ພຸດທະປະວັຕ ຈາກພຣະໂອຖະ
ໜ້າ/ 311
ບໍ່ເພີດເພີນເມົາຫຼົງໃນນິບພານ. ຂໍ້ນີ້ເພາະເຫດໃດໜໍ ? ເພາະເຫດວ່າ ນິບພານນັ້ນ ເປັນສິ່ງທີ່ຕະຖາຄົຕກໍານົດຮູ້ທົ່ວເຖິງແລ້ວ.
ພິກຂຸ ທ. ! ແມ່ນວ່າຕະຖາຄົຕ ຜູ້ເປັນພຣະອະຣະຫັນຕະຕຣັສຮູ້ຊອບເອງ ກໍຮູ້ແຈ້ງຊຶ່ງນິບພານໂດຍຄວາມເປັນນິບພານ. ຄັນຮູ້ນິບພານໂດຍຄວາມເປັນນິບພານແລ້ວ ກໍບໍ່ສ້າງຄວາມໝັ້ນໝາຍຊຶ່ງນິບພານ ບໍ່ສ້າງຄວາມໝັ້ນໝາຍໃນນິບພານ ບໍ່ສ້າງຄວາມໝັ້ນໝາຍໂດຍຄວາມເປັນນິບພານ ບໍ່ສ້າງຄວາມໝັ້ນໝາຍວ່າ “ນິບພານເປັນຂອງເຮົາ”, ບໍ່ເພີດເພີນເມົາຫຼົງໃນນິບພານ. ຂໍ້ນີ້ເພາະເຫດໃດໜໍ ? ເຮົາກ່າວວ່າ ເພາະຮູ້ວ່າຄວາມເພີດເພີນເປັນມູນເຫດແຫ່ງທຸກຂ໌ ແລະເພາະມີພົບຈຶ່ງມີຊາດ, ເມື່ອເກີດເປັນສັຕແລ້ວ ຕ້ອງມີແກ່ແລະຕາຍ. ເພາະເຫດນັ້ນຕະຖາຄົຕຈຶ່ງຕຣັສຮູ້ອະນຸດຕະຣະສັມມາສັມໂພທິຍານ ເພາະຕັນຫາທັງຫຼາຍດັບສິ້ນໄປ ສະ ຫຼາຍໄປ ດັບໄປ ສະລະໄປ ຖອດຖອນໄປ ໂດຍປະການທັງປວງ ດັ່ງນີ້.
ທົງມີຄວາມຄົງທີ່ຕໍ່ວິໄສໂລກ
ບໍ່ມີໃຜຍິ່ງກວ່າ ໑
ພິກຂຸ ທ. ! ສິ່ງໃດໆ ທີ່ຊາວໂລກ ລວມທັງເທວະດາ ມາຣ ພຣົມ ໝູ່ສັຕພ້ອມ ທັງສະມະນະພຣາມ ເທວະດາລວມກັບມະນຸສ ໄດ້ພາກັນເຫັນແລ້ວ ໄດ້ຍິນແລ້ວ ຮູ້ສຶກແລ້ວ ຮູ້ແຈ້ງແລ້ວ ພົບພໍ້ແລ້ວ ສະແຫວງຫາກັນແລ້ວ ຄິດຄົ້ນກັນແລ້ວ, ສິ່ງນັ້ນໆ ເຮົາກໍຮູ້ຈັກ.
ພິກຂຸ ທ. ! ສິ່ງໃດໆ ທີ່ຊາວໂລກ ລວມທັງເທວະດາ ມາຣ ພຣົມ ໝູ່ສັຕພ້ອມ ທັງສະມະນະພຣາມ ເທວະດາລວມກັບມະນຸສ ໄດ້ພາກັນເຫັນແລ້ວ ໄດ້ຍິນແລ້ວ ຮູ້ສຶກແລ້ວ ຮູ້ແຈ້ງແລ້ວ ພົບພໍ້ແລ້ວ ສະແຫວງຫາກັນແລ້ວ ຄິດຄົ້ນກັນແລ້ວ, ສິ່ງນັ້ນໆ ເຮົາໄດ້ຮູ້ແຈ້ງແລ້ວດ້ວຍປັນຍາອັນຍິ່ງ. ສິ່ງນັ້ນໆ ເປັນທີ່ແຈ່ມແຈ້ງແກ່ຕະຖາຄົຕ, ສິ່ງນັ້ນໆ ບໍ່ອາດເຂົ້າໄປ (ຕິດຢູ່ໃນໃຈຂອງ) ຕະຖາຄົຕ.
໑. ບາລີ ຈຕຸກກ. ອັງ. ໒໑/໓໑/໒໔. ຕຣັດແກ່ພິິກຂຸທັງຫຼາຍ ທີ່ກາລະກາຣາມ ໃກ້ເມືອງສາເກຕ.
ໄດ້ຕຣັສຮູ້ແລ້ວ - ໂຜດປັນຈະວັກຄີ ໑໕໗
ພິກຂຸ ທ. ! ສິ່ງອັນເປັນວິໄສໂລກຕ່າງໆ ທີ່ຊາວໂລກ ລວມທັງເທວະດາ ມາຣ ພຣົມ ໝູ່ສັຕ ພ້ອມທັງສະມະນະພຣາມ ເທວະດາລວມກັບມະນຸສ ໄດ້ພາກັນເຫັນແລ້ວ ໄດ້ຍິນແລ້ວ ຮູ້ສຶກແລ້ວ ຮູ້ແຈ້ງແລ້ວ ພົບພໍ້ແລ້ວ ສະແຫວງຫາກັນແລ້ວ ຄິດຄົ້ນກັນແລ້ວ, ນັ້ນໆ ເຮົາຍ່ອມກ່າວໄດ້ວ່າ ເຮົາຮູ້ຈັກມັນດີ. ມັນຈະເປັນການມຸສາແກ່ເຮົາ ຖ້າເຮົາຈະຍ່ອມກ່າວວ່າ ເຮົາຮູ້ຈັກແດ່ ບໍ່ຮູ້ຈັກແດ່. ແລະມັນຈະເປັນການມຸສາແກ່ເຮົາຄືກັນ ຖ້າເຮົາຈະຍ່ອມກ່າວວ່າ ເຮົາຮູ້ຈັກກໍຫາກບໍ່ແມ່ນ, ບໍ່ຮູ້ຈັກກໍຫາບໍ່ໄດ້, ຂໍ້ນັ້ນມັນເປັນຄວາມເສຍຫາຍແກ່ເຮົາ.
ພິກຂຸ ທ. ! ເພາະເຫດນີ້ ຕະຖາຄົຕເຫັນສິ່ງທີ່ຕ້ອງເຫັນແລ້ວ ກໍບໍ່ສ້າງຄວາມໝັ້ນໝາຍວ່າ ເຫັນແລ້ວ, ບໍ່ສ້າງຄວາມໝັ້ນໝາຍວ່າ ບໍ່ເຫັນແລ້ວ, ບໍ່ສ້າງຄວາມ ໝັ້ນໝາຍວ່າ ເປັນສິ່ງທີ່ຕ້ອງເຫັນ, ບໍ່ສ້າງຄວາມໝັ້ນໝາຍວ່າ ຕົນເປັນຜູ້ໜຶ່ງທີ່ໄດ້ເຫັນ, (ໃນສິ່ງທີ່ໄດ້ຟັງ, ໄດ້ຮູ້ສຶກ, ໄດ້ຮູ້ແຈ້ງ ກໍມີນັຍແບບດຽວກັນ).
ພິກຂຸ ທ. ! ດ້ວຍເຫດນີ້ແລ ຕະຖາຄົຕຊື່ວ່າ ເປັນຜູ້ຄົງທີ່ເປັນປົກກະຕິຢູ່ເຊັ່ນນັ້ນໄດ້ ໃນສິ່ງທັງຫຼາຍ ທີ່ໄດ້ເຫັນ, ໄດ້ຍິນ, ໄດ້ຮູ້ສຶກ ແລະ ໄດ້ຮູ້ແຈ້ງແລ້ວ, ແລະເຮົາຍັງກ່າວວ່າ ຈະຫາບຸກຄົນອື່ນທີ່ເປັນຜູ້ຄົງທີ່ ຊຶ່ງຍິ່ງໄປກວ່າ ປານີຕກວ່າຕະຖາຄົຕຜູ້ຄົງທີ່ນັ້ນ ເປັນບໍ່ມີເລີຍ.
ທົງຢູ່ເໜືອການຄອບງໍາຂອງເວທະນາ
ມາຕັ້ງແຕ່ອອກຜະນວດຈົນຕຣັສຮູ້ ໑
ອັກຄິເວດສະນະ ! ກໍບຸກຄົນມີກາຍອົບຮົມແລ້ວ ມີຈິຕອົບຮົມແລ້ວ ເປັນແນວໃດໜໍ ? ອັກຄິເວດສະນະ ! ສຸຂະເວທະນາ ເກີດຂຶ້ນແກ່ອະຣິຍະສາວົກຜູ້ມີການສະດັບ ໃນທັມວິນັຍນີ້ ; ອະຣິຍະສາວົກນັ້ນ ອັນສຸຂເວທະນາຖືກຕ້ອງຢູ່ ເປັນຜູ້ບໍ່ກໍາໜັດຍິນດີໃນຄວາມສຸຂ ບໍ່ເຖິງຄວາມກໍາໜັດຍິນດີໃນຄວາມສຸຂ.
໑. ບາລີ ມູ. ມ. ໑໒/໔໔໐/໔໐໙. ຕຣັດແກ່ສັຈຈະກະນິຄັນຖະບຸຕ ທີ່ກູຕາຄາຣສາລາ ປ່າມະຫາວັນ
ໃກ້ເມືອງເວສາລີ.
໑໕໘ ພຸດທະປະວັດຈາກພຣະໂອຖະ - ພາກ ໓








