ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
(໓) ກັສສະປະ ! ສະມະນະພຣາມບາງພວກເປັນ ປັນຍາວາທີ, ເຂົາກ່າວພັນລະນາຄຸນແຫ່ງປັນຍາໂດຍອະເນກປະຣິຍາຍ. ກັສສະປະ ! ບໍຣົມປັນຍາອັນປະເສີດ ມີໄດ້ດ້ວຍເຫດມີປະມານເທົ່າໃດ ເຮົາຫຼິງບໍ່ເຫັນໃຜຈະສະເໝີດ້ວຍເຮົາ ໃນສ່ວນບໍຣົມປັນຍາອັນປະເສີດນັ້ນ : ຜູ້ທີ່ຍິ່ງໄປກວ່າເຮົາຈະມີມາແຕ່ໃສໜໍ. ເຮົາແລ, ທີ່ແທ້ເປັນຜູ້ຍິ່ງໃນ ອະທິປັນຍາ.
(໔) ກັສສະປະ ! ສະມະນະພຣາມບາງພວກເປັນ ວິມຸຕຕິວາທີ, ເຂົາກ່າວພັນລະນາຄຸນແຫ່ງວິມຸດຕິໂດຍອະເນກປະຣິຍາຍ. ກັສສະປະ ! ບໍຣົມວິມຸດອັນປະເສີດ ມີໄດ້ດ້ວຍເຫດມີປະມານເທົ່າໃດ ເຮົາຫຼິງບໍ່ເຫັນໃຜຈະສະເໝີດ້ວຍເຮົາ ໃນສ່ວນວິມຸດຕິອັນປະເສີດນັ້ນ : ຜູ້ທີ່ຍິ່ງໄປກວ່າເຮົາ ຈະມີມາແຕ່ໃສໜໍ. ເຮົາແລ, ທີ່ແທ້ເປັນຜູ້ຍິ່ງໃນ ອະທິວິມຸຕຕິ.
ທົງຢືນຢັນໃຫ້ທົດສອບຄວາມເປັນສັມມາສັມພຸດທະຂອງພຣະອົງ ໑
ພິກຂຸ ທ. ! ວິທີການທົດສອບ ອັນເປັນສິ່ງທີ່ພິກຂຸຜູ້ມີປັນຍາໄຄ່ຄວນ ແຕ່ບໍ່ມີຍານເປັນເຄື່ອງຮູ້ຈິຕແຫ່ງຜູ້ອື່ນ ຈະຍ່ອມປະພຶດໃນຕະຖາຄົຕ ເພື່ອໃຫ້ຮູ້ວ່າ ຕະຖາຄົຕເປັນສັມມາສັມພຸດທະ ຫຼືບໍ່ ດັ່ງນີ້ນັ້ນ ມີຢູ່. (ພິກຂຸທັງຫຼາຍ ທູນຂໍໃຫ້ພຣະຜູ້ມີ ພຣະພາຄເຈົ້າທົງສະແດງ ຈຶ່ງໄດ້ຕຣັດເນື້ອຄວາມຕໍ່ໄປນີ້ :-)
໑. ບາລີ ວິມັງສະກະສູຕ ມູ. ມ. ໑໒/໕໗໖/໕໓໖. ຕຣັດແກ່ພິກຂຸ ທ. ທີ່ເຊຕະວັນ.
໑໖໔ ພຸດທະປະວັດຈາກພຣະໂອຖະ - ພາກ ໓
ພິກຂຸ ທ. ! ຕະຖາຄົຕ ອັນພິກຂຸຜູ້ມີປັນຍາໄຄ່ຄວນ ແຕ່ບໍ່ມີຍານເປັນເຄື່ອງຮູ້ຈິຕແຫ່ງຜູ້ອື່ນ ຍ່ອມເລີ່ມການທົດສອບ ໃນທັມທັງສອງ ຄືໃນທັມທີ່ຈະຍ່ອມຮູ້ໄດ້ດ້້ວຍຈັກຂຸແລະໂສຕະ ວ່າ ທັມທີ່ຈະຍ່ອມຮູ້ໄດ້ດ້ວຍຈັກຂຸແລະໂສຕະ ຊຶ່ງເປັນທັມເສົ້າໝອງນັ້ນ ມີຢູ່ແກ່ຕະຖາຄົຕຫຼືບໍ່. ເມື່ອເຮັດການທົດສອບໃນຂໍ້ນັ້ນຢູ່ ຍ່ອມຮູ້ແນວນີ້ວ່າ ທັມທີ່ຈະຍ່ອມຮູ້ໄດ້ດ້້ວຍຈັກຂຸແລະໂສຕະ ເຊິ່ງເປັນທັມເສົ້າໝອງນັ້ນ ບໍ່ມີຢູ່ແກ່ຕະຖາຄົຕເລີຍ ດັ່ງນີ້.
ເມື່ອຮູ້ຢູ່ແນວນັ້ນ ຍ່ອມເຮັດການທົດສອບໃຫ້ຍິ່ງຂຶ້ນໄປກວ່ານັ້ນ ວ່າ ທັມທີ່ຈະຍ່ອມຮູ້ໄດ້ດ້ວຍຈັກຂຸແລະໂສຕະ ຊຶ່ງເປັນທັມທີ່ເຈືອປົນຢູ່ດ້ວຍຄວາມເສົ້າໝອງນັ້ນ ມີຢູ່ແກ່ຕະຖາຄົຕຫຼືບໍ່. ເມື່ອເຮັດການທົດສອບໃນຂໍ້ນັ້ນຢູ່ ຍ່ອມຮູ້ແນວນີ້ວ່າ ທັມທີ່ຈະຍ່ອມຮູ້ໄດ້ດ້ວຍຈັກຂຸແລະໂສຕະ ຊຶ່ງເປັນທັມທີ່ເຈືອປົນຢູ່ດ້ວຍຄວາມເສົ້າໝອງ ກໍບໍ່ມີຢູ່ແກ່ຕະຖາຄົຕເລີຍ ດັ່ງນີ້.
ເມື່ອຮູ້ຢູ່ແນວນັ້ນ ຍ່ອມເຮັດການທົດສອບໃຫ້ຍິ່ງຂຶ້ນໄປກວ່ານັ້ນ ວ່າ ທັມທີ່ຈະຍ່ອມຮູ້ໄດ້ດ້ວຍຈັກຂຸແລະໂສຕະ ຊຶ່ງເປັນທັມຜ່ອງໃສນັ້ນ ມີຢູ່ແກ່ຕະຖາຄົຕຫຼືບໍ່. ເມື່ອເຮັດການທົດສອບໃນຂໍ້ນັ້ນຢູ່ຍ່ອມຮູ້ແນວນີ້ວ່າ ທັມທີ່ຈະຍ່ອມຮູ້ໄດ້ດ້ວຍຈັກຂຸແລະໂສຕະ ຊຶ່ງເປັນທັມຜ່ອງໃສນັ້ນ ມີຢູ່ແກ່ຕະຖາຄົຕ ດັ່ງນີ້.
ເມື່ອຮູ້ຢູ່ແນວນັ້ນ ຍ່ອມເຮັດການທົດສອບໃຫ້ຍິ່ງຂຶ້ນໄປກວ່ານັ້ນ ວ່າ ທ່ານຜູ້ນີ້ເປັນຜູ້ເຖິງພ້ອມດ້ວຍທັມທີ່ເປັນກຸສົລນີ້ ໄດ້ເຖິງພ້ອມມາຕະຫຼອດເວລາດົນນານ ຫຼືວ່າຍ່ອມຫາກໍ່ເຖິງພ້ອມວ່າງກີ້ນີ້ເອງ. ເມື່ອເຮັດການທົດສອບໃນຂໍ້ນັ້ນຢູ່ ຍ່ອມຮູ້ແນວນີ້ວ່າ ທ່ານຜູ້ນີ້ເປັນຜູ້ໄດ້ເຖິງພ້ອມມາແລ້ວຕຫຼອດກາລດົນນານ ບໍ່ແມ່ນຫາກໍ່ເຖິງພ້ອມວ່າງກີ້ນີ້ ດັ່ງນີ້.
ເມື່ອຮູ້ຢູ່ແນວນັ້ນ ຍ່ອມເຮັດການທົດສອບໃຫ້ຍິ່ງຂຶ້ນໄປກວ່ານັ້ນ ວ່າ ທ່ານຜູ້ນີ້ເປັນ ພິກຂຸຜູ້ມີຍົສ ມີກຽດລືຊາແລ້ວ ໂທດຕໍ່າຊາມບາງຢ່າງໃນກໍລະນີອັນກ່ຽວກັບຍົສນີ້ ມີຢູ່ແກ່ທ່ານຜູ້ນີ້ຫຼືບໍ່. ພິກຂຸ ທ. ! (ການທີ່ຕ້ອງທົດສອບຂໍ້ນີ້ກໍເພາະວ່າ) ໂທດຕໍ່າຊາມບາງຢ່າງຈະຍັງບໍ່ມີແກ່ພິກຂຸ ຕະຫຼອດເວລາທີ່ພິກຂຸຍັງບໍ່ຮຸ່ງເຮືອງດ້ວຍຍົສ ບໍ່ມີກຽດລືຊາ ; ຕໍ່ເມື່ອຮຸ່ງເຮືອງດ້ວຍຍົສ ມີກຽດລືຊາ ກໍຈະມີໂທດຕໍ່າຊາມບາງຢ່າງເກີດຂຶ້ນ.
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໖໕
ເມື່ອເຮັດການທົດສອບໃນຂໍ້ນັ້ນຢູ່ ຍ່ອມຮູ້ແນວນີ້ວ່າ ທ່ານຜູ້ນີ້ ແມ່ນວ່າເປັນພິກຂຸເຮືອງຍົສ ມີກຽດລືຊາ ກໍຫາກມີໂທດຕໍ່າຊາມອັນໃດໜຶ່ງ ໃນກໍລະນີອັນກ່ຽວກັບຍົສນັ້ນບໍ່ມີ ດັ່ງນີ້.








