ພົບພູມ
ໜ້າ/ 140
ທັກຂິນາບາງຢ່າງຝ່າຍທາຍົກກໍບໍ່ບໍຣິສຸດ ຝ່າຍປະຕິຄາຫົກກໍບໍ່ບໍຣິສຸດ
ທັກຂິນາບາງຢ່າງບໍຣິສຸດທັງຝ່າຍທາຍົກແລະຝ່າຍປະຕິຄາຫົກ.
ເປີດທັມທີ່ຖືກປົກປິດ : ພົບພູມ
ອານົນທ໌ !
ກໍທັກຂິນາຊື່ວ່າບໍຣິສຸດຝ່າຍທາຍົກ ບໍ່ບໍຣິສຸດຝ່າຍປະຕິຄາຫົກ ເປັນແນວໃດ ?
ອານົນທ໌ ! ໃນຂໍ້ນີ້
ທາຍົກມີສີລ ມີທັມງາມ
ປະຕິຄາຫົກເປັນຜູ້ທຸສີລ ມີບາບທັມ ເຊັ່ນນີ້ແລ ທັກຂິນາຊື່ວ່າ ບໍຣິສຸດຝ່າຍທາຍົກ ບໍ່ບໍຣິສຸດຝ່າຍປະຕິຄາຫົກ.
ອານົນທ໌ ! ກໍທັກຂິນາທີ່ຊື່ວ່າ ບໍຣິສຸດຝ່າຍປະຕິຄາຫົກ ບໍ່ບໍຣິສຸດຝ່າຍທາຍົກ ເປັນແນວໃດ ?
ອານົນທ໌ ! ໃນຂໍ້ນີ້
ທາຍົກເປັນຜູ້ທຸສີລ ມີບາບທັມ
ປະຕິຄາຫົກເປັນຜູ້ມີສີລ ມີທັມງາມ ເຊັ່ນນີ້ແລ ທັກຂິນາຊື່ວ່າບໍຣິສຸດຝ່າຍປະຕິຄາຫົກ ບໍ່ບໍຣິສຸດຝ່າຍທາຍົກ.
ອານົນທ໌ ! ກໍທັກຂິນາຊື່ວ່າ ຝ່າຍທາຍົກກໍບໍ່ບໍຣິສຸດ ຝ່າຍປະຕິຄາຫົກກໍບໍ່ບໍຣິສຸດ ເປັນແນວໃດ ?
ອານົນທ໌ ! ໃນຂໍ້ນີ້
ທາຍົກກໍເປັນຜູ້ທຸສີລ ມີບາບທັມ
ປະຕິຄາຫົກກໍເປັນຜູ້ທຸສີລ ມີບາບທັມ ເຊັ່ນນີ້ແລ ທັກຂິນາຊື່ວ່າຝ່າຍທາຍົກກໍບໍ່ບໍຣິສຸດ ຝ່າຍປະຕິຄາຫົກກໍບໍ່ບໍຣິສຸດ.
ພຸດທະວະຈະນະ - ໝວດທັມ
ອານົນທ໌ ! ກໍທັກຂິນາຊື່ວ່າ ບໍຣິສຸດທັງຝ່າຍທາຍົກ ແລະຝ່າຍປະຕິຄາຫົກ ເປັນແນວໃດ ?
ອານົນທ໌ ! ໃນຂໍ້ນີ້
ທາຍົກກໍເປັນຜູ້ມີສີລ ມີທັມງາມ
ປະຕິຄາຫົກກໍເປັນຜູ້ມີສີລ ມີທັມງາມ ເຊັ່ນນີ້ແລ ທັກຂິນາຊື່ວ່າ ບໍຣິສຸດທັງຝ່າຍທາຍົກ ແລະຝ່າຍປະຕິຄາຫົກ.
ອານົນທ໌ !
ນີ້ແລ ຄວາມບໍຣິສຸດແຫ່ງທັກຂິນາ ໔ ຢ່າງ.
(ຄາຖາຜະນວກທ້າຍພຣະສູຕ)
(໑) ຜູ້ໃດມີສີລ ໄດ້ຂອງມາໂດຍທັມ ມີຈິຕເຫຼື້ອມໃສດີ ເຊື່ອກັມແລະຜົນແຫ່ງກັມຢ່າງຍິ່ງ ໃຫ້ທານໃນຄົນທຸສີລ ທັກຂິນາຂອງຜູ້ນັ້ນຊື່ວ່າ ບໍຣິສຸດຝ່າຍທາຍົກ
(໒) ຜູ້ໃດທຸສີລ ໄດ້ຂອງມາໂດຍບໍ່ເປັນທັມ ມີຈິຕບໍ່ເຫຼື້ອມໃສ ບໍ່ເຊື່ອກັມແລະຜົນຂອງກັມຢ່າງຍິ່ງ ໃຫ້ທານໃນຄົນມີສີລ ທັກຂິນາຂອງຜູ້ນັ້ນຊື່ວ່າ ບໍຣິສຸດຝ່າຍປະຕິຄາຫົກ
(໓) ຜູ້ໃດທຸສີລ ໄດ້ຂອງມາໂດຍບໍ່ເປັນທັມ ມີຈິຕບໍ່ເຫຼື້ອມໃສ ບໍ່ເຊື່ອກັມແລະຜົນຂອງກັມຢ່າງຍິ່ງ ໃຫ້ທານໃນຄົນທຸສີລ ເຮົາບໍ່ກ່າວທານຂອງຜູ້ນັ້ນວ່າ ມີຜົນໄພບູນ
ເປີດທັມທີ່ຖືກປົກປິດ : ພົບພູມ
(໔) ຜູ້ໃດມີສີລ ໄດ້ຂອງມາໂດຍທັມ ມີຈິຕເຫຼື້ອມໃສດີ ເຊື່ອກັມແລະຜົນຂອງກັມຢ່າງຍິ່ງ ໃຫ້ທານໃນຄົນມີສີລ ເຮົາກ່າວທານຂອງຜູ້ນັ້ນແລວ່າ ມີຜົນໄພບູນ
(໕) ຜູ້ໃດປາສະຈາກຣາຄະແລ້ວ ໄດ້ຂອງມາໂດຍທັມ ມີຈິຕເຫຼື້ອມໃສດີ ເຊື່ອກັມແລະຜົນຂອງກັມຢ່າງຍິ່ງ ໃຫ້ທານໃນຜູ້ປາສະຈາກຣາຄະ ທານຂອງຜູ້ນັ້ນນັ້ນແລ ເລີດກວ່າອາມິດສະທານທັງຫຼາຍ.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ຣັດຕະນະທີ່ຫາໄດ້ຍາກ ໑໔໘
- ບາລີ ປັນຈກ. ອັງ. ໒໒/໒໖໖/໑໙໕.
ເຈົ້າລິດສະວີທັງຫຼາຍ !
ຄວາມປາກົດຂຶ້ນແຫ່ງຣັດຕະນະ ໕ ປະການ
ຫາໄດ້ຍາກໃນໂລກ
໕ ປະການ ແນວໃດໜໍ ? ຄື
(໑) ຕະຖາຄົຕຜູ້ອະຣະຫັນຕະສັມມາສັມພຸດທະ
(໒) ບຸກຄົນຜູ້ສະແດງທັມວິນັຍທີ່ຕະຖາຄົຕປະກາດແລ້ວ
(໓) ບຸກຄົນຜູ້ຮູ້ແຈ້ງທັມວິນັຍທີ່ຕະຖາຄົຕປະກາດແລ້ວ
ອັນຜູ້ອື່ນສະແດງແລ້ວ
(໔) ບຸກຄົນຜູ້ຮູ້ແຈ້ງທັມວິນັຍທີ່ຕະຖາຄົຕປະກາດແລ້ວ
ອັນຜູ້ອື່ນສະແດງແລ້ວ ປະຕິບັດທັມສົມຄວນແກ່ທັມ
(໕) ກະຕັນຍູກະຕະເວທີບຸກຄົນ
ເຈົ້າລິດສະວີທັງຫຼາຍ !
ຄວາມປາກົດຂຶ້ນແຫ່ງຣັດຕະນະ ໕ ປະການນີ້ແລ
ຫາໄດ້ຍາກໃນໂລກ.
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ຜູ້ມີອຸປະກາຣະຫລາຍ ໑໔໙
- ບາລີ ອຸປຣິ. ມ. ໑໔/໔໕໖-໔໕໗/໗໐໙.
ຖືກແລ້ວໆ ອານົນທ໌ ! ຈິງແທ້
ບຸກຄົນອາໄສຜູ້ໃດແລ້ວ ໄດ້ເປັນຜູ້ເຖິງພຣະພຸດທະ ພຣະທັມ ພຣະສົງຄ໌ ເປັນສະຣະນະ ເຮົາບໍ່ກ່າວການທີ່ບຸກຄົນນີ້ ຕອບແທນຕໍ່ຜູ້ນີ້ດ້ວຍດີ ແມ່ນວ່າດ້ວຍການອະພິວາດ ການລຸກຂຶ້ນຢືນຮັບ ການເຮັດອັນຊະລີ ການເຮັດສາມີຈິກັມ ແລະການຕາມຖວາຍຊຶ່ງຈີວອນ ບິນດະບາຕ ເສນາສະນະ ແລະຄິລານະ ປັດຈະຢະເພສັດຊະບໍຣິຂານ








