ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ອັກຄິເວດສະນະ ! ແລະເພາະລະສຸຂແລະທຸກຂ໌ເສຍໄດ້ ເພາະຄວາມດັບຫາຍໄປແຫ່ງໂສມະນັສແລະໂທມະນັສໃນກາລກ່ອນ ຈຶ່ງໄດ້ເຂົ້າເຖິງ ຊານທີສີ່ ອັນບໍ່ທຸກຂ໌ບໍ່ສຸຂ ມີແຕ່ຄວາມທີ່ສະຕິເປັນທໍາມະຊາດບໍຣິສຸດ ເພາະອຸເປກຂາແລ້ວແລຢູ່. ອັກຄິເວດສະນະ ! ສຸຂະເວທະນາແມ່ນວ່າເຊັ່ນນີ້ ເກີດຂຶ້ນແລ້ວແກ່ເຮົາ ກໍບໍ່ຄອບງໍາຈິຕຕັ້ງຢູ່…
ເຮົານັ້ນ ຄັນເມື່ອຈິຕຕັ້ງໝັ້ນ ບໍຣິສຸດຜ່ອງໃສ ບໍ່ມີກິເລສ ປາສະຈາກກິເລສ ເປັນທໍາມະຊາດອ່ອນໂຍນ ຄວນແກ່ການງານ ເຖິງຄວາມບໍ່ຫວັ່ນໄຫວ ຕັ້ງຢູ່ເຊັ່ນນີ້ແລ້ວ ເຮົາໄດ້ນ້ອມຈິຕໄປສະເພາະຕໍ່ ປຸບເພນິວາສານຸສສະຕິຍານ ...ໆລໆ... ອັກຄິເວດສະນະ ! ນີ້ເປັນ ວິຊຊາທີໜຶ່ງ ທີ່ເຮົາໄດ້ບັນລຸແລ້ວໃນຍາມຕົ້ນແຫ່ງຣາຕີ. ອະວິຊຊາຖືກທໍາລາຍແລ້ວ ວິຊຊາເກີດຂຶ້ນແລ້ວ, ຄວາມມືດຖືກທໍາລາຍແລ້ວ ຄວາມສະຫວ່າງເກີດຂຶ້ນແທນແລ້ວ, ເຊັ່ນດຽວກັບທີ່ເກີດແກ່ຜູ້ບໍ່ປະມາດ ມີພຽນເຜົາບາບ ມີຕົນສົ່ງໄປແລ້ວແລຢູ່. ອັກຄິເວດສະນະ ! ສຸຂະເວທະນາແມ່ນວ່າເຊັ່ນນີ້ ເກີດຂຶ້ນແລ້ວແກ່ເຮົາ ກໍບໍ່ຄອບງໍາຈິຕຕັ້ງຢູ່.
໑໖໒ ພຸດທະປະວັດຈາກພຣະໂອຖະ - ພາກ ໓
ເຮົານັ້ນ ຄັນເມື່ອຈິຕຕັ້ງໝັ້ນ ບໍຣິສຸດຜ່ອງໃສ ບໍ່ມີກິເລສ ປາສະຈາກກິເລສ ເປັນ ທໍາມະຊາດອ່ອນໂຍນ ຄວນແກ່ການງານ ເຖິງຄວາມບໍ່ຫວັ່ນໄຫວຕັ້ງຢູ່ເຊັ່ນນີ້ແລ້ວ ເຮົາໄດ້ນ້ອມຈິຕໄປສະເພາະຕໍ່ ຈຸຕູປະປາຕະຍານ. ...ໆລໆ... ອັກຄິເວດສະນະ ! ນີ້ເປັນ ວິຊຊາທີສອງ ທີ່ເຮົາໄດ້ບັນລຸແລ້ວໃນຍາມກາງແຫ່ງຣາຕີ. ອະວິຊຊາຖືກທໍາລາຍແລ້ວ ວິຊຊາເກີດຂຶ້ນແລ້ວ, ຄວາມມືດຖືກທໍາລາຍແລ້ວ ຄວາມສະຫວ່າງເກີດຂຶ້ນແທນແລ້ວ, ເຊັ່ນດຽວກັບທີ່ເກີດແກ່ຜູ້ບໍ່ປະມາດ ມີພຽນເຜົາບາບ ມີຕົນສົ່ງໄປແລ້ວແລຢູ່. ອັກຄິເວດສະນະ ! ສຸຂະເວທະນາແມ່ນວ່າເຊັ່ນນີ້ ເກີດຂຶ້ນແລ້ວແກ່ເຮົາ ກໍບໍ່ຄອບງໍາຈິຕຕັ້ງຢູ່.
ເຮົານັ້ນ ຄັນເມື່ອຈິຕຕັ້ງໝັ້ນ ບໍຣິສຸດຜ່ອງໃສ ບໍ່ມີກິເລສ ປາສະຈາກກິເລສ ເປັນທໍາມະຊາດອ່ອນໂຍນ ຄວນແກ່ການງານ ເຖິງຄວາມບໍ່ຫວັ່ນໄຫວຕັ້ງຢູ່ເຊັ່ນນີ້ ແລ້ວ ເຮົາໄດ້ນ້ອມຈິຕໄປສະເພາະຕໍ່ ອາສະວັກຂະຢະຍານ. ...ໆລໆ... ອັກຄິເວດສະນະ ! ນີ້ເປັນ ວິຊຊາທີສາມ ທີ່ເຮົາໄດ້ບັນລຸແລ້ວໃນຍາມສຸດທ້າຍແຫ່ງຣາຕີ. ອະວິຊຊາຖືກທໍາລາຍແລ້ວ ວິຊຊາເກີດຂຶ້ນແລ້ວ, ຄວາມມືດຖືກທໍາລາຍແລ້ວ ຄວາມສະຫວ່າງເກີດຂຶ້ນແທນແລ້ວ, ເຊັ່ນດຽວກັບທີ່ເກີດແກ່ຜູ້ບໍ່ປະມາດ ມີພຽນເຜົາບາບ ມີຕົນສົ່ງໄປແລ້ວແລຢູ່. ອັກຄິເວດສະນະ ! ສຸຂະເວທະນາແມ່ນວ່າເຊັ່ນນີ້ ເກີດຂຶ້ນແລ້ວແກ່ເຮົາ ກໍບໍ່ຄອບງໍາຈິຕຕັ້ງຢູ່.
(ລາຍລະອຽດກ່ຽວກັບວິຊຊາທັງສາມ ທີ່ກ່າວມານີ້ ໂດຍຄົບຖ້ວນພິສະດານທຸກໂຕອັກສອນ ຜູ້ປະສົງຈະຫາອ່ານໄດ້ຈາກໜ້າ ໑໑໕ ເຖິງໜ້າ ໑໑໗ ແຫ່ງໜັງສືເຫຼັ້ມນີ້.)
ທົງຢືນຢັນໃນຄຸນນະທັມຂອງພຣະອົງເອງໄດ້ ໑
(໑) ກັສສະປະ ! ສະມະນະພຣາມບາງພວກເປັນ ສີລະວາທີ, ເຂົາກ່າວພັນລະນາຄຸນແຫ່ງສີລໂດຍອະເນກປະຣິຍາຍ. ກັສສະປະ ! ບໍຣົມມະສີລ ອັນປະເສີດ (ອະຣິຍະ) ມີໄດ້ດ້ວຍເຫດມີປະມານເທົ່າໃດ ເຮົາຫຼິງບໍ່ເຫັນໃຜຈະສະເໝີດ້ວຍເຮົາ
໑. ບາລີ ສີ. ທີ. ໙/໒໑໘/໒໗໑. ຕຣັດແກ່ອະເຈລະກັສສະປະທີ່ກັນນະກະຖະລະມິຄະທາຍະວັນ ອຸຊຸນຍານະຄອນ.
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໖໓
ໃນສ່ວນບໍຣົມມະສີລອັນປະເສີດນັ້ນ : ຜູ້ທີ່ຍິ່ງໄປກວ່າເຮົາ ຈະມີມາແຕ່ໃສໜໍ. ເຮົາແລ, ທີ່ແທ້ເປັນຜູ້ຍິ່ງໃນ ອະທິສີລ.
(໒) ກັສສະປະ ! ສະມະນະພຣາມບາງພວກເປັນ ຕະໂປຊິຄຸຈສະວາທີ, ເຂົາກ່າວ ພັນລະນາຄຸນແຫ່ງການກີດກັນກິເລສ ດ້ວຍຕະບະໂດຍອະເນກປະຣິຍາຍ. ກັສສະປະ ! ການກີດກັນກິເລສດ້ວຍຕະບະ ອັນສຸດຍອດແລະປະເສີດ ມີໄດ້ດ້ວຍເຫດມີປະມານເທົ່າໃດ ເຮົາຫຼິງບໍ່ເຫັນໃຜຈະສະເໝີດ້ວຍເຮົາ ໃນສ່ວນການກີດກັນກິເລສດ້ວຍຕະບະ ອັນສຸດຍອດ ແລະປະເສີດນັ້ນ : ຜູ້ທີ່ຍິ່ງໄປກວ່າເຮົາ ຈະມີມາແຕ່ໃສໜໍ. ເຮົາແລ, ທີ່ແທ້ເປັນຜູ້ຍິ່ງໃນ ອະທິເຊຄຸຈສະ (ຄືອະທິຈິຕ).








