ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ອັກຄິເວດສະນະ ! ເຮົານັ້ນ ກັ້ນລົມຫາຍໃຈອອກເຂົ້າ ທັງທາງປາກ ທາງດັງແລະທາງຊ່ອງຫູທັງສອງ. ອັກຄິເວດສະນະ ! ຄັນເຮົາກັ້ນລົມຫາຍໃຈອອກເຂົ້າທັງທາງປາກທາງດັງແລະທາງຊ່ອງຫູທັງສອງແລ້ວ. ລົມແຮງເຫຼືອປະມານແທງເຈາະຂຶ້ນໄປທາງເບື້ອງກະໝ່ອມ ເໝືອນຖືກບຸຣຸສແຂງແຮງ ເຝືອນເອົາທີ່ເສກກະໝ່ອມດ້ວຍມີດໂກນອັນຄົມສະນັ້ນ. ອັກຄິເວດສະນະ ! ແຕ່ຄວາມພຽນທີ່ເຮົາປາຣົບແລ້ວ ຈະໄດ້ຫຼຸດຢ່ອນກໍຫາກບໍ່ ສະຕິຈະຟັ່ນເຟືອນໄປກໍຫາກບໍ່ ເປັນແຕ່ກາຍກະສັບກະສ່າຍບໍ່ສງົບ ເພາະກໍາລັງຄວາມພຽນທີ່ທົນໄດ້ຍາກສຽບແທງເອົາ. ອັກຄິເວດສະນະ ! ທຸກຂະເວທະນາແມ່ນວ່່າເຊັ່ນນີ້ ເກີດຂຶ້ນແລ້ວແກ່ເຮົາ ກໍບໍ່ຄອບງໍາຈິຕຕັ້ງຢູ່…
໑໖໐ ພຸດທະປະວັດຈາກພຣະໂອຖະ - ພາກ ໓
ອັກຄິເວດສະນະ ! ຄັນເຮົາກັ້ນລົມຫາຍໃຈອອກເຂົ້າ ທັງທາງປາກທາງດັງແລະທາງຊ່ອງຫູທັງສອງແລ້ວ. ຮູ້ສຶກເຈັບປວດທົ່ວໄປໝົດທັງຫົວເຫຼືອປະມານ ປຽບປານຖືກບຸຣຸສແຂງແຮງ ຮັດຫົວເຂົ້າທັງຫົວດ້ວຍເຊືອກມີກຽວອັນໜຽວແໜ້ນສະນັ້ນ. ອັກຄິເວດສະນະ ! ແຕ່ຄວາມພຽນທີ່ເຮົາປາຣົບແລ້ວ ຈະໄດ້ຫຼຸດຢ່ອນກໍຫາກບໍ່ ສະຕິຈະຟັ່ນເຟືອນໄປກໍຫາກບໍ່ ເປັນແຕ່ກາຍກະສັບກະສ່າຍບໍ່ສະງົບ ເພາະກໍາລັງແຫ່ງຄວາມພຽນທີ່ທົນໄດ້ຍາກສຽບແທງເອົາ. ອັກຄິເວດສະນະ ! ທຸກຂະ ເວທະນາແມ່ນວ່າເຊັ່ນນີ້ ເກີດຂຶ້ນແລ້ວແກ່ເຮົາ ກໍບໍ່ຄອບງໍາຈິຕຕັ້ງຢູ່…
ອັກຄິເວດສະນະ ! ຄັນເຮົາກັ້ນລົມຫາຍໃຈອອກເຂົ້າ ທັງທາງປາກທາງດັງແລະ ທາງຊ່ອງຫູທັງສອງແລ້ວ. ລົມແຮງເຫຼືອປະມານຫວນກັບລົງແທງເອົາພື້ນທ້ອງ ດຸດດັ່ງຖືກຄົນຂ້າງົວຫຼືລູກນ້ອງຜູ້ຂະຫຍັນຂອງເຂົາ ເຝືອນຊີ້ນພື້ນທ້ອງດ້ວຍມີດ ສໍາລັບເຝືອນຊີ້ນງົວອັນຄົມ ສະນັ້ນ. ອັກຄິເວດສະນະ ! ແຕ່ຄວາມພຽນທີ່ເຮົາປາຣົບແລ້ວ ຈະໄດ້ຫຼຸດຢ່ອນກໍຫາກບໍ່ ສະຕິຈະຟັ່ນເຟືອນໄປກໍຫາກບໍ່ ເປັນແຕ່ກາຍກະສັບກະສ່າຍ ບໍ່ສງົບ ເພາະກໍາລັງແຫ່ງຄວາມພຽນທີ່ທົນໄດ້ຍາກສຽບແທງເອົາ. ອັກຄິເວດສະນະ ! ທຸກຂະເວທະນາແມ່ນວ່າເຊັ່ນນີ້ ເກີດຂຶ້ນແລ້ວແກ່ເຮົາ ກໍບໍ່ຄອບງໍາຈິຕຕັ້ງຢູ່…
ອັກຄິເວດສະນະ ! ຄັນເຮົາກັ້ນລົມຫາຍໃຈອອກເຂົ້າ ທັງທາງປາກທາງດັງແລະທາງຊ່ອງຫູທັງສອງແລ້ວ. ກໍເກີດຄວາມຮ້ອນເຮັ່ງຂຶ້ນທົ່ວກາຍ ດຸດດັ່ງຖືກຄົນແຂງແຮງສອງຄົນ ຊ່ວຍກັນຈັບຄົນກໍາລັງນ້ອຍທີ່ແຂນຝ່າຍລະຄົນແລ້ວ ຢ້າງຮົມໄວ້ເທິງຂຸມຖ່ານໄຟອັນຮ້ອນເຮັ່ງສະນັ້ນ. ອັກຄິເວດສະນະ ! ແຕ່ຄວາມພຽນທີ່ເຮົາປາຣົບແລ້ວ ຈະໄດ້ຫຼຸດຢ່ອນກໍຫາກບໍ່ ສະຕິຈະຟັ່ນເຟືອນໄປກໍຫາກບໍ່ ເປັນແຕ່ກາຍກະສັບກະສ່າຍບໍ່ສງົບ ເພາະກໍາລັງແຫ່ງຄວາມພຽນທີ່ທົນໄດ້ຍາກສຽບແທງເອົາ. ອັກຄິເວດສະນະ ! ທຸກຂະເວທະນາແມ່ນວ່າເຊັ່ນນີ້ ເກີດຂຶ້ນແລ້ວແກ່ເຮົາ ກໍບໍ່ຄອບງໍາຈິຕຕັ້ງຢູ່…
(ຕໍ່ໄປນີ້ ໄດ້ຕຣັດເຖິງການໄດ້ຮັບທຸກຂະເວທະນານັ້ນ ບໍ່ຄອບງໍາຈິຕຕັ້ງຢູ່ອີກ ໗ ວາຣະ :-)
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໖໑
ອັກຄິເວດສະນະ ! ເຮົາກືນກິນອາຫານຫຍາບ ສ້າງກາຍໃຫ້ມີກໍາລັງໄດ້ແລ້ວ, ເພາະສະງັດຈາກກາມ ແລະອະກຸສົລທັມ ທ. ຈຶ່ງເຂົ້າເຖິງ ຊານທີໜຶ່ງ ອັນມີວິຕົກ ວິຈາຣ ມີປີຕິແລະສຸຂ ອັນເກີດແຕ່ວິເວກແລ້ວແລຢູ່. ອັກຄິເວດສະນະ ! ສຸຂະເວທະນາ ແມ່ນວ່າເຊັ່ນນີ້ ເກີດຂຶ້ນແລ້ວແກ່ເຮົາ ກໍບໍ່ຄອບງໍາຈິຕຕັ້ງຢູ່…
ອັກຄິເວດສະນະ ! ເພາະສະງົບວິຕົກວິຈາຣເສຍໄດ້ ຈຶ່ງເຂົ້າເຖິງ ຊານທີສອງ ເປັນເຄື່ອງຜ່ອງໃສໃນພາຍໃນ ເປັນທີ່ເກີດສະມາທິແຫ່ງໃຈ ບໍ່ມີວິຕົກວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດແຕ່ສະມາທິ ແລ້ວແລຢູ່. ອັກຄິເວດສະນະ ! ສຸຂະເວທະນາແມ່ນວ່່າເຊັ່ນນີ້ ເກີດຂຶ້ນແລ້ວແກ່ເຮົາ ກໍບໍ່ຄອບງໍາຈິຕຕັ້ງຢູ່…
ອັກຄິເວດສະນະ ! ແລະເພາະຄວາມຈາງໄປແຫ່ງປີຕິ ຍ່ອມຢູ່ອຸເປກຂາ ມີສະຕິ ສັມປະຊັນຍະ ສະເຫວີຍສຸຂດ້ວຍນາມກາຍ ຈຶ່ງເຂົ້າເຖິງ ຊານທີສາມ ອັນເປັນຊານທີ່ພຣະອະຣິຍະເຈົ້າກ່າວຜູ້ໄດ້ຊານນີ້ວ່າ ເປັນຜູ້ຢູ່ອຸເປກຂາ ມີສະຕິຢູ່ເປັນສຸຂ ແລ້ວແລຢູ່. ອັກຄິເວດສະນະ ! ສຸຂະເວທະນາແມ່ນວ່າເຊັ່ນນີ້ ເກີດຂຶ້ນແລ້ວແກ່ເຮົາ ກໍບໍ່ຄອບງໍາຈິຕຕັ້ງຢູ່…








