ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ສຸຂະເວທະນາຂອງອະຣິຍະສາວົກນັ້ນຍ່ອມດັບ, ເພາະຄວາມດັບແຫ່ງສຸຂະເວທະນາ ທຸກຂະເວທະນາ ຍ່ອມເກີດຂຶ້ນ ; ອະຣິຍະສາວົກນັ້ນ ອັນທຸກຂະເວທະນາຖືກຕ້ອງຢູ່ ຍ່ອມບໍ່ເສົ້າໂສກ ບໍ່ລໍາບາກ ບໍ່ຄໍ່າຄວນ ບໍ່ຕີເອິກຮ້ອງໄຫ້ ບໍ່ເຖິງເຊິ່ງຄວາມຫຼົງ. ອັກຄິເວດສະນະ ! ສຸຂະເວທະນານັ້ນແມ່ນວ່າເກີດຂຶ້ນແລ້ວແກ່ອະຣິຍະສາວົກນັ້ນເຊັ່ນນີ້ ກໍບໍ່ຄອບງໍາຈິຕຕັ້ງຢູ່ ເພາະຄວາມເປັນຜູ້ມີກາຍອັນອົບຮົມແລ້ວ ; ທຸກຂະ ເວທະນາ ແມ່ນວ່າເກີດຂຶ້ນແລ້ວ ກໍບໍ່ຄອບງໍາຈິຕຕັ້ງຢູ່ ເພາະຄວາມເປັນຜູ້ມີຈິຕອັນອົບຮົມແລ້ວ. ອັກຄິເວດສະນະ ! ເພາະເຫດທີ່ວ່າ ສຸຂະເວທະນາກໍບໍ່ຄອບງໍາຈິຕຕັ້ງຢູ່ ແລະທຸກຂະເວທະນາກໍບໍ່ຄອບງໍາຈິຕຕັ້ງຢູ່ ໂດຍທັງສອງປະການດັ່ງກ່າວແລ້ວ ເຂົາຍ່ອມຊື່ວ່າເປັນຜູ້ມີກາຍອັນອົບຮົມແລ້ວ ມີຈິຕອັນອົບຮົມແລ້ວ ດັ່ງນີ້.
“ພຣະໂຄດົມຜູ້ຈະເຣີນ ! ຂ້າພະເຈົ້າມີຄວາມເຫຼື້ອມໃສແລ້ວໃນພຣະໂຄດົມຜູ້ຈະເຣີນ ເພາະເຫດວ່າ ພຣະໂຄດົມຜູ້ຈະເຣີນ ເປັນຜູ້ມີກາຍອັນອົບຮົມແລ້ວດ້ວຍ ມີຈິຕອັນອົບຮົມແລ້ວດ້ວຍ”
ອັກຄິເວດສະນະ ! ຄໍານີ້ທ່ານກ່າວເຈາະຈົງເຖິງເຮົາໂດຍແທ້ ເຮົາຈະເວົ້າໃຫ້ແຈ່ມແຈ້ງເສຍເລີຍວ່າ ອັກຄິເວດສະນະ ! ຈໍາເດີມແຕ່ເຮົາໄດ້ໂກນຜົມແລະໜວດ ຄ້ອງຜ້າຍ້ອມຝາດອອກຈາກເຮືອນ ບວດເປັນຜູ້ບໍ່ມີເຮືອນ ; ຂໍ້ທີ່ ສຸຂະເວທະນາເກີດຂຶ້ນແລ້ວ ຈະຄອບງໍາຈິຕຕັ້ງຢູ່ ຫຼືວ່າຂໍ້ທີ່ ທຸກຂະເວທະນາເກີດຂຶ້ນແລ້ວ ຈະຄອບງໍາຈິຕຕັ້ງຢູ່ ນັ້ນ ບໍ່ເປັນຖານະທີ່ຈະມີໄດ້.
“ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ສຸຂະເວທະນາຊະນິດທີ່ເກີດຂຶ້ນແລ້ວ ຈະຄອບງໍາຈິຕຕັ້ງຢູ່ ຍ່ອມບໍ່ເກີດແກ່ພຣະສະມະນະໂຄດົມ ເປັນແນ່ ທຸກຂະເວທະນາຊະນິດທີ່ເກີດຂຶ້ນແລ້ວ ຈະຄອບງໍາຈິຕຕັ້ງຢູ່ ຍ່ອມບໍ່ເກີດແກ່ພຣະສະມະນະໂຄດົມ ເປັນແນ່ ”.
ອັກຄິເວດສະນະ ! ເປັນຫຍັງມັນຈະມີບໍ່ໄດ້ໜໍ ... (ຕໍ່ຈາກນີ້ ກໍທົງເລົ່າເລື່ອງການອອກຜະນວດ, ການຄົ້ນຫາສໍານັກເພື່ອການສຶກສາຂອງພຣະອົງ ຄືອາລາຣະດາບົດ ກາຣາມະໂຄຕ ; ອຸທະກະດາບົດ ຣາມະບຸຕ ຈົນເຖິງວ່າທົງບໍາເພັນອັຕຕະກິລະມະຖານຸໂຍຄ ຕາມແບບສະບັບທີ່ເອີ້ນວ່າ ວັຕແຫ່ງນິຄັນຖະ, ເກີດອຸປະມາແຈ່ມແຈ້ງໃນທາງທີ່ຈະໃຫ້ຫຼີກອອກຈາກກາມ, ແລ້ວທົງບໍາເພັນທຸກະຣະກິຣິຍາຢ່າງເຄັ່ງຄັດ ມີທຸກຂະເວທະນາແກ່ກ້າ ຊຶ່ງທົງຢືນຢັນວ່າ ແມ່ນວ່າເຖິງແນວນັ້ນກໍບໍ່ຄອບງໍາຈິຕຂອງພຣະອົງຕັ້ງຢູ່ ; ເມື່ອເລີກທຸກະຣະກິຣິຍາແລ້ວ ທົງບໍາເພັນພຽນທາງຈິຕ ເກີດຄວາມສຸຂຈາກຮູບຊານສີ່ ແລະວິຊຊາສາມ ເຖິງແມ່ນວ່າຈະເປັນສຸຂະເວທະນາອັນສູງສຸດ
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໕໙
ກໍບໍ່ສາມາດຄອບງໍາຈິຕຂອງພຣະອົງຕັ້ງຢູ່ ສົມກັບທີ່ທົງຢືນຢັນວ່າ ບໍ່ມີເວທະນາຊະນິດໃດ ເກີດຂຶ້ນແລ້ວຈະຄອບງໍາຈິຕຂອງພຣະອົງຕັ້ງຢູ່ໄດ້ ດັ່ງຂໍ້ຄວາມຕໍ່ໄປນີ້ :-)
ອັກຄິເວດສະນະ ! ... ເຮົານັ້ນຂົບແຂ້ວດ້ວຍແຂ້ວ ອັດເພດານດ້ວຍລີ້ນ ຂົ່ມຈິຕດ້ວຍຈິຕ ບີບໃຫ້ແໜ້ນຈົນຮ້ອນເຮັ່ງ. ອັກຄິເວດສະນະ ! ຄັນເຮົາຂົບແຂ້ວດ້ວຍແຂ້ວ ອັດເພດານດ້ວຍລີ້ນ ຂົ່ມຈິຕດ້ວຍຈິຕ ບີບໃຫ້ແໜ້ນຈົນຮ້ອນເຮັ່ງແລ້ວ. ເຫື່ອໄຫຼອອກຈາກໃຕ້ແຮ້ທັງສອງ.
ອັກຄິເວດສນະ ! ຄວາມພຽນທີ່ເຮົາປາຣົບແລ້ວ ຈະໄດ້ຫຼຸດຢ່ອນກໍຫາກບໍ່ສະຕິຈະຟັ່ນເຟືອນໄປກໍຫາກບໍ່ ເປັນແຕ່ກາຍກະສັບກະສ່າຍບໍ່ສະງົບ ເພາະກໍາລັງຄວາມພຽນທີ່ທົນໄດ້ຍາກສຽບແທງເອົາ. ອັກຄິເວດສະນະ ! ທຸກຂະເວທະນາແມ່ນວ່າເຊັ່ນນີ້ ເກີດຂຶ້ນແລ້ວແກ່ເຮົາ ກໍບໍ່ຄອບງໍາຈິຕຕັ້ງຢູ່…
ອັກຄິເວດສະນະ ! ເຮົານັ້ນ ກັ້ນລົມຫາຍໃຈອອກເຂົ້າທັງທາງປາກແລະທາງດັງ. ອັກຄິເວດສະນະ ! ຄັນເຮົາກັ້ນລົມຫາຍໃຈອອກເຂົ້າ ທັງທາງປາກແລະທາງດັງແລ້ວ. ສຽງລົມອອກທາງຊ່ອງຫູທັງສອງ ດັງເຫຼືອປະມານ ເໝືອນສຽງລົມໃນບັ້ງສູບແຫ່ງນາຍຊ່າງຕີຄໍາທີ່ສູບອອກສູບເຂົ້າ ສະນັ້ນ. ອັກຄິເວດສະນະ ! ແຕ່ຄວາມພຽນທີ່ເຮົາປາຣົບແລ້ວ ຈະໄດ້ຫຼຸດຢ່ອນກໍຫາກບໍ່ ສະຕິຈະຟັ່ນເຟືອນໄປກໍຫາກບໍ່ ເປັນແຕ່ກາຍກະສັບກະສ່າຍບໍ່ສະງົບ ເພາະກໍາລັງຄວາມພຽນທີ່ທົນໄດ້ຍາກສຽບແທງເອົາ. ອັກຄິເວດສະນະ ! ທຸກຂະເວທະນາແມ່ນວ່າເຊັ່ນນີ້ ເກີດຂຶ້ນແລ້ວແກ່ເຮົາ ກໍບໍ່ຄອບງໍາຈິຕຕັ້ງຢູ່…








