ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ພິກຂຸທັງຫຼາຍ ! ຊື່ແຫ່ງບັນພົດນີ້ຈະອັນຕະທານ ໝູ່ມະນຸດເຫຼົ່ານີ້ຈະທໍາກາລະ ແລະເຮົາກໍຈະປະຣິນິບພານ.

ພິກຂຸທັງຫຼາຍ ! ສັງຂາຣທັງຫຼາຍບໍ່ທ່ຽງເຊັ່ນນີ້ ສັງຂາຣທັງຫຼາຍບໍ່ຢັ້ງຢືນເຊັ່ນນີ້ ສັງຂາຣທັງຫຼາຍເປັນສິ່ງທີ່ຫວັງ (ຄິດຕໍ່) ອັນໃດບໍ່ໄດ້ເຊັ່ນນີ້.

ພິກຂຸທັງຫຼາຍ ! ດ້ວຍເຫດພຽງເທົ່ານີ້ ກໍພໍແລ້ວ ເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍເພື່ອຈະຄາຍກໍາໜັດ ພໍເພື່ອຈະຫຼຸດພົ້ນ ດັ່ງນີ້.

(ຄາຖາຜະນວກທ້າຍພຣະສູຕ)

ປາຈີນວັງສະບັນພົດຂອງໝູ່ມະນຸດຊື່ຕິວະຣາ

ວົງກົດບັນພົດຂອງໝູ່ມະນຸດຊື່ໂຣຫິຕັດສະ

ສຸປັດສະບັນພົດຂອງໝູ່ມະນຸດຊື່ສຸບປິຢາ

ແລະເວປຸນລະບັນພົດຂອງໝູ່ມະນຸດຊື່ມະຄະດະ

ສັງຂາຣທັງຫຼາຍບໍ່ທ່ຽງໜໍ

ມີອັນເກີດຂຶ້ນແລະເສື່ອມໄປເປັນທໍາມະດາ

ຄັນເກີດຂຶ້ນແລ້ວ ຍ່ອມດັບໄປ

ຄວາມສະງົບລະງັບຊຶ່ງສັງຂາຣທັງປວງໄດ້ ເປັນສຸຂ ດັ່ງນີ້.

ພຸດທະວະຈະນະ-ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ

ສິ່ງທັງຫຼາຍບໍ່ທ່ຽງ (ນັຍທີ ໒) ໑໑໘

- ບາລີ ສັຕຕກ. ອັງ. ໒໓/໑໐໒-໑໐໕/໖໓.

ພິກຂຸທັງຫຼາຍ !

ສັງຂາຣທັງຫຼາຍ ບໍ່ທ່ຽງ (ອະນິຈຈັງ)

ສັງຂາຣທັງຫຼາຍ ບໍ່ຢັ້ງຢືນ (ອະດຸວັງ)

ສັງຂາຣທັງຫຼາຍ ເປັນສິ່ງທີ່ຫວັງອັນໃດບໍ່ໄດ້ (ອະນັສສາສິກະ)

ພິກຂຸທັງຫຼາຍ ! ດ້ວຍເຫດພຽງເທົ່ານີ້ ກໍພໍແລ້ວ ເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍເພື່ອຈະຄາຍກໍາໜັດ ພໍເພື່ອຈະຫຼຸດພົ້ນ ດັ່ງນີ້.

ພິກຂຸທັງຫຼາຍ ! ພູເຂົາສິເນຣຸ ໂດຍຍາວ ໘໔,໐໐໐ ໂຍຊນ໌໑ ໂດຍກວ້າງ ໘໔,໐໐໐ ໂຍຊນ໌ ຢັ່ງລົງໃນມະຫາສະມຸດ ໘໔,໐໐໐ ໂຍຊນ໌ ສູງຂຶ້ນພົ້ນໜ້າມະຫາສະມຸດ ໘໔,໐໐໐ ໂຍຊນ໌.

ພິກຂຸທັງຫຼາຍ ! ມີສະໄໝຊຶ່ງຜ່ານກາຍໄປຫຼາຍປີ ຫຼາຍຮ້ອຍປີ ຫຼາຍພັນປີ ຫຼາຍແສນປີ ທີ່ຝົນບໍ່ຕົກເລີຍ ເມື່ອຝົນບໍ່ຕົກ (ຕະຫຼອດເວລາເທົ່ານີ້) ປ່າໃຫຍ່ໆ ອັນປະກອບດ້ວຍພີຊະຄາມ ພູຕະຄາມ ໄມ້ ຫວ້ານຢາແລະຫຍ້າທັງຫຼາຍ ຍ່ອມຫຍຸບ ຍ່ອມຫ່ຽວແຫ້ງ ມີຢູ່ບໍ່ໄດ້.

໑. ໂຢຊະນະ (ໂຍຊນ໌) = ໑໖ ກິໂລແມັດ.

ເປີດທັມທີ່ຖືກປົກປິດ : ພົບພູມ

ພິກຂຸທັງຫຼາຍ ! ສັງຂາຣທັງຫຼາຍບໍ່ທ່ຽງເຊັ່ນນີ້ ສັງຂາຣທັງຫຼາຍບໍ່ຢັ້ງຢືນເຊັ່ນນີ້ ສັງຂາຣທັງຫຼາຍເປັນສິ່ງທີ່ຫວັງ (ຄິດຕໍ່) ອັນໃດບໍ່ໄດ້ເຊັ່ນນີ້.

ພິກຂຸທັງຫຼາຍ ! ດ້ວຍເຫດພຽງເທົ່ານີ້ ກໍພໍແລ້ວ ເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍເພື່ອຈະຄາຍກໍາໜັດ ພໍເພື່ອຈະຫຼຸດພົ້ນ ດັ່ງນີ້.

ພິກຂຸທັງຫຼາຍ ! ມີສະໄໝຊຶ່ງກາລະບາງຄັ້ງບາງຍາມ ໂດຍການຜ່ານກາຍໄປຫຼາຍຟ້າຫຼ້າປີ ອາທິຕໜ່ວຍທີສອງ ຍ່ອມປາກົດ ເມື່ອດວງອາທິຕໜ່ວຍທີສອງປາກົດ ແມ່ນ້ຳນ້ອຍ ໜອງບຶງ ທັງໝົດກໍເຫືອດແຫ້ງໄປ ບໍ່ມີຢູ່.

ພິກຂຸທັງຫຼາຍ ! ສັງຂາຣທັງຫຼາຍບໍ່ທ່ຽງເຊັ່ນນີ້ ສັງຂາຣທັງຫຼາຍບໍ່ຢັ້ງຢືນເຊັ່ນນີ້ ສັງຂາຣທັງຫຼາຍເປັນສິ່ງທີ່ຫວັງ (ຄິດຕໍ່) ອັນໃດບໍ່ໄດ້ເຊັ່ນນີ້.

ພິກຂຸທັງຫຼາຍ ! ດ້ວຍເຫດພຽງເທົ່ານີ້ ກໍພໍແລ້ວ ເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍເພື່ອຈະຄາຍກໍາໜັດ ພໍເພື່ອຈະຫຼຸດພົ້ນ ດັ່ງນີ້.

ພິກຂຸທັງຫຼາຍ ! ມີສະໄໝຊຶ່ງກາລະບາງຄັ້ງບາງຍາມ ໂດຍການ ຜ່ານກາຍໄປຫຼາຍຟ້າຫຼ້າປີ ອາທິຕໜ່ວຍທີສາມຍ່ອມປາກົດ

ພຸດທະວະຈະນະ - ໝວດທັມ

ເມື່ອດວງອາທິຕໜ່ວຍທີສາມປາກົດ ແມ່ນ້ຳສາຍໃຫຍ່ໆ ເຊັ່ນແມ່ນ້ຳຄົງຄາ ຢະມຸນາ ອະຈິຣະວະດີ ສະຣະພູ ມະຫີ ທັງໝົດກໍເຫືອດແຫ້ງໄປ ບໍ່ມີຢູ່.

ພິກຂຸທັງຫຼາຍ ! ສັງຂາຣທັງຫຼາຍບໍ່ທ່ຽງເຊັ່ນນີ້ ສັງຂາຣທັງຫຼາຍບໍ່ຢັ້ງຢືນເຊັ່ນນີ້ ສັງຂາຣທັງຫຼາຍເປັນສິ່ງທີ່ຫວັງ (ຄິດຕໍ່) ອັນໃດບໍ່ໄດ້ເຊັ່ນນີ້.

ພິກຂຸທັງຫຼາຍ ! ດ້ວຍເຫດພຽງເທົ່ານີ້ ກໍພໍແລ້ວ ເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍເພື່ອຈະຄາຍກໍາໜັດ ພໍເພື່ອຈະຫຼຸດພົ້ນ ດັ່ງນີ້.

ພິກຂຸທັງຫຼາຍ ! ມີສະໄໝຊຶ່ງກາລະບາງຄັ້ງບາງຍາມ ໂດຍການຜ່ານກາຍໄປຫຼາຍຟ້າຫຼ້າປີ ອາທິຕໜ່ວຍທີສີ່ ຍ່ອມປາກົດ ເມື່ອດວງອາທິຕໜ່ວຍທີສີ່ປາກົດ ມະຫາສະທັງຫຼາຍ ອັນເປັນທີ່ເກີດແຫ່ງແມ່ນໍ້າສາຍໃຫຍ່ໆ ເຊັ່ນແມ່ນໍ້າຄົງຄາ ຢະມຸນາ ອະຈິຣະວະດີ ສະຣະພູ ມະຫີ ມະຫາສະເຫຼົ່ານັ້ນທັງໝົດກໍເຫືອດແຫ້ງໄປ ບໍ່ມີຢູ່.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ