ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ບຸກຄົນອາໄສຜູ້ໃດແລ້ວ ໄດ້ເປັນຜູ້ງົດເວັ້ນຈາກປານາຕິບາຕ ຈາກອະທິນນາທານ ຈາກກາເມສຸມິດສາຈາຣາ ຈາກມຸສາວາດ ຈາກຖານະເປັນທີ່ຕັ້ງແຫ່ງຄວາມປະມາດເພາະດື່ມນໍ້າເມົາຄືສຸຣາແລະເມຣັຍ ເຮົາບໍ່ກ່າວການທີ່ບຸກຄົນນີ້ ຕອບແທນຕໍ່ຜູ້ນີ້ດ້ວຍດີ ແມ່ນວ່າດ້ວຍການອະພິວາດ ການລຸກຂຶ້ນຢືນຮັບ ການເຮັດອັນຊະລີ ການເຮັດສາມີຈິກັມ ແລະການຕາມຖວາຍຊຶ່ງຈີວອນ ບິນດະບາດ ເສນາສະນະ ແລະຄິລານະປັດຈັຍເພສັດຊະບໍຣິຂານ

ບຸກຄົນອາໄສຜູ້ໃດແລ້ວ ໄດ້ເປັນຜູ້ເຫຼື້ອມໃສອັນຢັ່ງລົງໝັ້ນບໍ່ຫວັ່ນໄຫວໃນພຣະພຸດທະເຈົ້າ ໃນພຣະທັມ ໃນພຣະສົງຄ໌ ປະກອບດ້ວຍສີລອັນເປັນທີ່ຮັກຂອງພຣະອະຣິຍະເຈົ້າ

ພຸດທະວະຈະນະ - ໝວດທັມ

ເຮົາບໍ່ກ່າວການທີ່ບຸກຄົນນີ້ ຕອບແທນຕໍ່ຜູ້ນີ້ດ້ວຍດີ ແມ່ນແຕ່ດ້ວຍການອະພິວາດ ການລຸກຂຶ້ນຢືນຮັບ ການເຮັດອັນຊະລີ ການເຮັດສາມີຈິກັມ ແລະການຕາມຖວາຍຊຶ່ງຈີວອນ ບິນດະບາດ ເສນາສະນະ ແລະຄິລານະປັດຈັຍເພສັດຊະບໍຣິຂານ

ບຸກຄົນອາໄສຜູ້ໃດແລ້ວ ໄດ້ເປັນຜູ້ໝົດຄວາມສົງໄສໃນທຸກຂ໌ ໃນທຸກຂະສະມຸດະຢະ ໃນທຸກຂະນິໂຣດະ ໃນທຸກຂະນິໂຣດະຄາມິນີປະຕິປະທາ ເຮົາບໍ່ກ່າວການທີ່ບຸກຄົນນີ້ ຕອບແທນຕໍ່ຜູ້ນີ້ດ້ວຍດີ ແມ່ນວ່າດ້ວຍການອະພິວາດ ການລຸກຂຶ້ນຢືນຮັບ ການເຮັດອັນຊະລີ ການເຮັດສາມີຈິກັມ ແລະການຕາມຖວາຍຊຶ່ງຈີວອນ ບິນດະບາຕ ເສນາສະນະ ແລະຄິລານະ ປັດຈັຍເພສັດຊະບໍຣິຂານ.

ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ປະພຶດພຣົມມະຈັນ

ເພື່ອການຢ່າຂາດຊຶ່ງພົບ ໑໕໐

- ບາລີ ອຸ. ຂຸ. ໒໕/໑໒໑/໘໔.

ສັຕໂລກນີ້ເກີດຄວາມເດືອດຮ້ອນແລ້ວ ມີຜັດສະບັງໜ້າ ຍ່ອມກ່າວຊຶ່ງໂຣຄາ ນັ້ນໂດຍຄວາມເປັນໂຕເປັນຕົນ

ເຂົາສໍາຄັນສິ່ງໃດໂດຍຄວາມເປັນປະການໃດ ແຕ່ສິ່ງນັ້ນຍ່ອມເປັນ ໂດຍປະການອື່ນ ຈາກທີ່ເຂົາສໍາຄັນນັ້ນ

ສັຕໂລກຕິດຂ້ອງຢູ່ໃນພົບ ຖືກພົບບັງໜ້າແລ້ວ ມີພົບໂດຍຄວາມເປັນຢ່າງອື່ນ ຈຶ່ງໄດ້ເພີດເພີນຍິ່ງແທ້ໃນພົບນັ້ນ.

ເຂົາເພີດເພີນຍິ່ງໃນສິ່ງໃດ ສິ່ງນັ້ນເປັນພັຍ ເຂົາຢ້ານຕໍ່ສິ່ງໃດ ສິ່ງນັ້ນກໍເປັນທຸກຂ໌.

ພຣົມມະຈັນນີ້ ອັນບຸກຄົນຍ່ອມປະພຶດ ກໍເພື່ອການຢ່າຂາດຊຶ່ງພົບ.

ສະມະນະຫຼືພຣາມເຫຼົ່າໃດ ກ່າວຄວາມຫຼຸດພົ້ນຈາກພົບ ວ່າມີໄດ້ເພາະພົບ ເຮົາກ່າວວ່າ ສະມະນະຫຼືພຣາມທັງປວງນັ້ນ ບໍ່ແມ່ນຜູ້ຫຼຸດພົ້ນຈາກພົບ.

ເຖິງແມ່ນສະມະນະຫຼືພຣາມເຫຼົ່າໃດ ກ່າວຄວາມອອກໄປໄດ້ຈາກພົບ ວ່າມີໄດ້ເພາະ ວິພົບ ; ເຮົາກ່າວວ່າ ສະມະນະຫຼືພຣາມທັງປວງນັ້ນ ກໍຍັງປ່ອຍປະພົບ ອອກໄປບໍ່ໄດ້.

ກໍທຸກຂ໌ນີ້ ມີຂຶ້ນ ເພາະອາໄສຊຶ່ງອຸປະທິທັງປວງ.

ພຸດທະວະຈະນະ - ໝວດທັມ

ເພາະຄວາມດັບສິ້ນໄປແຫ່ງອຸປາທານທັງປວງ ຄວາມເກີດຂຶ້ນແຫ່ງທຸກຂ໌ຈຶ່ງບໍ່ມີ.

ທ່ານຈົ່ງເບິ່ງໂລກນີ້ເຖີ້ນ (ຈະເຫັນວ່າ) ສັຕທັງຫຼາຍ ອັນອະວິຊຊາໜາແໜ້ນ ບັງໜ້າແລ້ວ ; ແລະວ່າສັຕຜູ້ຍິນດີໃນພົບອັນເປັນແລ້ວນັ້ນ ຍ່ອມບໍ່ເປັນຜູ້ຫຼຸດພົ້ນໄປຈາກພົບໄດ້. ກໍພົບທັງຫຼາຍເຫຼົ່າໜຶ່ງເຫຼົ່າໃດ ອັນເປັນໄປໃນບ່ອນ ຫຼືໃນເວລາທັງປວງ ເພື່ອຄວາມມີແຫ່ງປະໂຍຊນ໌ໂດຍປະການທັງປວງ ;

ພົບທັງຫຼາຍທັງປວງນັ້ນບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທໍາມະດາ.

ເມື່ອບຸກຄົນເຫັນຢູ່ຊຶ່ງຂໍ້ນັ້ນ ດ້ວຍປັນຍາອັນຖືກຕ້ອງຕາມທີ່ເປັນຈິງ ດັ່ງນີ້ຢູ່

ເຂົາຍ່ອມລະພະວະຕັນຫາໄດ້ ແລະບໍ່ເພີດເພີນວິພະວະຕັນຫາດ້ວຍ.

ຄວາມດັບເພາະຄວາມປ່ອຍ ຄາຍອອກບໍ່ເຫຼືອ ເພາະຄວາມ ດັບສິ້ນໄປແຫ່ງຕັນຫາໂດຍປະການທັງປວງ ນັ້ນຄື ນິບພານ.

ພົບໃໝ່ຍ່ອມບໍ່ມີແກ່ພິກຂຸນັ້ນ ຜູ້ດັບເຢັນສະນິດແລ້ວເພາະບໍ່ມີຄວາມຢຶດໝັ້ນ.

ພິກຂຸນັ້ນ ເປັນຜູ້ຄອບງໍາມາຣໄດ້ແລ້ວ ຊະນະສົງຄາມແລ້ວ ກ້າວຜ່ານພົບທັງຫຼາຍທັງປວງໄດ້ແລ້ວ ເປັນຜູ້ຄົງທີ່ (ຄືບໍ່ປ່ຽນແປງອີກຕໍ່ໄປ), ດັ່ງນີ້ແລ.

ຄະນະຜູ້ແປແລະກວດແກ້ເປັນພາສາລາວ :

ພຣະອາຈາຣຍ໌ ປັນຍານັນດະ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ພຣະອາຈາຣຍ໌ ຊາຄະຣະທັມໂມ ວັດປ່າວິໂມກຂະວະນາຣາມ (ຊໍາປັກແຮດ) ບ. ສາລາຄໍາ ມ. ຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ