ພົບພູມ
ໜ້າ/ 140
ສັດທາຂອງເທວະດາໃດນັ້ນ ຕັ້ງໝັ້ນແລ້ວ ມີຮາກຢັ່ງລົງໝັ້ນແລ້ວ ອັນສະມະນະ ພຣາມ ເທວະດາ ມາຣ ພຣົມຫຼືໃຜໆໃນໂລກ ຍ່ອມຊັກຈູງໄປບໍ່ໄດ້ ນີ້ແລເປັນສ່ວນແຫ່ງການຕັ້ງຢູ່ດ້ວຍດີຂອງເທວະດາທັງຫຼາຍ
ພິກຂຸທັງຫຼາຍ ! ເມື່ອໃດ ເທວະດາຈະຕ້ອງຈຸຕິຈາກເທບນິກາຍ ເພາະຄວາມໝົດອາຍຸ ເມື່ອນັ້ນ ສຽງ ໓ ເຍື່ອງຂອງເທວະດາທັງຫຼາຍ ຜູ້ພອຍຍິນດີຍ່ອມເປັ່ງອອກໄປວ່າ
“ແນ່ທ່ານຜູ້ຈະເຣີນ ! ທ່ານຈາກເທວະໂລກນີ້ໄປແລ້ວ ຈົ່ງເຖິງສຸຄະຕິ ຈົ່ງເຖິງຄວາມເປັນສະຫາຍແຫ່ງມະນຸດທັງຫຼາຍເຖີ້ນ
ເປີດທັມທີ່ຖືກປົກປິດ : ພົບພູມ
ເມື່ອທ່ານເປັນມະນຸດແລ້ວ ຈົ່ງໄດ້ສັດທາຢ່າງຍິ່ງໃນພຣະສັດທັມ ສັດທາຂອງທ່ານຈົ່ງຕັ້ງລົງໝັ້ນ ມີຮາກຢັ່ງລົງໝັ້ນໃນພຣະສັດທັມ ທີ່ພຣະຕະຖາຄົຕປະກາດດີແລ້ວ ອັນໃຜໆ ຍ່ອມຊັກຈູງໄປບໍ່ໄດ້ຕະຫຼອດຊີບ ທ່ານຈົ່ງລະກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ແລະຢ່າເຮັດອະກຸສົລກັມເຍື່ອງອື່ນທີ່ປະກອບດ້ວຍໂທດ ເຮັດກຸສົລດ້ວຍກາຍ ດ້ວຍວາຈາໃຫ້ຫຼາຍ ເຮັດກຸສົລດ້ວຍໃຈຫາປະມານບໍ່ໄດ້ ຫາອຸປະທິບໍ່ໄດ້ ຕໍ່ຈາກນັ້ນ ທ່ານຈົ່ງເຮັດບຸນອັນໃຫ້ເກີດສົມບັດນັ້ນໃຫ້ຫຼາຍ ດ້ວຍທານແລ້ວ ຍັງສັຕແມ່ນແຕ່ເຫຼົ່າອື່ນ ໃຫ້ຕັ້ງຢູ່ໃນພຣະສັດທັມ ໃນພຣົມມະຈັນ”
ເມື່ອໃດເທວະດາຍ່ອມຮູ້ແຈ້ງ ຊຶ່ງເທວະດາຜູ້ຈຸຕິ ເມື່ອນັ້ນຍ່ອມພອຍຍິນດີ ດ້ວຍຄວາມອະນຸເຄາະນີ້ວ່າ “ແນ່ເທວະດາ ! ທ່ານຈົ່ງມາເລື້ອຍໆ”
ພຸດທະວະຈະນະ - ໝວດທັມ ເປີດທັມທີ່ຖືກປົກປິດ : ພົບພູມ
ຄວາມເປັນໄປໄດ້ຍາກ ໑໐໓
- ບາລີ ມຫາວາຣ. ສັງ. ໑໙/໕໘໗/໑໗໙໔-໙໕.
ພິກຂຸທັງຫຼາຍ ! ເຈົ້າທັງຫຼາຍຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ຝຸ່ນໜ້ອຍໜຶ່ງ ທີ່ເຮົາຕັກຂຶ້ນດ້ວຍປາຍເລັບມືນີ້ ກັບມະຫາປະຖະພີນັ້ນ ຝ່າຍໃດຈະຫຼາຍກວ່າກັນ ?
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ມະຫາປະຖະພີນັ້ນແຫຼະ ເປັນດິນທີ່ຫຼາຍກວ່າ ຝຸ່ນໜ້ອຍໜຶ່ງເທົ່າທີ່ຊົງຕັກຂຶ້ນດ້ວຍປາຍພຣະນະຂານີ້ ເປັນຂອງມີປະມານໜ້ອຍ ຝຸ່ນນັ້ນເມື່ອນໍາເຂົ້າໄປທຽບກັບມະຫາປະຖະພີ ຍ່ອມ ບໍ່ເຖິງຊຶ່ງການຄໍານວນໄດ້ ປຽບທຽບໄດ້ ບໍ່ເຂົ້າເຖິງແມ່ນແຕ່ສ່ວນສ້ຽວ.
ພິກຂຸທັງຫຼາຍ ! ອຸປະມານີ້ເຊັ່ນໃດ ອຸປະໄມກໍເຊັ່ນນັ້ນ ສັຕທີ່ຈຸຕິຈາກເທວະດາໄປແລ້ວ ຈະກັບໄປເກີດໃນໝູ່ເທວະດາມີໜ້ອຍ ໂດຍທີ່ແທ້ ສັຕທີ່ຈຸຕິຈາກເທວະດາໄປແລ້ວ ກັບໄປເກີດໃນນະຣົກ ກໍາເນີດເດຣັດສານ ເປຕວິໄສ ມີຫຼາຍກວ່າໂດຍແທ້.
ຂໍ້ນັ້ນເພາະເຫດໃດໜໍ ?
ພິກຂຸທັງຫຼາຍ !
ຂໍ້ນັ້ນເພາະຄວາມທີ່ສັຕເຫຼົ່ານັ້ນ ບໍ່ເຫັນອະຣິຍະສັຈທັງສີ່.
ພຸດທະວະຈະນະ - ໝວດທັມ
ອະຣິຍະສັຈສີ່ ແນວໃດໜໍ ? ສີ່ຢ່າງຄື
ອະຣິຍະສັຈຄືທຸກຂ໌
ອະຣິຍະສັຈຄືເຫດໃຫ້ເກີດຂຶ້ນແຫ່ງທຸກຂ໌
ອະຣິຍະສັຈຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌
ອະຣິຍະສັຈຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
ພິກຂຸທັງຫຼາຍ ! ເພາະເຫດນັ້ນ ໃນເລື່ອງນີ້ ເຈົ້າຕ້ອງປະກອບໂຢຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ
ທຸກຂ໌ ເປັນເຊັ່ນນີ້
ເຫດໃຫ້ເກີດຂຶ້ນແຫ່ງທຸກຂ໌ ເປັນເຊັ່ນນີ້
ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້
ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້ ດັ່ງນີ້.
ພິກຂຸທັງຫຼາຍ ! ເຈົ້າທັງຫຼາຍຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ ຝຸ່ນໜ້ອຍໜຶ່ງທີ່ເຮົາຕັກຂຶ້ນດ້ວຍປາຍເລັບມືນີ້ ກັບມະຫາປະຖະພີນັ້ນ ຝ່າຍໃດຈະຫຼາຍກວ່າກັນ ?
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ມະຫາປະຖະພີນັ້ນແຫຼະ ເປັນດິນທີ່ຫຼາຍກວ່າ ຝຸ່ນໜ້ອຍໜຶ່ງ ທີ່ຊົງຕັກຂຶ້ນດ້ວຍປາຍພຣະນະຂານີ້ ເປັນຂອງມີປະມານໜ້ອຍ ຝຸ່ນນັ້ນເມື່ອນໍາເຂົ້າໄປທຽບກັບມະຫາປະຖະພີ ຍ່ອມບໍ່ເຖິງຊຶ່ງການຄໍານວນໄດ້ ປຽບທຽບໄດ້ ບໍ່ເຂົ້າເຖິງແມ່ນແຕ່ສ່ວນສ້ຽວ.
ເປີດທັມທີ່ຖືກປົກປິດ : ພົບພູມ
ພິກຂຸທັງຫຼາຍ ! ອຸປະມານີ້ເຊັ່ນໃດ ອຸປະໄມກໍເຊັ່ນນັ້ນ ສັຕທີ່ຈຸຕິຈາກເທວະດາໄປແລ້ວ ຈະກັບໄປເກີດໃນໝູ່ມະນຸດມີໜ້ອຍ ໂດຍທີ່ແທ້ ສັຕທີ່ຈຸຕິຈາກເທວະດາໄປແລ້ວ ກັບໄປເກີດໃນນະຣົກ ກໍາເນີດເດຣັດສານ ເປຕວິໄສ ມີຫຼາຍກວ່າໂດຍແທ້.
ຂໍ້ນັ້ນເພາະເຫດໃດ ?
ພິກຂຸທັງຫຼາຍ !
ຂໍ້ນັ້ນເພາະຄວາມທີ່ສັຕເຫຼົ່ານັ້ນ ບໍ່ເຫັນອະຣິຍະສັຈທັງສີ່.
ອະຣິຍະສັຈສີ່ ແນວໃດໜໍ ? ສີ່ຢ່າງຄື
ອະຣິຍະສັຈຄືທຸກຂ໌








