ນໄປໃຫ້ຮອດຂະໝັບຫູທັງສອງຂ້າງ ແລະຫຼຸມຄໍແລ້ວ ລວບຜົມທັງໝົດມັດໄວ້ ໃຊ້ໄມ້ສອດໝູນຍົກຂຶ້ນ ໃຫ້ໜັງຫຼຸດຕິດຂຶ້ນມາ ພ້ອມກັບຜົມແລ້ວ ໃຊ້ຊາຍຫຍາບຂັດກະໂຫຼກຫົວ ລ້າງໃຫ້ຂາວເໝືອນດັ່ງສັງຂ໌.
໓. ປາກຣາຫູ ຄື ໃຊ້ຂໍເຫຼັກງ້າງປາກໃຫ້ອ້າແລ້ວ ຈູດໄຟໃນປາກ. ອີກຢ່າງໜຶ່ງ ໃຊ້ສິ່ວຕອກເຈາະຕັ້ງແຕ່ຂະໝັບ ເຂົ້າໄປຈົນເຖິງປາກ ໃຫ້ເລືອດໄຫຼອອກມາເຕັມປາກ ເບິ່ງປາກອ້າ ເໝືອນດັ່ງປາກຣາຫູ.
໔. ມາໄລໄຟ ຄື ໃຊ້ຜ້າຈຸ່ມນໍ້າມັນ ພັນຈົນທົ່ວໂຕແລ້ວຈູດໄຟ.
໕. ຄົບ (ທວນໄຟ) ມື ຄື ໃຊ້ຜ້າຈຸ່ມນໍ້າມັນ ພັນມືທັງສອງເບື້ອງຈົນທົ່ວແລ້ວຈູດໄຟ.
໖. ລິ້ວສ່າຍ ຄື ແຫຼ່ໜັງລອກອອກເປັນລິ້ວໆ ຕັ້ງແຕ່ໃຕ້ຄໍໄປຈົນເຖິງຂໍ້ຕີນ ແລ້ວເອົາເຊືອກຜູກດຶງລາກໄປ ນັກໂທດຍ່າງຢຽບລິ້ວໜັງ ຂອງຕົນລົ້ມລຸກຄຸກຄານ ໄປຈົນກວ່າຈະຕາຍ.
໗. ນຸ່ງເປືອກໄມ້ ຄື ແຫຼ່ໜັງ ເປັນຮ້ອຍລິ້ວໆຄືດັ່ງຂໍ້ ໖ ແຕ່ເຮັດເປັນສອງຕອນ ຕັ້ງແຕ່ໃຕ້ຄໍຈົນເຖິງແອວຕອນໜຶ່ງ ຕັ້ງແຕ່ແອວຈົນເຖິງຂໍ້ຕີນຕອນໜຶ່ງ ລິ້ວໜັງຕອນເທິງ ຫ້ອຍຄຸມລົງມາປົກປິດກາຍທາງລຸ່ມ ເບິ່ງເໝືອນດັ່ງນຸ່ງເປືອກໄມ້ທີ່ທຸບສາງດີແລ້ວ.
ເປີດທັມທີ່ຖືກປົກປິດ : ພົບພູມ
໘. ຢືນກວາງ ຄື ໃຊ້ຫ່ວງເຫຼັກ ຮັດສອກທັງສອງ ແລະຂາທັງສອງ ຂຶງຕິດໄວ້ກັບຫຼັກເຫຼັກສີ່ຫຼັກເທິງພື້ນດິນ ເບິ່ງເໝືອນດັ່ງກວາງຖືກຂຶງ ແລ້ວກໍ່ໄຟຢ້າງລົນໄປເລື້ອຍໆ ຈົນກວ່າຈະຕາຍ.
໙. ສຽບເຫຍື່ອເບັດ ຄື ໃຊ້ເບັດມີງ່ຽງສອງຂ້າງ ເກາະໂຕດຶງເອົາໜັງຊີ້ນ ແລະເອັນອອກມາໃຫ້ໝົດ.
໑໐. ຫຼຽນກະສາບ ຄື ໃຊ້ມີດຄົມປາດຊີ້ນ ອອກເປັນຈຸດໆ ມີຂະໜາດເທົ່າເງິນຫລຽນ ຈົນກວ່າຈະຕາຍ.
໑໑. ແປງແສບ ຄື ຟັນສັບເສຍໃຫ້ຍ່ອຍ ທົ່ວກາຍແລ້ວ ໃຊ້ແປງຈຸ່ມນໍ້າແສບ (ມີນໍ້າເກືອເປັນຕົ້ນ) ຖູຂູດສີໄປມາ ໃຫ້ໜັງ ຊີ້ນ ເອັນຂາດຫຼຸດອອກມາໝົດ ເຫຼືອແຕ່ກະດູກ.
໑໒. ວຽນຫຼັກ ຄື ໃຫ້ນອນສະແຄງແລ້ວ ໃຊ້ຫຼາວເຫຼັກຕອກເຂົ້າຊ່ອງຫູ ໃຫ້ຊອດທະລຸລົງໄປ ຂຶງແໜ້ນຢູ່ກັບດິນແລ້ວ ຈັບຕີນທັງສອງຍົກຍ່າງວຽນ.
໑໓. ຕັ່ງເຟືອງ ຄື ໃຊ້ກ້ອນຫີນບົດທັບໂຕ ບົດໃຫ້ກະດູກແຕກລະອຽດ ແຕ່ບໍ່ໃຫ້ໜັງຂາດແລ້ວ ຈັບຜົມຮວບຂຶ້ນ ຂະຫຍອກຊັ່ນໃຫ້ຊີ້ນລວມເຂົ້າເປັນກອງແລ້ວ ໃຊ້ຜົມນັ້ນແຫຼະ ພັນມ້ວນໆວາງໄວ້ ເໝືອນຕັ່ງທີ່ເຮັດດ້ວຍເຟືອງສໍາລັບເຊັດຕີນ.
໑໔. ຫົດດ້ວຍນໍ້າມັນເດືອດຮ້ອນ ຄື ຂ້ຽວນໍ້າມັນໃຫ້ຟົດ ແລ້ວຫົດຮວດລົງມາແຕ່ເທິງຫົວ ຈົນກວ່າຈະຕາຍ.
ພຸດທະວະຈະນະ - ໝວດທັມ
໑໕. ໃຫ້ໝາກັດດຶງ ຄື ຂັງຝູງໝາໃຫ້ອົດຫິວຫອດຫຼາຍວັນແລ້ວ ປ່ອຍໃຫ້ອອກມາຫຸ້ມກັດດຶງກິນຊີ້ນໜັງ ໃຫ້ເຫຼືອແຕ່ກະດູກລ້າໆ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ຄວາມທຸກຂ໌ໃນນະຣົກ ໒໓
- ບາລີ ອຸປຣິ. ມ. ໑໔/໓໓໔-໓໔໖/໕໐໔-໕໒໕.








