ພົບພູມ
ໜ້າ/ 140
ເມື່ອພຣະຜູ້ມີພຣະພາກເຈົ້າຕຣັດດັ່ງນີ້ແລ້ວ ທ່ານພຣະອານົນທ໌ ໄດ້ຂາບທູນວ່າ “ເປັນລາບຂອງພວກຂ້ານ້ອຍໜໍ ຂ້ານ້ອຍໄດ້ດີແລ້ວໜໍ ທີ່ຂ້ານ້ອຍມີພຣະສາສດາຜູ້ມີລິດ ມີອານຸພາບແຮງຫຼາຍ ເຊັ່ນນີ້”
ລໍາດັບນັ້ນ ທ່ານພຣະອຸທາຢີ ໄດ້ກ່າວກັບທ່ານພຣະອານົນທ໌ວ່າ ທ່ານອານົນທ໌ ຜູ້ມີອາຍຸ ! ໃນຂໍ້ນີ້ທ່ານຈະໄດ້ປະໂຫຍດອັນໃດ ຖ້າສາສດາຂອງທ່ານ ມີລິດຫຼາຍເຊັ່ນນີ້ ມີອານຸພາບແຮງຫຼາຍ ເຊັ່ນນີ້.
ເມື່ອທ່ານພຣະອຸທາຢີກ່າວດັ່ງນີ້ ພຣະຜູ້ມີພຣະພາກໄດ້ຕຣັດກັບທ່ານ ພຣະອຸທາຢີວ່າ
ເປີດທັມທີ່ຖືກປົກປິດ : ພົບພູມ
ອຸທາຢີ ! ເຈົ້າຢ່າໄດ້ກ່າວເຊັ່ນນັ້ນ ຖ້າອານົນທ໌ຍັງບໍ່ໝົດ ຣາຄະເຊັ່ນນີ້ ຄັນຖ້າທໍາກາລະໄປ ລາວຈະເປັນເຈົ້າແຫ່ງເທວະດາໃນໝູ່ເທວະດາ ໗ ຄັ້ງ ຈະເປັນພຣະເຈົ້າຈັກກະພັດໃນຊົມພູທະວີບນີ້ແຫຼະ ໗ ຄັ້ງ ເພາະຈິຕທີ່ເຫຼື້ອມໃສນັ້ນ.
ອຸທາຢີ ! ກໍແຕ່ວ່າອານົນທ໌ຈະປະຣິນິບພານ ໃນອັຕຕະພາບນີ້ເອງ.
ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ວ່າດ້ວຍທັກຂິນາ ໑໔໗
- ບາລີ ອຸປຣິ. ມ. ໑໔/໔໕໘-໔໖໒/໗໑໑-໗໑໙.
ອານົນທ໌ !
ບຸກຄົນໃຫ້ທານໃນເດຣັດສານ ຍ່ອມຫວັງຜົນທັກຂິນາໄດ້ຮ້ອຍເທົ່າ
ໃຫ້ທານໃນປຸຖຸຊົນຜູ້ທຸສີລ ຍ່ອມຫວັງຜົນທັກຂິນາໄດ້ພັນເທົ່າ
ໃຫ້ທານໃນປຸຖຸຊົນຜູ້ມີສີລ ຍ່ອມຫວັງຜົນທັກຂິນາໄດ້ແສນເທົ່າ
ໃຫ້ທານໃນບຸກຄົນພາຍນອກ ຜູ້ປາສະຈາກຄວາມກໍາໜັດໃນກາມ ຍ່ອມຫວັງຜົນທັກຂິນາໄດ້ແສນໂກດເທົ່າ
ໃຫ້ທານໃນທ່ານຜູ້ປະຕິບັດເພື່ອເຮັດໂສດາປັຕຕິຜົລໃຫ້ແຈ້ງ ຍ່ອມຫວັງຜົນທັກຂິນານັບບໍ່ໄດ້ ປະມານບໍ່ໄດ້ ບໍ່ຕ້ອງກ່າວເຖິງການໃຫ້ທານໃນພຣະໂສດາບັນ ໃນທ່ານຜູ້ປະຕິບັດເພື່ອເຮັດສະກະທາຄາມິຜົນໃຫ້ແຈ້ງ ໃນພຣະສະກະທາຄາມີ ໃນທ່ານຜູ້ປະຕິບັດເພື່ອເຮັດອະນາຄາມິຜົນໃຫ້ແຈ້ງ ໃນພຣະອະນາຄາມີ ໃນທ່ານຜູ້ປະຕິບັດເພື່ອເຮັດອະຣະຫັນຕະຜົນໃຫ້ແຈ້ງ ໃນສາວົກຂອງຕະຖາຄົຕຜູ້ເປັນພຣະອໍຣະຫັນຕ໌ ໃນພຣະປັດເຈກະພຸດທະ ແລະໃນຕະຖາຄົຕອະຣະຫັນຕະສັມມາສັມພຸດທະ.
ເປີດທັມທີ່ຖືກປົກປິດ : ພົບພູມ
ອານົນທ໌ ! ກໍທັກຂິນາທີ່ໃຫ້ແລ້ວໃນສົງຄ໌ມີ ໗ ຢ່າງ ຄື
ໃຫ້ທານໃນສົງຄ໌ ໒ ຝ່າຍ ມີພຣະພຸດທະເຈົ້າເປັນປະມຸກຂ໌ ນີ້ເປັນທັກຂິນາທີ່ເຖິງແລ້ວໃນສົງຄ໌ ປະການທີ ໑
ໃຫ້ທານໃນສົງຄ໌ ໒ ຝ່າຍ ໃນເມື່ອຕະຖາຄົຕປະຣິນິບພານແລ້ວ ນີ້ເປັນທັກຂິນາທີ່ເຖິງແລ້ວໃນສົງຄ໌ ປະການທີ ໒
ໃຫ້ທານໃນພິກຂຸສົງຄ໌ ນີ້ເປັນທັກຂິນາທີ່ເຖິງແລ້ວໃນສົງຄ໌ ປະການທີ ໓
ໃຫ້ທານໃນພິກຂຸນີສົງຄ໌ ນີ້ເປັນທັກຂິນາທີ່ເຖິງແລ້ວໃນສົງຄ໌ ປະການທີ ໔
ແຈ້ງຕໍ່ສົງຄ໌ວ່າ ຂໍໄດ້ໂຜດຈັດພິກຂຸແລະພິກຂຸນີ ຈໍານວນເທົ່ານີ້ຂຶ້ນເປັນສົງຄ໌ແກ່ຂ້າພະເຈົ້າ ແລ້ວໃຫ້ທານ ນີ້ເປັນທັກຂິນາທີ່ເຖິງແລ້ວໃນສົງຄ໌ ປະການທີ ໕ ໑
ແຈ້ງຕໍ່ສົງຄ໌ວ່າ ຂໍໄດ້ໂຜດຈັດພິກຂຸ ຈໍານວນເທົ່ານີ້ຂຶ້ນເປັນສົງຄ໌ແກ່ຂ້າພະເຈົ້າ ແລ້ວໃຫ້ທານ ນີ້ເປັນທັກຂິນາທີ່ເຖິງແລ້ວໃນສົງຄ໌ ປະການທີ ໖
໑. ໝາຍເຫດ = ເປັນຂໍ້ສັງເກດໃຫ້ຮູ້ວ່າ ທັກຂິນາທີ່ເຖິງແລ້ວໃນສົງຄ໌ນັ້ນ
ຈະມີພິກຂຸຫຼືພິກຂຸນີຈໍານວນເທົ່າໃດອົງກໍໄດ້.
ພຸດທະວະຈະນະ - ໝວດທັມ
ແຈ້ງຕໍ່ສົງຄ໌ວ່າ ຂໍໄດ້ໂຜດຈັກພິກຂຸນີ ຈໍານວນເທົ່ານີ້ຂຶ້ນເປັນສົງຄ໌ແກ່ຂ້າພະເຈົ້າ ແລ້ວໃຫ້ທານ ນີ້ເປັນທັກຂິນາທີ່ເຖິງແລ້ວໃນສົງຄ໌ ປະການທີ ໗
ອານົນທ໌ ! ກໍໃນອະນາຄົຕຕະກາລ ຈະມີແຕເຫຼົ່າພິກຂຸໂຄຕະຣະພູ ມີຜ້າກາສາວະ (ຈີວອນ) ພັນຄໍ ເປັນຄົນທຸສີລ ມີບາບທັມ ຄົນທັງຫຼາຍຈະຖວາຍທານສະເພາະສົງຄ໌ໄດ້ ໃນເຫຼົ່າພິກຂຸທຸສີລນັ້ນ.
ອານົນທ໌ ! ທັກຂິນາທີ່ເຖິງແລ້ວໃນສົງຄ໌ ແມ່ນແຕ່ໃນເວລານັ້ນ ເຮົາກໍກ່າວວ່າ ມີຜົນນັບບໍ່ໄດ້ ປະມານບໍ່ໄດ້ ແຕ່ວ່າເຮົາບໍ່ກ່າວ ປາຕິປຸກຄະລິກະທານ (ການຖວາຍເຈາະຈົງບຸກຄົນ) ວ່າມີຜົນຫຼາຍກວ່າທັກຂິນາທີ່ເຖິງແລ້ວໃນສົງຄ໌ ໂດຍປະຣິຍາຍໃດໆ ເລີຍ.
ອານົນທ໌ !
ກໍຄວາມບໍຣິສຸດແຫ່ງທັກຂິນານີ້ ມີ ໔ ຢ່າງ
໔ ຢ່າງ ເປັນແນວໃດ ຄື
ອານົນທ໌ !
ທັກຂິນາບາງຢ່າງບໍຣິສຸດຝ່າຍທາຍົກ (ຜູ້ໃຫ້) ບໍ່ບໍຣິສຸດຝ່າຍປະຕິຄາຫົກ (ຜູ້ຮັບ)
ທັກຂິນາບາງຢ່າງບໍຣິສຸດຝ່າຍປະຕິຄາຫົກ ບໍ່ບໍຣິສຸດຝ່າຍທາຍົກ








