ພົບພູມ
ໜ້າ/ 140
(ນ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸດໃນຊາດກ່ອນ... ໄດ້ເປັນຜູ້ບໍ່ບຽດບຽນສັຕທັງຫຼາຍ ດ້ວຍຝ່າມືກໍຕາມ ກ້ອນດິນກໍຕາມ ທ່ອນໄມ້ກໍຕາມ ສາດຕຣາກໍຕາມ ເພາະ... ກັມ ນັ້ນໆ... ຄັນມາສູ່ຄວາມເປັນມະນຸດເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະຂໍ້ນີ້ຄື ມີປະສາດຮັບຣົສອັນເລີດ ມີປາຍຂຶ້ນເບື້ອງເທິງ ເກີດແລ້ວທີ່ຄໍ ຮັບຣົສໂດຍສະໝ່ຳສະໝີ... (ລັກສະນະທີ ໒໑) ຍ່ອມ ເປັນຜູ້ມີອາພາດໜ້ອຍ ມີໂຣຄໜ້ອຍ ມີຄວາມຮ້ອນແຫ່ງກາຍເປັນວິບາກ ອັນສະໝໍ່າສະໝີ ບໍ່ເຢັນເກີນຮ້ອນໂພດ ພໍຄວນແກ່ຄວາມພຽນ.
(ບ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸດໃນຊາດກ່ອນ... ໄດ້ເປັນຜູ້ບໍ່ກຶງຕາ ບໍ່ລ໋ອກແລ໋ກ ບໍ່ຈ້ອງລັບຫຼັງ
ເປີດທັມທີ່ຖືກປົກປິດ : ພົບພູມ
ເປັນຜູ້ສົດຊື່ນແນມເບິ່ງຕົງໆ ແນມເບິ່ງຜູ້ອື່ນດ້ວຍສາຍຕາອັນສະແດງຄວາມຮັກ ເພາະ... ກັມນັ້ນໆ... ຄັມມາສູ່ຄວາມເປັນມະນຸດເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໒ ຂໍ້ນີ້ ຄືມີຕາຂຽວສະນິດ ມີຕາດັ່ງຕາງົວ... (ລັກສະນະທີ ໒໙, ໓໐) ຍ່ອມເປັນທີ່ຕ້ອງຕາຂອງຊົນໝູ່ໃຫຍ່ ເປັນທີ່ຮັກໄຄ່ພໍໃຈຂອງພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ເທວະດາ ມະນຸດ ອະສູນ ນາຄະ ຄົນທັນ.
(ປ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸດໃນຊາດກ່ອນ...ໄດ້ເປັນຫົວໜ້າຂອງຊົນໝູ່ໃຫຍ່ ໃນກຸສົລທັມທັງຫຼາຍ ໄດ້ເປັນປະທານຂອງຊົນໝູ່ໃຫຍ່ ໃນກາຍະສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ໃນການຈໍາແນກທານ ການສະມາທານສີລ ການຮັກສາອຸໂປສົດ ການປະພຶດເກື້ອກູນໃນມານດາບິດາ ສະມະນະພຣາມ ການນອບນ້ອມຕໍ່ຜູ້ຈະເຣີນໃນຕະກູນ ໃນອະທິກຸສົນທັມຢ່າງໃດຢ່າງໜຶ່ງ ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸດເຊັ່ນນີ້ ຈຶ່ງໄດ້ມະຫາປຸຣິສະລັກຂະນະຂໍ້ນີ້ ຄື ມີຫົວຮັບກັບຂອບໜ້າ... (ລັກສະນະທີ ໓໒) ຍ່ອມເປັນຜູ້ທີ່ມະຫາຊົນປະພຶດຕາມ ຄືພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ເທວະດາ ມະນຸດ ອະສູນ ນາຄະ ຄົນທັນ ປະພຶດຕາມ.
ພຸດທະວະຈະນະ - ໝວດທັມ (ຕື່ມພິເສດ ໑)
(ຜ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸດໃນຊາດກ່ອນ... ໄດ້ເປັນຜູ້ລະເວັ້ນຈາກມຸສາວາດ ເວົ້າຄວາມຈິງ ປ່ອຍຄໍາສັຈ ທ່ຽງແທ້ ຊື່ຕົງ ບໍ່ຫຼອກລວງໂລກ ເພາະ...ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸດເຊັ່ນນີ້ແລ້ວ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໒ ຂໍ້ນີ້ຄື ມີຂົນຂຸມລະເສັ້ນ ມີອຸນາໂລມຫວ່າງຄິ້ວຂາວອ່ອນເໝືອນຍອງຝ້າຍ ... (ລັກສະນະທີ ໑໓, ໓໑) ຍ່ອມເປັນຜູ້ທີ່ມະຫາຊົນເຂົ້າໄປໃກ້ຊິດ ຄືພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ເທວະດາ ມະນຸດ ອະສູນ ນາຄະ ຄົນທັນໃກ້ຊິດ.
(ຝ) ພິກຂຸທັງຫຼາຍ ! ເມື່ອຕະຖາຄົຕເກີດເປັນມະນຸດໃນຊາດກ່ອນ... ໄດ້ເປັນຜູ້ລະເວັ້ນວາຈາສໍ່ສຽດ (ຄໍາຍຸແຍ່ໃຫ້ແຕກກັນ) ຄື ບໍ່ຟັງຈາກຝ່າຍນີ້ແລ້ວໄປບອກຝ່າຍພຸ້ນເພື່ອທໍາລາຍພວກນີ້ ບໍ່ຟັງຈາກຝ່າຍພຸ້ນແລ້ວມາບອກຝ່າຍນີ້ເພື່ອທໍາລາຍພວກນັ້ນ ເປັນຜູ້ສະໝານມິຕພວກທີ່ແຕກກັນແລ້ວ ແລະສົ່ງເສີມພວກທີ່ພ້ອມພຽງກັນ ເປັນຜູ້ຍິນດີໃນການພ້ອມພຽງກັນ ເພີດເພີນໃນການພ້ອມພຽງ ກ່າວແຕ່ວາຈາທີ່ກໍ່ໃຫ້ເກີດຄວາມພ້ອມພຽງ ເພາະ... ກັມນັ້ນໆ... ຄັນມາສູ່ຄວາມເປັນມະນຸດເຊັ່ນນີ້ແລ້ວ ຈຶ່ງໄດ້ມະຫາປຸຣິສະລັກຂະນະ ໒ ຂໍ້ນີ້ຄື ມີແຂ້ວຄົບ ໔໐ ເຫຼັ້ມ ມີແຂ້ວຖີ່ ບໍ່ຫ່າງກັນ ... (ລັກສະນະທີ ໒໓, ໒໕)
ເປີດທັມທີ່ຖືກປົກປິດ : ພົບພູມ (ຕື່ມພິເສດ ໒)
ຍ່ອມເປັນຜູ້ມີບໍຣິສັດບໍ່ກະຈັດກະຈາຍ ຄືພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາ ເທວະດາ ມະນຸດ ອະສູນ ນາຄະ ຄົນທັນ ເປັນບໍຣິສັດບໍ່ກະຈັດກະຈາຍ.








