ຄຳສອນພຸດທະ - ໜ້າຈໍໂຫລດ

ພົບພູມ

ໜ້າ/ 140

ພິກຂຸທັງຫຼາຍ ! ສົງສາຣນີ້ກໍານົດບ່ອນສຸດເບື້ອງຕົ້ນເບື້ອງປາຍ ບໍ່ໄດ້ ເມື່ອເຫຼົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ບ່ອນສຸດເບື້ອງຕົ້ນຍ່ອມບໍ່ປາກົດ.

ພິກຂຸທັງຫຼາຍ ! ເລື່ອງເຄີຍມີມາແລ້ວ ເວປຸນລະບັນພົດນີ້ມີຊື່ວ່າ ປາຈີນວັງສະ ສະໄໝນັ້ນແລ ໝູ່ມະນຸດຊື່ວ່າຕິວະຣາ ໝູ່ ມະນຸດຊື່ວ່າຕິວະຣາມີອາຍຸປະມານສີ່ໝື່ນປີ ໝູ່ມະນຸດຊື່ວ່າຕິວະຣາ ຂຶ້ນປາຈີນວັງສະບັນພົດເປັນເວລາ ໔ ວັນ ລົງກໍເປັນເວລາ ໔ ວັນ ສະໄໝພຣະຜູ້ມີພຣະພາກພຣະນາມວ່າກະກຸສັນດະ ສະເດັດອຸບັດຂຶ້ນໃນໂລກ ພຣະຜູ້ມີພຣະພາກອະຣະຫັນຕະສັມມາສັມພຸດທະ ພຣະນາມວ່າກະກຸສັນດະ ມີພຣະສາວົກຄູ່ໜຶ່ງ ເປັນຄູ່ເລີດ ເປັນຄູ່ຈະເຣີນຊື່ວ່າ ວິດູຣະແລະສັນຊີວະ.

ພິກຂຸທັງຫຼາຍ ! ພວກເຈົ້າຈົ່ງເບິ່ງເຖີ້ນ ຊື່ແຫ່ງພູເຂົານີ້ນັ້ນແລ ອັນຕະທານໄປແລ້ວ ມະນຸດເຫຼົ່ານັ້ນ ກະທໍາກາລະໄປແລ້ວ ແລະພຣະຜູ້ມີພຣະພາກພຣະອົງຄ໌ນັ້ນ ກໍປະຣິນິບພານແລ້ວ ສັງຂາຣທັງຫຼາຍບໍ່ທ່ຽງເຊັ່ນນີ້ ສັງຂາຣທັງຫຼາຍບໍ່ຢັ້ງຢືນເຊັ່ນນີ້ ສັງຂາຣທັງຫຼາຍເປັນສິ່ງທີ່ຫວັງ (ຄິດຕໍ່) ອັນໃດບໍ່ໄດ້ເຊັ່ນນີ້.

ເປີດທັມທີ່ຖືກປົກປິດ : ພົບພູມ

ພິກຂຸທັງຫຼາຍ ! ດ້ວຍເຫດພຽງເທົ່ານີ້ ກໍພໍແລ້ວ ເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍເພື່ອຈະຄາຍກໍາໜັດ ພໍເພື່ອຈະຫຼຸດພົ້ນ ດັ່ງນີ້.

ພິກຂຸທັງຫຼາຍ ! ເລື່ອງເຄີຍມີມາແລ້ວ ເວປຸນລະບັນພົດນີ້ມີຊື່ວ່າ ວົງກົດ ສະໄໝນັ້ນແລ ໝູ່ມະນຸດຊື່ວ່າ ໂຣຫິຕັດສະ ໝູ່ມະນຸດຊື່ວ່າໂຣຫິຕັດສະ ມີອາຍຸປະມານສາມໝື່ນປີ ໝູ່ມະນຸດໂຣຫິຕັດສະຂຶ້ນວົງກົດບັນພົດເປັນເວລາ ໓ ວັນ ລົງກໍເປັນເວລາ ໓ ວັນ ສະໄໝນັ້ນພຣະຜູ້ມີພຣະພາກ ອະຣະຫັນຕະສັມມາສັມພຸດທະພຣະນາມວ່າ ໂກນາຄະມະນະ ສະເດັດອຸບັດຂຶ້ນໃນໂລກ ພຣະຜູ້ມີພຣະພາກອະຣະຫັນຕະສັມມາສັມພຸດທະພຣະນາມວ່າ ໂກນາຄະມະນະ ມີພຣະສາວົກຄູ່ໜຶ່ງເປັນຄູ່ເລີດ ເປັນຄູ່ຈະເຣີນ ຊື່ວ່າ ພິຍໂຢສະແລະອຸດຕຣະ.

ພິກຂຸທັງຫຼາຍ ! ພວກເຈົ້າຈົ່ງເບິ່ງເຖີ້ນ ຊື່ແຫ່ງພູເຂົານີ້ນັ້ນແລ ອັນຕະທານໄປແລ້ວ ມະນຸດເຫຼົ່ານັ້ນກະທໍາກາລະໄປແລ້ວ ແລະພຣະຜູ້ມີພຣະພາກພຣະອົງຄ໌ນັ້ນ ກໍປະຣິນິບພານແລ້ວ ສັງຂາຣທັງຫຼາຍບໍ່ທ່ຽງເຊັ່ນນີ້ ... ພໍເພື່ອຈະຫຼຸດພົ້ນ ດັ່ງນີ້.

ພິກຂຸທັງຫຼາຍ ! ເລື່ອງເຄີຍມີມາແລ້ວ ເວປຸນລະບັນພົດນີ້ ມີຊື່ວ່າ ສຸປັດສະ ສະໄໝນັ້ນແລ ໝູ່ມະນຸດຊື່ວ່າ ສຸບປິຢາ ໝູ່ມະນຸດຊື່ສຸບປິຢາມີອາຍຸປະມານສອງໝື່ນປີ ໝູ່ມະນຸດສຸບປິຢາ ຂຶ້ນສຸປັດສະບັນພົດເປັນເວລາ ໒ ວັນ ລົງກໍເປັນເວລາ ໒ ວັນ

ພຸດທະວະຈະນະ - ໝວດທັມ

ສະໄໝນັ້ນ ພຣະຜູ້ມີພຣະພາກອະຣະຫັນຕະສັມມາສັມພຸດທະ ພຣະນາມວ່າກັດສະປະ ສະເດັດອຸບັດຂຶ້ນໃນໂລກ ພຣະຜູ້ມີພຣະພາກ ອະຣະຫັນຕະສັມມາສັມພຸດທະພຣະນາມວ່າກັດສະປະ ມີພຣະສາວົກ ຄູ່ໜຶ່ງເປັນຄູ່ເລີດ ເປັນຄູ່ຈະເຣີນ ຊື່ວ່າ ຕິດສະແລະພາຣະດະວາຊະ.

ພິກຂຸທັງຫຼາຍ ! ພວກເຈົ້າຈົ່ງເບິ່ງເຖີ້ນ ຊື່ແຫ່ງພູເຂົານີ້ນັ້ນແລ ອັນຕະທານໄປແລ້ວ ມະນຸດເຫຼົ່ານັ້ນກະທໍາກາລະໄປແລ້ວ ແລະພຣະຜູ້ມີພຣະພາກພຣະອົງຄ໌ນັ້ນ ກໍປະຣິນິບພານແລ້ວ ສັງຂາຣທັງຫຼາຍບໍ່ທ່ຽງເຊັ່ນນີ້ ສັງຂາຣທັງຫຼາຍບໍ່ຢັ້ງຢືນເຊັ່ນນີ້ ສັງຂາຣທັງຫຼາຍເປັນສິ່ງທີ່ຫວັງ (ຄິດຕໍ່) ອັນໃດບໍ່ໄດ້ເຊັ່ນນີ້.

ພິກຂຸທັງຫຼາຍ ! ດ້ວຍເຫດພຽງເທົ່ານີ້ ກໍພໍແລ້ວ ເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍເພື່ອຈະຄາຍກໍາໜັດ ພໍເພື່ອຈະຫຼຸດພົ້ນ ດັ່ງນີ້.

ພິກຂຸທັງຫຼາຍ ! ກໍບັດນີ້ແລ ພູເຂົາເວປຸນລະນີ້ ມີຊື່ວ່າ ເວປຸນລະເຊັ່ນນີ້ ກໍບັດນີ້ມະນຸດເຫຼົ່ານີ້ມີຊື່ວ່າ ມາຄະດະ ໝູ່ມະນຸດ ຊື່ມາຄະດະມີອາຍຸພຽງໜ້ອຍດຽວ ຜູ້ໃດມີຊີວິດຢູ່ດົນ ຜູ້ນັ້ນມີອາຍຸພຽງຮ້ອຍປີ ໜ້ອຍກວ່າກໍມີ ຫຼາຍກວ່າກໍມີ ໝູ່ມະນຸດຊື່ມາຄະດະຂຶ້ນເວປຸນລະບັນພົດພຽງບຶດດຽວ ລົງກໍພຽງບຶດດຽວ ແລະບັດນີ້ ພຣະຜູ້ມີພຣະພາກອະຣະຫັນຕະສັມມາສັມພຸດທະພຣະອົງຄ໌ນີ້ ສະເດັດອຸບັດຂຶ້ນແລ້ວໃນໂລກ ກໍເຮົາແລມີສາວົກຄູ່ໜຶ່ງ ເປັນຄູ່ເລີດ ເປັນຄູ່ຈະເຣີນ ຊື່ວ່າ ສາຣີບຸຕແລະໂມກຄັນລານະ.

ເປີດທັມທີ່ຖືກປົກປິດ : ພົບພູມ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ